ແຂວງ ດ້ຽນບຽນ ຂຸດຄົ້ນ ທ່າໄດ້ປຽບເພື່ອພັດທະນາການທ່ອງທ່ຽວ

Vinh Phong
Chia sẻ

(VOVWORLD) -ແຂວງ ດ້ຽນບຽນ ພວມມານະພະຍາຍາມພັດທະນາການທ່ອງທ່ຽວໂດຍອີງໃສ່ເສົາຄ້ຳຫລັກເຊັ່ນ: ການທ່ອງທ່ຽວປະຫວັດສາດ, ຈິດວິນຍານ; ທ່ອງທ່ຽວຊອກຮູ້ສີສັນວັດທະນະທຳຊົນເຜົ່າ, ຢ້ຽມຊົມທິວທັດທຳມະຊາດ. ແຂວງ ໄດ້ກຳນົດການພັດທະນາທ່ອງທ່ຽວໃຫ້ກາຍເປັນຂະແຫນງເສດຖະກິດປາຍແຫລມ; ສ້າງກຳລັງຫນູນໃຫ້ແກ່ການເຕີບໂຕ ແລະ ຫັນປ່ຽນອົງປະກອບເສດຖະກິດຂອງທ້ອງຖິ່ນ.

ແຂວງ ດ້ຽນບຽນ ຂຸດຄົ້ນ ທ່າໄດ້ປຽບເພື່ອພັດທະນາການທ່ອງທ່ຽວ - ảnh 1ຫໍພິພິທະພັນໄຊຊະນະ ດ້ຽນບຽນຝູ. ພາບ:VOV

ຫໍພິພິທະພັນໄຊຊະນະດ້ຽນບຽນຝູ ຢູ່ ນະຄອນ ດ້ຽນບຽນຝູ ແມ່ນຈຸດນັດພົບທີ່ບໍ່ອາດຂາດໄດ້ໃນການມາທ່ຽວຊົມ ດ້ຽນບຽນ ຂອງນັກທ່ອງທ່ຽວ. ກຳລັງດຶງດູດໃຈຂອງຫໍພິພິທະພັນ ແມ່ນພາບແຕ້ມ Panorama ບັ້ນຮົບ ດ້ຽນບຽນຝູ ແມ່ນພາບແຕ້ມໃຫຍ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ກໍ່ແມ່ນຫນຶ່ງໃນພາບແຕ້ມ 3 ແຜ່ນໃຫຍ່ກວ່າໝູ່ຢູ່ໃນໂລກ. ໃນພາບແຕ້ມນີ້ ທັງໝົດຮູບພາບ, ເຫດການໄດ້ເຕົ້າໂຮມ, ເຊື່ອມຈອດຢ່າງຕໍ່ເນື່ອງຕາມການຜັນແປຂອງບັ້ນຮົບ, ສ້າງໃຫ້ຜູ້ຊົມມີການສັງເກດກ່ຽວກັບບັ້ນຮົບຢ່າງຄົບຖ້ວນ ແລະ ມີຊີວິດຊີວາຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ໃນໄຊຊະນະດ້ຽນບຽນຝູ ກ່ອນນີ້ 70 ປີ (1954-2024). ນາງ ກ່ຽວທິຈາງ, ນັກທ່ອງທ່ຽວມາຈາກ ນະຄອນ ເຊີນລາ ແຂວງ ເຊີນລາ ແບ່ງປັນວ່າ:

 “ຂ້າພະເຈົ້າຮູ້ສຶກຕື້ນຕັນໃຈ ແລະ ເອກອ້າງທະນົງໃຈເມື່ອມາຢາມແຫ່ງນີ້. ບັນດາຮູບພາບຢູ່ທີ່ນີ້ໄດ້ຊ່ວຍໃຫ້ຕົນເອງມີຄວາມເຂົ້າໃຈກ່ຽວກັບຄວາມຫຍຸ້ງຍາກລຳບາກ, ການສູນເສຍອັນໃຫຍ່ຫລວງຊື່ງຄົນລຸ້ນກ່ອນໄດ້ເສຍສະຫລະເພື່ອຍາດເອົາສັນຕິພາບມາໃຫ້ພວກເຮົາຄືໃນປະຈຸບັນ; ຂ້າພະເຈົ້າປາດຖະຫນາວ່າ ຈະມີຫລາຍໂອກາດໄດ້ກັບຄືນມາແຫ່ງນີ້ເພື່ອຊອກຮູ້ຢ່າງເລິກເຊິ່ງກ່ວາກ່ຽວກັບປະຫວັດສາດອັນສະຫງ່າລາສີ ຊື່ງຄົນລຸ້ນກ່ອນໄດ້ປະໄວ້ໃຫ້”.

ໂດຍແມ່ນເຂດດິນແດນທີ່ເຕັມໄປດ້ວຍສີສັນວັດທະນະທຳບັນດາເຜົ່າ ແລະ ມີຄວາມສາມາດບົ່ມຊ້ອນຫລາຍຢ່າງໃນການພັດທະນາການທ່ອງທ່ຽວຊີວະພາບ, ພັກຜ່ອນບຳລຸງສຸຂະພາບ, ທ່ອງທ່ຽວຊຸມຊົນ ສະນັ້ນ ນອກຈາກການທ່ອງທ່ຽວຊອກຮູ້ປະຫວັດສາດແລ້ວ, ແຂວງ ດ້ຽນບຽນ ຍັງໄດ້ຈັດຕັ້ງການເຄື່ອນໄຫວຫລາຍຢ່າງຕິດພັນກັບສີສັນວັດທະນະທຳທ້ອງຖິ່ນ. ພົ້ນເດັ່ນແມ່ນງານບຸນດອກບານ ຊື່ງໄດ້ຈັດຕັ້ງໃນກາງເດືອນ ມີນາ ທຸກປີ ພ້ອມກັບການເຄື່ອນໄຫວວັດທະນະທຳ ອັນໄດ້ດຶງດູດນັກທ່ອງທ່ຽວມາຢ້ຽມຢາມແຂວງ ດ້ຽນບຽນ ເປັນຈຳນວນຫລວງຫລາຍ.

ໂດຍມີການປ່ຽນແປງໃນວິທີເຮັດການບໍລິການທ່ອງທ່ຽວ ສະນັ້ນ ປີກາຍນີ້ ເປັນຄັ້ງທຳອິດທີ່ ແຂວງ ດ້ຽນບຽນ ຕ້ອນຮັບນັກທ່ອງທ່ຽວມາທ່ຽວຊົມ, ທັດສະນະສຶກສາ ເປັນຈຳນວນ 1 ລ້ານເທື່ອຄົນ, ສິ່ງນີ້ ໄດ້ສ້າງທ່ວງທ່າໃຫ້ແກ່ຂະແຫນງທ່ອງທ່ຽວທ້ອງຖິ່ນ ພິເສດໃນສະພາບການປີນີ້ ແຂວງ ດ້ຽນບຽນ ເປັນເຈົ້າພາບຈັດຕັ້ງປີທ່ອງທ່ຽວແຫ່ງຊາດ - ດ້ຽນບຽນ 2024. ທ່ານ ຫງວຽນມິງຝູ ຫົວຫນ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ດ້ຽນບຽນ ໃຫ້ຮູ້ວ່າ:

 “ຕົວເລກ 1 ລ້ານເທື່ອຄົນມາທ່ຽວຊົມແຂວງ ດ້ຽນບຽນ ໃນປີ 2023 ແມ່ນສັນຍານດີທີ່ສຸດ ເຖິງວ່າໃນໄລຍະຜ່ານມາ ທ່າອາກາດສະຍານ ດ້ຽນບຽນ ຕ້ອງຢຸດຊົ່ວຄາວເພື່ອຮັບໃຊ້ໃຫ້ແກ່ການຍົກລະດັບ, ສ້ອມແປງ. ໝາກຜົນນີ້ ແມ່ນການເຂົ້າຮ່ວມຢ່າງມີຄວາມຮັບຜິດຊອບ, ຕັ້ງຫນ້າຂອງທັງລະບົບການເມືອງ, ຄວາມຮັບຮູ້ຂອງຊຸມຊົນ ແລະ ປະຊາຊົນກ່ຽວກັບການທ່ອງທ່ຽວທີ່ໄດ້ຮັບການຍົກສູງຂຶ້ນ”.

ແຂວງ ດ້ຽນບຽນ ຂຸດຄົ້ນ ທ່າໄດ້ປຽບເພື່ອພັດທະນາການທ່ອງທ່ຽວ - ảnh 2ລາຍການສະແດງສິລະປະໄຂປີທ່ອງທ່ຽວແຫ່ງຊາດ. ພາບ:dangcongsan.vn

ດ້ວຍຫົວຂໍ້ “ກຽດສະຫງ່າ ດ້ຽນບຽນຝູ”- ປະສົບການຕົວຈິງໂດຍບໍ່ມີຈຸດສິ້ນສຸດ”, ປີນີ້ ແຂວງ ດ້ຽນບຽນ ແມ່ນທ້ອງຖິ່ນເປັນເຈົ້າພາບຈັດຕັ້ງປີທ່ອງທ່ຽວແຫ່ງຊາດ. ນີ້ແມ່ນເງື່ອນໄຂ, ແມ່ນໂອກາດເພື່ອໃຫ້ຂະແຫນງທ່ອງທ່ຽວ ດ້ຽນບຽນ ບຸກທະລຸ, ສ້າງບາດກ້າວກະໂດດຂັ້ນໃນການພັດທະນາເສດຖະກິດ ສັງຄົມ. ທ່ານ ເລແທ່ງໂດ, ປະທານ ຄະນະກຳມະການປະຊາຊົນ ນະຄອນ ດ້ຽນບຽນ ໃຫ້ຮູ້ວ່າ: ໃນຂອບເຂດປີທ່ອງທ່ຽວແຫ່ງຊາດ - ດ້ຽນບຽນ ປີ 2024 ມີເກືອບ 170 ໂຄງການ, ເຫດການ.

 “ດ້ຽນບຽນ ພ້ອມແລ້ວທີ່ຈະຕ້ອນຮັບນັກທ່ອງທ່ຽວມາທ່ຽວຊົມບັນດາທັດສະນີຍະພາບ, ຄວາມງາມດ້ານສີສັນວັດທະນະທຳຂອງ 19 ຊົນເຜົ່າອ້າຍນ້ອງ ກໍ່ຄືຢ້ຽມຢາມ, ຊອກຮູ້ກ່ຽວກັບປູຊະນີຍະສະຖານປະຫວັດສາດຂອງບັ້ນຮົບດ້ຽນບຽນຝູ ກ່ອນນີ້ 70 ປີ.”

ຫັນເປົ້າໝາຍ ນຳການທ່ອງທ່ຽວກາຍເປັນຂະແຫນງເສດຖະກິດປາຍແຫລມ, ດ້ຽນບຽນ ພວມຍູ້ແຮງການພັດທະນາຂະແຫນງທ່ອງທ່ຽວອຸດສາຫະກຳ “ປອດຄວັນ” ຕາມທິດເປັນມືອາຊີບ, ມີຄຸນນະພາບ, ມີປະສິດທິຜົນ. ດ້ວຍທັດສະນະຖືນັກທ່ອງທ່ຽວເປັນເປົ້າໝາຍຮັບໃຊ້, ແຂວງ ພວມຫັນຄາດໝາຍຕ້ອນຮັບນັກທ່ອງທ່ຽວປະມານ 1,3 ລ້ານເທື່ອຄົນໃນປີນີ້ໃຫ້ປະກົດຜົນເປັນຈິງ.

ຕອບກັບ