ເສດຖະກິດທົ່ວໂລກ: ບັນດາຈຸດເດັ່ນ, ຄວາມ​ສ່ຽງ

Quang Dung
Chia sẻ
(VOVWORLD) -

ໃນບົດລາຍງານກ່ຽວກັບແງ່ຫວັງເສດຖະກິດໂລກ ທີ່ປະກາດຫວ່າງມໍ່ໆມານີ້, ບັນດາອົງການການເງິນໃຫຍ່ເກືອບທັງໝົດລ້ວນແຕ່ມີຂໍ້ສັງເກດວ່າ: ເສດຖະກິດໂລກ ໄດ້ຫລຸດພົ້ນອອກຈາກໄພຖືກຊຸດໂຊມ ແລະ ມີການເຕີບໂຕເລັກໜ້ອຍໃນປີນີ້. ແຕ່ເຖິງຢ່າງໃດກໍ່ຕາມ, ບັນດາປັດໄຈຄວາມສ່ຽງກ່ຽວກັບສະພາບເງິນເຟີ້, ຄວາມເຄັ່ງຕຶງດ້ານພູມສາດການເມືອງຍັງໃຫຍ່ຫຼວງພໍສົມຄວນ.

ເສດຖະກິດທົ່ວໂລກ: ບັນດາຈຸດເດັ່ນ, ຄວາມ​ສ່ຽງ - ảnh 1
ສຳນັກຂ່າວ IMF ປະຈຳ ວໍຊິງຕັງ ດີຊີ
(ພາບປະກອບ:ສຳນັກຂ່າວສານຊິນຮວາ/TTXVN)

        ບົດລາຍງານແງ່ຫວັງເສດຖະກິດໂລກສະບັບຫຼ້າສຸດຂອງກອງທຶນເງິນຕາສາກົນ (IMF), ປະກາດໃນວັນທີ 16 ເມສາ, ໄດ້ສະແດງໃຫ້ເຫັນການເຕີບໂຕຂອງເສດຖະກິດທົ່ວໂລກເພີ່ມຂຶ້ນເລັກໜ້ອຍເມື່ອທຽບໃສ່ການຄາດຄະເນໃນຕົ້ນປີຂອງອົງການນີ້.

3 ຈຸດເດັ່ນຂອງເສດຖະກິດທົ່ວໂລກ

        ຈຸດເດັ່ນທຳອິດໃນບົດລາຍງານແງ່ຫວັງຂອງເສດຖະກິດໂລກຂອງ IMF ແມ່ນການເຕີບໂຕເສດຖະກິດທົ່ວໂລກອາດຈະບັນລຸລະດັບ 3,2% ໃນປີ 2024, ສູງກ່ວາ 0,1 ຄະແນນສ່ວນຮ້ອຍເມື່ອທຽບໃສ່ການຄາດຄະເນທີ່ IMF ຍົກອອກມາໃນເດືອນ ມັງກອນ ຜ່ານມາ. ໃນປີ 2025, ຄາດວ່າ, ການເຕີບໂຕເສດຖະກິດທົ່ວໂລກກໍ່ບັນລຸ 3,2%. ຈຸດເດັ່ນທີສອງ ໃນບົດລາຍງານຂອງ IMF ແມ່ນເງິນເຟີ້ສືບຕໍ່ມີທ່າອ່ຽງຫລຸດລົງ. ໃນຂອບເຂດທົ່ວໂລກ, ເງິນເຟີ້ ໄດ້ຄາດຄະເນຈະຫລຸດແຕ່ 5,9% ໃນປີ 2024 ລົງເຫຼືອພຽງ 4,5% ໃນປີ 2025, ຍ້ອນວ່າບັນດາປະເທດໃນໂລກ ຮັກສາອັດຕາດອກເບ້ຍທະນາຄານຢູ່ໃນລະດັບສູງ. ຕາມທ່ານ Pierre-Olivier Gourinchas, ຫົວໜ້ານັກຊ່ຽວຊານເສດຖະກິດຂອງ IMF ແລ້ວ, ເຖິງວ່າລະດັບຄາດຄະເນການເຕີບໂຕຂອງເສດຖະກິດທົ່ວໂລກໃນປີ 2024 ແລະ 2025 ຍັງຢູ່ໃນລະດັບຂ້ອນຂ້າງຕ່ຳກວ່າຫຼາຍເມື່ອທຽບໃສ່ລະດັບການເຕີບໂຕກ່ອນເກີດໂລກລະບາດໂຄວິດ  - 19 ກໍ່ຕາມ ແຕ່ພິຈາລະນາເຖິງສະພາບການໂລກທີ່ມີການຜັນແປ ໃນກ່ວາ 2 ປີຜ່ານມາ, ນັ້ນຍັງແມ່ນຕົວເລກທີ່ເປັນໜ້າສົ່ງເສີມ:

        “ສ່ວນສຳລັບຈຸດເດັ່ນທີສາມ, ນັ້ນແມ່ນພວກຂ້າພະເຈົ້າເຫັນວ່າ ສ່ວນຫຼາຍບັນດາພາກພື້ນໃນໂລກ ບໍ່ມີຄວາມວິຕົກກັງວົນຫຼາຍກ່ຽວກັບວິກິດການໃນ 4 ປີຜ່ານມາ ແມ່ນໂລກລະບາດ ແລະ ຄ່າຄອງຊີບ. ບັນດາວິກິດການນີ້ໄດ້ຢຸດຕິທ່າອ່ຽງການເຕີບໂຕຂອງເສດຖະກິດທົ່ວໂລກກ່ອນເກີດໂລກລະບາດໂຄວິດ ແລະ ພວກເຮົາຍັງຢູ່ໃນລະດັບຕ່ຳກວ່າເວລານັ້ນ, ແຕ່ປະຈຸບັນ, ພວກຂ້້າພະເຈົ້າເຫັນວ່າ ຫຼາຍພາກພື້ນພວມຮັດແຄບຊ່ອງຫວ່າງ, ກຳໄດ້ທ່າອ່ຽງການເຕີບໂຕໃນເມື່ອກ່ອນ”.

        ກ່ຽວກັບແງ່ຫວັງການເຕີບໂຕລະອຽດຂອງແຕ່ລະປະເທດ ແລະ ພາກພື້ນ, IMF ຖືວ່າ: ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ ແມ່ນ ອາເມລິກາ ຍັງຈະເຕີບໂຕຢ່າງສະຖຽນລະພາບຢູ່ລະດັບ 2,7% ໃນປີ 2024 ນີ້, ສູງກ່ວາລະດັບຄາດຄະເນ 2,1% ໃນເດືອນມັງກອນ, ແຕ່ຈະບັນລຸພຽງ 1,9% ໃນປີ 2025 ເທົ່ານັ້ນ. ໃນຂະນະນັ້ນ, IMF ຕີລາຄາບໍ່ຕັ້ງໜ້າປານໃດກ່ຽວກັບການເຕີບໂຕຂອງ Eurozone, ຂະນະທີ່ໄດ້ຄາດຄະເນວ່າພາກພື້ນນີ້ຈະເຕີບໂຕພຽງ 0,8% ໃນປີ 2024 ນີ້, ຕ່ຳກ່ວາລະດັບຄາດຄະເນໃນເດືອນມັງກອນ (ແມ່ນ 0,9%). ພິເສດ, IMF ໄດ້ຫລຸດລະດັບການຄາດຄະເນການເຕີບໂຕຂອງພື້ນຖານເສດຖະກິດອັບດັບໜຶ່ງໃນ Eurozone ນັ້ນແມ່ນ ເຢຍລະມັນ ລົງເຫຼືອພຽງ 0,2%, ຈາກລະດັບ 0,5% ກ່ອນນີ້ 3 ເດືອນ. ສຳລັບ ຈີນ, ພື້ນຖານເສດຖະກິດອັນດັບ 2 ໃນໂລກ, IMF ຄາດຄະເນວ່າ ຈີນ ເຕີບໂຕ 4,6% ໃນປີ 2024 ນີ້ ແຕ່ໃຫ້ຮູ້ ວ່າພ້ອມແລ້ວທີ່ຈະຍົກລະດັບຄາດຄະເນສຳລັບບັນດາຕົວເລກທີ່ປະເອີບໃຈຫວ່າງມໍ່ໆມານີ້ຂອງເສດຖະກິດປະເທດນີ້. ສຳລັບຫຼາຍພື້ນຖານເສດຖະກິດທີ່ພວມພັດທະນາຢູ່ ອາຊີ, IMF ກໍ່ໄດ້ຍົກອອກການຕີລາຄາທີ່ຕັ້ງໜ້າ. ສິ່ງດັ່ງກ່າວເໝາະສົມກັບຂໍ້ສັງເກດໂດຍທ່ານ Li Baodong, ເລຂາທິການໃຫຍ່ ເວທີປາໄສ ອາຊີ ປົວຢາວ ທີ່ໄດ້ຍົກອອກມາໃນເດືອນ ມີນາ ຜ່ານມາວ່າ:

        “ພວມມີການເພີ່ມຂຶ້ນຂອງບັນດາປັດໄຈຂາດສະຖຽນລະພາບຂອງບັນດາພື້ນຖານເສດຖະກິດ ອາຊີ, ແຕ່ບັນດາພື້ນຖານເສດຖະກິດນີ້ກໍ່ໄດ້ສະແດງໃຫ້ເຫັນກຳລັງຟື້ນຟູທີ່ດີຫຼາຍ. ບົດລາຍງານຂອງເວທີປາໄສ ອາຊີ ປົວຢາວ ຄາດຄະເນການເຕີບໂຕເສດຖະກິດ ແລະ ການເຊື່ອມໂຍງເສດຖະກິດພາກພື້ນຍັງຮັກສາລະດັບສູງໃນປີ 2024 ນີ້, ດ້ວຍແງ່ຫວັງທີ່ດີຫຼາຍສຳລັບ : ຈີນ, ອິນເດຍ, ອິນໂດເນເຊຍ, ອາຣັບບິ ຊາອຸດິ ແລະ ບັນດາພື້ນຖານເສດຖະກິດທີ່ພວມພັດທະນາອື່ນໆຂອງ ອາຊີ”.

ເສດຖະກິດທົ່ວໂລກ: ບັນດາຈຸດເດັ່ນ, ຄວາມ​ສ່ຽງ - ảnh 2ທ່ານ Pierre-Olivier Gourinchas, ຫົວໜ້ານັກຊ່ຽວຊານເສດຖະກິດຂອງ IMF
(ພາບ:AFP)

        ຍັງມີຄວາມສ່ຽງຫຼາຍຢ່າງ

        ເຖິງວ່າມີຂໍ້ສັງເກດທີ່ປະເອີບໃຈພໍສົມຄວນກ່ຽວກັບການເຕີບໂຕເສດຖະກິດໂລກໃນປີນີ້, ແຕ່ IMF ຍັງຍົກອອກຫຼາຍຂໍ້ກ່າວເຕືອນ. ຕາມ IMF ແລ້ວ, ເງິນເຟີ້ ພວມມີທ່າອ່ຽງຫລຸດລົງໃນເກືອບທຸກປະເທດ ແຕ່ມີລະດັບຊັກຊ້າກ່ວາເມື່ອທຽບໃສ່ຫຼາຍການຄາດຄະເນກ່ອນນັ້ນ, ໂດຍບັງຄັບໃຫ້ບັນດາທະນາຄານສູນກາງ ຕ້ອງຮັກສາອັດຕາດອກເບ້ຍສູງດ້ວຍເວລາດົນກ່ວາ ແລະ ສິ່ງດັ່ງກ່າວຈະສົ່ງຜົນກະທົບເຖິງການເຕີບໂຕເສດຖະກິດໃນໄລຍະກາງ. ຄຳກ່າວເຕືອນດັ່ງກ່າວເໝາະສົມກັບຂໍ້ສັງເກດໂດຍທ່ານ Jay Powell, ປະທານທະນາຄານກາງ ອາເມລິກາ (FED) ຍົກອອກມາໃນວັນທີ 17 ເມສາ, ເມື່ອຖືວ່າ ຍັງບໍ່ທັນຫລຸດລະດັບດອກເບ້ຍຢູ່ ອາເມລິກາ ໂດຍໄວໄດ້ ໃນຂະນະທີ່ ເປົ້າໝາຍນຳລະດັບເງິນເຟີ້ລົງລະດັບເປັນ 2% ຈະເສຍເວລາຫຼາຍກ່ວາການຄາດຄະເນ. IMF ເນັ້ນໜັກສະພາບຂາດດຸນງົບປະມານຂອງພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ ໄດ້ກໍ່ໃຫ້ເກີດຄວາມສ່ຽງຫຼາຍພໍສົມຄວນສຳລັບການຄິດໄລ່ການໃຊ້ຈ່າຍພື້ນຖານຂອງບັນດາພື້ນຖານເສດຖະກິດອື່ນ ກໍ່ຄືຄວາມສະຖຽນລະພາບດ້ານການເງິນທົ່ວໂລກ.

        ຄວາມຂາດສະຖຽນລະພາບດ້ານພູມສາດການເມືອງ, ດ້ວຍບັນດາການປະທະກັນຢູ່ ຢູແກຼນ, ເຂດ ກາຊາ ແລະ ສະພາບຄວາມເຄັ່ງຕຶງລະຫວ່າງ ອີຣານ - ອິດສະຣາແອນ ຢູ່ ຕາເວັນອອກກາງ ເພີ່ມຂຶ້ນ ກໍ່ໄດ້ສ້າງຄວາມສ່ຽງໄລຍະສັ້ນ ແລະ ໄລຍະກາງ ສຳລັບເສດຖະກິດໂລກ. ຕາມ IMF ແລ້ວ, ຖ້າຫາກມີການຕັດຕອນກ່ຽວກັບການສະໜອງນ້ຳມັນຢູ່ ຕາເວັນອອກກາງນັ້ນ, ລາຄານ້ຳມັນຂອງໂລກອາດຈະເພີ່ມຂຶ້ນປະມານ 15% ແລະ ໃນຂະນະນັ້ນ, ໄພເງິນເຟີ້ທົ່ວໂລກຈະເພີ່ມຂຶ້ນ 0,7%.

        ໂດຍມີຂໍ້ສັງເກດລວມກ່ຽວກັບຄວາມສ່ຽງຈາກການຈັດແບ່ງເສດຖະກິດນັ້ນ, ໃນບົດລາຍງານແງ່ຫວັງການຄ້າທົ່ວໂລກ, ໄດ້ປະກາດໃນວັນທີ 11 ເມສາ, ອົງການການຄ້າໂລກ (WTO) ໃຫ້ຮູ້ວ່າ: ແຕ່ປີ 2018, ການຄ້າລະຫວ່າງສອງພື້ນຖານເສດຖະກິດໃຫຍ່ໃນໂລກແມ່ນ ອາເມລິກາ ແລະ ຈີນ ເຕີບໂຕຊັກຊ້າກ່ວາ 30% ເມື່ອທຽບໃສ່ການເຕີບໂຕການຄ້າຂອງ 2 ປະເທດນີ້ ກັບບັນດາປະເທດອື່ນໃນໂລກ, ເພີ່ມຄວາມເປັນຫ່ວງກ່ຽວກັບການແບ່ງແຍກດ້ານເສດຖະກິດໃນຂອບເຂດທົ່ວໂລກ./.

ຕອບກັບ