ເພີ່ມ​ທະ​ວີ​ການ​ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ໃນ​ການ​ພັດ​ທະ​ນາ​ກະ​ສິ​ກຳ

To Tuan
Chia sẻ
(VOVWORLD) -ໃນໄລຍະຜ່ານມາ, ໂດຍໄດ້ຮັບຄວາມເອົາໃຈໃສ່ຊີ້ນຳຂອງພັກ ແລະ ລັດ, ບັນດາກະຊວງ, ຂະແໜງການ, ເຄື່ອນໄຫວວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນໃໝ່ທີ່ມີຫົວຄິດປະດິດສ້າງ ໄດ້ສ້າງກຳລັງໜູນຢ່າງແຮງ, ຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດສັງຄົມໂດຍກົງ. ຫຼາຍຜົນງານດ້ານວິທະຍາສາດ, ເຕັກໂນໂລຊີໄດ້ຖືກໝູນໃຊ້ເຂົ້າໃນບັນດາຂົງເຂດສາທາລະນະສຸກ, ການກໍ່ສ້າງ, ຖະແຫຼງຂ່າວ, ທະນາຄານ, ການທ່ອງທ່ຽວຢ່າງກ້ວາງຂວາງ, ພິເສດແມ່ນໄດ້ປະກອບສ່ວນພັດທະນາຂະແໜງກະສິກຳ.
ເພີ່ມ​ທະ​ວີ​ການ​ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ໃນ​ການ​ພັດ​ທະ​ນາ​ກະ​ສິ​ກຳ - ảnh 1 ພາບປະກອບ: ໜັງສືພິມກະສິກຳ

 ໃນປີ 2019, ໂຄງການດຳເນີນງານຂອງກະຊວງວິທະຍາສາດ ແລະ  ເຕັກໂນໂລຊີຫວຽດນາມ ກ່ຽວກັບການປະຕິບັດມະຕິຂອງລັດຖະບານໄດ້ຮັບການຫັນເປັນລະອຽດໃນບັນດາຂົງເຂດ, ຂຸດຄົ້ນບັນດາແຫຼ່ງກຳລັງ, ເພີ່ມທະວີການລະດົມແຫຼ່ງກຳລັງສັງຄົມລົງທຶນໃຫ້ແກ່ວິທະຍາສາດເຕັກໂນໂລຊີ ແລະ ການປ່ຽນໃໝ່ທີ່ມີຫົວຄິດປະດິດສ້າງ, ໂດຍສະເພາະແມ່ນຈາກວິສາຫະກິດ, ຜັນຂະຫຍາຍບັນດາມາດຕະການເພື່ອຮັບເອົາ ແລະ ເປັນເຈົ້າການບັນດາເຕັກໂນໂລຊີຕົ້ນຕໍຂອງການປະຕິວັດອຸດສາຫະກຳຄັ້ງທີ 4. ກະຊວງວິທະຍາສາດ ແລະ  ເຕັກໂນໂລຊີຫວຽດນາມ ກໍ່ຍູ້ແຮງການກວດກາຄືນ, ສ້າງໂຄງປະກອບບັນດາໂຄງການວິທະຍາສາດເຕັກໂນໂລຊີແຫ່ງຊາດຄືນໃໝ່ຕາມທິດຖືວິສາຫະກິດແມ່ນໃຈກາງຂອງລະບົບ ປ່ຽນໃໝ່ການປະດິດຄິດສ້າງແຫ່ງຊາດ.

ໜູນຊ່ວຍການຫັນທິດລົງທຶນໃຫ້ແກ່ການໝູນໃຊ້ວິທະຍາສາດ ເຕັກໂນໂລຊີ

  ໃນວາລະປະຊຸມຄັ້ງທີ 36 ຂອງຄະນະປະຈຳສະພາແຫ່ງຊາດເມື່ອວັນທີ 15 ສິງຫາ, ທ່ານຈູງອກແອັງ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີໃຫ້ຮູ້ວ່າ: ບັນດາຍຸດທະສາດຂອງກະຊວງແມ່ນຍາມໃດກໍ່ຍູ້ແຮງການພັດທະນາອຸດສາຫະກຳໜູນຊ່ວຍ ແລະ ປະດິດເຄື່ອງກົນຈັກ, ເພີ່ມງົບປະມານລາຍຈ່າຍແຫ່ງລັດໃຫ້ແກ່ການເຄື່ອນໄຫວວິທະຍາສາດເຕັກໂນໂລຊີທ້ອງຖິ່ນ. ທ່ານຢືນຢັນວ່າ, ດ້ວຍການຫັນປ່ຽນນະໂຍບາຍ, ຖືເອົາວິສາຫະກິດເປັນໃຈກາງນັ້ນ, ໃນຊຸມປີມໍ່ໆມານີ້, ທາງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ສຸມໃສ່ໜູນຊ່ວຍບັນດາວິສາຫະກິດໃນການຄົ້ນຄ້ວາ, ໝູນໃຊ້, ປ່ຽນແປງໃໝ່ ແລະ ຖ່າຍຖອດເຕັກໂນໂລຊີ, ສຸມໃສ່ພັດທະນາບັນດາຜະລິດຕະພັນຕາມບັນດາມູນຄ່າການຜະລິດ, ໜູນຊ່ວຍວິສາຫະກິດວິທະຍາສາດ ເຕັກໂນໂລຊີ, ວິສາຫະກິດເລີ່ມດຳເນີນທຸລະກິດທີ່ມີຫົວຄິດປະດິດສ້າງ….

   ວິສາຫະກິດເອງເມື່ອເຂົ້າຮ່ວມໃນຂອດນີ້ແມ່ນໄດ້ຮັບການໜູນຊ່ວຍເພື່ອຍົກສູງຄວາມສາມາດຮັບເຕັກໂນໂລຊີ ແລ້ວໄດ້ຮັບການຖ່າຍຖອດເຕັກໂນໂລຊີ ເພື່ອປະຕິບັດວຽກດັ່ງກ່າວໃຫ້ໄດ້. ໃນງານຕະຫຼາດນັດຄັ້ງຕ່າງໆທີ່ຈັດຂຶ້ນຫວ່າງແລ້ວນີ້, ມີກ່ວາ 33.000 ເຕັກໂນໂລຊີຖືກຖ່າຍຖອດໃນຫຼາຍໄລຍະ.

ຍູ້ໄວວິວັດການໜູນຊ່ວຍວິສາຫະກິດໃນການພັດທະນາກະສິກຳເຕັກໂນໂລຊີ

   ປະຈຸບັນ, ລັດຖະບານໄດ້ຊີ້ນຳການກວດກາຄືນຢ່າງຮີບດ່ວນ, ສ້າງບັນດາຂໍ້ກຳນົດກົດໝາຍໃຫ້ສົມບູນແບບ, ສ້າງສະພາບແວດລ້ອມທີ່ອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວວິທະຍາສາດເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ, ຍູ້ໄວວິວັດການຫັນໝາກຜົນການຄົ້ນຄ້ວາເປັນການຄ້າ, ພັດທະນາຕະຫຼາດວິທະຍາສາດເຕັກໂນໂລຊີ.

   ກ່ຽວກັບບັນດາມາດຕະການຂອງລັດຖະບານໜູນຊ່ວຍໃຫ້ວິສາຫະກິດພັດທະນາກະສິກຳເຕັກໂນໂລຊີໃນໄລຍະຈະມາເຖິງ, ທ່ານເວືອງດິ່ນເຫ້ວ ຮອງນາຍົກລັດຖະມົນຕີ ໄດ້ກ່າວຄຳເຫັນທີ່ວາລະປະຊຸມຄັ້ງທີ 36 ຂອງຄະນະປະຈຳສະພາແຫ່ງຊາດເມື່ອວັນທີ 15 ສິງຫາ ໂດຍຊີ້ແຈ້ງວ່າ ລັດຖະບານຈະສືບຕໍ່ຊີ້ນຳການປະຕິບັດຍຸດທະສາດພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຕິດພັນກັບການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ແລະ ຫັນປ່ຽນຮູບແບບການເຕີບໂຕຢ່າງມີປະສິດທິຜົນ. ທ່ານຮອງນາຍົກລັດຖະມົນຕີເວືອງດິນເຫ້ວ ຊີ້ແຈ້ງວ່າ:

      ຕ້ອງມີຮູບການສະສົມທີ່ດິນທີ່ມີເນື້ອທີ່ຢ່າງພຽງພໍໃຫ້ແກ່ບັນດາວິສາຫະກິດຂະໜາດໃຫ່ຍເຂົ້າມາລົງທຶນ, ຕ້ອງພັດທະນາສະຫະກອນ ແລະ ເສດຖະກິດລວມໝູ່ຢ່າງແຮງ, ເຊື່ອມຕໍ່ຄອບຄົວຊາວກະສິກອນ ແລະ ບັນດາວິສາຫະກິດ, ໃນນັ້ນ, ຖືເປັນສຳຄັນການໝູນໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ເຂົ້າໃນການຜະລິດເປັນຢ່າງດີ.

  ພ້ອມກັບການຍູ້ແຮງການດຶງດູດເງິນລົງທຶນເຂົ້າໃນບັນດາເຂດເຕັກໂນໂລຊີສູງ; ຍູ້ແຮງການເຄື່ອນໄຫວສ້າງວິສາຫະກິດເຕັກໂນໂລຊີສູງ ແລະ ຂົງເຂດເຕັກໂນໂລຊີສູງນັ້ນ, ລັດຖະບານຫວຽດນາມ ຍັງສຸມໃສ່ສ້າງໂຄງການຈຸດສຸມແຫ່ງຊາດກ່ຽວກັບການປະຕິວັດອຸດສາຫະກຳຄັ້ງທີ 4. ພ້ອມກັນນັ້ນ, ກໍ່ສືບຕໍ່ເອົາໃຈໃສ່ສ້າງ, ພັດທະ ນາຖັນແຖວພະນັກງານວິທະຍາສາດເຕັກໂນໂລຊີ. ຍົກສູງປະສິດທິຜົນການນຳໃຊ້ ແລະ ຖືເປັນສຳຄັນການນຳໃຊ້ພະນັກງານວິທະຍາສາດເຕັກໂນໂລຊີ; ຖືເປັນສຳຄັນການດຶງດູດນັກປັນຍາຊົນທີ່ເປັນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ເອົາໃຈໃສ່ພັດທະນາການເລີ່ມດຳເນີນທຸລະກິດປ່ຽນແປງໃໝ່ການປະດິດຄິດສ້າງແຫ່ງຊາດ ເພື່ອຊຸກຍູ້ຈິດໃຈເລີ່ມດຳເນີນທຸລະກິດປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງໃນປະຊາຄົມ, ພິເສດແມ່ນລຸ້ນໜຸ່ມ.

 

 

ຕອບກັບ