ຫັນ​ເປັນ​ສີ​ຂຽວ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ສົ່ງ​ອອກ​ໄປ​ຍັງ ອີ​ຢູ

Bá Toàn, Thúy Hằng; Vĩnh Phong
Chia sẻ
(VOVWORLD) -

ພາຍຫຼັງ 3 ປີແຫ່ງການຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EVFTA) ໄດ້ສະແດງໃຫ້ເຫັນວ່າ ຄວາມຫວັງກ່ຽວກັບການເຕີບໂຕດ້ານການຄ້າລະຫວ່າງ ຫວຽດນາມ - EU ໄດ້ປະກົດຜົນເປັນຈິງ. ເຖິງຢ່າງໃດກໍຕາມ, ນັບແຕ່ປີທີ 3 ຂອງວິວັດການປະຕິບັດ EVFTA, ສະຫະພາບເອີລົບ ເລີ່ມຈັດວາງຫລາຍມາດຖານສູງກວ່າ, ເພີ່ມທະວີຄວາມຮຽກຮ້ອງຕ້ອງການດ້ານຄຸນນະພາບໃນຂົງເຂດສິ່ງແວດລ້ອມ ແລະ ພັດທະນາແບບຍືນຍົງ... ສິ່ງນີ້ໄດ້ຮຽກຮ້ອງໃຫ້ວິສາຫະກິດ ຫວຽດນາມ ຕ້ອງຕັ້ງໜ້າພັດທະນາການຜະລິດສີຂຽວ ແລະ ນຳໃຊ້ເຕັກໂນໂລຢີທີ່ມີມາດຕະຖານສູງເພື່ອປັບຕົວໃຫ້ແທດເໝາະກັບຄວາມຕ້ອງການໃຫມ່ຂອງຕະຫຼາດ EU.

ຫັນ​ເປັນ​ສີ​ຂຽວ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ສົ່ງ​ອອກ​ໄປ​ຍັງ ອີ​ຢູ - ảnh 1(ພາບປະກອບຈາກ tapchicongthuong)

ໂດຍມີຫນ້າຢູ່ຕະຫຼາດເກືອບເຄິ່ງສະຕະວັດ, ບໍລິສັດຫຸ້ນສ່ວນຜະລິດຕະພັນນົມຫວຽດນາມ (Vinamilk) ແມ່ນເຄື່ອງໝາຍການຄ້າທີ່ມີຊື່ສຽງ ເປັນທີ່ຮູ້ຈັກຂອງຜູ້ບໍລິໂພກທັງພາຍໃນ ແລະ ຕ່າງປະເທດຫລາຍໆຄົນ. ພ້ອມກັບເລື່ອງຍາມໃດກໍ່ເອົາໃຈໃສ່ເຖິງຄຸນນະພາບຂອງຜະລິດຕະພັນ, ບໍລິສັດຍັງເອົາໃຈໃສ່ເຖິງການພັດທະນາແບບຍືນຍົງໃນການຜະລິດ ແລະ  ດຳເນີນທຸລະກິດ.

ທາງບໍລິສັດໄດ້ກໍ່ສ້າງລະບົບຟາມຊີວະພາບ Vinamilk Green Farm ດ້ວຍຍອດຈຳນວນເງິນລົງທຶນເບື້ອງຕົ້ນກວ່າ 3.000 ຕື້ດົ່ງ (ປະມານ 130 ລ້ານ USD) ແລະ ໄດ້ຮັບການກໍ່ສ້າງຕາມມາດຖານຂອງປະມວນມາດຖານສາກົນທີ່ຢັ້ງຢືນການເຄື່ອນໄຫວຜະລິດກະສິກຳມີຄຸນນະພາບດີ (Globa GAP). ທ່ານ ຫງວຽນກວກແຄ໋ງ, ຜູ້ອຳນວຍການຝ່າຍບໍລິຫານກຸ່ມຄົ້ນຄ້ວາ ແລະ ພັດທະນາ, Vinamilk ໃຫ້ຮູ້ວ່າ:

 “ລະບົບຟາມ Green Farm ຂອງ Vinamilk ແມ່ນແບບຢ່າງໃຫ້ແກ່ການພັດທະນາແບບຍືນຍົງ. ການເຄື່ອນໄຫວການກະສິກໍາທົດແທນຢູ່ຟາມຂອງ Vinamilk, ພວກຂ້າພະເຈົ້າໄດ້ນໍາໃຊ້ພະລັງງານທົດແທນເຊັ່ນ: ພະລັງງານແສງຕາເວັນ, ລະບົບເຕັກໂນໂລຢີເພື່ອຫຼຸດຜ່ອນການປ່ອຍອາຍພິດ metan, ນໍາໃຊ້ເຕັກໂນໂລຢີ atomic- carbon ອົງຄະທາດເພື່ອຫຼຸດຜ່ອນອາຍແກັສ metan ແລະ ຫຼຸດກິ່ນເໝັນໃຫ້ແກ່ຟາມ. ນອກນັ້ນ, ພວກຂ້າພະເຈົ້າຍັງມີການເຄື່ອນໄຫວພັດທະນາແບບຍືນຍົງໃຫ້ແກ່ຊຸມຊົນອີກ.

ບັນດາຂໍ້ກຳນົດກ່ຽວກັບການພັດທະນາແບບຍືນຍົງແມ່ນທ່າອ່ຽງທີ່ບໍ່ອາດຕ່າວປິ້ນໄດ້ໃນສະພາບການປະຈຸບັນ. ບັນດາວິສາຫະກິດ ຫວຽດນາມ ພວມເຂົ້າເຖິງ, ມານະພະຍາຍາມຫັນປ່ຽນການພັດທະນາການຜະລິດສີຂຽວ, ນຳໃຊ້ເຕັກໂນໂລຊີມາດຕະຖານສູງ, ເພື່ອແນໃສ່ສະໜອງຜະລິດຕະພັນສີຂຽວ, ປອດສານພິດ, ຕອບສະຫນອງໄດ້ຕາມມາດຕະຖານສິ່ງແວດລ້ອມ ແລະ ເຂົ້າຮ່ວມຢ່າງເລິກເຊິ່ງກ່ວາອີກໃນລະບົບການສະໜອງແບບຍືນຍົງຂອງຕະຫຼາດໂລກ, ພິເສດແມ່ນຕະຫຼາດ EU. ທ່ານ ໂງຈູງແຄັງ, ຮອງຫົວຫນ້າ ກົມນະໂຍບາຍການຄ້າຫລາຍຝ່າຍ, ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ຖືວ່າ:

 “ມີຫລາຍຂໍ້ກຳນົດຂອງ EU ບໍ່ໄດ້ຈັດວາງໃສ່ການສົ່ງອອກໂດຍກົງ ແຕ່ແນໃສ່ບໍລິສັດນຳເຂົ້າ EU. ເພາະວ່າປະຈຸບັນ, ທ່າອ່ຽງນັບມື້ນັບມີຄວາມສົນໃຈເຖິງວິທີການຊື່ງພວກເຮົາຜະລິດສິນຄ້າວ່າສົ່ງຜົນສະທ້ອນເຖິງສິ່ງແວດລ້ອມຫຼືບໍ່, ມີຄວາມຍືນຍົງຫຼືບໍ່, ນັບທັງພວກເຮົາມີການການປະພຶດຕໍ່ຄົນງານຄືແນວໃດ... ນັ້ນແມ່ນບັນດາຈຸດທີ່ວິສາຫະກິດ ຫວຽດນາມ ຕ້ອງເອົາໃຈໃສ່.

ຫັນ​ເປັນ​ສີ​ຂຽວ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ສົ່ງ​ອອກ​ໄປ​ຍັງ ອີ​ຢູ - ảnh 2ທ່ານ ໂງຈູງແຄັງ, ຮອງຫົວຫນ້າ ກົມນະໂຍບາຍການຄ້າຫລາຍຝ່າຍ, ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ

ໃນການຫັນປ່ຽນການເຄື່ອນໄຫວຜະລິດ ແລະ ດຳເນີນທຸລະກິດຕາມທິດສີຂຽວ, ແຕ່ບັນດາວິສາຫະກິດ ຫວຽດນາມ ກໍ່ໄດ້ມີບັນດາຂໍ້ມູນ ແລະ ຄວາມຮັບຮູ້ກ່ຽວກັບການດຳເນີນທຸລະກິດສີຂຽວ, ດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບ, ດຳເນີນທຸລະກິດແບບຍືນຍົງ... ທ່ານ ຫງວຽນກວາງວິງ ຮອງປະທານສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI), ໃຫ້ຮູ້ວ່າ:

ໃນໂຄງການດຳເນີນງານຂອງເວທີປາໄສວິສາຫະກິດເພື່ອການພັດທະນາແບບຍືນຍົງ 10 ປີຜ່ານມາ, VCCI ໄດ້ສົມທົບກັບບັນດາກະຊວງ, ຂະແໜງການຄື: ກະຊວງແຜນການ ແລະ ການລົງທຶນ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ຫ້ອງວ່າການລັດຖະບານ... ຍາມໃດກໍ່ຮ່ວມເດີນທາງພ້ອມກັບວິສາຫະກິດເພື່ອສ້າງເວທີປາໄສແລກປ່ຽນ, ປຶກສາຫາລືລະຫວ່າງບັນດາວິສາຫະກິດ ແລະ ອົງການທີ່ກ່ຽວຂ້ອງ. ພ້ອມກັນນັ້ນ, ກໍ່ຍົກອອກບັນດາຮູບແບບການດຳເນີນທຸລະກິດແບບຍືນຍົງ ແລະ ມີຄວາມຮັບຜິດຊອບໃຫ້ບັນດາວິສາຫະກິດໄດ້ຮຽນຮູ້, ແບ່ງປັນຜົນສຳເລັດກໍ່ຄືບົດຮຽນທີ່ລົ້ມເຫຼວຂອງວິສາຫະກິດຕົນກ່ອນນີ້. ຈາກນັ້ນ, ກໍ່ວາງອອກຮູບແບບທຸລະກິດທີ່ມີປະໂຫຍດຕໍ່ວິສາຫະກິດວິວັດການດໍາເນີນການຂອງຕົນ.

          ການພັດທະນາສີຂຽວ,  ພັດທະນາແບບຍືນຍົງ ຈະກາຍເປັນປັດໄຈສໍາຄັນເພື່ອພັດທະນາໃນໄລຍະຍາວຂອງປະຊາຄົມວິສາຫະກິດ. ເພື່ອສືບຕໍ່ຍົກສູງຄວາມສາມາດແກ່ງແຍ້ງກໍ່ຄື ຮັບປະກັນຄວາມຮຽກຮ້ອງຕ້ອງການຂອງສັນຍາການຄ້າເສລີລຸ້ນໃໝ່, ບັນດາຄຸນຄ່າກ່ຽວກັບການພັດທະນາວິສາຫະກິດແບບຍືນຍົງ ຕ້ອງໄດ້ຮັບການຜັນຂະຫຍາຍກຳນົດ ແລະ ກໍ່ສ້າງດ້ວຍຄຸນຄ່າຫຼັກແຫຼ່ງຂອງບັນດານັກທຸລະກິດ ແລະ ວິສາຫະກິດ. ໃນນັ້ນ ດ້ານຈັນຍາບັນໃນການຜະລິດ ແລະ ດຳເນີນທຸລະກິດ, ປົກປ້ອງຜູ້ບໍລິໂພກ, ປົກປັກຮັກສາສິ່ງແວດລ້ອມ... ຕ້ອງໄດ້ຮັບການຊຸກຍູ້ ແລະ ພັດທະນາ./.

ຕອບກັບ