ວົງເງິນສົ່ງອອກບັນລຸການເຕີບໂຕສູງ - ຈຸດເດັ່ນຂອງເສດຖະກິດ ປີ 2018

To Tuan
Chia sẻ

(VOVWORLD) -ເມື່ອຫວນຄືນໝາກຜົນແຫ່ງການເຕີບໂຕເສດຖະກິດ - ສັງຄົມ, ດ້ວຍ GDPບັນລຸ 7,08% ເຊິ່ງແມ່ນລະດັບເຕີບໂຕສູງ, ລື່ນການຄາດໝາຍຂອງສະພາແຫ່ງຊາດ ທີ່ໄດ້ວາງອອກ. ພິເສດ, ວົງເງິນສົ່ງອອກໃນປີຜ່ານມາ ບັນລຸໝາກຜົນເປັນໜ້າປະທັບໃຈ, ນຳຫວຽດນາມກາຍເປັນໜຶ່ງໃນບັນດາປະເທດສົ່ງອອກແຖວໜ້າໃນໂລກ.

ຕາມກົມໃຫຍ່ສະຖິຕິແລ້ວ, ວົງເງິນສິນຄ້າສົ່ງອອກ ປີ 2018 ຄາດວ່າບັນລຸ 244,7 ຕື້ USD, ເພີ່ມຂຶ້ນ 13,8% ເມື່ອທຽບໃສ່ປີ 2017 (ລື່ນກາຍຄາດໝາຍເຊິ່ງສະພາແຫ່ງຊາດໄດ້ວາງອອກ ແມ່ນ ເພີ່ມຂຶ້ນ 7 – 8%). ສິ່ງທີ່ເປັນໜ້າສົນໃຈແມ່ນ ຂົງເຂດເສດຖະກິດພາຍໃນປະເທດ ໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ ເມື່ອບັນລຸລະດັບເຕີບໂຕວົງເງິນສົ່ງອອກສູງກວ່າເຂດ ທີ່ມີເງິນລົງທຶນຈາກຕ່າງປະເທດ. ປີ 2018 ຮັບຮູ້ວ່າ ມີສິນຄ້າເຖິງ 29 ປະເພດ ບັນລຸວົງເງິນສົ່ງອອກ ຫຼາຍກວ່າ 1 ຕື້ USD, ກວມເອົາກວ່າ 91% ຍອດວົງເງິນສົ່ງອອກຂອງທົ່ວປະເທດ. ໃນນັ້ນ, ສິນຄ້າ 9 ປະເພດບັນລຸກວ່າ 5 ຕື້ USD ແລະ ມີສິນຄ້າ 5 ປະເພດບັນລຸກວ່າ 10 ຕື້ USD. ໂທລະສັບ ແລະ ເຄື່ອງອາໄຫຼ່ ແມ່ນສິນຄ້າປະເພດໜຶ່ງ  ທີ່ມີລະດັບເຕີບໂຕສູງທີ່ສຸດ, ບັນລຸ 50 ຕື້ USD, ຖັດຈາກນັ້ນ ແມ່ນ ເຄື່ອງຕໍ່າແຜ່ນຕັດຫຍິບ ບັນລຸກວ່າ 30 ຕື້ USD, ຂະແໜງເອເລັກໂຕນິກ, ຄອມພິວເຕີ ແລະ ອາໄຫຼ່ອຸປະກອນ ກໍມີລະດັບເຕີບໂຕກະໂດດຂັ້ນ ບັນລຸກວ່າ 29 ຕື້ USD. ນອກຈາກນັ້ນ, ວົງເງິນສົ່ງອອກ ສິນໃນນ້ຳ ແລະ ຜະລິດຕະພັນກະເສດ ກໍຮັບຮູ້ມີຄວາມເຕີບໂຕກະໂດດຂັ້ນ.

ວົງເງິນສົ່ງອອກບັນລຸການເຕີບໂຕສູງ - ຈຸດເດັ່ນຂອງເສດຖະກິດ ປີ 2018 - ảnh 1(ພາບປະກອບ: TTXVN)

        ຕາມທ່ານ ເຈີ່ນຕ໊ວນແອັງ ລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກຳຫວຽດນາມ ແລ້ວ,  ບັນດາໝາກຜົນດັ່ງກ່າວເປັນໜ້າຊື່ນຊົມທີ່ລື່ນກາຍຄາດໝາຍ ຊຶ່ງສະພາແຫ່ງຊາດວາງອອກ. ໝາກຜົນນີ້ ສະແດງໃຫ້ເຫັນຄວາມຕັດສິນຂອງລັດຖະບານ ໂດຍສະແດງອອກຜ່ານບັນດາການເຄື່ອນໄຫວຂອງລັດຖະບານ, ພິເສດແມ່ນຜ່ານບັນດາຂອດຕີລາຄາ ແລະ ຄາດຄະເນ ຈາກນັ້ນ ມີບັນດາມາດຕະການ ແລະ ວິທີແກ້ໄຂຖືກທິດ.  ທ່ານ ເຈິ່ນຕ໊ວນແອັງ ໃຫ້ຂໍ້ສັງເກດວ່າ:

        “ບັນດາໝາກຜົນຂອງແຕ່ລະໄຕມາດໃນປີ 2018 ລ້ວນແຕ່ມີຈຸດປະທັບໃຈ ແລະ ຕັ້ງໜ້າ ນັບແຕ່ຊຸມເດືອນຕົ້ນປີ. ດັ່ງນັ້ນ, ດ້ວຍບັນດາໝາກຜົນຂອງການເຕີບໂຕນັ້ນ ອາດຈະເວົ້າໄດ້ວ່າ ແມ່ນສູງພໍສົມຄວນ ພ້ອມທັງຮັກສາໄດ້ຄວາມສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງການສົ່ງອອກ. ພິເສດໃນຂົງເຂດອຸດສາຫະກຳປຸ່ງແຕງ, ປະດິດສ້າງ ອັນໄດ້ສ້າງກຳລັງໜູນເພື່ອຊຸກຍູ້ການເຕີບໂຕຂອງບັນດາດັດຊະນີການຜະລິດອຸດສາຫະກຳ ກໍຄື ການປະກອບສ່ວນຂອງອຸດສາຫະກຳເວົ້າລວມ ໃນໂຄງປະກອບຂອງ GDP ກໍຄື ການເຕີບໂຕຂອງ GDP ເວົ້າລວມ”.

        ຈຸດພົ້ນເດັ່ນອີກອັນໜຶ່ງໃນຂົງເຂດສົ່ງອອກທີ່ໜ້າຊື່ນຊົມ ນັ້ນແມ່ນ ເປັນຄັ້ງທຳອິດ ເຂດວິສາຫະກິດມີເງິນລົງທຶນຈາກພາຍໃນປະເທດ ໄດ້ບືນຕົວຂຶ້ນດ້ວຍລະດັບເຕີບໂຕເກືອບ 16%. ໃນຂະນະນັ້ນ ເຂດມີເງິນລົງທຶນຂອງຕ່າງປະເທດ (FDI) ຍາມໃດກໍບັນລຸລະດັບເກີນດຸ່ນ ບັນດາຜົນງານກ່ຽວກັບການສົ່ງອອກໃນປີ 2018 ໄດ້ນຳຫວຽດນາມກາຍເປັນໜຶ່ງໃນບັນດາປະເທດມີລະດັບຄວາມໄວການເຕີບໂຕຂອງການສົ່ງອອກແຖວໜ້າຂອງໂລກ ເມື່ອຫວຽດນາມ ຢືນອັນດັບທີ 3 ໃນການສົ່ງອອກເກີບໜັງ, ຢືນອັນດັບທີ 7 ໃນການສົ່ງອອກສິນຄ້າປະເພດຕໍ່າແຜ່ນຕັດຫຍິບ ແລະ ສິນຄ້າອື່ນໆອີກຫຼາຍປະເພດ ຄື ເຂົ້າສານ, ກາເຟ, ຢາງພາລາ ເຊິ່ງແມ່ນບັນດາທ່າແຮງຂອງຫວຽດນາມ ທີ່ຍາມໃດກໍກສາຢູ່ໃນກຸ່ມແຖວໜ້າຂອງໂລກ.

        ປີ 2019 ແມ່ນປີ ທີ່ມີຄວາມໝາຍສຳຄັນເປັນພິເສດສຳລັບການພັດທະນາເສດຖະກິດເວົ້າລວມ ແລະ ຂົງເຂດສົ່ງອອກຂອງຫວຽດນາມເວົ້າສະເພາະ. ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ມີຜົນສັກສິດນັບແຕ່ວັນທີ 30 ທັນວາ 2018 ເປັນຕົ້ນໄປ, ອັນໄດ້ສ້າງພາກພື້ນການຄ້າເສລີໂດຍກວມເອົາປະມານ 1/10 ພື້ນຖານເສດຖະກິດໂລກ. ບັນດາຜູ້ຜະລິດສົ່ງອອກ ໄດ້ຮັບຖືວ່າແມ່ນຜູ້ທຳອິດທີ່ໄດ້ຮັບຜົນປະໂຫຍດຈາກເອກະສານສະບັບນີ້. ການພົວພັນດ້ານການຄ້າລະຫວ່າງຫວຽດນາມ - ອີຢູຈະກ້າວເຂົ້າສູ່ໄລຍະໃໝ່ ເມື່ອສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ອີຢູໄດ້ຮັບການໃຫ້ສັດຕະຍາບັນໃນອະນາຄົດອັນໃກ້ໆນີ້, ທ່ານຮອງລັດຖະມົນຕີກະຊວງການຄ້າແລະອຸດສາຫະກຳຫວຽດນາມ ກາວກວັກຟອງ ໃຫ້ຂໍ້ສັງເກດວ່າ:

        ຄາດວ່າ    ສົນທິສັນຍາການຄ້າເສລີສະບັບນີ້ ຈະສ້າງບຸລິມະສິດຫຼາຍຢ່າງໃຫ້ແກ່ສິນຄ້າຜະລິດຕະພັນກະເສດຂອງທັງສອງຝ່າຍ. ເຖິງຢ່າງໃດກໍຕາມ, ເພື່ອໄດ້ຊົມໃຊ້ບັນດາບຸລິມະສິດນັ້ນ ຮຽກຮ້ອງໃຫ້ພວກຕ້ອງມີຄວາມມານະພະຍາຍາມ ແລະ ມີການຮ່ວມມືຈາກຫຼາຍຝ່າຍ ຄື ລັດຖະບານ, ປະຊາຄົມວິສາຫະກິດ, ສະຫະສະມາຄົມ ແລະ ບັນດາຄຳປຶກສາຈາກວົງການນັກຮຽນຮູ້ ແລະ ວິທະຍາສາດ...

        ຫວຽດນາມ ວາງເປົ້າໝາຍເຕີບໂຕສົ່ງອອກໃນປີ 2019 ເພີ່ມຂຶ້ນແຕ່ 7 – 8% ດ້ວຍວົງເງິນສົ່ງອອກປະມານ 258 ຕື້ USD. ດ້ວຍບັນດາຜົນງານຄວາມກ້າວໜ້າທີ່ບັນລຸໄດ້, ໃນສະພາບການບັນດາສັນຍາການຄ້າເສລີໄດ້ ແລະ ກຳລັງມີຜົນສັກສິດ ພ້ອມກັບບັນດາເງື່ອນໄຂສະດວກຂອງລະບົບການຄ້າຫຼາຍຝ່າຍນັ້ນ, ພວກເຮົາເຊື່ອໝັ້ນວ່າ ຂະແໜງສົ່ງອອກຫວຽດນາມ ຈະບັນລຸບັນດາຄາດໝາຍທີ່ວາງໄວ້./.

ຕອບກັບ