ອົງການກຳມະບານດ້ວຍໜ້າທີ່ໃໝ່ ເມື່ອ ຫວຽດນາມ ເຂົ້າຮ່ວມບັນດາ FTA

Van + Thoa
Chia sẻ
(VOVWORLD) - ປັດຈຸບັນ, ຫວຽດນາມ ໄດ້ ແລະ ພວມແມ່ນປະເທດສະມາຊິກຂອງບັນດາສັນຍາການຄ້າເສລີໃໝ່ (FTA). ບັນຫາແຮງງານແມ່ນໜຶ່ງໃນບັນດາປັດໄຈສ້າງຄຸນນະພາບໃຫ້ບັນດາສັນຍາ FTA ໃໝ່ນີ້. 

ເພື່ອປະຕິບັດບັນດາເນື້ອໃນກ່ຽວກັບແຮງງານໃນສັນຍາການຄ້າເສລີສະບັບໃໝ່, ນອກຈາກເລື່ອງປັບປຸງກົດໝາຍວ່າດ້ວຍແຮງງານ, ຫວຽດນາມ ກໍ່ພວມມີບັນດາການດັດປັບຈາກອົງການກຳມະບານໃຫ້ເໝາະສົມກັບທ່າອ່ຽງໃນໂລກ.

ອົງການກຳມະບານດ້ວຍໜ້າທີ່ໃໝ່ ເມື່ອ ຫວຽດນາມ ເຂົ້າຮ່ວມບັນດາ FTA - ảnh 1 ອົງການກຳມະບານດ້ວຍໜ້າທີ່ໃໝ່ ເມື່ອ ຫວຽດນາມ ເຂົ້າຮ່ວມບັນດາ FTA (ພາບ: TTXVN)

        ເລື່ອງປະຕິບັດຕາມບັນດາເງື່ອນໄຂ, ຄຳໝັ້ນສັນຍາກ່ຽວກັບແຮງງານ ແມ່ນທ່າອ່ຽງບໍ່ອາດຫຼີກລ່ຽງໄດ້ ເມື່ອເຂົ້າຮ່ວມບັນດາສັນຍາການຄ້າເສລີ (FTA). ໃນໂລກ, ປີ 1995 ພຽງແຕ່ມີສັນຍາ FTA 3 ສະບັບເທົ່ານັ້ນ ດ້ວຍເນື້ອໃນໃຫ້ຄຳໝັ້ນສັນຍາກ່ຽວກັບແຮງງານ (7,3%); ມາຮອດປີ 2016, ໄດ້ມີ 77 ສະບັບໃນຈຳນວນ 267 FTA ທີ່ໄດ້ລົງນາມຢູ່ 136 ປະເທດ ທີ່ມີເນື້ອໃນກ່ຽວກັບແຮງງານ (28,8%). ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ, ອັດຕາສ່ວນໃນການໃຫ້ຄຳໝັ້ນສັນຍາກ່ຽວກັບແຮງງານທີ່ມີລັກສະນະເງື່ອນໄຂ ເພື່ອກ້າວໄປເຖິງການລົງນາມ FTA ນັບມື້ນັບເພີ່ມຂຶ້ນເມື່ອທຽບໃສ່ກັບບັນດາຄຳໝັ້ນສັນຍາອື່ນໆ.

ບັນດາສິ່ງທ້າທາຍໃຫຍ່ຫລວງຕໍ່ອົງການກຳມະບານ

       ເມື່ອ ຫວຽດນາມ ເຂົ້າຮ່ວມບັນດາ FTA ໃໝ່, ພິເສດແມ່ນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ເປັນຄັ້ງທຳອິດ ທີ່ບັນຫາຂອງບັນດາອົງການກຳມະບານໄດ້ກຳນົດ ແລະ ໝູນໃຊ້ຢູ່ ຫວຽດນາມ. ດັ່ງນັ້ນ, ສິ່ງທ້າທາຍໃຫຍ່ອັນໜຶ່ງທີ່ວາງອອກ ນັ້ນແມ່ນກຳມະບານ ຫວຽດນາມ ຕ້ອງແກ່ງແຍ້ງ, ດຶງດູດສະມາຊິກກຳມະບານກັບອົງການທີ່ເປັນຕົວແທນໃຫ້ແກ່ຊາວຜູ້ອອກແຮງງານ ໃຫ້ໄດ້ຮັບການສ້າງຕັ້ງຢູ່ຂັ້ນຮາກຖານ. ສິ່ງນີ້ ໄດ້ເຮັດໃຫ້ປ່ຽນແປງພື້ນຖານສະຕິຄວາມຮັບຮູ້, ຫຼັກການຈັດຕັ້ງ, ການເຄື່ອນໄຫວ, ມູນຄ່າຫຼັກແຫຼ່ງແກ່ນສານ, ມູນເຊື້ອຂອງອົງການຈັດຕັ້ງກຳມະບານ ເຊິ່ງໄດ້ຮັບການສ້າງຕັ້ງ ແລະ ຢັ້ງຢືນຜ່ານສະພາບຕົວຈິງໃນ 90 ປີຜ່ານມາ.

        ໄປຄຽງຄູ່ກັນນັ້ນ, ອົງການກຳມະບານເປັນເອກະລາດ ບໍ່ຕ້ອງປະຕິບັດບັນດາພັນທະ, ຄວາມຮັບຜິດຊອບດ້ານການເມືອງ, ເຊິ່ງພຽງແຕ່ສຸມໃສ່ຕົ້ນຕໍໃຫ້ແກ່ໃນການເບິ່ງແຍງດູແລ, ເປັນຕົວແທນ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຊາວຜູ້ອອກແຮງງານ. ໃນຂະນະນັ້ນ, ກຳມະບານ ຫວຽດນາມ ພວມປະຕິບັດໜ້າທີ່ຂອງອົງການຈັດຕັ້ງການເມືອງ - ສັງຄົມ…ດັ່ງນັ້ນ ແຫຼ່ງກຳລັງຈຶ່ງຖືກກະແຈກກະຈາຍ.

        ສະພາບຕົວຈິງໄດ້ສະແດງໃຫ້ເຫັນວ່າ ຖ້າຫາກອົງການຈັດຕັ້ງກຳມະບານ ຫວຽດນາມ ບໍ່ປ່ຽນແປງໃໝ່ຢ່າງແຮງກ່ຽວກັບການຈັດຕັ້ງ ແລະ ເຄື່ອນໄຫວຢ່າງວ່ອງໄວນັ້ນ, ຈະຖືກທ່າລົບໃນການແກ່ງແຍ້ງ, ດຶງດູດແຮງງານ ແລະ ອົງການຂອງຊາວຜູ້ອອກແຮງງານເຂົ້າຮ່ວມອົງການຂອງລະບົບກຳມະບານ ຫວຽດນາມ.

ຄວາມຮຽກຮ້ອງຕ້ອງການປ່ຽນແປງໃໝ່ຂອງອົງການກຳມະບານ ຫວຽດນາມ

       ຕາມສັນຍາ FTA ໃໝ່ຫລາຍສະບັບແລ້ວ, ຫວຽດນາມ ຈະມີໄລຍະເວລາໃດໜຶ່ງ, ໃນກໍລະນີຂອງ CPTPP, ຫວຽດນາມ ຈະມີເວລາ 5 ປີ, ເພື່ອຫັນບັນດາກົດໝາຍວ່າດ້ວຍແຮງງານເປັນລະບອບລະບຽບການ ໃຫ້ເໝາະສົມກັບຄຳໝັ້ນສັນຍາ ກໍ່ຄືການປະຕິຮູບ, ສ້າງບັນດາລະບຽບການທີ່ກ່ຽວຂ້ອງໃຫ້ສຳເລັດ. ສະນັ້ນ, ໃນໄລຍະເວລານີ້, ກຳມະບານທຸກຂັ້ນ ຕ້ອງປ່ຽນແປງໃໝ່ຄວາມຮັບຮູ້ ແລະ ຈິນຕະນາການກ່ຽວກັບເນື້ອໃນ ແລະ ວິທີການເຄື່ອນໄຫວຢ່າງວ່ອງໄວ, ປະຕິບັດບັນດາບັນຫາກ່ຽວກັບການພົວພັນແຮງງານ, ບົດບາດໜ້າທີ່ເປັນຕົວແທນ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຊາວຜູ້ອອກແຮງງານ, ສະມາຊິກກຳມະບານເປັນຢ່າງດີ…ທ່ານ ເຈິ່ນແທັງຫ໋າຍ, ຮອງປະທານຜູ້ປະຈຳການສະຫະພັນໃຫຍ່ແຮງງານ ຫວຽດນາມ ໃຫ້ຮູ້ວ່າ:

        ອົງການກຳມະບານຕ້ອງປັບປຸງຕົນເອງຢ່າງບໍ່ຢຸດຢັ້ງ, ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບພາລະກຳເປັນຕົວແທນໃຫ້ຊາວຜູ້ອອກແຮງງານ ເພື່ອສ້າງຊີວິດການເປັນຢູ່ໃຫ້ດີກ່ວາ, ຊາວຜູ້ອອກແຮງງານມີຄວາມໄວ້ເນື້ອເຊື່ອໃຈຕໍ່ກັບກຳມະບານທຸກຂັ້ນຫລາຍກ່ວາ. ດັ່ງນັ້ນ ກຳມະບານທຸກຂັ້ນ ຕ້ອງກຳນົດໜ້າທີ່ຂອງແຕ່ລະຂັ້ນໃຫ້ມີຄວາມຈະແຈ້ງກ່ວາ. ຄວາມຮຽກຮ້ອງຕ້ອງການໃໝ່ສຳລັບຖັນແຖວກຳມະບານແມ່ນຄວາມສຸດຈິດສຸດໃຈ, ຄວາມຮັບຜິດຊອບ, ມີລັກສະນະອາຊີບ, ມີພູມປັນຍາ, ຄຸນນະທາດ. ພິເສດ, ຖັນແຖວນພະນັກງານກຳມະບານຕ້ອງມີມາດຕະການແກ້ໄຂເພື່ອນຳມາເຊິ່ງຜົນປະໂຫຍດໃຫ້ແກ່ຊາວຜູ້ອອກແຮງງານ.

        ພ້ອມກັບເລື່ອງສະພາແຫ່ງຊາດ ຫວຽດນາມ ຮັບຮອງເອົາມະຕິເຂົ້າຮ່ວມສົນທິສັນຍາສະບັບເລກທີ 98 ກ່ຽວກັບການໝູນໃຊ້ບັນດາຫຼັກການຂອງສິດຈັດຕັ້ງ ແລະ ພົບປະເຈລະຈາລວມໝູ່ (14/06/2019), ໜຶ່ງໃນບັນດາສົນທິສັນຍາພື້ນຖານໄດ້ຄັດຕິດພ້ອມກັບ FTA ໃໝ່, ກໍ່ຄືການປັບປຸງກົດໝາຍວ່າດ້ວຍແຮງງານ, ຫວຽດນາມ ພວມດຳເນີນການປັບປຸງເພີ່ມເຕີມກົດໝາຍວ່າດ້ວຍກຳມະບານປີ 2012. ທ່ານ ເລດິ່ງກວາງ, ຮອງຫົວໜ້າຄະນະພົວພັນແຮງງານ, ສະຫະພັນໃຫຍ່ແຮງງານ ຫວຽດນາມ ໃຫ້ຮູ້ວ່າ:

        ໃນການປັບປຸງເພີ່ມເຕີມກົດໝາຍວ່າດ້ວຍກຳມະບານ 2012, ພວກຂ້າພະເຈົ້າໄດ້ເນັ້ນໜັກເຖິງບັນຫາປັບປຸງບັນດາການກະທຳຈຳແນກການປະພຶດ ເຮັດແນວໃດເພື່ອໃຫ້ເໝາະສົມກັບເງື່ອນໄຂລະອຽດຄືປັດຈຸບັນ ແລະ ເພີ່ມທະວີກ່ວາອີກ ໃນສະພາບທີ່ ຫວຽດນາມ ໄດ້ໃຫ້ສັດຕະຍາບັນສົນທິສັນຍາສະບັບເລກທີ 98. ໃນສົນທິສັນຍານີ້, ໜຶ່ງໃນບັນດາຄວາມຮຽກຮ້ອງຕ້ອງການແມ່ນຮັບປະກັນການເຄື່ອນໄຫວເປັນເອກະລາດ ແລະ ຫຼີກລ້ຽງການແຊກແຊງ, ຄອບງຳຂອງຜູ້ນຳໃຊ້ແຮງງານ ກໍ່ຄືບັນດາອົງການສຳນັກງານຕ່າງໆ, ເພື່ອເຮັດໃຫ້ການເຄື່ອນໄຫວກຳມະບານ, ວຽກງານເຈລະຈາສັນຍາແຮງງານລວມໝູ່ໄດ້ດີກ່ວາ.

        ຕາມຂໍ້ກຳນົດ ເມື່ອເຂົ້າຮ່ວມບັນດາສັນຍາການຄ້າເສລີໃໝ່, ບັນດາປະເທດ ບໍ່ໄດ້ສ້າງທ່າອ່ຽງການແກ່ງແຍ້ງດ້ານການຄ້າ ດ້ວຍການຫລຸດມາດຕະຖານແຮງງານລົງຕ່ຳ. ສະນັ້ນ, ເລື່ອງບັງຄັບຕ້ອງປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບແຮງງານ ເມື່ອເຂົ້າຮ່ວມບັນດາ FTA ແມ່ນທ່າອ່ຽງລວມ.

        ຫວຽດນາມ ເຂົ້າຮ່ວມບັນດາສັນຍາການຄ້າເສລີ ແມ່ນສະແດງໃຫ້ເຫັນການເຊື່ອມໂຍງເຂົ້າກັບສາກົນນັບມື້ນັບເລິກເຊິ່ງກ້ວາງຂວາງ. ການປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບແຮງງານ, ກຳມະບານ ເຖິງວ່າແມ່ນສິ່ງທ້າທາຍບໍ່ນ້ອຍກໍ່ຕາມ ແຕ່ປັດໄຈສຳຄັນ ແມ່ນເພື່ອຮັບປະກັນຜົນປະໂຫຍດດ້ານເສດຖະກິດຂອງ ຫວຽດນາມ ເມື່ອເປັນສະມາຊິກຂອງບັນດາສັນຍາສະບັບນີ້./.

ຕອບກັບ