ຊາວ​ກະ​ສິ​ກອນ ເຊີນ​ລາ ສ້າງລະ​ຫັດເຂດ​ປູກ​ຝັງ ເພື່ອ​ຊຸກ​ຍູ້​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ

ງອກ​ແອັງ
Chia sẻ
(VOVWORLD) - ເພື່ອສົ່ງອອກບັນດາປະເພດຜະລິດຕະພັນກະເສດຕົ້ນຕໍອອກໄປຍັງຕະຫຼາດໂລກ, ຍາມໃດ ແຂວງ ເຊີນລາ ກໍ່ໄດ້ເອົາໃຈໃສ່ເປັນພິເສດ ຕໍ່ການຍົກສູງຄຸນນະພາບບັນດາປະເພດສິນຄ້າ; ເອົາໃຈໃສ່ຕໍ່ການຜັນຂະຫຍາຍການສ້າງ ແລະ ເພີ່ມລະຫັດເຂດປູກຝັງ, ສ້າງບັນດາເຂດຜະລິດສະເພາະ, ຕອບສະໜອງບັນດາມາດຖານຄຸນນະພາບ. ການສ້າງລະຫັດເຂດປູກຝັງ ແມ່ນຄວາມຮຽກຮ້ອງແບບບັງຄັບໃຫ້ຜະລິດຕະພັນກະເສດສົ່ງອອກປະເພດຕ່າງໆ ກໍ່ຄືໄດ້ສົ່ງຜົນກະທົບຢ່າງຕັ້ງໜ້າເຖິງຈິນຕະນາການ, ລະດັບຄວາມຮູ້ໃນການປູກຝັງ ແລະ ການເຄື່ອນໄຫວທຳການຜະລິດຂອງຊາວກະສິກອນ.
ຊາວ​ກະ​ສິ​ກອນ ເຊີນ​ລາ ສ້າງລະ​ຫັດເຂດ​ປູກ​ຝັງ  ເພື່ອ​ຊຸກ​ຍູ້​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ - ảnh 1

 ສະມາຊິກສະຫະກອນກະສິກຳ ຈ່ຽງຫັກ ບົວລະບັດໝາກມ່ວງ (ພາບ: baosonla.org.vn)

   ຄອບຄົວທ່ານ ຫງວຽນຕຽນເຮີ້ຍ, ສະຫະກອນດອກໄມ້ ໝາກໄມ້ ກວຽດເຕີມ, ຕາແສງຕູນາງ, ເມືອງອຽນເຈົາ, ແຂວງເຊີນລາ ມີເນື້ອທີ່ປູກຕົ້ນໝາກມ່ວງ 2 ເຮັກຕາ, ໃນນັ້ນ, ມີ 2 ເຮັກຕາໄດ້ຮັບລະຫັດເຂດປູກ, ຜະລິດຕາມຂັ້ນຕອນ VietGap. ປະລິມານໝາກມ່ວງສົດເກັບກ່ຽວໃນແຕ່ລະປີໄດ້ຂຶ້ນເຖິງ 20, 30 ໂຕນ ແລະ ຄອບຄົວທ່ານກໍ່ມີລາຍຮັບເປັນປົກກະຕິ. ທ່ານ ຫງວຽນຕຽນເຮີ້ຍ ໃຫ້ຮູ້ວ່າ:

  ຄອບຄົວຂ້າພະເຈົ້າມີເນື້ອທີ່ປູກຕົ້ນໄມ້ກິນໝາກ 3 ເຮັກຕາ. ແຕ່ລະປີ, ສະເພາະການເກັບກ່ຽວໝາກມ່ວງກໍ່ໄດ້ແຕ່ 35-50 ໂຕນ ແລະ ມີ 25-30 ໂຕນບັນລຸມາດຖານສົ່ງອອກ. 2, 3 ປີມານີ້, ໄດ້ຮັບລະຫັດເຂດປູກ, ການສົ່ງອອກກໍ່ມີຄວາມສະດວກກ່ວາ.

ຊາວ​ກະ​ສິ​ກອນ ເຊີນ​ລາ ສ້າງລະ​ຫັດເຂດ​ປູກ​ຝັງ  ເພື່ອ​ຊຸກ​ຍູ້​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ - ảnh 2

 ໝາກມັງກອນ-ຜະລິດຕະພັນກະເສດປອດສານພິດຂອງ ເຊີນລາ ມີລະຫັດເຂດປູກ(ພາບ: baosonla.org.vn)

   ປະຈຸບັນ, ເມືອງອຽນເຈົາ, ແຂວງເຊີນລາ ມີເນື້ອທີ່ປູກຕົ້ນໄມ້ກິນໝາກກ່ວາ 11.300 ເຮັກຕາ ໃນນັ້ນ, ກ່ວາ 770 ເຮັກຕາ ແມ່ນໄດ້ຮັບໃບຢັງຢືນ VietGAP. ທາງເມືອງກໍ່ພວມຄຸ້ມຄອງ, ຕິດຕາມກວດກາ 67 ລະຫັດເຂດປູກໃນເນື້ອທີ່ປູກຕົ້ນໄມ້ກິນໝາກປະເພດຕ່າງໆກ່ວາ 1.140 ເຮັກຕາ. ໃນບໍລິເວນເມືອງ, ນັບມື້ນັບມີຫຼາຍເນື້ອທີ່ປູກຝັງໄດ້ໝູນໃຊ້ເຕັກໂນໂລຊີສູງ ຊື່ງໄດ້ຍົກສູງຄຸນຄ່າຜະລິດຕະພັນ ກໍ່ຄືໄດ້ຮັບລະຫັດເຂດປູກ, ສ້າງຄວາມສະດວກໃຫ້ແກ່ການສົ່ງອອກ. ທ່ານ ເຢືອງມິນຫ່າ, ປະທານສະຫະກອນດອກໄມ້ ໝາກໄມ້ ກວຽດເຕີມ, ຕາແສງຕູນາງ, ເມືອງອຽນເຈົາ, ແຂວງເຊີນລາ ໃຫ້ຮູ້ວ່າ:

   ເມື່ອໄດ້ຮັບລະຫັດເຂດປູກ, ການຄຸ້ມຄອງກໍ່ງ່າຍດາຍກ່ວາ, ຊາວກະສິກອນກໍ່ເຮັດຕາມການຜະລິດຕາມມາດຖານ Vietgap ງ່າຍກ່ວາເຊັ່ນດຽວກັນ. ຄຸນນະພາບຂອງໝາກໄມ້ກໍ່ດີກ່ວາ ເມື່ອທຽບກັບການເຮັດແບບເສລີ.

  ການສະໜອງລະຫັດເຂດປູກຝັງ ໄດ້ຊ່ວຍໃນການຫາຕົ້ນກຳເນີດໄດ້ ກໍ່ຄືຊ່ວຍຄຸ້ມຄອງຂັ້ນຕອນການຜະລິດຢ່າງແໜ້ນແຟ້ນ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈຕໍ່ຜູ້ໃຊ້ສອຍ. ທ່ານ ຫ່າວັນເຊີນ, ປະທານສະຫະກອນກະສິກຳປອດສານພິດ ຈ່ຽງຫັກ ເມືອງອຽນເຈົາ, ແຂວງເຊີນລາ ໃຫ້ຮູ້ວ່າ:

  ນັບແຕ່ມື້ໄດ້ຮັບລະຫັດເຂດປູກຝັງ, ບັນດາສະມາຊິກສະຫະກອນ, ຊາວກະສິກອນ ໄດ້ຮູ້ວິທີຜະລິດຕາມຂໍ້ກຳນົດຂອງບັນດາເຂດປູກທີ່ມີລະຫັດ ແລະ ສາມາດຮັບໃຊ້ຕະຫຼາດແຫ່ງຕ່າງໆ. ພວກຂ້າພະເຈົ້າ ໄດ້ຂົນຂວາຍ ປຊຊ ເຮັດຕາມ ແລະ ປະຕິບັດບັນດາຂັ້ນຕອນການບົວລະບັດ, ນຳໃຊ້ຝຸ່ນ, ຢາຮັກສາພືດຜັກຕາມການກຳນົດ.

   ຕາມການສະຖິຕິ, ທົ່ວແຂວງ ເຊີນລາ ໄດ້ສະໜອງ 281 ລະຫັດເຂດປູກຝັງ ດ້ວຍເນື້ອທີ່ທັງໝົດກ່ວາ 4.600 ເຮັກຕາ ; ໃນນັ້ນ, ທາງແຂວງພວມຮັກສາ 205 ລະຫັດເຂດປູກເພື່ອສົ່ງອອກ, ຫຼາຍກ່ວາໝູ່ແມ່ນໄດ້ປູກຕົ້ນໝາກລຳໄຍ, ໝາກມ່ວງ, ໝາກກ້ວຍ, ໝາກໝັ້ນ, ໝາກມັງກອນ…ອັນໄດ້ສ້າງແລວນິຕິກຳໃຫ້ແກ່ຜະລິດຕະພັນກະເສດປະເພດຕ່າງໆຂອງແຂວງ ເຂົ້າຮ່ວມຕະຫຼາດສົ່ງອອກໄປຍັງ 21 ປະເທດ ແລະ ເຂດແຄ້ວນໃນໂລກ. ທ່ານ ເຢືອງຢາດິ້ງ, ຫົວໜ້າກົມປູກຝັງ ແລະ ຮັກສາພືດຜັກແຂວງ ເຊີນລາ ໃຫ້ຮູ້ວ່າ:

   ເລື່ອງສະໜອງລະຫັດເຂດປູກຝັງ ມີຄວາມໝາຍສຳຄັນທີ່ສຸດ ໃນການຜະລິດກະສິກຳ. ພິເສດ, ເມື່ອພື້ນຖານກະສິກຳ ແລະ ເສດຖະກິດ ຫວຽດນາມ ພວມເຊື່ອມໂຍງຢ່າງເລິກເຊິ່ງກ້ວາງຂວາງ ແລະ ຜະລິດຕະພັນກະເສດ ກໍ່ພວມແມ່ນຜະລິດຕະພັນຕົ້ນຕໍເພື່ອສົ່ງອອກ.

     ເລື່ອງສ້າງລະຫັດເຂດປູກຝັງໃຫ້ແກ່ຊາວກະສິກອນ, ສະຫະກອນ, ວິສາຫະກິດໃນບໍລະເວນແຂວງ ເຊີນລາ ໄດ້ປະກອບສ່ວນຊຸກຍູ້ການຫັນເປັນດີຈີຕອນ ໃນການຜະລິດກະສິກຳ, ເພີ່ມສະມັດຕະພາບ ແລະ ຫລຸດຜ່ອນກຳລັງແຮງງານໃຫ້ແກ່ຊາວກະສິກອນ. ພິເສດ, ວຽກງານນີ້ ໄດ້ເພີ່ມຄຸນຄ່າໃນການຜະລິດກະສິກຳ, ຊ່ວຍການສົ່ງອອກຜະລິດຕະພັນກະເສດຂອງແຂວງ ເຊີນລາ ໃຫ້ນັບມື້ນັບພັດທະນາກ່ວາອີກ./.

ຕອບກັບ