ວັນ​ບຸນ​ວັດ​ເຮືອງ ຍາມ​ລະ​ດູ​ບານ​ໃໝ່

Chia sẻ
(VOVWORLD) - ໂດຍໄດ້ກາຍເປັນຄວາມລຶ້ງເຄີຍແລ້ວ, ວັນທີ 6 ເດືອນຈຽງຂອງທຸກປີ (ໄລ່ຕາມຈັນທະປະຕິທິນ), ແຂກທ່ອງທ່ຽວທຸກສາສະທິດ ໄດ້ພາກັນກັບເມືອເຂດສັກກະລະບູຊາທາງດ້ານສາສະໜາພຸດຢູ່ຕາແສງ ເຮືອງເຊີນ, ເມືອງໝີດຶກ, ຮ່າໂນ້ຍ ເພື່ອເຂົ້າຮ່ວມພິທີໄຂວັນບຸນວັດເຮືອງ. ນີ້ແມ່ນວັນບຸນຍາວທີ່ສຸດໃນປີ, ໄດ້ຈັດຂຶ້ນແຕ່ເດືອນຈຽງ ຮອດເດືອນສາມ ໄລ່ຕາມຈັນທະປະຕິທິນ, ເຂິ່ງໄດ້ດຶງດູດສາສະນິກກະຊົນ, ແຂກທ່ອງທ່ຽວນັບລ້ານຄົນມາບູຊາ ແລະ ຊົມທິວທັດທຳມະຊາດ.

ວັນ​ບຸນ​ວັດ​ເຮືອງ ຍາມ​ລະ​ດູ​ບານ​ໃໝ່ - ảnh 1ພຸດທະສາສະນິກກະຊົນ ເຂົ້າຮ່ວມວັນບຸນວັດເຮືອງ ຍາມຕົ້ນປີໃໝ່ (ພາບ: dangcongsan.vn)

ວັນບຸນວັດເຮືອງແມ່ນໜຶ່ງໃນບັນດາວັນບຸນທີ່ແກ່ຍາວ ແລະ ໃຫຍ່ທີ່ສຸດຢູ່ເຂດພາກເໜືອ ຫວຽດນາມ. ສຳລັບປະຊາຊົນຫຼາຍຄົນ, ການເດີນທາງທຳອິດໃນປີທີ່ບໍ່ສາມາດຂາດໄດ້ໃນຍາມລະດູບານໃໝ່ນັ້ນແມ່ນການເດີນທາງເຂົ້າຮ່ວມວັນບຸນເຮືອງ.

ການເດີນທາງທຳອິດຂອງຂ້າພະເຈົ້າແມ່ນໄປຍັງວັດເຮືອງ ເຊິ່ງແມ່ນສະຖານທີ່ສັກກະລະບູຊາຄືຈັງຊີ້, ເຮັດໃຫ້ຂ້າພະເຈົ້າຮູ້ສຶກສະບາຍໃຈທີ່ສຸດ. ເປັນຕົ້ນແມ່ນໃນວັດໄຂວັດບຸນ ກົງກັບໂອກາດຕົ້ນລະດູບານໃໝ່.

ລະດູບານໃໝ່ມີຫຼາຍວັນບຸນ, ເລີ່ມຕົ້ນປີໃໝ່ ຂ້າພະເຈົ້າກໍ່ຕ້ອງໄປວັດເຮືອງ ທຳອິດ. ຂ້າພະເຈົ້າຮູ້ສຶກອຸ່ນອ່ຽນໃຈເມື່ອມາເຂດດິນແດນແຫ່ງສັກກະລະບູຊານີ້.

ສາສະນິກກະຊົນ, ແຂກທຸກສາລະທິດເມື່ອມາວັດເຮືອງ ແມ່ນມາສະຖານທີ່ເກັບຮັກສາບັນດາຄຸນຄ່າທາງດ້ານວັດທະນະທຳທີ່ເປັນມູນເຊື້ອຂອງຊາດ, ກໍ່ແມ່ນການເດີນທາງກັບເມືອດິນແດນແຫ່ງສາສະໜາພຸດ. ພະສັງຄະນາຍົກ ທິກມິງຮ່ຽນ, ຮອງຫົວໜ້າຄະນະວັດທະນະທຳສູນກາງສະມາຄົມພຸດທະສາສະໜາ ຫວຽດນາມ, ເຈົ້າອາວາດ ວັດເຮືອງ ຖືວ່າ:

ວັດເຮືອງ ມີພູຜາປ່າໄມ້ແມ່ນ້ຳລຳເຊທີ່ໃຫຍ່ໂຕມະຫາຖານ, ວັດວາອາຮາມ, ຖ້ຳນ້ອຍໃຫຍ່ຫຼາຍແຫ່ງ ປະຊາຊົນໄດ້ກະກຽມເປີດປະຕູຕ້ອນຮັບພໍ່ແມ່ປະຊາຊົນ, ພຸດທະສາສະນິກກະຊົນມາຈາກທຸກສາລະທິດ ເຂົ້າຮ່ວມວັນບຸນຍາມລະດູບານໃໝ່ໃນຕະຫຼອດໄລຍະ 3 ເດືອນ. ນີ້ແມ່ນຄວາມງາມທີ່ເປັນມູນເຊື້ອທາງດ້ານວັດທະນະທຳຂອງຊາດ ຫວຽດນາມ, ວັນບຸນກ່ຽວກັບການເຫຼື້ອມໄສຄວາມເຊື່ອຖືທາງດ້ານສາສະໜາຕ່າງໆ ແລະ ສາສະໜາພຸດທີ່ປະສົມປະສານກັນ.

ມາເຂດດິນແດນແຫ່ງສັກກາລະບູຊານີ້, ທຸກຄົນລ້ວນແຕ່ຈຸດທູບໃຕ້ທຽນ ແລະ ພາວະນາຂໍຄວາມຢູ່ເຢັນເປັນສຸກໃຫ້ແກ່ຕົນເອງ ແລະ ຄອບຄົວ.

ຕົ້ນປີໃໝ່, ກໍ່ຄືກັນກັບທຸກຄົນ, ຂ້າພະເຈົ້າພາວະນາຂໍໃຫ້ມີຄວາມສະຫງົບສຸກ, ຄວາມຜາສຸກໃຫ້ແກ່ສະມາຊິກໝົດທຸກຄົນໃນຄອບຄົວ.

ພຽງແຕ່ຫວັງວ່າລູກຫຼານມີສຸຂະພາບທີ່ແຂງແຮງ, ຮ່ຳຮຽນເກັ່ງ, ທຳມາຫາກິນປະສົບກັບຜົນສຳເລັດ.

ວັດເຮືອງມີຊື່ສຽງບໍ່ພຽງແຕ່ຍ້ອນມີທິວທັດທຳມະຊາດທີ່ສວຍສົດງົດງາມເທົ່ານັ້ນ ຫາກຍັງແມ່ນຈຸດຄວາມງາມທາງດ້ານວັດທະນະທຳການເຫຼື້ອມໄສເຊື່ອຖືສາສະໜາພຸດຂອງປະຊາຊົນຫວຽດນາມອີກດ້ວຍ. ບັນດາສະຖານທີ່ບູຊາໄດ້ຮັບການກໍ່ສ້າງຢູ່ລຽບຕາມພູຫີນ, ທ່າມກາງປ່າໄມ້. ເພື່ອໄປຍັງສະຖານທີ່ບູຊາ, ທຸກໆຄົນຕ້ອງຍ່າງແຕ່ຕີນພູຂຶ້ນຂັ້ນໄດຫີນນັບພັນຂັ້ນ, ຈູດທູບໃຕ້ທຽນຕາມລຳດັບແຕ່ວັດນອກຮອດວັດໃນ, ຂຶ້ນວັດຢາຍອວນ, ວັດ ທຽນຈູ່ ກັບ ຖ້ຳຮິງບົ່ງ, ຖ້ຳເຮືອງຕິກ… ວັດໃດກໍ່ມີຄວາມງາມທີ່ເກົ່າແກ່ ແລະ ສະຫງ່າຜ່າເຜີຍ.

    ເມື່ອມາວັດເຮືອງ, ແຂກທ່ອງທ່ຽວຍັງໄດ້ເຊື່ອມຕົວເຂົ້າກັບບັນດາການເຄື່ອນໄຫວທາງດ້ານວັດທະນະທຳ, ວັນບຸນຕ່າງໆຢູ່ທີ່ນີ້. ວັນບຸນວັດເຮືອງ ແມ່ນສະຖານທີ່ເຕົ້າໂຮມການດຳລົງຊີວິດທາງດ້ານວັດທະນະທຳບັນດາເຜົ່າທີ່ເປັນເອກະລັກສະເພາະຄື: ພາຍເຮືອ, ຂັບວັນ, ຂັບແຈ່ວ…

ແຂກທ່ອງທ່ຽວກໍ່ອາດສາມາດນັ່ງເຮືອຊົມວິວ ກໍ່ແມ່ນການບໍລິການທີ່ດີຢູ່ແຫ່ງນີ້. ໃນວັນບຸນ ມີເຮືອຫຼາຍລຳລ່ອງເຕັມຢູ່ຫ້ວຍອຽນ.

ວັນບຸນວັດເຮືອງແມ່ນສະຖານທີ່ເຕົ້າໂຮມປັດໄຈທາງດ້ານວັດທະນະທຳ, ສາສະໜາທີ່ເປັນມູນເຊື້ອ, ສະຖານທີ່ທ່ອງທ່ຽວສັກກະລະບູຊາທີ່ດີໃນຍາມຕົ້ນລະດູບານໃໝ່.

ຕອບກັບ