ແຫຼມດ້ຽນ ຫ່າງຈາກໃຈກາງນະຄອນ ຕຸຍຮ່ວາ (ແຂວງຝຸອຽນ) ປະມານ 35 ກີໂລແມັດ ແລະ ຕັ້ງຢູ່ທາງທິດຕາເວັນອອກສຸດໃນເຂດດິນຕໍ່ແຜ່ນຂອງ ປະເທດຊາດ: ພາບ: TTXVN ບັນຍາກາດຢູ່ແຫຼມດ້ຽນມີຄວາມສະຫງົບສຸກ, ທິວທັດທຳມະຊາດທີ່ຮົກເຮື້ອ, ລຽບງ່າຍ, ເໝາະກັບແຂກທ່ອງທ່ຽວທີ່ຢາກເຊື່ອມຕົວເຂົ້າກັບທຳມະຊາດ (ພາບ: laodong.vn) ສະຖານທີ່ແຫ່ງນີ້ແມ່ນໜຶ່ງໃນບັນດາສະຖານທີ່ທີ່ເໝາະ ເພື່ອໃຫ້ແຂກທ່ອງທ່ຽວຮັບຊົມອາລຸນຮຸ່ງເຊົ້າທຳອິດຢູ່ ຫວຽດນາມ (ພາບ: toquoc.vn) ເພື່ອຮັບຊົມຈຸດເວລານີ້, ແຂກທ່ອງທ່ຽວຕ້ອງມີໜ້າຢູ່ບ່ອນນີ້ກ່ອນ 5ໂມງເຊົ້າ (ຍາມລະດູຮ້ອນ). (ພາບ: TTXVN) ການຕ້ອນຮັບອາລຸນຍາມເຊົ້າທຳອິດຂອງປະເທດຊາດ ແມ່ນການລົງພຶດຕິກຳຕົວຈິງເຊິ່ງແຂກທ່ອງທ່ຽວທຸກຄົນຜູ້ໃດກໍ່ຢາກເຮັດ ເມື່ອມາແຫ່ງນີ້ (ພາບ: TTXVN) ອາລຸນຮຸ່ງເຊົ້າທ່າມກາງທະເລ ແລະ ຟ້າ ໄດ້ສ້າງເປັນພາບທີ່ສວຍງາມດັ່ງໃນຝັນ (ພາບ: toquoc.vn) ພາບ: Laodong.vn ທຸກໆປີ, ນັບແຕ່ເດືອນເມສາ ຫາເດືອນກັນຍາ ແມ່ນຈຸດເວລາງາມທີ່ສຸດເພື່ອຕ້ອນຮັບຮຸ່ງອາລຸນຢູ່ ແຫຼມດ້ຽນ (ພາບ: congthuong.vn) ແຂກທ່ອງທ່ຽວຖ່າຍຮູບຮຸ່ງອາລຸນທຳອິດຢູ່ ຫວຽດນາມ (ພາບ: TTXVN) Từ khóa: VOV VOVworld ຕອບກັບ ສົ່ງ Xem thêm