ເຂົ້າຮ່ວມສົນທິສັນຍາສະບັບເລກທີ 98 - ຄວາມມານະພະຍາຍາມຂອງຫວຽດນາມ ໃນການປະຕິບັດບັນດາສັນຍາການຄ້າສາກົນ

Vinh Phong
Chia sẻ
(VOVWORLD) -ວັນທີ 29 ພຶດສະພາ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ, ໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດໃບສະເໜີຂອງປະທານປະເທດ ກ່ຽວກັບເລື່ອງ ຫວຽດນາມ ເຂົ້າຮ່ວມສົນທິສັນຍາສະບັບເລກທີ 98 ຂອງອົງການແຮງງານສາກົນ (ILO) ກ່ຽວກັບການນຳໃຊ້ບັນດາຫຼັກການຂອງສິດຈັດຕັ້ງ ແລະ ການເຈລະຈາສັນຍາແຮງງານລວມໝູ່.

ເຂົ້າຮ່ວມສົນທິສັນຍາສະບັບເລກທີ 98 - ຄວາມມານະພະຍາຍາມຂອງຫວຽດນາມ ໃນການປະຕິບັດບັນດາສັນຍາການຄ້າສາກົນ - ảnh 1

ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ 

(ພາບ: quochoi.vn)

ເລື່ອງເຂົ້າຮ່ວມສົນທິສັນຍາສະບັບເລກທີ 98 ແມ່ນການສະແດງໃຫ້ເຫັນຄຳໝັ້ນສັນຍາດ້ານການເມືອງຢ່າງແຮງຂອງຫວຽດນາມ ໃນສະພາບການທີ່ປະເທດຊາດໄດ້ ແລະ ພວມເຂົ້າຮ່ວມບັນດາສັນຍາການຄ້າເສລີພາກພື້ນ ແລະ ທົ່ວໂລກ.

        ໄລ່ຮອດເດືອນ ພຶດສະພາປີ 2019, ໃນໂລກໄດ້ມີ 166 ໃນຈຳນວນ 187 ປະເທດສະມາຊິກຂອງ ILO ເຂົ້າຮ່ວມສົນທິສັນຍາດັ່ງກ່າວ. ເລື່ອງຫວຽດນາມ ເຂົ້າຮ່ວມສົນທິສັນຍາສະບັບເລກທີ 98 ແມ່ນມີຄວາມຈຳເປັນທີ່ສຸດ ແລະ ມີຄວາມໝາຍຫຼາຍຢ່າງ. ໃນພື້ນຖານເສດຖະກິດການຕະຫຼາດ, ເງິນເດືອນ ແລະ ເງື່ອນໄຂການອອກແຮງງານຂອງຜູ້ອອກແຮງງານໄດ້ຮັບການປະຕິບັດ ໂດຍອີງໃສ່ຂໍ້ຕົກລົງລະຫວ່າງຜູ້ນຳໃຊ້ແຮງງານ ແລະ ໝູ່ຄະນະຜູ້ອອກແຮງງານ, ຍ້ອນເຫດນັ້ນ ສິ່ງສຳຄັນທີ່ສຸດແມ່ນຄວນຊຸກຍູ້ການເຈລະຈາສັນຍາແຮງງານລວມໝູ່ຢ່າງແທດຈິງ ແລະ ມີປະສິດທິຜົນ, ໂດຍສະເພາະແມ່ນການເຈລະຈາໝູ່ຄະນະກ່ຽວກັບເງິນເດືອນ, ເພື່ອແນໃສ່ສ້າງການພົວພັນໃນການອອກແຮງງານຢ່າງກົມກຽວ, ເປັນປົກກະຕິ ແລະ ກ້າວໜ້າ.

ຫວຽດນາມ ຊຸກຍູ້ການປະຕິບັດບັນດາມາດຕະຖານການອອກແຮງງານສາກົນ

        ສົນທິສັນຍາສະບັບເລກທີ 98 ມີ 3 ເນື້ອໃນພື້ນຖານຄື: ປົກປ້ອງຜູ້ອອກແຮງງານ ແລະ ກຳມະບານຕໍ່ໜ້າບັນດາການກະທຳຈຳແນກການປະພຶດ, ຕ້ານກຳມະບານຂອງຜູ້ໃຊ້ແຮງງານ; ປົກປ້ອງອົງການຈັດຕັ້ງຂອງຜູ້ອອກແຮງງານບໍ່ໃຫ້ຖືກແຊກແຊງ, ຄອບງຳຍ້ອນຜູ້ໃຊ້ແຮງງານ; ບັນດາມາດຕະການຊຸກຍູ້ການເຈລະຈາສັນຍາແຮງງານລວມໝູ່ແບບສະໝັກໃຈ, ມີເຈດຕະນາດີ. ນີ້ແມ່ນພື້ນຖານໃຫ້ແກ່ການເຄື່ອນໄຫວຂອງຕະຫຼາດແຮງງານຢູ່ ຫວຽດນາມ ເໝາະສົມກັບກົດເກນພາວະວິໄສຂອງພື້ນຖານເສດຖະກິດການຕະຫຼາດ, ຊ່ວຍໃຫ້ການພັດທະນາກ້າວໄປຢ່າງຖືກທິດ, ກ້າວໄປເຖິງການສ້າງການພົວພັນແຮງງານທັນສະໄໝຢູ່ຫວຽດນາມ. ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ເນັ້ນໜັກວ່າ:

        “ເລື່ອງຫວຽດນາມ ເຂົ້າຮ່ວມສົນທິສັນຍາສະບັບເລກທີ 98 ຈະສືບຕໍ່ຢືນຢັນ, ຫັນແນວທາງ, ແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ ເປັນລະອຽດ, ບໍ່ຝືນກັບຂໍ້ກຳນົດຂອງລັດຖະທຳມະນູນ; ຮັບປະກັນຫຼັການເຄົາລົບເອກະລາດ, ອຳນາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດ, ບໍ່ນຳໃຊ້ ຫຼື ນາບຂູ່ນຳໃຊ້ກຳລັງອາວຸດ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ບັນດາຫຼັກການພື້ນຖານອື່ນຂອງກົດໝາຍສາກົນ; ຮັບປະກັນຜົນປະໂຫຍດແຫ່ງຊາດ; ເໝາະສົມກັບແນວທາງການຕ່າງປະເທດຂອງຫວຽດນາມ ກ່ຽວກັບການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ”.

        ກ່ຽວກັບເລື່ອງເຂົ້າຮ່ວມ ແລະ ຜັນຂະຫຍາຍປະຕິບັດສົນທິສັນຍາສະບັບເລກທີ 98 ຈະສ້າງພື້ນຖານດ້ານກົດໝາຍໃຫ້ແກ່ຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານຢູ່ຫວຽດນາມ ດຳເນີນການເຈລະຈາແບບສະໝັກໃຈໝູ່ ກ່ຽວກັບເງິນເດືອນ ແລະ ກຳນົດບັນດາເງື່ອນໄຂການອອກແຮງງານໃນການພົວພັນແຮງງານຄື: ເຮັດວຽກເພີ່ມເວລາ, ກິນເຂົ້າກາງຜຽນເຮັດວຽກ ແລະ ບັນດາລະບອບສະຫວັດດີການອື່ນ… ທ່ານດັ້ງງອັກເຫງັ້ຍ, ສະມາຊິກສະພາແຫ່ງຊາດແຂວງ ເທື່ອທຽນເຫ້ວ, ຖືວ່າ.

        “ກອງປະຊຸມສະໄໝສາມັນຄັ້ງນີ້, ປະທານປະເທດໄດ້ຍື່ນໃບສະເໜີເພື່ອເຂົ້າຮ່ວມສົນທິສັນຍາເລກທີ 98, ມີ 3 ເນື້ອໃນ, ໃນນັ້ນຂ້າພະເຈົ້າເອົາໃຈໃສ່ເຖິງການປົກປ້ອງສິດຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ກຳມະບານ ແລະ ມີການຮັບປະກັນໃຫ້ຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານໃຫ້ເປັນຢ່າງດີກວ່າ. ສິ່ງດັ່ງກ່າວແມ່ນເໝາະສົມກັບການເຊື່ອມໂຍງ, ສະແດງໃຫ້ເຫັນເຈດຕະນາດີຂອງຫວຽດນາມ ໃນການປົກປ້ອງສິດຂອງມະນຸດ, ສິດອອກແຮງງານ, ນີ້ກໍ່ແມ່ນການສ້າງເງື່ອນໄຂເພື່ອໃຫ້ສ້າງສະມັດຕະພາບ, ຄຸນນະພາບສູງໃນການອອກແຮງງານ. ຂ້າພະເຈົ້າເຫັນດີເມື່ອຫວຽດນາມ ເຂົ້າຮ່ວມສົນທິສັນຍາດັ່ງກ່າວ”.

ຫວຽດນາມ ປະຕິບັດຄຳໝັ້ນສັນຍາກ່ຽວຂ້ອງເຖິງຜູ້ອອກແຮງງານໃນສັນຍາການຄ້າ

        ໃບສະເໜີຂອງປະທານປະເທດ ທີ່ຍື່ນຕໍ່ໜ້າສະພາແຫ່ງຊາດ ໄດ້ຢືນຢັນຄວາມຈຳເປັນຂອງການເຂົ້າຮ່ວມສົນທິສັນຍາເລກທີ 98 ແລະ ຖືວ່າ, ເລື່ອງເຂົ້າຮ່ວມສົນທິສັນຍາເລກທີ 98 ໄດ້ຢືນຢັນຄວາມຕັດສິນໃຈ ແລະ ຄວາມມານະພະຍາຍາມຂອງຫວຽດນາມ ໃນວິວັດທະນາການປະຕິບັດບັນດາຄຳໝັ້ນສັນຍາກ່ຽວຂ້ອງເຖິງຜູ້ອອກແຮງງານ ໃນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ແລະ ປະຕິບັດພັນທະຂອງຫວຽດນາມ ຕໍ່ໜ້າທີ່ຄວາມຮັບຜິດຊອບແມ່ນປະເທດສະມາຊິກ ILO. ພ້ອມທັງສ້າງເງື່ອນໄຂສະດວກໃຫ້ແກ່ການກ້າວໄປເຖິງການລົງນາມໃນສັນຍາການຄ້າເສລີຫວຽດນາມ - EU (EVFTA). ທຸກກະຊວງ, ຂະແໜງການເຊິ່ງລັດຖະບານຮັບເອົາຄຳເຫັນນັ້ນ ລ້ວນແຕ່ເຫັນດີກ່ຽວກັບຄວາມຈຳເປັນຕ້ອງເຂົ້າຮ່ວມສົນທິສັນຍາເລກທີ 98. ທ່ານ ໂດ້ວັນຊິງ, ສະມາຊິກສະພາແຫ່ງຊາດແຂວງ ກວ໋າງຈິ, ຖືວ່າ.

        “ສົນທິສັນຍາເລກທີ 98 ແມ່ນພວກເຮົາພວມປະຕິບັດຕາມຂັ້ນຕອນຂອງສັນຍາ CPTPP… ທຸກຄຳໝັ້ນສັນຍາແມ່ນມີຂັ້ນຕອນ, ແຕ່ຕາມຂ້າພະເຈົ້າແລ້ວ ພວກເຮົາປະຕິບັດຍິ່ງໄວກໍ່ຍິ່ງດີ, ທີ່ໜຶ່ງແມ່ນພວກເຮົາຮັບປະກັນຄຳໝັ້ນສັນຍາໄດ້, ທີ 2 ແມ່ນບັງຄັບໃຫ້ພວກເຮົາຕ້ອງມານະພະຍາຍາມເພື່ອເຊື່ອມໂຍງ. ລະດັບເປີດຂອງພື້ນຖານເສດຖະກິດຂອງພວກເຮົາຍັງໃຫຍ່ຫຼວງຢູ່, ພວກເຮົາຢືນຢູ່ຕໍ່ໜ້າສິ່ງທ້າທາຍ “ພື້ນຖານເສດຖະກິດນ້ອຍ, ແຕ່ລະດັບການເປີດກວ້າງໃຫຍ່ຫຼວງ”, ການກະທົບຂອງໂລກໃນແຕ່ລະເທື່ອ ລ້ວນແຕ່ສົ່ງຜົນສະທ້ອນເຖິງພວກເຮົາ. ແຕ່ພວກເຮົາກໍ່ມີທ່າແຮງຫຼາຍຢ່າງ, ສະນັ້ນ ພວມເຮົາຕ້ອງພະຍາຍາມປະຕິບັດສິ່ງທີ່ພວກເຮົາມີຜົນປະໂຫຍດໂດຍໄວນັ້ນ ຈຶ່ງກຳແໜ້ນກາລະໂອກາດໄດ້… ນັ້ນແມ່ນຫຼັກການລວມ, ສ້າງກົດໝາຍ ແລະ ປະຕິບັດໂດຍໄວຈະກຳໄດ້ກາລະໂອກາດ.”

        ໃນໄລຍະຜ່ານມາ, ລັດຖະບານຫວຽດນາມ ໄດ້ຈັດຕັ້ງບັນດາກອງປະຊຸມ, ກອງປະຊຸມສຳມະນາ, ບັນດາການໂຄສະນາກ່ຽວຂ້ອງເຖິງສົນທິສັນຍາສະບັບເລກທີ 98 ຢູ່ບັນດາຂະແໜງການຂັ້ນຕ່າງໆ, ວິສາຫະກິດ, ປະຊາຊົນ, ໂດຍສະເພາະແມ່ນເຂົ້າກຳຖືກຜົນສະທ້ອນໂດຍກົງຄືອົງການຈັດຕັ້ງກຳມະບານຫວຽດນາມ, ວິສາຫະກິດ, ບັນດາສະຫະສະມາຄົມຂະແໜງອາຊີບ ແລະ ຜູ້ອອກແຮງງານ. ພ້ອມກັນນັ້ນ, ສືບຕໍ່ກວດກາຄືນ, ຫັນສົນທິສັນຍາເລກທີ 98 ເປັນກົດໝາຍພາຍໃນ ເພື່ອຮັບປະກັນລັກສະນະເໝາະສົມລະຫວ່າງບັນດາເນື້ອໃນ, ເພື່ອໃຫ້ສົນທິສັນຍາສະບັບເລກທີ 98 ໄດ້ຮັບການປະຕິບັດຢ່າງມີປະສິດທິຜົນຢູ່ຫວຽດນາມ.

ຕອບກັບ