ຫຼາຍການ Start – up ເຕັກໂນໂລຊີ ດຶງດູດໄດ້ແຫຼ່ງການເງິນສີຂຽວ

Chia sẻ
(VOVWORLD) -ດ້ວຍແນວຄວາມຄິດສີຂຽວ, ຫຼາຍຜູ້ປະກອບການທຸລະກິດ Start – up ຢູ່ ນະຄອນ ໂຮ່ຈີມິນ ໄດ້ລະດົມທຶນສຳເລັດຕັ້ງແຕ່ຮອບອອກແນວຄິດໄອເດຍ. ສິ່ງນີ້ໄດ້ຊ່ວຍໃຫ້ວິສາຫະກິດ Start up ໃໝ່ ຫັນບັນດາໂຄງການສີຂຽວໃຫ້ປະກົດຜົນເປັນຈິງ, ພັດທະນາວິສາຫະກິດ ແລະ ປະກອບສ່ວນຢ່າງແທດຈິງໃຫ້ແກ່ຊຸມຊົນ.
 
ຫຼາຍການ Start – up ເຕັກໂນໂລຊີ ດຶງດູດໄດ້ແຫຼ່ງການເງິນສີຂຽວ - ảnh 1ແບັດເຕີຣີຊາຍ (sand battery) ໄດ້ຫັນເປັນການຄ້າ, ເຊິ່ງຈະໃຫ້ຮັບໃຊ້ໃນການເຮັດຄວາມອຸ່ນ, ເຮັດຄວາມເຢັນ ຫຼື ອົບແຫ້ງຊາ, ເຂົ້າ, ກາເຟ…ພາບ: VOV
 ດ້ວຍແນວຄວາມຄິດເກັບສະສົມແຫຼ່ງພະລັງງານແສງຕາເວັນ, ພະລັງງານແຮງລົມ ເພື່ອຮັບໃຊ້ການຜະລິດກະສິກຳ ແລະ ດຳລົງຊີວິດ, ອ້າຍ ໂຮ່ຫວຽດຫາຍ ແລະ ໝູ່ອີກ 2 ຄົນໄດ້ຮ່ວມກັນກໍ່ຕັ້ງບໍລິສັດ Alternō, ເຊິ່ງເປັນການ Start – up ທີ່ມີເຕັກໂນໂລຊີເກັບສະສົມພະລັງງານໃຫມ່ພຽງແຕ່ແບັດເຕີຣີຊາຍ (sand battery). ບໍລິສັດໄດ້ເຮັດການການທົດລອງແບັດເຕີຣີຊາຍ ຕັ້ງແຕ່ຕົ້ນປີນີ້ເປັນຕົ້ນມາ.

        ອ້າຍ ໂຮ່ຫວຽດຫາຍ ໃຫ້ຮູ້ວ່າ, ແບັດເຕີຣີຊາຍສາມາດເຊື່ອມຕໍ່ກັບຫຼາຍແຫຼ່ງພະລັງງານຕ່າງກັນ, ສາມາດເກັບສະສົມພະລັງງານໄວ້ໄດ້ຫຼາຍເດືອນ ແລະ ການຜະລິດກໍ່ມີຄວາມສະດວກ ຍ້ອນຊາຍທີ່ໃຊ້ເປັນວັດຖຸດິບທີ່ມີຄວາມອຸດົມສົມບູນ, ເປັນມິດກັບສິ່ງແວດລ້ອມ. ແບັດເຕີຣີຊາຍໄດ້ຫັນເປັນການຄ້າ, ເຊິ່ງຈະໃຫ້ຮັບໃຊ້ໃນການເຮັດຄວາມອຸ່ນ, ເຮັດຄວາມເຢັນ ຫຼື ອົບແຫ້ງຊາ, ເຂົ້າ, ກາເຟ…

ຍ້ອນມີການຄົ້ນຄວ້າຢ່າງລະອຽດລະອໍ, ຮອບຄອບຕັ້ງແຕ່ຕອນເລີ່ມຕົ້ນອອກແນວຄວາມຄິດ ຈົນເຖິງຕອນທີ່ມີຜະລິດຕະພັນອອກມາ, ທັງກຸ່ມໃຊ້ເວລາພຽງ 6 ເດືອນ ກໍ່ສາມາດລະດົມທຶນຈາກກອງທຶນເພື່ອການລົງທຶນ  Antler (ກອງທຶນເພື່ອການລົງທຶນຂອງ ສິງກະໂປ ກຳລັງເຄື່ອນໄຫວຢູ່ 14 ປະເທດທົ່ວໂລກ). ຫຼັງຈາກນັ້ນ, ຜະລິດຕະພັນແບັດເຕີຣີຊາຍຂອງ ບໍລິສັດ Alternō ກໍ່ຍັງໄດ້ຮັບເງິນສະໜັບສະໜູນແບບບໍ່ຮຽກຮ້ອງເຂົ້າຫຸ້ນ ຈາກກຸ່ມບໍລິສັດ Wacom (ກຸ່ມບໍລິສັດດ້ານເຕັກໂນໂລຊີຈາກປະເທດຍີ່ປຸ່ນ) ນຳອີກ, ດັ່ງນັ້ນ ຈຶ່ງຊ່ວຍໃຫ້ຜະລິດຕະພັນແບັດເຕີຣີຊາຍຂອງ ບໍລິສັດ Alternō ໄດ້ປະຕິບັດສຳເລັດການຈົດໃບທະບຽນລິຂະສິດໃບທຳອິດ. ຜະລິດຕະພັນນີ້ຍັງໄດ້ຮັບການສະໜັບສະໜູນເງິນທຶນຂອງ ອົງການຮ່ວມມືສາກົນ ຍີ່ປຸ່ນ JICA ເພື່ອຍູ້ແຮງການຜະລິດແບັດເຕີຣີຊາຍ, ສະໜອງນ້ຳອຸ່ນ ແລະ ເຄື່ອງເຮັດຄວາມຮ້ອນ ເພື່ອຮັບໃຊ້ປະຊາຊົນເຂດພາກເໜືອ ແລະ ເຂດໄຕຫງວຽນ ຂອງຫວຽດນາມ.

ກ່ຽວກັບແຜນການນຳເອົາຜະລິດຕະພັນແບັດເຕີຣີຊາຍເຂົ້າຮ່ວມໃນຂະບວນວິວັດການຫັນເປັນສີຂຽວຢູ່ ເກີ່ນເຊີ, ນະຄອນ ໂຮ່ຈີມິນ, ອ້າຍ ໂຮ່ຫວຽດຫາຍ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າມີແຜນວ່າ ເກືອບທັງໝົດຂອງຕຶກອາຄານສຳນັກງານບໍລິຫານ ຢູ່ ເກີ່ນເຢິ່ ລ້ວນແຕ່ນຳໃຊ້ພະລັງງານແສງຕາເວັນ… ຖ້າວ່າ Alternō ເຂົ້າຮ່ວມນັ້ນ ທຸກຕຶກອາຄານກໍ່ຈະມີລະບົບແບັດເຕີຣີຊາຍ ເພື່ອສະໜອງນ້ຳອຸ່ນໃຫ້ຫ້ອງການ, ສຸກສາລາ ແລະ ໂຮງຮຽນ… ຜ່ານນັ້ນ ກໍ່ຈະຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນເຂດນີ້.

ກໍ່ຄືກັບບໍລິສັດ Alternō, ບໍລິສັດ Buyo ກໍ່ໄດ້ຮັບການສ້າງຕັ້ງຂື້ນໃນປີ 2022 ໃນຊ່ວງໄລຍະທີ່ທົ່ວໂລກພວມຍູ້ແຮງການພັດທະນາເສດຖະກິດສີຂຽວ, ເສດຖະກິດໝູນວຽນ ພ້ອມກັບບັນດາຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ. ຍ້ອນແນວນັ້ນ, ພາດສະຕິກຊີວະສາດ - ຜະລິດຕະພັນທ່າແຮງຂອງ Buyo ແລະກໍ່ເປັນວັດສະດຸທີ່ສະລາຍຕົວເປັນ CO2, ນ້ຳ, ຊີວະມວນ, ມີຂໍ້ໄດ້ປຽບຫຼາຍຢ່າງເມື່ອທຽບໃສ່ຜະລິດຕະພັນພາດສະຕິກແບບດັ້ງເດີມ.

ຫຼາຍການ Start – up ເຕັກໂນໂລຊີ ດຶງດູດໄດ້ແຫຼ່ງການເງິນສີຂຽວ - ảnh 2

ຈຸດເດັ່ນຂອງ sand battery ສາມາດເກັບສະສົມພະລັງງານໄວ້ໄດ້ຫຼາຍເດືອນ  ແລະ ວັດຖຸດິບການຜະລິດກໍ່ມີຄວາມສະດວກ, ເປັນມິດກັບສິ່ງແວດລ້ອມ. ພາບ:VOV

ໂຄງການພາດສະຕິກຊີວະສາດຂອງ Buyo ແມ່ນໂຄງການດີເດັ່ນລື່ນກາຍຫລາຍການ Start – up, ເຊິ່ງຍາດໄດ້ລາງວັນອັນດັບຕົ້ນໆທີ່ການແຂ່ງຂັນ Start – up ນະວັດຕະກຳຂອບຂະໜາດໃຫຍ່ຫລາຍຄັ້ງ, ມີຄວາມສະດວກໃນການດຶງດູດທຶນຈາກຕ່າງປະເທດ. ເອື້ອຍ ໂດ໋ຮົ່ງແຮ້ງ, ຜູ້ກໍ່ຕັ້ງ Buyo ໃຫ້ຮູ້ວ່າ: ໃນສະພາບການເສດຖະກິດຫຍຸ້ງຍາກ, ປັດໄຈລາຄາແມ່ນໄດ້ຮັບຄວາມສົນໃຈຫລາຍກວ່າ, ໃນຂະນະນັ້ນ ລາຄາພາດສະຕິກຊີວະສາດແມ່ນສູງກວ່າພາດສະຕິກທຳມະດາ. ນີ້ກໍ່ແມ່ນຮົ້ວກີດຂວາງ ສະນັ້ນ Buyo ພວມຄົ້ນຄ້ວາດັດປັບການຜະລິດ, ຫລຸດຜ່ອນລາຄາລົງ.             

ນະຄອນ ໂຮ່ຈີມິນ ແມ່ນສູນກາງເສດຖະກິດຂອງທົ່ວປະເທດ, ແມ່ນສະຖານທີ່ມີລະບົບນິເວດ Start - up ຟົດຟື້ນທີ່ສຸດ, ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າປາດຖະຫນາຢາກໃຫ້ການນຳນະຄອນ ມີບັນດານະໂຍບາຍບຸກທະລຸເພື່ອສົ່ງເສີມບັນດາວິສາຫະກິດເສດຖະກິດໝູນວຽນ, ເສດຖະກິດສີຂຽວທີ່ພວມເຄື່ອນໄຫວຢູ່ນະຄອນ ໂຮ່ຈີມິນ ຄື: Buyo  ເພື່ອມີເງື່ອນໄຂເພື່ອພັດທະນາເປີດກວ້າງກວ່າອີກ”.

 ຢູ່ຫວຽດນາມ, ໃນໄລຍະຜ່ານມາ ກະແສເງິນລົງທຶນຕ່າງປະເທດພວມບູລິມະສິດລົງທຶນເຂົ້າໃນຂົງເຂດເສດຖະກິດສີຂຽວ, ການເຕີບໂຕສີຂຽວ, ສ້າງຫຼາຍກາລະໂອກາດໃນການພັດທະນາໃຫ້ແກ່ວິສາຫະກິດ Start – up. ໃນສອງປີມານີ້, ມີນັບສິບໆການ Start – up ສີຂຽວ ໄດ້ຮັບການໜູນຊ່ວຍຈາກກອງທຶນ Antler. ຜ່ານ 4 ໂຄງການໜູນຊ່ວຍ Start – up ທີ່ຈັດຕັ້ງຢູ່ ຫວຽດນາມ ແຕ່ປີ 2021, ກອງທຶນດັ່ງກ່າວ ໄດ້ລົງທຶນດ້ວຍຍອດຈຳນວນເງິນປະມານ 3 ລ້ານ USD. ແຫຼ່ງທຶນລົງທຶນນີ້ ໄດ້ຊ່ວຍໃຫ້ 31 ບໍລິສັດ Start – up ປະສົບຜົນສຳເລັດ, ໃນນັ້ນມີ  Buyo ແລະ Alternō.

 ທ່ານ Erik Jonsson, ຄູ່ຮ່ວມມືຝ່າຍບໍລິຫານ Antler ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ກອງທຶນໄດ້ມອບສິດໃຫ້ບັນດາຜູ້ປະກອບການ Start – up ນັບແຕ່ໄລຍະອອກແນວຄວາມຄິດດ້ວຍວິທີການເຊື່ອມຕໍ່ພວກເຂົາກັບຜູ້ທີ່ມີຄວາມສາມາດບົ່ມຊ້ອນທີ່ຈະກາຍເປັນບັນດາຜູ້ຮ່ວມເດີນທາງໃນການປະດິດສ້າງ, ສະໜອງແຫຼ່ງການອຸປະຖຳ, ຢັ້ງຢືນບັນດາແນວຄິດ Start – up ແລະ ສ້າງເງື່ອນໄຂໃຫ້ບັນດາຜູ້ Start – up ເຂົ້າເຖິງເຄືອຂ່າຍທົ່ວໂລກ.                                     

ປັດຈຸບັນ, Antler ໄດ້ລົງທຶນ, ໜູນຊ່ວຍບໍລິສັດ Start up ກວ່າ 70 ແຫ່ງ ແລະ ຜ່ານນັ້ນ ກໍ່ໄດ້ພົບປະກັບ ກວ່າ 300 ນັກກໍ່ຕັ້ງ. ແຕ່ລະໂຄງການ, ເຮົາລົງທຶນພຽງແຕ່ປະມານ 7 -10 ວິສາຫະກິດ, ແຕ່ລະວິສາຫະກິິດ ປັດຈຸບັນມີປະມານ 3 4 ນັກກໍ່ຕັ້ງ. Antler ປັດຈຸບັນມີພຽງກອງທຶນດຽວທີ່ລົງທຶນເຂົ້າໃນໄລຍະອອກແນວຄວາມຄິດເທົ່ານັ້ນ, ສະນັ້ນ ຖ້າບໍ່ມີຄວາມຫວັງຢາກອຸທິດ, Antler ຈະບໍ່ປະຕິບັດສິ່ງນີ້.

          ບັນດາແນວຄວາມຄິດ Start – up ດ້ວຍເຕັກໂນໂລຊີສີຂຽວ ໄດ້ສ້າງຂຶ້ນຖືກກັບຈຸດເວລາ ຫວຽດນາມ, ໃນນັ້ນ ມີນະຄອນ ໂຮ່ຈີມິນ ໃຫ້ຄຳໝັ້ນສັນຍາຈະຊຸກຍູ້ການຫຼຸດຜ່ອນການປ່ອຍສິ່ງເສດເຫຼືອ ສະນັ້ນ ຈິ່ງດຶງດູດໄດ້ເງິນລົງທຶນ ແລະ ຜະລິດອອກເປັນຜະລິດຕະພັນນັ້ນ ກໍໄດ້ຮັບການຕອບຮັບຈາກຕະຫຼາດ. ຕາມການຕີລາຄາຂອງນັກລົງທຶນແລ້ວ, ກຳລັງບົ່ມຊ້ອນ Start – up ຂອງບັນດາໄວໜຸ່ມ ຫວຽດນາມ ແມ່ນອຸດົມສົມບູນ ແລະ ການສະໜອງບັນດາພຶ້ນຖານທີ່ເໝາະສົມໃຫ້ເຂົາເຈົ້າ, ຢັ້ງຢືນແນວຄວາມຄິດຂອງເຂົາເຈົ້າ ແມ່ນເງື່ອນໄຂສຳຄັນເພື່ອພັດທະນາລະບົບຊີວະສາດ Start – up ຫວຽດນາມ./.

ຕອບກັບ