ເກາະ ແທັງເລິນ - ແກ້ວມະນີຊ້ອນຕົວຢູ່ກາງທະເລ

Chia sẻ
(VOVWORLD) - ໂດຍມີຄວາມແຕກຕ່າງກັນກັບສະພາບເນືອງນັນຄຶດຄັກຢູ່ບັນດາສະຖານທີ່ທ່ອງທ່ຽວເກາະ ໂກໂຕ, ເກາະ ແທັງເລິນ ມີຄວາມສະຫງົບງຽບດ້ວຍນ້ຳທະເລສີຟ້າ, ຫາດຊາຍທະເລຂາວຍາວຢຽດ.
ເກາະ ແທັງເລິນ - ແກ້ວມະນີຊ້ອນຕົວຢູ່ກາງທະເລ - ảnh 1
ແທັງເລິນ ແມ່ນເກາະໃຫຍ່ກວ່າໝູ່ຢູ່ເມືອງ ໂກໂຕ (ແຂວງ ກວາງນິງ), ດ້ວຍບັນດາຫາດທະເລທີ່ສວຍງາມ, ຍັງຮັກສາຄວາມງາມແບບຮົກເຮື້ອໄວ້. ຫຼາຍຄົນຖືວ່າ ເກາະ ແທັງເລິນ ຄືດັ່ງແກ້ວມະນີທີ່ຊ້ອນຕົວຢູ່ທ່າມກາງທະເລ.
ເກາະ ແທັງເລິນ - ແກ້ວມະນີຊ້ອນຕົວຢູ່ກາງທະເລ - ảnh 2
ແຕ່ລະມື້, ມີກຳປັ່ນຫຼາຍຖ້ຽວອອກເດີນທາງຈາກເມືອງ ໂກໂຕ ໄປ ເກາະ ແທັງເລິນ, ແຂກທ່ອງທ່ຽວສາມາດເລືອກເອົາເຮືອຄວາມໄວສູງເພື່ອໄປຍັງເກາະໃຫ້ໄວ້ທີ່ສຸດ ຫຼື ບັນດາເຮືອທີ່ເຮັດດ້ວຍໄມ້, ເຮືອຂອງຊາວປະມົງ.
ເກາະ ແທັງເລິນ - ແກ້ວມະນີຊ້ອນຕົວຢູ່ກາງທະເລ - ảnh 3
ເກາະ ແທັງເລິນ - ແກ້ວມະນີຊ້ອນຕົວຢູ່ກາງທະເລ - ảnh 4
ຫົນທາງສະອາດພ້ອມກັບອາກາດທີ່ປອດໂປ່ງ.
ເກາະ ແທັງເລິນ - ແກ້ວມະນີຊ້ອນຕົວຢູ່ກາງທະເລ - ảnh 5
ແທັງເລິນ ມີເນື້ອທີ່ປ່າປົກຄຸມຂຶ້ນເຖິງ 70%, ເມື່ອເດີນທາງໄປດ້ວຍລົດໄຟຟ້າ ແຂກທ່ອງທ່ຽວຈະເຫັນວ່າ ຢູ່ສອງຟາກທາງແມ່ນແຖວຕົ້ນໄມ້ທີ່ສວຍສົດງົດງາມ.
ເກາະ ແທັງເລິນ - ແກ້ວມະນີຊ້ອນຕົວຢູ່ກາງທະເລ - ảnh 6
ຢູ່ ແທັງເລິນ ມີຫາດຊາຍທະເລຕົ້ນຕໍ 3 ແຫ່ງແມ່ນ: ຫາດ ດົ່ນ 10, ຫາດ ບາເຈົາ, ຫາດ ຫາຍກວັນ ແລະ ຫວ່າງມໍ່ໆມານີ້ແມ່ນມີຫາດ C76 ຕື່ມອີກ.
ເກາະ ແທັງເລິນ - ແກ້ວມະນີຊ້ອນຕົວຢູ່ກາງທະເລ - ảnh 7
ເກາະ ແທັງເລິນ - ແກ້ວມະນີຊ້ອນຕົວຢູ່ກາງທະເລ - ảnh 8
ເກາະ ແທັງເລິນ - ແກ້ວມະນີຊ້ອນຕົວຢູ່ກາງທະເລ - ảnh 9
ດ້ວຍບັນດາຫາດຊາຍທີ່ເຈີ້ຍລົງ, ແຂກທ່ອງທ່ຽວສາມາດລອຍນ້ຳໄດ້ຢ່າງສະບາຍ.
ເກາະ ແທັງເລິນ - ແກ້ວມະນີຊ້ອນຕົວຢູ່ກາງທະເລ - ảnh 10
ເມື່ອຍ່າງເລາະຫຼີ້ນຢູ່ແຄມຝັ່ງທະເລ, ແຂກທ່ອງທ່ຽວຈະໄດ້ສຳພັດກັບລະບົບສັດພືດຮົກເຮື້ອປະຖົມປະຖານ.
ເກາະ ແທັງເລິນ - ແກ້ວມະນີຊ້ອນຕົວຢູ່ກາງທະເລ - ảnh 11
ສີຟ້າແມ່ນຈຸດເປັນເອກະລັກພິເສດສະເພາະຂອງທະເລ ແທັງເລິນ.
ເກາະ ແທັງເລິນ - ແກ້ວມະນີຊ້ອນຕົວຢູ່ກາງທະເລ - ảnh 12
ເກາະ ແທັງເລິນ - ແກ້ວມະນີຊ້ອນຕົວຢູ່ກາງທະເລ - ảnh 13
ດ້ວຍບັນດາທິວທັດທຳມະຊາດທີ່ຮົກເຮື້ອ ແລະ ຫາດຊາຍທະເລສີຟ້ານັ້ນ, ແທັງເລິນ ໄດ້ສ້າງຄວາມປະທັບໃຈຕໍ່ແຂກທ່ອງທ່ຽວເຊິ່ງຍາກທີ່ຈະຫຼົງລືມໄດ້ກ່ຽວກັບເຂດເກາະທີ່ສະຫງົບງຽບຢູ່ທ່າມກາງເຂດທະເລ.

ຕອບກັບ