ຍູ້ແຮງການຈຳຫນ່າຍຜະລິດຕະພັນກະເສດໃຫ້ແກ່ເຂດພູດອຍ, ເຂດຫ່າງໄກສອກຫລີກ.

Xuân Lan+ Vĩnh Phong
Chia sẻ

(VOVWORLD) -ໄລຍະຜ່ານມາ,ເລື່ອງຫນູນຊ່ວຍການຈຳຫນ່າຍຜະລິດຕະພັນກະເສດໃຫ້ແກ່ພໍ່ແມ່ປະຊາຊົນຢູ່ເຂດຫ່າງໄກສອກຫລີກ, ເຂດຊາວຊົນເຜົ່າສ່ວນຫນ້ອຍ... ແມ່ນໄດ້ຮັບຄວາມເອົາໃຈໃສ່ຍູ້ແຮງເປັນພິເສດຈາກບັນດາທ້ອງຖິ່ນ. ໃນນັ້ນວຽກງານສົ່ງເສີມການຄ້າມີບົດບາດສຳຄັນໃນການສ້າງກຳລັງຫນູນ, ເປີດກວ້າງຕະຫລາດສົ້ນອອກໃຫ້ແກ່ບັນດາຜະລິດຕະພັນສິນຄ້າຂອງທ້ອງຖິ່ນ, ພິເສດ ແມ່ນເຂດຊາວຊົນເຜົ່າຢູ່ເຂດພູດອຍ, ເປັນຕົ້ນແມ່ນໃນສະພາບເຊື່ອມໂຍງເຂົ້ານັບມື້ນັບເລິກເຊິ່ງກວ້າງຂວາງ.

ຍູ້ແຮງການຈຳຫນ່າຍຜະລິດຕະພັນກະເສດໃຫ້ແກ່ເຂດພູດອຍ, ເຂດຫ່າງໄກສອກຫລີກ. - ảnh 1ໝາກໄມ້ຂອງປະຊາຊົນເຂດພູດອຍ

ແຂວງ ລາຍເຈົາ ມີເງື່ອນໄຂທຳມະຊາດແມ່ນເໝາະສົມກັບການປູກຕົ້ນໄມ້ກິນໝາກຫລາຍຊະນິດທີ່ມີມູນຄ່າດ້ານເສດຖະກິດສູງຄື: ຕົ້ນມັກກາ (ແມກຄາເດເມຍ), ຕົ້ນໄມ້ກິນໝາກ, ຢາສະໝູນໄພ, ໝາກໄມ້, ຜັກ… ໃນຊຸມປີຜ່ານມາ, ແຂວງ ໄດ້ພັດທະນາ ເປີດກວ້າງເຂດຜະລິດກະສິກຳແບບລວມສູນຢູ່ບັນດາເມືອງຄື: ຟອງໂຖ, ຕາມເດື່ອງ, ທານອວຽນ. ເພື່ອຊອກຫາສົ້ນອອກໃຫ້ແກ່ບັນດາຜະລິດຕະພັນນີ້, ແຂວງ ລາຍເຈົາ ໄດ້ປະກາດໃຊ້ນະໂຍບາຍສົ່ງເສີມການພັດທະນາຮ່ວມມື, ຮ່ວມສຳພັນໃນການຜະລິດ ແລະ ຈຳຫນ່າຍຜະລິດຕະພັນກະເສດ. ທ່ານ ເລຊວນຕຽນ, ຮອງຫົວຫນ້າພະແນກອຸດສາຫະກຳ ການຄ້າ ລາຍເຈົາ ໃຫ້ຮູ້ວ່າ:

 “ໄລຍະແຕ່ປີ 2021 2025, ແຂວງ ລາຍເຈົາ ໄດ້ກຳນົດພັດທະນາ ຕະຫລາດ 7ແຫ່ງ ຢູ່ ເຂດຊົນເຜົ່າສ່ວນຫນ້ອຍ. ສຳລັບເລື່ອງເຊື່ອມຕໍ່ບັນດາຜະລິດຕະພັນກະເສດຂອງຊາວຊົນເຜົ່າສ່ວນຫນ້ອຍ, ພະແນກອຸດສາຫະກຳ ການຄ້າ ໄດ້ເປັນເສນາທິການໃຫ້ແກ່ຄະນະກຳມະການແຂວງ ສ້າງ 16 ໂຄງການ ເພື່ອເຊື່ອມຕໍ່ຜະລິດຕະພັນກະເສດທຸກຊະນິດຂອງພໍ່ແມ່ປະຊາຊົນເຂົ້າລະບົບຮ້ານຊັບພະສິນຄ້າ, ສູນການຄ້າຢູ່ແຂວງ ກໍ່ຄືບາງທ້ອງຖິ່ນ.

ແຂວງເຊີນລາ ດ້ວຍບັນດາບາດກ້າວບຸກທະລຸ, ຈາກທ້ອງຖິ່ນທີ່ບໍ່ມີຊື່ໃນແຜນທີ່ຕົ້ນໄມ້ກິນໝາກ, ປະຈຸບັນ ໄດ້ກາຍເປັນອູ່ໝາກໄມ້ໃຫຍ່ທີ່ສຸດຂອງພາກເຫນືອ ແລະ ຢືນອັນດັບ 2 ຂອງທົ່ວປະເທດ. ຜະລິດຕະພັນກະເສດຂອງ ແຂວງເຊີນລາ ໄດ້ສົ່ງອອກໄປຍັງຕະຫລາດຫລາຍແຫ່ງທີ່ເຄັ່ງຄັດຕໍ່ຄຸນນະພາບສິນຄ້າໃນໂລກ ແລະ ໄດ້ນຳມາເຊິ່ງມູນຄ່າແຕ່ 150 -170 ລ້ານ USD/ປີ. ຜະລິດຕະພັນກະເສດຂອງ ເຊີນລາ ໄດ້ມີຫນ້າຢູ່ບັນດາຮ້ານຊັບພະສິນຄ້າໃຫຍ່ຄື: Lotte, Hapro, WinMart ... ເຊິ່ງໄດ້ສ້າງເຄື່ອງໝາຍ ແລະ ຄວາມນິຍົມ, ຕີລາຄາສູງຕໍ່ຄຸນນະພາບສິນຄ້າຈາກຜູ້ບໍລິໂພກພາຍໃນປະເທດ. ທ່ານ ກວ໋າງວັນເຢືອງ ສະມາຊິກສະຫະກອນກະສິກຳ ຊວນຕຽນ ແຂວງເຊີນລາ ປາດຖະຫນາວ່າ:

 “ຄວາມປາດຖະຫນາຂອງພໍ່ແມ່ປະຊາຊົນກໍ່ຄືຂອງສະຫະກອນ ແມ່ນພັດທະນາຂອດຈຳຫນາຍຜະລິດຕະພັນ. ຂ້າພະເຈົ້າຫວັງວ່າ ຜະລິດຕະພັນຂອງແຂວງ ຈະນັບມື້ນັບໄດ້ພັດທະນາເພື່ອຈຳຫນ່າຍເປັນຈຳນວນຫລວງຫລາຍຢູ່ພາຍໃນປະເທດ ແລະ ສົ່ງອອກໄປຍັງຕ່າງປະເທດ.

ບິ່ງເຟືອກ ແມ່ນທ້ອງຖິ່ນຂຶ້ນກັບເຂດຕາເວັນອອກສ່ຽງໃຕ້, ເງື່ອນໄຂທຳມະຊາດເອື້ອອຳນວຍຄວາມສະດວກເພື່ອພັດທະນາຕົ້ນໝາກມ່ວງຫິມະພານ ແລະ ກາຍເປັນເມືອງເອກຂອງ ເມື່ອໝາກມ່ວງຫິມະພານ ກວມເອົາເກືອບ 50% ເນື້ອທີ່ດິນ ແລະ ກວ່າ 54% ປະລິມານຂອງທົ່ວປະເທດ. ໝາກມ່ວງຫິມະພານໄດ້ກາຍເປັນຕົ້ນໄມ້ອຸດສາຫະກຳມີທ່າແຮງ ນຳມາເຊິ່ງມູນຄ່າການສົ່ງອອກສູງ, ກາຍເປັນປະເພດສິນຄ້າສົ່ງອອກຫລັກແຫລ່ງຂອງ ບິ່ງເຟືອກ ໃນຊຸມປີມໍ່ໆມານີ້, ວິສາຫະກິດຍາມໃດກໍ່ຮ່ວມເດີນທາງກັບຊາວກະສິກອນ ບີ່ງເຟືອກ ໃນການໂຄສະນາ,ຈຳຫນ່າຍຜະລິດຕະພັນໝາກມ່ວງຫິມະພານ.

 “ພວກຂ້າພະເຈົ້າ ໄດ້ຮ່ວມເດີນທາງກັບພໍ່ແມ່ປະຊາຊົນຂອງບີ່ງເຟືອກ ນັບແຕ່ຊາວຊົນເຜົ່າສ່ວນຫນ້ອຍຕະຫລອດຮອດຊາວເຜົ່າ ຊະຕຽງ Stiêng ເປັນເວລາຫລາຍປີມາແລ້ວ. ເມື່ອລະດູຝົນວຽນມາ, ພໍ່ແມ່ປະຊາຊົນປະສົບກັບຄວາມຫຍຸ້ງຍາກ ພວກຂ້າພະເຈົ້າໄດ້ແບ່ງປັນກັບເຂົາເຈົ້າ ແລະ ຊ່ວຍຫລືອປະຊາຊົນໃນກາເກັບກູ້ໝາກໄມ້ ກໍ່ຄືຈຳຫນ່າຍຜະລິດຕະພັນກະເສດ, ສົ່ງໝາກມ່ວງຫິມະພານມາໂຮງງານເກັບຮັກສາແຫລ່ງວັດຖຸຂອງແຂວງບີ່ງເຟືອກ.

ຍູ້ແຮງການຈຳຫນ່າຍຜະລິດຕະພັນກະເສດໃຫ້ແກ່ເຂດພູດອຍ, ເຂດຫ່າງໄກສອກຫລີກ. - ảnh 2ສົ່ງເສີມການໂຄສະນາຜະລິດຕະພັນກະເສດໃນບັນດາງານວາງສະແດງ

ໄລະຍຜ່ານມາ, ກະຊວງອຸດສາຫະກຳ ການຄ້າ ແລະ ບັນດາພະແນກ, ຂະແຫນງການທ້ອງຖິ່ນ ໄດ້ສຸມໃສ່ຍູ້ແຮງການເຄື່ອນໄຫວສົ່ງເສີມການຄ້າ ເພື່ອແນໃສ່ເຊື່ອມຕໍ່ການສະຫນອງຈຳຫນ່າຍຜະລິດຕະພັນໃຫ້ແກ່ປະຊາຊົນ, ໃນນັ້ນ ມີຊາວຊົນເຜົ່າສ່ວນຫນ້ອຍຢູ່ເຂດຫ່າງໄກສອກຫລີກ. ທ່ານ ຫວູບາຟູ, ຫົວຫນ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ການຄ້າ ໃຫ້ຮູ້ວ່າ:

 “ຄືດັ່ງພວກເຮົາໄດ້ຮູ້ນຳກັນແລ້ວວ່າ ໂລກ ພວມກ້າວເຂົ້າສູ່ໄລຍະຫັນເປັນດິຈີຕອນ, ສະນັ້ນ ເລື່ອງເຂົ້າຮ່ວມວິວັດການຫັນເປັນດິຈີຕອນ ແລະ ຊົມໃຊ້ບັນດາໝາກຜົນຊື່ງການຫັນເປັນດິຈີຕອນນຳມາໃຫ້ ແມ່ນຄວາມຈຳເປັນຢ່າງພາວະວິໄສຂອງບັນດາວິສາຫະກິດ, ຄອບຄົວຊາວກະສິກອນ. ສະນັ້ນ ກົມສົ່ງເສີມກາ້າ ຂອງກະຊວງອຸດສາຫະກຳ ການຄ້າ ໄດ້ພົວພັນກັບຊ່ອງການຄ້າເອເລັກໂຕນິກ ເພື່ອແລກປ່ຽນນຳກັນ ແນໃສ່ຊອກຫາວິທີຫນູນຊ່ວຍວິສາຫະກິດ ຫວຽດນາມ ເຂົ້າຮ່ວມການຄ້າເອເລັກໂຕນິກ ກໍ່ສົ່ງອອກສິນຄ້າຂອງຕົນໂດຍກົງ ຜ່ານຊ່ອງການຄ້າເອເລັກໂຕນິກ.

ບັນດາການເຄື່ອນໄຫວຫນູນຊ່ວຍຢ່າງແທດຈິງຂອງລັດ, ກະຊວງອຸດສາຫະກຳ ການຄ້າ ແລະ ອຳນາດການປົກຄອງບັນດາທ້ອງຖິ່ນ... ໄດ້ນຳມາເຊິ່ງປະສິດທິຜົນ, ນຳປະລິມານຜະລິດຕະພັນກະເສດຂອງພໍ່ແມ່ປະຊາຊົນ ເພີ່ມຂຶ້ນທຸກປີ ແລະ ບັນດາປະເພດສິນຄ້າແມ່ນຜະລິດຕະພັນກະເສດ ໄດ້ມີຫນ້າຢູ່ລະບົບຈຳຫນ່າຍຂະຫນາດໃຫຍ່ ກໍ່ຄືສົ່ງອອກສູ່ຕະຫລາດໂລກ.

ຕອບກັບ