ເຊື່ອມຕໍ່ການສະຫນອງໃຫ້ແກ່ຜະລິດຕະພັນກະເສດເຂດພູດອຍແຂວງເທື່ອທຽນເຫ້ວ

Thanh Ha - Quang Dung
Chia sẻ

(VOVWORLD) -ໃນຊຸມປີມໍ່ໆມານີ້, 2 ເມືອງ ພູດອຍຄື ນາມດົງ ແລະ ອາເລືອຍ, ແຂວງ ເທື່ອທຽນເຫ້ວ ໄດ້ຮັກສາບັນດາຕະຫຼາດນັດຢູ່ເຂດພູສູງເປັນປະຈຳໃນທ້າຍອາທິດ ແລະ ທ້າຍເດືອນ. ບັນດາຕະຫຼາດນັດດັ່ງກ່າວ ໄດ້ຊ່ວຍເຊື່ອມຕໍ່ການບໍລິໂພກຜະລິດຕະພັນກະເສດເຂດພູສູງ, ປະກອບສ່ວນອະນຸລັກຮັກສາອາຫານການກິນທີ່ເປັນເອກະລັກສະເພາະຂອງຊາວເຜົ່າສ່ວນໜ້ອຍ ແລະ ຊຸກຍູ້ການທ່ອງທ່ຽວວັດທະນະທຳພື້ນເມືອງຂອງທ້ອງຖິ່ນ.

ເຊື່ອມຕໍ່ການສະຫນອງໃຫ້ແກ່ຜະລິດຕະພັນກະເສດເຂດພູດອຍແຂວງເທື່ອທຽນເຫ້ວ - ảnh 1ຕະຫຼາດນັດຢູ່ເຂດພູສູງ ກາຍເປັນບ່ອນພົບປະຂອງປະຊາຊົນ ແລະ ນັກທ່ອງທ່ຽວ.ພາບ:VOV

ໂດຍເດືອນລະ 2 ຄັ້ງ, ເອື້ອຍ ໂຮ່ທິເຮືອງ ຢູ່ຕາແສງ ເຮືອງຝູ, ເມືອງນາມດົງ, ແຂວງເທື່ອທຽນເຫ້ວ ໄດ້ນຳຜັກ ແລະ ໝາກກ້ຽງປອດສານພິດຈາກສວນຂອງຕົນໄປຕະຫຼາດນັດ ນາມດົງ ເພື່ອຂາຍ. ຕະຫຼາດນັດນາມດົງຖືກຈັດຂຶ້ນຢູ່ສູນວັດທະນະທຳເມືອງ, ປະຈຸບັນໄດ້ກາຍເປັນບ່ອນພົບປະຂອງປະຊາຊົນ ແລະ ນັກທ່ອງທ່ຽວ. ເອື້ອຍເຮືອງ ມີຟາມເຮືອນແກ້ວສະເພາະເພື່ອຮັບໃຊ້ການປູກພືດຜັກດ້ວຍນ້ຳ, ພືດຜັກປອດສານພິດເຊັ່ນ: ໝາກໂມ, ໝາກສາລີ້ ແລະ ຜະລິດຕະພັນກະເສດປອດສານພິດ. ທຸກວັນ ເອື້ອຍເຮືອງ ໄດ້ໂຄສະນາຜະລິດຕະພັນກະເສດຜ່ານ Zalo ແລະ Facebook, ແຕ່ຜ່ານຕະຫຼາດນັດ, ນັກທ່ອງທ່ຽວສາມາດຮູ້ໂດຍກົງກ່ຽວກັບຜະລິດຕະພັນຂອງຄອບຄົວ, ເປີດໂອກາດເພື່ອເຊື່ອມຕໍ່ກັບລູກຄ້າທີ່ດີກວ່າ. ເອື້ອຍ ໂຮ່ທິເຮືອງ ແບ່ງປັນວ່າ:

ຂ້າພະເຈົ້າຂາຍໝາກໂມ, ຜັກປອດສາພິດ, ໝາກກ້ວຍ... ເວົ້າລວມແລ້ວແມ່ນຜະລິດຕະພັນກະເສດ. ມີຕະຫຼາດນັດນີ້ ລູກຄ້າກໍ່ຫຼາຍຂຶ້ນ. ເຂົ້າຮ່ວມຕະຫຼາດແມ່ນໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດເພາະວ່າຜະລິດຕະພັນກະເສດທີ່ປະຊາຊົນຜະລິດມາໄດ້ແມ່ນປອດສານພິດນັກທ່ອງທ່ຽວມາຊື້ແລະ ຊິມ ກໍ່ລ້ວນແຕ່ເວົ້າວ່າແຊບ. ມີຕະຫຼາດນັດ, ກໍ່ມີນັກທ່ອງທ່ຽວມາຫຼາຍຂຶ້ນ ແລະ ນັກທ່ອງທ່ຽວກໍ່ມັກກັບຄືນມາທ່ຽວຫລາຍຂຶ້ນ.

ຢູ່ຕະຫຼາດນັດ, ບັນດາປະເພດສິນຄ້າທີ່ໄດ້ວາງຂາຍ ແລະ ແນະນຳແມ່ນບັນດາຜະລິດຕະພັນທີ່ເປັນເອກະລັກຂອງທ້ອງຖິ່ນ  ນັບແຕ່ເຄື່ອງຫັດຖະກຳສິລະປະກຳຕະຫລອດຮອດບັນດາຜະລິດຕະພັນພື້ນເມືອງ, ອາຫານຕ່າງໆທີ່ແຂກທ່ອງທ່ຽວນິຍົມ. ເອື້ອຍ ເຈີ່ນທິຫງໍ້, ຢູ່ຕາແສງ ກວາງດ່ຽນ, ແຂວງ ເທື່ອທຽນເຫ້ວ, ໃຫ້ຮູ້ວ່າ: ເມື່ອໄປຕະຫຼາດເຂດພູສູງ, ເມືອງ ນາມດົງ  ກໍ່ຮູ້ສຶກອຸ່ນອ່ຽນໃຈທີ່ສຸດ, ເພາະວ່າບັນດາຜະລິດຕະພັນແມ່ນປະຊາຊົນຜະລິດເອງ, ສະນັ້ນແມ່ນປອດໄພທີ່ສຸດ:

ຕາມທ່ານ ຫງວຽນທາຍຮ່າ, ປະທານສະມາຄົມຊາວກະສິກອນເມືອງ ນາມດົງ ແລ້ວ, ເພື່ອຍົກສູງຄຸນນະພາບ, ມູນຄ່າຂອງຜະລິດຕະພັນ ແລະ ສ້າງເປັນການທຳມາຫາກິນທີ່ໝັ້ນຄົງໃຫ້ແກ່ປະຊາຊົນ, ໃນຊຸມປີມໍ່ໆມານີ້, ສະມາຄົມຊາວກະສິກອນເມືອງ ໄດ້ຕັ້ງຫນ້າຂົນຂວາຍບັນດາຄອບຄົວຊາວກະສິກອນຢູ່ບໍລິເວນຜະລິດບັນດາຜະລິດຕະພັນຫລັກຂອງທ້ອງຖິ່ນເຊັ່ນ: ຫມາກກ້ຽງ, ຫມາກກ້ວຍ ແລະ ຫມາກສີດາ ຕາມວິທີການປອດສານພິດ, organic. ທ່ານ ຫງວຽນທາຍຮ່າ ໃຫ້ຮູ້ວ່າ:

 “ເພື່ອຮ່ວມເດີນທາງພ້ອມກັບປະຊາຊົນ, ສະມາຄົມຊາວກະສິກອນເມືອງ ໄດ້ຕັ້ງນ້າສົມທົບກັບບັນດາຂະແໜງ ເພື່ອໜູນຊ່ວຍການເຊື່ອມຕໍ່ການຈຳນ່າຍຜະລິດຕະພັນໃຫ້ແກ່ປະຊາຊົນ. ນັ້ນແມ່ນຜ່ານການເຂົ້າຮ່ວມຕະຫຼາດນັດ, ງານວາງສະແດງ, ແນະນຳ, ໂຄສະນາຜະລິດຕະພັນກະເສດຢູ່ບັນດາຕະຫຼາດນັດຂັ້ນແຂວງ ແລະ ຕະຫລາດນັດ ນາມດົງ.

ເຊື່ອມຕໍ່ການສະຫນອງໃຫ້ແກ່ຜະລິດຕະພັນກະເສດເຂດພູດອຍແຂວງເທື່ອທຽນເຫ້ວ - ảnh 2ຕະຫຼາດນັດ ອາເລືອຍ ຍັງເປັນສະຖານທີ່ສະແດງສິລະປະຂອງຊາວຊົນເຜົ່າສ່ວນຫນ້ອຍ. ພາບ: VOV

ກໍ່ເຊັ່ນດຽວກັນກັບຕະຫຼາດ ນາມດົງ, ຕະຫຼາດນັດ ອາເລືອຍ ໄດ້ຈັດຕັ້ງຄືນໃໝ່ບົນພື້ນທີ່ຕະຫຼາດກາງຄືນ ກ່ອນນີ້, ປະຈຸບັນຈັດຂຶ້ນໃນວັນທ້າຍອາທິດຂອງທຸກໆເດືອນ. ນອກຈາກບັນດາຜະລິດຕະພັນກະເສດແລ້ວ, ຕະຫຼາດ ອາເລືອຍ ຍັງມີບັນດາສິນຄ້າທີ່ມີລາຄາແພງຄື: ເຫັດລິ້ນຈື່ໄມ້ກະຈະ, ແຜ່ນແພພື້ນເມືອງ, ນ້ຳເຜິ້ງປ່າ... ລ້ວນແຕ່ແມ່ນຊາວທ້ອງຖິ່ນເຮັດ ແລະ ເກັບມາເອງ, ຮັບປະກັນຄວາມປອດໄພ ແລະ ຫຼັກອະນາໄມດ້ານອາຫານ, ເປັນທີ່ນິຍົມຈາກນັກທ່ອງທ່ຽວ. ຕາມທ່ານ ຫງວຽນວັນຫາຍ, ຮອງປະທານຄະນະກຳມະການປະຊາຊົນເມືອງ ອາເລືອຍ ແລ້ວ, ຜ່ານການຈັດຕັ້ງເປັນຫຼາຍຄັ້ງ, ຕະຫຼາດນັດບໍ່ພຽງແຕ່ຊ່ວຍໂຄສະນາບັນດາຜະລິດຕະພັນກະເສດ, ສິນຄ້າຫລັກຂອງຊົນເຜົ່າສ່ວນໜ້ອຍເທົ່ານັ້ນ, ຫາກຍັງເປີດກວ້າງຕະຫຼາດຈຳຫນ່າຍຜະລິດຕະພັນຂອງປະຊາຊົນອີກດ້ວຍ.

 “ເມືອງ ອາເລືອຍ ເຕົ້າໂຮມວັດທະນະທຳຂອງບັນດາຊົນເຜົ່າທີ່ດຳລົງຊີວິດຢູ່ເຂດນີ້ເພື່ອຈັດຕັ້ງຕະຫຼາດນັດເຂດພູສູງ. ນີ້ກໍ່ແມ່ນສະຖານທີ່ໂຄສະນາບັນດາຜະລິດຕະພັນກະເສດ, ສິຄ້າຫລັກຂອງປະຊາຄົມບັນດາເຜົ່າສ່ວນນ້ອຍແລະ ບັນດາເຍື່ອງອາຫານພື້ນເມືອງຂອງຊາວຊົນເຜົ່າສ່ວນນ້ອຍ ເພື່ອແຜ່ກະຈາຍສູ່ນັກທ່ອງທ່ຽວ, ຜ່ານນັ້ ກໍ່ຳໄດ້ສ້າງຈຸດທີ່ເປັນເອກະລັກສະເພາະໃຫ້ແກ່ບັນດາເຜົ່າຢູ່ບໍລິເວນ”.

ຕາມທ່ານ ເລຊວນຫາຍ, ຮອງຫົວໜ້າພະແນກຊົນເຜົ່າແຂວງ ເທື່ອທຽນເຫ້ວ ແລ້ວ, ເລື່ອງຈັດຕັ້ງການເຄື່ອນໄຫວຕະຫຼາດນັດແມ່ນໜຶ່ງໃນບັນດາເນື້ອໃນສຳຄັນຂອງໂຄງການເປົ້າໝາຍແຫ່ງຊາດທີ່ແຂວງພວມຜັນຂະຫຍາຍໃນຊຸມປີຜ່ານມາ, ຜ່ານນັ້ນ ກໍ່ຊຸກຍູ້ການດຳເນີນທຸລະກິດ, startup ແລະ ດຶງດູດການລົງທຶນເຂົ້າເຂດຊາວຊົນເຜົ່າຢູ່ເຂດພູດອຍ, ປະກອບສ່ວນຍົກສູງຊີວິດການເປັນຢູ່ຂອງປະຊາຊົນ./.

ຕອບກັບ