ອ້າຍ ຫຼໍ່​ວັນ​ກົງ ສ້າງ​ຄວາມ​ຮັ່ງ​ມີ​ດ້ວຍ​ຮູບ​ແບບ​ເຮັດ​ຟາມ​ຢູ່​ເທິງ​ພູ

Tran Long – Vinh Phong
Chia sẻ
(VOVWORLD) - ໂດຍເປັນຄົນທີ່ດຸໝັນຂະຫຍັນພຽນ, ມັກຮຽນຮູ້ ແລະ ມີໄຫວພິບ, ມີວິທີເຮັດທີ່ຂະຫຍັນຂັນເຄື່ອນ, ອ້າຍ ຫຼໍ່ວັນກົງ ເກີດປີ 1991 ຢູ່ຕາແສງ ນ່າງິ້ວ, ເມືອງ ຊົງມ້, ແຂວງ ເຊິນລາ ໄດ້ສ້າງສຳເລັດຮູບແບບຟາມປະສົມຢູ່ເຂດໂນນພູ.  ດ້ວຍລາຍຮັບກວ່າ 1 ຕື້ດົ່ງ (ກວ່າ 40.000 USD) ຕໍ່ປີ, ຮູບແບບດັ່ງກ່າວ ໄດ້ຊ່ວຍໃຫ້ຄອບຄົວອ້າຍຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ບືນຕົວຂຶ້ນສ້າງຄວາມຮັ່ງມີຢູ່ດິນແດນແຫ່ງບ້ານເກີດເມືອງນອນຂອງຕົນ.
ອ້າຍ ຫຼໍ່​ວັນ​ກົງ ສ້າງ​ຄວາມ​ຮັ່ງ​ມີ​ດ້ວຍ​ຮູບ​ແບບ​ເຮັດ​ຟາມ​ຢູ່​ເທິງ​ພູ - ảnh 1ຟາມຂອງຄອບຄົວອ້າຍ ຫຼໍ່ວັນກົງ ມີເນື້ອທີ່ກວ້າງ 10 ເຮັກຕາ  (ພາບ: VOV)

ຟາມຂອງຄອບຄົວອ້າຍ ຫຼໍ່ວັນກົງ ມີເນື້ອທີ່ກວ້າງ 10 ເຮັກຕາ ໄດ້ເປັນທີ່ຮູ້ຈັກກັນດີຂອງປະຊາຊົນຢູ່ຕາແສງ ນ່າງິ້ວ, ເມືອງ ຊົງມ້າ, ແຂວງ ເຊີນລາ ຍ້ອນມີປະສິດທິຜົນໃນການປູກຝັງ, ລ້ຽງສັດດີ. ກ່ອນນີ້ 6 ປີ, ດ້ວຍແຫຼ່ງທຶນທີ່ຕົນເອງມີຢູ່ ແລະ ກູ້ຢືມໝູ່ເພື່ອນ ພີ່ນ້ອງ, ອ້າຍ ກົງ ໄດ້ກ້າກັ່ນປູກຕົ້ນໄມ້ກິນໝາກ ແລະ ສ້າງຟາມລ້ຽງໄກ່ລາດ (ໄກ່ປ່ອຍຕາມທຳມະຊາດ) ຈຳນວນ 500 ໂຕ. ໃນເບື້ອງຕົ້ນ, ການລ້ຽງໄກ່ກໍປະສົບກັບຄວາມຫຍຸ້ງຍາກບໍ່ແມ່ນໜ້ອຍ ຍ້ອນພະຍາດສັດ. ອ້າຍ ຫຼໍ່ວັນກົງ ແມ່ນໜຶ່ງໃນບັນດາຮູບແບບພົ້ນເດັ່ນ. ອ້າຍ ກົງ ແບ່ງປັນວ່າ:

“ຕອນທຳອິດ, ຂ້າພະເຈົ້າຊື້ໄກ່ນ້ອຍ 500 ໂຕມາລ້ຽງ, ແຕ່ຍັງບໍ່ທັນຮູ້ວິທີບົວລະບັດ, ສະນັ້ນ ໄກຕາຍຫຼາຍ. ເວລານັ້ນ, ຂ້າພະເຈົ້າຈຶ່ງສຶກສາກ່ຽວກັບວິທີບົວລະບັດ, ຫາບ່ອນຊື້ແນວພັນໄກ່ແຂງແຮງ, ເຕີບໂຕດີ, ມາຮອດປັດຈຸບັນ ຈຶ່ງບັນລຸໄດ້ປະມານ 95 96%, ໝາຍຄວາມວ່າ ໃນຈຳນວນ 100 ໂຕ ຈະຕາຍປະມານ 4 ໂຕ”.

ອ້າຍ ຫຼໍ່​ວັນ​ກົງ ສ້າງ​ຄວາມ​ຮັ່ງ​ມີ​ດ້ວຍ​ຮູບ​ແບບ​ເຮັດ​ຟາມ​ຢູ່​ເທິງ​ພູ - ảnh 2ແຕ່ລະປີ, ອ້າຍ ກົງ ລ້ຽງໄກ່ 2 ຊຸດ, ຫຼາຍສຸດແມ່ນ 4.000 ໂຕ ຕໍ່ຊຸດ (ພາບ: VOV)

ໂດຍໄດ້ປະສົບຜົນສຳເລັດກັບຮູບແບບລ້ຽງໄກ່ດັ່ງກ່າວ, ຜົວເມຍອ້າຍ ກົງ ສືບຕໍ່ລົງທຶນຂະຫຍາຍຟາມ. ໄລ່ຮອດປັດຈຸບັນ, ຟາມມີລະບົບອ່າງລ້ຽງປາຝາ 2.000 ໂຕຕື່ມອີກ; ແຕ່ລະປີລ້ຽງໄກ່ 2 ຊຸດ, ຫຼາຍສຸດແມ່ນ 4.000 ໂຕ ຕໍ່ຊຸດ; ນອກຈາກນັ້ນ, ກໍຍັງປູກຕົ້ນໄມ້ກິນໝາກຊະນິດຕ່າງໆ ເຊັ່ນ: ໝາກສົ້ມໂອ (ໝາກກ້ຽງໃຫຍ່/ໝາກພຸກ) ດ້ວຍເນື້ອທີ່ 2 ເຮັກຕາ, ສ່ວນ 8 ເຮັກຕາທີ່ຍັງເຫຼືອ ແມ່ນປູກໝາກລຳໄຍ. ແຕ່ລະປີ, ບັນລຸໄດ້ລາຍຮັບທັງໝົດກວ່າ 1 ຕື້ດົ່ງ (ກວ່າ 40.000 USD). ອ້າຍ ຫຼໍ່ວັນກົງ ໃຫ້ຮູ້ຕື່ມອີກວ່າ:

“ຍ້ອນເງື່ອນໄຂຄອບຄົວຍັງຫຍຸ້ງຍາກ, ສະນັ້ນ, ຂ້າພະເຈົ້າກໍພະຍາຍາມເຮັດ. ເມື່ອເຮົາຢາກປົວແປງຊີວິດການເປັນຢູ່ ເຮົາກໍຕ້ອງພະຍາຍາມ. ເມື່ອກ່ອນ, ຂ້າພະເຈົ້າກໍບໍ່ຮູ້ເຕັກນິກລ້ຽງສັດ ແຕ່ດ້ວຍການສຶກສາຜ່ານສື່ສັງຄົມອອນໄລຕ່າງໆ ເຫັນເຂົາເຈົ້າປູກລ້ຽງສຳເລັດ, ຂ້າພະເຈົ້າກໍພະຍາຍາມເຮັດຕາມ”.

ຮູບແບບຟາມປະສົມຂອງອ້າຍ ຫຼໍ່ວັນກົງ ແມ່ນການພິສູດໃຫ້ແກ່ຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກຂອງບັນດາສະມາຊິກຊາວໜຸ່ມ, ຊາວໜຸ່ມຢູ່ ແຂວງ ເຊີນລາ startup ຢູ່ດິນແດນແຫ່ງບ້ານເກີດເມືອງນອນຂອງຕົນ. ຕາມທ່ານ ຫຼໍ່ວັນແຖງ, ຮອງປະທານຄະນະກຳມະການປະຊາຊົນ ຕາແສງ ນ່າງິ້ວ, ເມືອງ ຊົງມ້າ, ແຂວງ ເຊີນລາ ແລ້ວ, ໄລຍະຜ່ານມາ, ມີສະມາຊິກຊາວໜຸ່ມ, ຊາວໜຸ່ມຫຼາຍຄົນໃນບໍລິເວນ ເສີມຂະຫຍາຍໄດ້ຄວາມຫ້າວຫັນ, ປະດິດຄິດສ້າງໃນການຊອກຫາທິດທາງໃໝ່ເພື່ອພັດທະນາເສດຖະກິດ, ບືນຕົວຂຶ້ນສ້າງຄວາມຮັ່ງມີ; ມີຫຼາຍຄົນເລືອກພັດທະນາຕາມທິດເຮັດຟາມປະສົມການປູກຝັງ ແລະ ລ້ຽງສັດ. ໃນນັ້ນ, ນັບມື້ນັບປະກົດມີຫຼາຍຮູບແບບພັດທະນາເສດຖະກິດທີ່ມີປະສິດທິຜົນ ເຊິ່ງຟາມປະສົມຂອງອ້າຍຫຼໍ່ວັນກົງ ກໍເປັນໜຶ່ງໃນບັນດາຮູບແບບທີ່ພົ້ນເດັ່ນ.

ອ້າຍ ຫຼໍ່ວັນກົງ ມີຄວາມຕັ້ງໜ້າໃນການປະຕິບັດ, ໝູນໃຊ້ວິທະຍາສາດເຕັກນິກເຂົ້າໃນການຜະລິດ. ຜ່ານການຕິດຕາມ, ສາມາດຢັ້ງຢືນໄດ້ວ່າ ຄອບຄົວອ້າຍເຮັດເສດຖະກິດບັນລຸປະສິດທິຜົນທີ່ສຸດ. ໃນໄລຍະຈະມາເຖິງ, ຄະນະກຳມະການປະຊາຊົນຕາແສງ ຈະໂຄສະນາເພື່ອໃຫ້ປະຊາຊົນມາຢ້ຽມຊົມ, ຮຽນແບບ ແລະ ຖອດຖອນບົດຮຽນໃຫ້ສອດຄ່ອງກັບເງື່ອນໄຂຄອບຄົວຂອງຕົນ”.

ດ້ວຍຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ກ້າຄິດ, ກ້າທຳ, ມີຄວາມຕັດສິນໃຈສູງໃນການສ້າງຄວາມຮັ່ງມີຢູ່ດິນແດນແຫ່ງບ້ານເກີດເມືອງນອນຂອງຕົນ, ສະມາຊິກຊາວໜຸ່ມ ຫຼໍ່ວັນກົງ ໄດ້ສະແດງໃຫ້ເຫັນນ້ຳໃຈຕະລຸມບອນ ແລະ ຄຸນນະທາດຂອງໄວໜຸ່ມໃນຍຸກປັດຈຸບັນ, ປະກອບສ່ວນສົ່ງແຫຼ່ງບັນດານໃຈໃຫ້ແກ່ສະມາຊິກຊາວໜຸ່ມ, ຊາວໜຸ່ມໃນບໍລິເວນ ເປັນເຈົ້າການພັດທະນາເສດຖະກິດໃນບໍລິເວນ ເປັນເຈົ້າການພັດທະນາເສດຖະກິດໃຫ້ແກ່ຕົນເອງ ແລະ ຄອບຄົວ, ປະກອບສ່ວນສ້າງບ້ານເມືອງໃຫ້ນັບມື້ນັບຮັ່ງມີສວຍງາມກວ່າເກົ່າ./.

ຕອບກັບ