ການ​ປ່ຽນ​ແປງ​ໃນ​ບ​ັນ​ດາ​ເຂດ​ບ້ານ​ຢູ່​ແຂວງ ເລິມ​ດົ່ງ

Chia sẻ
(VOVWORLD) - ໂດຍໄດ້ຮັບຄວາມເອົາໃຈໃສ່, ການລົງທຶນຂອງລັດ ສຳລັບເຂດຫ່າງໄກສອກຫລີກ, ເຂດບັນດາຊາວຊົນເຜົ່າສ່ວນໜ້ອຍ ແລະ ການຮ່ວມເດີນທາງຂອງ ປຊຊ ເຂດ ໄຕງວຽນ, ໃນນັ້ນ ມີແຂວງ ເລິມດົ່ງ, ຊີວິດການເປັນຢູ່ຂອງ ປຊຊ ບັນດາເຜົ່າຢູ່ທີ່ນີ້ ໄດ້ມີການປ່ຽນແປງຢ່າງເຫັນໄດ້ຊັດ. ປະຈຸບັນ, ກຳລັງຊີວິດໃໝ່ພວມປະກົດມີຢູ່ທຸກເຂດດິນແດນທີ່ເຄີຍປະສົບກັບຄວາມຫຍຸ້ງຍາກໃນໄລຍະໜຶ່ງຂອງແຂວງ ເລິມດົ່ງ.
ການ​ປ່ຽນ​ແປງ​ໃນ​ບ​ັນ​ດາ​ເຂດ​ບ້ານ​ຢູ່​ແຂວງ ເລິມ​ດົ່ງ - ảnh 1

 ຊີວິດຂອງຊາວເຜົ່າສ່ວນໜ້ອຍຢູ່ ເລິມດົ່ງ ນັບມື້ນັບມີຄວາມມອີ່ມໜຳສຳລານ (ພາບ: VOV)

    ແຂວງ ເລິມດົ່ງ ມີປຊາກອນ 1.3 ລ້ານຄົນ, ໃນນັ້ນ ຊາວເຜົ່າສ່ວນໜ້ອຍກວມເອົາກ່ວາ 25%. ໃນໄລຍະ   2022 - 2025, ແຂວງ ເລິມດົ່ງ ໄດ້ລົງທຶນເກືອບ 1700 ຕຶ້ດົ່ງ (ກ່ວາ 72.2 ລ້ານ USD) ເພື່ອປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດ ພັດທະນາເສດຖະກິດສັງຄົມເຂດຊາວຊົນເຜົ່າສ່ວນໜ້ອຍ. ນີ້ແມ່ນຄວາມເອົາໃຈໃສ່ລົງທຶນພິເສດຂອງລັດ ເພື່ອແນໃສ່ຊ່ວຍບັນດາເຂດຊາວຊົນເຜົ່າສ່ວນໜ້ອຍຂອງແຂວງ ເລິມດົ່ງ ມີກຳລັງໜູນຕື່ມອີກ ເພື່ອພັດທະນາຢ່າງບໍ່ຢຸດຢັ້ງ. ທ່ານ ເກີບາດ ເລຂາໜ່ວຍພັກບ້ານ ບັງຢຸງ, ຕາແສງ ດ້າກນາງ, ເມືອງ ດາມຣົງ ໃຫ້ຮູ້ວ່າ ຊີວິດການເປັນຢູ່ຂອງ ປຊຊ ເຂດຊາວຊົນເຜົ່າສ່ວນໜ້ອຍໄດ້ມີການປ່ຽນແປງຢ່າງເຫັນໄດ້ຊັດ ບໍ່ພຽງແຕ່ຍູ້ຄວາມທຸກຍາກອຶດຫິວໃຫ້ຖອຍໄປເທົ່ານັ້ນ, ຫາກມີຫຼາຍຄອບຄົວໄດ້ບືນຕົວຂຶ້ນສ້າງຄວາມຮັ່ງມີ, ສ້າງສາເຂດຄຸ້ມບ້ານພັດທະນາອີກດ້ວຍ:

  ເລື່ອງຜັນຂະຫຍາຍນະໂຍບາຍນະໂຍບາຍລົງທຶນຂອງພັກ ແລະ ລັດ, ໂດຍສະເພາະແມ່ນບັນດາໂຄງການລະອຽດຂອງທ້ອງຖິ່ນ ໃນບໍລິເວນປະສົບກັບຄວາມຫຍຸ້ງຍາກ ໄດ້ນຳມາເຊິ່ງປະສິດທິຜົນທີ່ດີ. ປຊຊ ຢູ່ທີ່ນີ້ ໄດ້ຕອບສະໜອງຢ່າງຕັ້ງໜ້າ, ເຂົ້າຮ່ວມການສ້າງສາ, ປະກອບກຳລັງເຫື່ອແຮງ, ບໍລິຈາກທີ່ດິນເພື່ອເຮັດເສັ້ນທາງ, ຮ່ວມສຳພັນທຳການຜະລິດ, ທຳມາຫາກິນ. ຈາກນັ້ນ ໂສມໜ້າເຂດບ້ານໄດ້ພັດທະນາ, ມີການປ່ຽນແປງຫຼາຍຢ່າງເມື່ອທຽບກັບເມື່ອກ່ອນ. ພິເສດ ປຊຊ ຍາມໃດກໍ່ໄດ້ຮູ້, ໄດ້ປຶກສາຫາລື, ໄດ້ເຮັດ, ໄດ້ກວດກາ ແລະ ຊົມໃຊ້ບັນດານະໂຍບາຍລົງທຶນ, ສະນັ້ນ ປຊຊ ຈຶ່ງະພາກພູມໃຈ.

ການ​ປ່ຽນ​ແປງ​ໃນ​ບ​ັນ​ດາ​ເຂດ​ບ້ານ​ຢູ່​ແຂວງ ເລິມ​ດົ່ງ - ảnh 2

ບັນດາໂຄງການເປົ້າໝາຍແຫ່ງຊາດໄດ້ຊ່ວຍເຂດບ້ານຢູ່ແຂວງ ເລິມດົ່ງ ພັດທະນາຕາມແຕ່ລະມື້(ພາບ: VOV)

   ປະຈຸບັນ, ແຂວງ ເລິມດົ່ງ ພວມຜັນຂະຫຍາຍ 3 ໂຄງການເປົ້າໝາຍແຫ່ງຊາດ: ການກໍ່ສ້າງຊົນນະບົດໃໝ່; ການພັດທະນາເສດຖະກິດ ສັງຄົມເຂດຊາວຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ. ການລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກແບບຍືນຍົງ. ຍ້ອນເຫດນັ້ນ, ບັນດາດັດຊະນີ ການພັດທະນາເສດຖະກິດ ສັງຄົມແຂວງ ເລິມດົ່ງ ກ່ຽວກັບພື້ນຖານໂຄງລ່າງ, ລາຍຮັບ, ສາທາລະນະສຸກ, ການສຶກສາ, ວັດທະນະທຳ, ການຫລຸດຜ່ອນຄວາມທຸກຍາກ… ໄດ້ມີການປ່ຽນແປງຢ່າງເຫັນໄດ້ຊັດ. ລະອຽດ, ພື້ນຖານໂຄງລ່າງເຂດຊົນນະບົດໄດ້ຮັບການປົວແປງ, ປີ 2022, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸເກືອບ 78 ລ້ານດົ່ງ (ກ່ວາ 3.300 USD), ເພີ່ມເກືອບ 15 ລ້ານດົ່ງເມື່ອທຽບກັບປີ 2020. ປີນີ້,  ແຂວງ ເລິມດົ່ງ ໄດ້ວາງເປົ້າໝາຍຫລຸດຜ່ອນຄວາມທຸກຍາກຢູ່ບັນດາເຂດຊາວຊົນເຜົ່າສ່ວນໜ້ອຍ ແຕ່ 2.5 ຫາ 3% ເມື່ອທຽບກັບປີ 2022. ລັດໄດ້ໜູນຊ່ວຍເປັນຢ່າງດີ ແລະ ມີປະສິດທິຜົນທີ່ສຸດ ເພື່ອໃຫ້ຜູ້ອອກແຮງງານ, ທຳການຜະລິດ, ປົວແປງຊີວິດການເປັນຢູ່. ທ່ານ ເກີກຣາສ ຊາວເຜົ່າ ເກີຮໍ ຢູ່ເທດສະບານເມືອງ ລົກທັງ, ເມືອງ ບາວເລິມ, ແຂວງ ເລິມດົ່ງ ເລົ່າສູ່ຟັງວ່າ:

  ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກລັດ, ການໜູນຊ່ວຍຈາກຂະແໜງກະສິກຳ, ອຳນາດການປົກຄອງເມືອງ ບາວເລິມ…. ຂ້າພະເຈົ້າໄດ້ເຂົ້າຮ່ວມບັນດາຊຸດຝຶກອົບຮົມ, ກອງປະຊຸມສຳມະນາຕ່າງໆ, ຊື້ຝຸ່ນຈ່າຍເງິນຕາມຫຼັງ….ຂ້າພະເຈົ້າໄດ້ຕັ້ງໜ້າລົງທຶນເຂົ້າການຜະລິດ, ໝູນໃຊ້ວິທະຍາສາດເຕັກນິກ ເຂົ້າໃນສວນຊາ: ສວນກາເຟ, ດັ່ງນັ້ນ ຈຶ່ງບັນລຸສະມັດຕະພາບສູງ, ນຳມາເຊິ່ງແຫຼ່ງລາຍຮັບເປັນປົກກະຕິໃຫ້ແກ່ຄອບຄົວ.

   ບໍ່ພຽງແຕ່ທ່ານ ເກີ ກຣາສ ເທົ່ານັ້ນ, ຫາກຊາວຊົນເຜົ່າສ່ວນໜ້ອຍຂອງແຂວງ ເລິມດົ່ງ ເປັນຈຳນວນສ່ວນຫຼາຍ ກໍ່ໄດ້ບືນຕົວຂຶ້ນ ຫລຸດພົ້ນອອກຈາກຄວາມທຸກຍາກ, ສ້າງຊີວິດທີ່ອີ່ມໜຳສຳລານ ແລະ ມີຄວາມຜາສຸກອີກດ້ວຍ. ໃນ 10 ປີກ່ອນ, ເກືອບ 100 ຄອບຄົວຊາວເຜົ່າ ເກີຮໍ ຢູ່ບ້ານ 4, ຕາແສງ ດ້າປລົວ, ເມືອງ ດ້າຮວຍ, ແຂວງ ເລິມດົ່ງ ມີກ່ວາ 60% ແມ່ນຄອບຄົວທຸກຍາກ ແຕ່ໃນປະຈຸບັນບໍ່ມີຄອບຄົວໃດທຸກຍາກອີກແລ້ວ ແລະ ສ່ວນຫຼາຍໄດ້ກາຍເປັນຄອບຄົວມີລາຍຮັບປານກາງ ແລະ ຮັ່ງມີ. ໝາກຜົນນີ້ແມ່ນຍ້ອນລັດໄດ້ຜັນຂະຫຍາຍຢ່າງຄົບຊຸດ ໃນຫຼາຍນະໂຍບາຍ, ໂຄງການລົງທຶນ, ໜູນຊ່ວຍໃຫ້ຊາວເຜົ່າສ່ວນໜ້ອຍຢູ່ກັບທີ່. ພິເສດ, ໂຄງການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ຫລຸດຜ່ອນຄວາມທຸກຍາກແບບຍືນຍົງ, ໜູນຊ່ວຍຄ່າຂົນສົ່ງເບັ້ຍໄມ້, ແນວພັນສັດລ້ຽງ, ຖ່າຍທອດເຕັກນິກການປູກຝັງ….ໄດ້ເສີມຂະຫຍາຍປະສິດທິຜົນ. ປ້າ ກາຣອມ, ນາຍບ້ານ 4, ຕາແສງ ດ້າປລົວ ໃຫ້ຮູ້ວ່າ:

   ລັດໄດ້ເອົາໃຈໃສ່ລົງທຶນ, ໜູນຊ່ວຍເບັ້ຍໄມ້, ແນວພັນສັດລ້ຽງ, ຈັດບັນດາຊຸດຝຶກອົບຮົມຖ່າຍທອດເສດຖະກິດ, ສັງຄົມ, ວິທີບົວລະບັດຕົ້ນໄມ້ ແລະ ປຊຊ ໄດ້ໝູນໃຊ້ຕາມນັ້ນ. ຈາກນັ້ນ, ຊີວິດການເປັນຢູ່ຂອງ ປຊຊ ຢູ່ທີ່ນີ້ ໄດ້ມີການປ່ຽນແປງຫຼາຍທີ່ສຸດ. ສະຕິຄວາມຮັບຮູ້ຂອງ ປຊຊ ກໍ່ມີການປ່ຽນແປງຢ່າງຕັ້ງໜ້າ, ບັນດາປະເພນີຫຼ້າຫຼັງໄດ້ຍູ້ໃຫ້ຖອຍໄປ, ລົບລ້າງຄວາມທຸກຍາກອຶດຫິວໄດ້ແລ້ວ. ເລື່ອງຮ່ຳຮຽນຂອງລູກຫຼານໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ, ປຊຊ ໃນບ້ານໄດ້ພ້ອມກັນສ້າງວິຖີການດຳລົງຊີວິດໃໝ່ ແລະ ພັດທະນາເສດຖະກິດສັງຄົມ.

  ຖ້າທ່ານມາຢ້ຽມຢາມແຂວງ ເລິມດົ່ງ ໃນທຸກວັນນີ້, ທ່ານຈະບໍ່ເຫັນຮູບພາບບັນດາເສັ້ນທາງດິນແດງທີ່ໂຄດລ້ຽວໃນເຂດພູພຽງອີກແລ້ວ, ແທນໃຫ້ນັ້ນ ແມ່ນບັນດາເສັ້ນທາງທີ່ກ້ວາງໃຫ່ຍປູດ້ວຍຢາງຍາວສຸດສາຍຕາ ເຊື່ອມຕໍ່ຮອດແຕ່ລະໝູ່ບ້ານ, ຊີວິດການເປັນຢູ່ຂອງ ປຊຊ ໄດ້ປ່ຽນແປງຕາມແຕ່ລະມື້. ມາຮອດປະຈຸບັນ, ບັນດາໝູ່ບ້ານໃນແຂວງ ເລິມດົ່ງ ໄດ້ຮັບການຮັບປະກັນຊີວິດສັງຄົມໂດຍພື້ນຖານ, ຄ່ອຍໆຮັດແຄບຊ່ອງຫວ່າງດ້ານຄ່າຄອງຊີບ, ລາຍຮັບສະເລ່ຍຕໍ່ຫົວຄົນລະຫວ່າງເຂດຊາວຊົນເຜົ່າສ່ວນໜ້ອຍ ເມື່ອທຽບກັບລະດັບສະເລ່ຍລວມຂອງແຂວງ ./.

ຕອບກັບ