ອາ​ຊີ ຊອກ​ຫາ​ບົດ​ບາດ​ນຳ​ພາ​ໃນ​ໂລກ​ທີ່​ຂາດ​ສະ​ຖຽນ​ລະ​ພາບ

Quang Dung
Chia sẻ
(VOVWORLD) ໂດຍໄດ້ດຳເນີນແຕ່ວັນທີ 23  24 ພຶດສະພາ, ຢູ່ນະຄອນຫຼວງ ໂຕກຽວ, ຍີ່ປຸ່ນ, ກອງປະຊຸມ “ອະນາຄົດອາຊີ”, Nikkei  ຄັ້ງທີ 29 ປີ ນີ້ ໄດ້ສຸມໃສ່ການປຶກສາຫາລືບົດບາດນຳພາຂອງ ອາຊີ ໃນໂລກທີ່ນັບມື້ນັບສັບສົນ, ເຊິ່ງເກີດຂຶ້ນຍ້ອນສະພາບພູມີສາດການເມືອງທີ່ບໍ່ເປັນປົກກະຕິ ແລະ ວິກິດການດ້ານດິນຟ້າອາກາດ.
ອາ​ຊີ ຊອກ​ຫາ​ບົດ​ບາດ​ນຳ​ພາ​ໃນ​ໂລກ​ທີ່​ຂາດ​ສະ​ຖຽນ​ລະ​ພາບ - ảnh 1ກອງປະຊຸມ “ອະນາຄົດ ອາຊີ” Nikkei ຄັ້ງທີ 28 (ພາບ: TTXVN) 

ໂດຍແມ່ນໜຶ່ງໃນບັນດາເວທີປາໄສປະຈຳປີແຖວໜ້າພາກພື້ນ ແນໃສ່ປຶກສາຫາລືກ່ຽວກັບບັນດາບັນຫາເສດຖະກິດ, ການເມືອງ ອາຊີ, ກອງປະຊຸມ “ອະນາຄົດ ອາຊີ” Nikkei ຄັ້ງທີ 29 ມີຫົວຂໍ້ “ການນຳພາຂອງ ອາຊີ ໃນໂລກທີ່ຂາດສະຖຽນລະພາບ”.

       ຄວາມສ່ຽງດ້ານເສດຖະກິດ

ກອງປະຊຸມຄັ້ງທຳອິດໄດ້ຈັດຂຶ້ນໃນປີ 1995 ໂດຍ Nikkei ຈັດ, ເຊິ່ງເປັນກຸ່ມບໍລິສັດສື່ມວນຊົນດ້ານການເງິນ - ເສດຖະກິດແຖວໜ້າຂອງ ຍີ່ປຸ່ນ, ກອງປະຊຸມ “ອະນາຄົດອາຊີ” ແມ່ນເວທີປາໄສເຕົ້າໂຮມບັນດານັກການເມືອງ, ນັກຄຸ້ມຄອງດ້ານເສດຖະກິດ, ນັກຮຽນຮູ້ຈາກບັນດາປະເທດ, ເຂດແຄວ້ນໃນພາກພື້ນ ອາຊີ - ປາຊີຟິກ ເພື່ອພ້ອມກັນປຶກສາຫາລືຢ່າງເປີດອົກເປີດໃຈກ່ຽວກັບບັນດາບັນຫາຂອງພາກພື້ນ ກໍຄືບົດບາດຂອງ ອາຊີ ໃນໂລກ.  ໃນກອງປະຊຸມປີນີ້, ບັນດາຜູ້ແທນຈະປຶກສາຫາລືກ່ຽວກັບຫຼາຍຫົວຂໍ້, ເຊັ່ນ: ແງ່ຫວັງເສດຖະກິດອາຊີ; ການຮ່ວມມືໃນພາກພື້ນ ເພື່ອສ້າງລະບົບນິເວດດີຈີຕອນ; ຄວາມມານະພະຍາຍາມຂອງ ອາຊີ ໃນການບັນລຸໄດ້ເປົ້າໝາຍຫຼຸດຜ່ອນການປ່ອຍອາຍພິດລົງເປັນ 0 (net – zero); ບົດບາດຂອງ ຍີ່ປຸ່ນ - ອາເມລິກາ - ສ.ເກົາຫຼີ ທີ່ມີຕໍ່ຄວາມໝັ້ນຄົງຢູ່ ອາຊີຕາເວັນອອກສ່ຽງເໜືອ ແລະ ພິເສດແມ່ນແງ່ຫວັງດ້ານເສດຖະກິດພາກພື້ນໃນໄລຍະຈະມາເຖິງ ຕໍ່ໜ້າການເໜັງຕິງຢ່າງແຮງໃນໂລກ.        

ໃນບົດລາຍງານແງ່ຫວັງເສດຖະກິດທີ່ປະກາດໃນວັນທີ 16 ພຶດສະພາ, ສະຫະປະຊາຊາດ ຕີລາຄາວ່າ ເບິ່ງລວມແລ້ວ, ເສດຖະກິດ ອາຊີ ໜ້າປະເອີບໃຈພໍສົມຄວນ, ໂດຍສະເພາະແມ່ນພາກພື້ນ ອາຊີຕາເວັນອອກ (ອາຊີຕາເວັນອອກສ່ຽງເໜືອ ແລະ ອາຊີຕາເວັນອອກສ່ຽງໃຕ້). ລະອຽດ, ສະຫະປະຊາຊາດຄາດຄະເນວ່າ ບັນດາພື້ນຖານເສດຖະກິດຢູ່ພາກພື້ນອາຊີຕາເວັນອອກ ເວົ້າລວມ ຈະບັນລຸລະດັບເຕີບໂຕ 4,6% ໃນປີນີ້ ແລະ 4,5% ໃນປີໜ້າ. ໝາກຜົນດັ່ງກ່າວໄດ້ຮັບການປັບປຸງຍ້ອນຄວາມຕ້ອງການພາຍໃນປະເທດເພີ່ມຂຶ້ນຢ່າງແຮງ, ຂະແໜງການທ່ອງທ່ຽວສືບຕໍ່ໄດ້ຮັບການຟື້ນຟູ ແລະ ການສົ່ງອອກສິນຄ້າມີສັນຍານດີຂຶ້ນ. ໃນການຄາດຄະເນເມື່ອເດືອນ ເມສາ, ທ່ານນາງ Krishna Srinivasan, ຜູ້ອຳນວຍການຮັບຜິດຊອບເຂດ ອາຊີ - ປາຊີຟິກ ຂອງກອງທຶນເງິນຕາສາກົນ (IMF) ກໍໄດ້ຍົກອອກຂໍ້ສັງເກດທີ່ຄ້າຍຄືກັນ:

“ລະດັບການເຕີບໂຕຂອງບັນດາພື້ນຖານເສດຖະກິດ ອາຊີ ນັບແຕ່ທ້າຍປີ 2023 ສືບຕໍ່ໄດ້ຮັບການສະແດງອອກໃນປີນີ້. ພວກຂ້າພະເຈົ້າຄາດຄະເນວ່າ ເສດຖະກິດ ອາຊີ ເຕີບໂຕ 4,5% ໃນປີນີ້, ສູງກວ່າ 0,3 ຈຸດສ່ວນຮ້ອຍ ເມື່ອທຽບໃສ່ການຄາດຄະເນເມື່ອເດືອນ ຕຸລາ 2023. ໂດຍລວມແລ້ວ, ອາຊີ ຈະປະກອບສ່ວນ 60% ເຂົ້າໃນການເຕີບໂຕທົ່ວໂລກໃນປີ 2024 ນີ້.”

ອາ​ຊີ ຊອກ​ຫາ​ບົດ​ບາດ​ນຳ​ພາ​ໃນ​ໂລກ​ທີ່​ຂາດ​ສະ​ຖຽນ​ລະ​ພາບ - ảnh 2ທ່ານນາງ Krishna Srinivasan, ຜູ້ອຳນວຍການຮັບຜິດຊອບເຂດ ອາຊີ - ປາຊີຟິກ ຂອງກອງທຶນເງິນຕາສາກົນ (ພາບ: TTXVN)

ເຖິງຢ່າງໃດກໍຕາມ, ມີນັກຊ່ຽວຊານຖືວ່າ ປັດຈຸບັນ ຍັງມີຫຼາຍປັດໄຈນາບຂູ່ເຖິງການເຕີບໂຕຂອງບັນດາພື້ນຖານເສດຖະກິດ ອາຊີ, ພິເສດແມ່ນເລື່ອງ ອັດຕາດອກເບ້ຍສູງທີ່ຍັງໄດ້ຮັກສາໃນໄລຍະຍາວຢູ່ຫຼາຍພື້ນຖານເສດຖະກິດຂອງໂລກ. ດັ່ງນັ້ນ, ໃນກອງປະຊຸມຄັ້ງນີ້, ການປຶກສາຫາລືກ່ຽວກັບນະໂຍບາຍເສດຖະກິດ, ເງິນຕາທີ່ເປັນເຈົ້າການກວ່າຂອງ ອາຊີ ໃນອະນາຄົດ ຈະແມ່ນເນື້ອໃນທີ່ເປັນໜ້າສົນໃຈ. ທ່ານ Tauhid Ahmed, ຜູ້ອຳນວຍການຝ່າຍບໍລິຫານສະຖາບັນພັດທະນາເສດຖະກິດ ແລະ ການເງິນ ອິນໂດເນເຊຍ, ໃຫ້ຂໍ້ສັງເກດວ່າ:

“ໃນຕົວຈິງ, ລັດຖະບານ ອິນໂດເນເຊຍ ໄດ້ເລີ່ມປະຕິບັດບາງນະໂຍບາຍບໍ່ນຳໃຊ້ສະກຸນເງິນ USD. ບັນຫາຫຼັກໆແມ່ນ ເລື່ອງຕົກລົງເຫັນດີນຳໃຊ້ສະກຸນເງິນພາຍໃນປະເທດໃນທຸລະກຳການຄ້າ ແລະ ການບໍລິການ, ຕົວຢ່າງ ການຄ້າລະຫວ່າງ ອິນໂດເນເຊຍ ກັບ ມາເລເຊຍ ແລະ ສິງກະໂປ ອາດຈະໄດ້ປະຕິບັດດ້ວຍສະກຸນເງິນຂອງບັນດາປະເທດນີ້ ຫຼື ອາດຈະນຳໃຊ້ສະກຸນເງິນ rupiah ຂອງ ອິນໂດເນເຊຍ, ແທນທີ່ຈະນຳໃຊ້ສະກຸນເງິນ USD ຫຼື ເມື່ອທຳທຸລະກຳກັບ ຈີນ  ກໍຈະນໍາໃຊ້ສະກຸນເງິນຢວນ.”

ຄວາມສ່ຽງດ້ານດິນຟ້າອາກາດໃນອະນາຄົດ

ໄປຄຽງຄູ່ກັບບັນດາບັນຫາດ້ານເສດຖະກິດ, ເຕັກໂນໂລຢີ, ຄວາມໝັ້ນຄົງແລ້ວ, ຫົວຂໍ້ທີ່ຄາດວ່າຈະກວມເອົາເວລາສ່ວນຫຼາຍໃນການປຶກສາຫາລືຢູ່ທີ່ກອງປະຊຸມ “ອະນາຄົດອາຊີ” ປີນີ້ ແມ່ນເລື່ອງສ້າງບັນດາກົນໄກລວມລະຫວ່າງບັນດາປະເທດ ອາຊີ ເພື່ອແນໃສ່ຮັບມືກັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ. ຫົວຂໍ້ນີ້ ພວມນັບມື້ນັບມີຄວາມຈຳເປັນ ແລະ ຮີບດ່ວນ ເມື່ອບົດລາຍງານໂດຍອົງການອຸຕຸນິຍົມໂລກ (WMO) ປະກາດໃນວັນທີ 23 ເມສາ ໄດ້ຊີ້ໃຫ້ເຫັນວ່າ ອາຊີ ແມ່ນພາກພື້ນຖືກຜົນກະທົບຈາກໄພທຳມະຊາດຫຼາຍທີ່ສຸດໃນໂລກ ໃນປີ 2023, ກໍ່ຜົນເສຍຫາຍຢ່າງໃຫຍ່ຫຼວງກ່ຽວກັບຊີວິດອິນຊີ ກໍຄືພື້ນຖານເສດຖະກິດ. ຕາມບົດລາຍງານຂອງ WMO, ອາຊີ ຢັ້ງຢືນວ່າ ໃນປີ 2023, ມີ 79 ເຫດໄພພິບັດກ່ຽວຂ້ອງເຖິງບັນດາເຫດການອຸຕຸນິຍົມອຸທົກກະສາດ. ຫຼາຍກວ່າ 80% ໃນຈຳນວນບັນດາເຫດໄພພິບັດດັ່ງກ່າວແມ່ນນ້ຳຖ້ວມ ແລະ ພະຍຸ, ອັນໄດ້ເຮັດໃຫ້ມີຜູ້ເສຍຊີວິດກວ່າ 2.000 ຄົນ. ບົດລາຍງານຂອງອົງການນີ້ ໄດ້ຢັ້ງຢືນວ່າ ອາກາດຢູ່ ອາຊີ ມີອຸນຫະພຸມເພີ່ມຂຶ້ນໄວກວ່າ ເມື່ອທຽບໃສ່ລະດັບສະເລ່ຍໃນທົ່ວໂລກ.

ກ່ອນ ແລະ ໃນເວລາດຳເນີນກອງປະຊຸມ, ອາຊີ ໄດ້ຜ່ານຜ່າເດືອນ ເມສາ ທີ່ຮ້ອນທີ່ສຸດໃນປະຫວັດສາດ ດ້ວຍຊຸມວັນທີ່ແດດຮ້ອນຢ່າງຮ້າຍແຮງແກ່ຍາວແຕ່ ອາຊີໃຕ້ (ອິນເດຍ, ບັງກະລາເທດ) ໄປຍັງອາຊີຕາເວັນອອກ (ໄທ, ຟີລິບປິນ, ຫວຽດນາມ), ພ້ອມດຽວກັນນັ້ນ, ໄພນ້ຳຖ້ວມອັນໜັກໜ່ວງໄດ້ເກີດຂຶ້ນຢູ່ ຈີນ, UAE, ໂອມານ, ອາບການິດສະຖານ… ຕາມທ່ານ Petch Manopawitr ນັກວິທະຍາສາດດ້ານດິນຟ້າອາກາດຂອງ ໄທ ແລ້ວ, ໃນອະນາຄົດ ອາຊີ ຈະຕ້ອງຄິດໄລ່ເຖິງເລື່ອງ ມີເຂດດິນແດນທີ່ບໍ່ສາມາດດຳລົງຊີວິດໄດ້ ຍ້ອນການປ່ຽນແປງຂອງດິນຟ້າອາກາດ.

“ພວກເຮົາຄິດວ່າ ພວກເຮົາຈະຄ່ອຍໆທຳຄວາມລຶ້ງເຄີຍກັບຄວາມຮ້ອນໃນປັດຈຸບັນໄດ້, ແຕ່ວ່າ ສຳລັບອຸນຫະພຸມ ແລະ ອາກາດແດດຮ້ອນຮ້າຍແຮງທີ່ແກ່ຍາວໃນຫຼາຍມື້ຄືປັດຈຸບັນ, ຂ້າພະເຈົ້າຄິດວ່າ ພວກເຮົາຕ້ອງກະກຽມໃຫ້ປະຊາຊົນຮັບມືກັບຄວາມສ່ຽງນັ້ນ”.

ຕາມນັກສັງເກດການແລ້ວ, ການມີໜ້າຂອງການນຳບັນດາປະເທດທີ່ພວມຜ່ານຜ່າສະພາບອາກາດແດດຮ້ອນຮ້າຍແຮງໃນກອງປະຊຸມປີນີ້, ເຊັ່ນ: ທ່ານນາຍົກລັດຖະມົນຕີ ມາເລເຊຍ, Anwar Ibrahim; ທ່ານນາຍົກລັດຖະມົນຕີ ໄທ ເສດຖາ ທະວີສິນ; ທ່ານຮອງນາຍົກລັດຖະມົນຕີ ກຳປູເຈຍ, Sun Chanthol … ຈະຊ່ວຍໃຫ້ການປຶກສາຫາລືກ່ຽວກັບວິກິດການດ້ານດິນຟ້າອາກາດ ອາຊີ ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດກວ່າ./.

 

ຕອບກັບ