Start up ລຸ້ນໜຸ່ມຫວຽດນາມ - ບົດຮຽນຈາກ​ບັນດາ​ນັກ​ຊ່ຽວຊານ​ປ່ຽນ​ແປງ​ໃໝ່ປະດິ​ດຄິດ​ສ້າງ

Mai Hanh + Vinh Phong
Chia sẻ
(VOVWORLD) -ກຸ່ມບໍລິສັດ Mentally Fit, ເວທີປາໄສປ່ຽນແປງໃໝ່ປະດິດຄິດສ້າງ WIF ພ້ອມກັບ ໜັງສືພິມເວທີປາໄສວິສາຫະກິດຫວຽດນາມ ຫາກໍຈັດຕັ້ງບັນດາກອງປະຊຸມສໍາມະນາ “ບົດຮຽນປະສົບຜົນສໍາເລັດຂອງບັນດາການນໍາແຖວໜ້າ” ແລະ ປ່ຽນແປງໃໝ່ປະດິດຄິດສ້າງ”. ບັນດາກອງປະຊຸມໄດ້ຈັດຂຶ້ນຢູ່ມະຫາວິທະຍາໄລເສດຖະກິດແຫ່ງຊາດ ແລະ ມະຫາວິທະຍາໄລຊັບພະວິຊາຮ່່າໂນ້ຍ ເພື່ອແນໃສ່ແບ່ງປັນບັນດາເຄັດລັບ Start up ທີ່ປະສົບຜົນສໍາເລັດ ແລະ ມີຄໍາຕອບໃຫ້ບັນດາເພື່ອນໜຸ່ມສາມາດ Start up ກໍຄືຊອກຫາບັນດາກາລະໂອກາດລົງທຶນ.
Start up ລຸ້ນໜຸ່ມຫວຽດນາມ - ບົດຮຽນຈາກ​ບັນດາ​ນັກ​ຊ່ຽວຊານ​ປ່ຽນ​ແປງ​ໃໝ່ປະດິ​ດຄິດ​ສ້າງ - ảnh 1ເວທີປາໄສປ່ຽນແປງໃໝ່ປະດິດຄິດສ້າງ WIF (ພາບ: enternews.vn)

ເສດຖີ Alex Schulzte, ປະທານເວທີປາໄສປ່ຽນແປງໃໝ່ປະດິດຄິດສ້າງໂລກ (WIF), ໃຫ້ຮູ້ວ່າ ພາຍຫຼັງມາ ຫວຽດນາມ ຈັດຕັ້ງການໂອ້ລົມສົນທະນາທີ່ມີຫົວຂໍ້ວ່າ “ເວທີປາໄສປ່ຽນແປງໃໝ່ປະດິດຄິດສ້າງໂລກ ແລະ ກາລະໂອກາດຮ່ວມມືກັບຫວຽດນາມ” ກ່ອນນີ້ 1 ປີ, ທ່ານຕີລາຄາສູງກ່ຽວກັບຄວາມອາດສາມາດປະດິດຄິດສ້າງຂອງບັນດາ Start up ກໍຄືບັນດານະໂຍບາຍໜູນຊ່່ວຍ Start up ຢູ່ຫວຽດນາມ. ຕາມທ່ານ Alex ແລ້ວ, ອັດຕາ Start up ຖືກປະລາໄຊຢູ່ຫຼາຍປະເທດອື່ນໃນໂລກ ກໍຫຼາຍພໍສົມຄວນ, ສ່ວນຫຼາຍແມ່ນຢູ່ລະດັບ 80% - 90%. ດັ່ງນັ້ນ, ຖ້າຫາກມີຄວາມໃຝ່ຝັນຢາກ  Start up ແລ້ວ, ຜູ້ຄົນ Start up ໃດໆກໍຕ້ອງສຶກສາຮໍ່າຮຽນ, ຖອດຖອນບົດຮຽນທີ່ປະສົບຜົນສໍາເລັດ ແລະ ການປະລາໄຊຈາກບຸກຄົນທີ່ໄດ້ Start up ກ່ອນເຮົາແລ້ວ ຢ່າງບໍ່ຢຸດຢັັ້ງ. ຄວາມໃຝ່ຝັນຢາກກາຍເປັນປະເທດທີ່ມີລາຍຮັບປານກາງສູງ ພວມຮຽກຮ້ອງໃຫ້ທົ່່ວສັງຄົມ, ບັນດາວິສາຫະກິດ ແລະ ພິເສດແມ່ນບັນດາເພື່ອນໜຸ່ມ Start up ຕ້ອງເຂົ້າຮ່ວມວິວັດແຫ່ງການປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ ແລະ ຍາມໃດກໍຕ້ອງຜ່ານຜ່າຮົ້ວກີດຂວາງ, ເຖິງວ່າຖືກປະລາໄຊກໍຕາມ. ທ່ານ Alex ຢັ້ງຢືນວ່າ:

        “ສິ່ງສໍາຄັນທີ່ສຸດເມື່ອ Start up ນັ້ນແມ່ນ ຍາມໃດເຮົາກໍຕ້ອງຄິດວ່າ ດຽວນີ້ເຮົາເປັນວິສາຫະກິດຂະໜາດນ້ອຍ ແຕ່ໃນອະນາຄົດ ເຮົາຕ້ອງກາຍເປັນວິສາຫະກິດຂະໜາດໃຫຍ່ ຈິ່ງປະສົບຜົນສໍາເລັດໄດ້. ດັ່ງນັ້ນ, ເມື່ອ Start up, ເຮົາຄວນເອົາໃຈໃສ່ເຖິງບັນດາທ່າອ່ຽງທີ່ອາດຈະພັດທະນາໃນໄລຍະ 10 ປີ ຈະມາເຖິງ, ຊໍ້າບໍ່ໜໍາແມ່ນໄລຍະ 20 ປີ ຈະມາເຖິງ. ສິ່ງດັ່ງກ່າວຮຽກຮ້ອງໃຫ້ເຮົາຕ້ອງມີວິໄສທັດ, ພ້ອມກັນນັ້ນ ເຮົາຕ້ອງຊອກຫາວິທີດຶງດູດນັກລົງທຶນ, ຊອກຫາບັນດາພາລະກອນເໝາະສົມໃຫ້ແກ່ບໍລິສັດ. ພິເສດ, ຍາມໃດເຮົາກໍຕ້ອງຮັບຮູ້ວ່າ, ວິສາຫະກິດຂອງຕົນຈະຕ້ອງອອກສູ່ທົ່ວໂລກ. ສິ່ງດັ່ງກ່າວຮຽກຮ້ອງໃຫ້ເຮົາຕ້ອງເກັ່ງພາສາອັງກິດ, ຕ້ອງສ້າງ ເວັບໄຊຂອງວິສາຫະກິດຕົນລວມທັງພາສາຫວຽດ ແລະ ພາສາອັງກິດອີກດ້ວຍ”.

Start up ລຸ້ນໜຸ່ມຫວຽດນາມ - ບົດຮຽນຈາກ​ບັນດາ​ນັກ​ຊ່ຽວຊານ​ປ່ຽນ​ແປງ​ໃໝ່ປະດິ​ດຄິດ​ສ້າງ - ảnh 2ເສດຖີ Alex Schulzte, ປະທານເວທີປາໄສປ່ຽນແປງໃໝ່ປະດິດຄິດສ້າງໂລກ  (ພາບ: enternews.vn)

        ເຮັດແນວໃດເພື່ອບັນລຸໄດ້ເປົ້າໝາຍວ່າ ຮອດປີ 2030 ຫວຽດນາມ ຈະຖືກຈັດເຂົ້າໃນບັນຊີລາຍຊື່ບັນດາປະເທດມີລາຍຮັບປານກາງສູງ? ຄວາມໃຝ່ຝັນເພື່ອໃຫ້ຫວຽດນາມ ກາຍເປັນປະເທດມີລາຍຮັບສູງໃນປີ 2045 ນັ້ນພວມຮຽກຮ້ອງທົ່ວສັງຄົມ, ໃນນັ້ນ ມີບັນດາເພື່ອນໜຸ່ນຕ້ອງສູ້ຊົນຢ່າງບໍ່ຢຸດຢັ້ງນັບໄລຍະພວມເປັນນັກຮຽນ. ເພາະສະນັ້ນ, ບັນດາມະຫາວິທະຍາໄລຄື ມະຫາວິທະຍາໄລເສດຖະກິດແຫ່ງຊາດ ໄດ້ສ້າງບັນດາລາຍການບໍາລຸງສ້າງໃໝ່ດ້ວຍພາສາອັງກິດເພີ່ມເຕີມ ເພື່ອຕອບສະໜອງໄດ້ຕາມຄວາມຕ້ອງການຂອງການເຊື່ອມໂຍງເຂົ້າກັບສາກົນ. ສາດສະດາຈານ, ປອ ເຈິ່ນເທາະດາດ, ຜູ້ອໍານວຍການມະຫາວິທະຍາໄລເສດຖະກິດແຫ່ງຊາດຫວຽດນາມ ໃຫ້ຮູ້ວ່າ:

        “ປີ 2019 ນີ້, ມະຫາວິທະຍາໄລເສດຖະກິດແຫ່ງຊາດໄດ້ເປີດ 7 ຫຼັກສູດໃໝ່ດ້ວຍພາສາອັງກິດ. ນີ້ແມ່ນບັນດາຂະແໜງຄື: ທຸລະກິດດີຈີຕອນ, ເສດຖະກິດດີຈີຕອນ... ຮັບເອົາບັນດາໂປແກຼມຂອງການປະຕິວັດອຸດສາຫະກໍາ 4.0 ເຂົ້າໃນບັນດາຂົງເຂດເສດຖະກິດ ແລະ ດໍາເນີນທຸຸລະກິດ. ແລະ ປັດຈຸບັນ, ລັດຖະບານພວມມອບໜ້າທີ່ໃຫ້ບັນດາອົງການວາງແຜນນະໂຍບາຍ, ບັນດາສະຖານບັນຄົ້ນຄວ້າ, ມະຫາວິທະຍາໄລເສດຖະກິດແຫ່ງຕ່າງໆ ສ້າງຍຸດທະສາດພັດທະນາເສດຖະກິດ-ສັງຄົມຂອງພວກເຮົາແຕ່ປີ 2021 2030 ແລະ ແຜນການໄລຍະ 5 ປີ ຈະມາເຖິງ, ເຮັດແນວໃດເພື່ອໃຫ້ຄວາມໃຝ່ຝັນຂອງພວກເຮົາຈະປະກົດຜົນເປັນຈິງ”.

        ໃນປີ 2018, ມີວິສາຫະກິດ ກວ່າ 131.000 ແຫ່ງຖືກສ້າງຕັ້ງຢູ່ຫວຽດນາມ. ເຖິງຢ່າງໃດກໍຕາມ, ມີວິສາຫະກິດກວ່າ 13% ແຫ່ງພວມເຄື່ອນໄຫວແບບຊົ່ວຄາວ. ອັດຕາສ່ວນນີ້ເກືອບທຽບເທົ່າກັບອັດຕາສ່ວນຂອງຫຼາຍປະເທດໃນໂລກ. ຕາມການຄົ້ນຄວ້າຂອງເວທີປາໄສປ່ຽນແປງໃໝ່ປະດິດຄິດສ້າງໂລກ WIF ພ້ອມກັບກຸ່ມບໍລິສັດ Mentally Fit ແລ້ວ, ບັນດາວິສາຫະກິດກໍຄືສ່ວນບຸກຄົນ Start up ຖືກປະລາໄຊນັ້ນ ສ່ວນຫຼາຍແມ່ນຍ້ອນເຂົາເຈົ້າເອົາສົນໃຈເກີນໄປເຂົ້າໃນການຂາຍຜະລິດຕະພັນ, ໂຄສະນາຜະລິດຕະພັນ  ຈົນລືມໄປວ່າ ພາຍຫຼັງມີຜະລິດຕະພັນແລ້ວ ຍັງຕ້ອງສືບຕໍ່ຄົ້ນຄວ້າເພື່ອປ່ຽນແປງໃໝ່ ໃຫ້ເໝາະສົມກັບຄວາມຕ້ອງການຂອງລູກຄ້າ. ທ່ານ Alain Goudsmet, ປະທານທັງເປັນຜູ້ກໍ່ຕັ້ງກຸ່ມບໍລິສັດ Mentally Fit ຖືວ່າ:

        “ວິສາຫະກິດ ຫຼື ຜະລິດຕະພັນ Start up ຂອງເຮົາສາມາດປະສົບຜົນສໍາເລັດໄດ້ພຽງແຕ່ເມື່ອມີຍຸດທະສາດຢ່າງຈະແຈ້ງ ແລະ ເອົາໃຈໃສ່ເຖິງຄຸນນະພາບຂອງຜະລິດຕະພັນ ເຊິ່ງເຮົາປະດິດຄິດສ້າງຂຶ້ນ. ເຮົາຕ້ອງເຂົ້າໃຈວ່າ, ເພື່ອ Start up ຢ່າງສໍາເລັດຜົນນັ້ນ 10% ແມ່ນຮຽນມາຈາກວິທີບໍາລຸງສ້າງແບບມູນເຊື້ອ, 20% ແມ່ນຮຽນມາຈາກຜູ້ບໍາລຸງສ້າງ ແລະ 70% ທີ່ຍັງເຫຼືອນັ້ນ ແມ່ນຮຽນດ້ວຍຕົນເອງ. ຮຽນຈາກບັນດາວຽກງານໃນຕົວຈິງ, ບັນດາປະສົບການເມື່ອເຮົາ Start up, ຮຽນຈາກບຸກຄົນທີ່ Start up ຢ່າງສໍາເລັດຜົນ ກໍຄື ການປະລາໄຊນໍາ”.

        ປີ 2018 ກໍແມ່ນປີທີ່ຮັບຮູ້ຜົນສໍາເລັດຕ່າງໆຂອງບັນດາ Start up ຫວຽດນາມ ດ້ວຍບັນດາການປຸກລະດົມແຫຼ່ງເງິນລົງທຶນ. ພິເສດ,ໃນປີ 2018 ບັນດາກຸ່ມບໍລິສັດໃຫຍ່ ເພີ່ມທະວີການລົງທຶນໃຫ້ບັນດາແນວຄວາມຄິດທີ່ບຸກທະລຸກ່ຽວກັບເຕັກໂນໂລຢີສ້າງລະບົບ Start up ທີ່ໄດ້ຮັບການໜູນຊ່່ວຍຈາກບັນດາກອງທຶນໜູນຊ່ວຍການ Start up ປ່ຽນແປງໃໝ່ປະດິດຄິດສ້າງ ກໍຄືບັນດາວິສາຫະກິດໜູນຊ່ວຍການ Start up./.

ຕອບກັບ