ປັບ​ປຸງການ​ພົວ​ພັນ​​ຮ່ວມ​ສຳ​ພັນ​ພິ​ເສດ​ອາ​ເມ​ລິ​ກາ-ອັງ​ກິດ: ສິ່ງ​ທີ່ບໍ່​ງ່າຍ​ດາຍ

Hong Van
Chia sẻ
(VOVWORLD) -ປະທານາທິບໍດີອາເມລິກາ Donald Trump ພ້ອມດ້ວຍພັນລະຍາ Melania Trump ພວມຢູ່ຢ້ຽມຢາມອັງກິດ ຢ່າງເປັນທາງການແຕ່ວັນທີ 3-5 ມິຖຸນາ ຕາມຄຳເຊີນຂອງລາຊີນີ Elizabeth II. ເຖິງວ່າເຈົ້າໜ້າທີ່ສອງຝ່າຍໄດ້ຢືນຢັນວ່າການຢ້ຽມຢາມຄັ້ງນີ້ແມ່ນເພື່ອຢັນຢືນຄືນໃໝ່ສາຍພົວພັນທີ່ເປັນຈິດໜຶ່ງໃຈດຽວ ແລະ ພິເສດລະຫວ່າງອາເມລິກາ-ອັງກິດກໍ່ຕາມ ແຕ່ຫາງສຽງພັດຖືວ່າ ເປົ້າໝາຍດັ່ງກ່າວບໍ່ແມ່ນເລື່ອງງ່າຍດາຍຍ້ອນວ່າ ສາຍພົວພັນແບບສໍາພັນທະມິດອັນສະໜິດສະໜົມລະຫວ່າງສອງປະເທດ ພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ນັບແຕ່ທ່ານ Donald Trump ກາຍເປັນເຈົ້າຂອງທຳນຽບຂາວ.
ປັບ​ປຸງການ​ພົວ​ພັນ​​ຮ່ວມ​ສຳ​ພັນ​ພິ​ເສດ​ອາ​ເມ​ລິ​ກາ-ອັງ​ກິດ: ສິ່ງ​ທີ່ບໍ່​ງ່າຍ​ດາຍ - ảnh 1ທ່ານປະທານາທິບໍດີອາເມລິກາ Donald Trump ແລະ ພັນລະຍາມໃນການຢ້ຽມຢາມອັງກິດຢ່າງເປັນທາງການພາຍໃນ 3 ວັນ (ພາບ: TTXVN) 

ຕາຕະລາງໃນການຢ້ຽມຢາມອັງກິດ ຂອງປະທານາທິບໍດີອາເມລິກາລວມມີ: ກິນເຂົ້າສວຍສະເພາະກັບລາຊີນີອັງກິດ Elizabeth, ດື່ມນ້ຳຊາກັບລາຊະກຸມມານ ເຂດ Wales ແລະ ຍິງຂຸນນາງເຂດ Cornwall ຢູ່ພະລາຊະວັງ Buckingham. ປະທານາທິບໍດີອາເມລິກາ ແລະ ພັນລະຍາ ກໍ່ຈະເຂົ້າຮ່ວມພິທີສະເຫຼີມສະຫຼອງຢູ່ນະຄອນ Portsmouth ເພື່ອເປັນຂີດໝາຍ 75 ປີແຫ່ງການບຸກໂຈມຕີເອີລົບ ຂອງທະຫານສຳພັນທະມິດຈາກອັງກິດ ເພື່ອຕ້ານພວກຟາດຊິດເຢັຍລະມັນໃນສົງຄາມໂລກຄັ້ງທີ 2. ເນື່ອງໃນໂອກາດນີ້,    ປະທານາທິບໍດີອາເມລິກາ Donald Trump ກໍ່ຈະພົບປະກັບທ່ານນາງ Theresa May ນາຍົກລັດຖະມົນຕີອັງກິດ ຜູ້ທີ່ຈະລາອອກຈາກຕຳແໜ່ງໃນວັນທີ 7 ມິຖຸນາທີ່ຈະມາເຖິງ.

 ບັນດາຄຳປະກາດກໍ່ຄວາມບໍ່ພໍໃຈໃຫ້ແກ່ເຈົ້າໜ້າທີ່ອັງກິດ

  ການໄປປະຕິບັດງານຢູ່ປະເທດອັງກິດຂອງທ່ານ Trump ຄັ້ງນີ້ບໍ່ໄດ້ຮັບຄວາມຍິນດີຈາກເຈົ້າໜ້າທີ່ອັງກິດຫຼາຍທ່ານ. ຍ້ອນວ່າກ່ອນການຢ້ຽມຢາມທາງການ, ຜູ້ນຳທຳນຽບຂາວໄດ້ປະກາດຢ່າງກົງໄປກົງມາວ່າ ອາເມລິກາ ສະໜັບສະໜູນອັງກິດ ອອກຈາກອີຢູ (Brexit) ໂດຍບໍ່ຕ້ອງການຂໍ້ຕົກລົງໃດໆ ຊື່ງເປັນບັນຫາທີ່ພວມກໍ່ຄວາມແບ່ງແຍກພາຍໃນປະເທດອັງກິດ ໃນຕະຫຼອດເວລາຜ່ານມາ. ທ່ານ Trump ກໍ່ຮຽກຮ້ອງອັງກິດ ບໍ່ຄວນຮັບການຊຳລະບ້ວງເງິນ “ລາອອກຈາກອີຢູ” ຊື່ງອັງກິດ ແລະ ອີຢູ ໄດ້ເຫັນດີເປັນເອກະພາບໃນຂໍ້ຕົກລົງ Brexit ທີ່ບັນລຸໄດ້ເມື່ອທ້າຍປີ 2018.

   ຊ້ຳບໍ່ໜຳ, ປະທານາທິບໍດີອາເມລິກາ ພັດຢືນຢັນວ່າ ທ່ານອະດີດລັດຖະມົນຕີການຕ່າງປະເທດ Boris Johnson ແມ່ນການເລືອກເຟັ້ນທີ່ “ດີເລີດ” ເພື່ອປ່ຽນແທນທ່ານນາງນາຍົກລັດຖະມົນຕີ Theresa May ນຳພາປະເທດອັງກິດ ແລະ ພັກຮັກສາເດີມກຳອຳນາດ. ທ່ານ Johnson ແມ່ນຜູ້ມີທັດສະນະສະໜັບສະໜູນລອນດອນ ຕັດອອກຈາກ Brussels ຢ່າງຊີ້ນເຊິງ ແລະ ອັງກິດ ຄວນອອກຈາກ ອີຢູ ເຖິງວ່າບັນລຸຂໍ້ຕົກລົງໄດ້ຫຼືບໍ່ກໍຕາມ.

   ຄາດວ່າ, ທ່ານ Trump  ຈະເຕື້ອງເຖິງບັນຫາສະພາບຄວາມເຄັ່ງຕຶງກັບຈີນ ກໍ່ຄືເລື່ອງລົງໂທດກຸ່ມບໍລິສັດໂທລະຄມົມະນາຄົມ Huawei ຂອງຈີນ ໃນການພົບປະກັບເຈົ້າໜ້າທີ່ອັງກິດ. ຕາມວົງການນັກໄຈ້ແຍກແລ້ວ, ໃນການພົບປະກັບທ່ານນາງນາຍົກລັດຖະມົນຕີອັງກິດ, ທ່ານ Trump ອາດຈະກໍ່ຄວາມກົດດັນຮຽກຮ້ອງລອນດອນ ບໍ່ອະນຸຍາດໃຫ້ Huawei ເຂົ້າຮ່ວມການກໍ່ສ້າງຕາໜ່າງລະບົບ  5G. ກ່ອນໜ້ານັ້ນ, ເມື່ອຕອບສຳພາດນັກຂ່າວໜັງສືພີມ Sunday Times ສະບັບອອກວັນທີ 2 ມິຖຸນາ ກ່ຽວກັບຄຳຖາມເລື່ອງລອນດອນ ຈະມີແຜນການອະນຸຍາດໃຫ້ Huawei ເຂົ້າຮ່ວມການກໍ່ສ້າງຕາໜ່າງລະບົບ  5G ຫຼືບໍ່ນັ້ນ ທ່ານ Trump ໄດ້ກ່າວເຕືອນວ່າ ອັງກິດ ຕ້ອງລະມັດລະວັງທີ່ສຸດໃນການພິຈາລະນາບັນຫາຄວາມສະຫງົບປອດໄພແຫ່ງຊາດ.

  ບັນດາຄຳປະກາດດັ່ງກ່າວ ໂດຍເຈົ້າຂອງທຳນຽບຂາວຍົກອອກມາ ໃນຂະນະທີ່ບັນດາການກະທຳກໍ່ຜົນຮ້າຍຕໍ່ສາຍພົວພັນກັບອັງກິດ ຍັງບໍ່ທັນໄດ້ຮັບຄວາມຜ່ອນຄາຍລົງເທື່ອ. ນັ້ນແມ່ນເລື່ອງອາເມລິກາ ເດີນຕາມບັນດານະໂຍບາຍກໍ່ຄວາມແຕກແຍກໃຫ້ແກ່ສາຍພົວພັນລະຫວ່າງສອງປະເທດ, ຄືຖອນຕົວອອກຈາກສັນຍາ Paris ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຂໍ້ຕົກລົງວ່າດ້ວຍນິວເຄຼຍອີຣານ….

        ໃນສະພາບການດັ່ງກ່າວ, ເມື່ອວົງການເຈົ້າໜ້າທີ່ ອັງກິດ ຖືວ່າ ທ່ານປະທານາທິບໍດີ ອາເມລິກາ ໄດ້ແຊກແຊງເຂົ້າວຽກງານພາຍໃນຂອງປະເທດນີ້ ກໍ່ແມ່ນເລື່ອງທີ່ເຂົ້າໃຈໄດ້ງ່າຍ. ໃນບົດຂຽນໜຶ່ງຂອງ ທ່ານ Sadiq Khan ເຈົ້າຄອງນະຄອນ ລອນດອນ  ທີ່ໄດ້ລົງໃນໜັງສືພິມ “ຜູ້ສັງເກດການ”  ໄດ້ເອີ້ນທ່ານ Donald Trump ວ່າ ແມ່ນໜຶ່ງໃນບັນດາຕົວຢ່າງພົ້ນເດັ່ນທີ່ສຸດຂອງສະພາບໄພນາບຂູ່ທີ່ພວມເພີ່ມຂຶ້ນໃນທົ່ວໂລກ”. ໃນຂະນະນັ້ນ, ທ່ານ Jeremy Corbyn ການນໍາພັກແຮງງານ ກໍ່ເວົ້າວ່າ ບັນດາຄໍາຕິຊົມຂອງທ່ານ Donald Trump ແມ່ນການແຊກແຊງເຂ້ົາວຽກງານພາຍໃນຂອງປະເທດອັງກິດ ທີ່ບໍ່ອາດຍອມຮັບໄດ້. ທ່ານກໍໄດ້ເນັ້ນໜັກເຖິງເລື່ອງຂວໍ້າບາດງານລ້ຽງຕ້ອນຮັບທ່ານປະທານາທິບໍດີ ອາເມລິກາ ຢູ່ ວັງ Buckingham ຕື່ມອີກ. ມີການນໍາພັກຝ່າຍຄ້ານອື່ນໆຫຼາຍທ່ານ ກໍໄດ້ມີບັນດາທ່າທີທີ່ຄ້າຍຄືກັບທ່ານ Jeremy Corbyn. ດັ່ງນັ້ນ, ທ່ານ Donald Trump ຈະບໍ່ມີບົດກ່າວປາໄສຢູ່ລັດຖະສະພາ ອັງກິດ ຍ້ອນວ່າຖືກບັນດາສະມາຊິກລັດຖະສະພາຄັດຄ້ານ.

ຈະບໍ່ມີຂໍ້ຕົກລົງບຸກທະລຸໃດໆ

        ກ່າວຄໍາເຫັນໃນສື່ສັງຄົມອອນລາຍ Twitter ກ່ອນທີ່ເຮືອບິນຂອງທ່ານ Donald Trump ລົງຈອດທີ່ສະໜາມບິນ Stansted ຢູ່ນະຄອນຫຼວງ ລອນດອນ 2 – 3 ນາທີ, ທ່ານປະທານາທິບໍດີ ອາເມລິກາ Donald Trump ສະແດງຄວາມປາດຖະໜາວ່າ ຈະກາຍເປັນເພື່ອນມິດລາຍໃຫຍ່ຂອງ ອັງກິດ, ກໍຄືຕັ້ງຄວາມຫວັງຫຼາຍຢ່າງເຂົ້າໃນການຢ້ຽມຢາມຄັ້ງນີ້. ໃນຂະນະນັ້ນ, ກ່່ອນການຢ້ຽມຢາມຂອງທ່ານປະທານາທິບໍດີ Donald Trump, ທ່ານນາງ ນາຍົກລັດຖະມົນຕີອັງກິດ Theresa May ຖືວ່າ ນີ້ແມ່ນ “ສັບປະດາທີ່ມີຄວາມໝາຍສໍາລັບການພົວພັນພິເສດ ລະຫວ່າງ ອັງກິດ ແລະ ອາເມລິກາ ແລະ ແມ່ນກາລະໂອກາດເພື່ອຍູ້ແຮງການພົວພັນຄູ່ຮ່ວມມື ທີ່ມີຄວາມສະໜິດສະໜົມລະຫວ່າງສອງປະເທດກວ່າອີກ”.

        ເຖິງຢ່າງໃດກໍຕາມ, ສະພາບການຕົວຈິງໄດ້ສະແດງໃຫ້ເຫັນວ່າ ການຢ້ຽມຢາມ ອັງກິດ ຄັ້ງນີ້ຂອງທ່ານ Donald Trump ຍາກທີ່ຈະບັນລຸໄດ້ບັນດາຂໍ້ຕົກລົງບຸກທະລຸ ເພາະວ່າ ຖ້າຫາກວ່່າບັນລຸໄດ້ນັ້ນ ມັນຈະໄດ້ຮັບການເປີດເຜີຍລ່ວງໜ້າແລ້ວ ແລະ ໝາກຜົນທີ່ບໍ່ດີກ່ຽວກັບບັນຫາ Brexit ເຮັດໃຫ້ສອງປະເທດບໍ່ມີໂອກາດ ເພື່ອບັນລຸໄດ້ບັນດາຂໍ້ຕົກລົງທີ່ມີຂອບຂະໜາດໃຫຍ່ກວ່າ. ນັບທັງທ່ານປະທານາທິບໍດີ Donald Trump ກໍພຽງແຕ່ຫວັງວ່າ ອາດສາມາດບັນລຸໄດ້ “ຂໍ້ຕົກລົງດ້ານການຄ້າທີ່ມີີຂອບຂະໜາດໃຫຍ່” ລະຫວ່າງສອງປະເທດ ໃນອະນາຄົດອັນໃກ້ໆນີ້ເທົ່ານັ້ນ.

        ເບິ່ງໂດຍລວມແລ້ວ ອາດເຫັນໄດ້ວ່າ ທ່ານ Donald Trump ບໍ່ໄດ້ຮັບຄວາມນິຍົມຈາກ ຊາວ ອັງກິດ. ເຖິງຢ່າງໃດກໍຕາມ ວໍຊີງຕັນ ແລະ ລອນດອນ ເຄີຍເປັນສໍາພັນທະມິດ ທີ່ສໍາຄັນ ຢູ່ ຕາເວັນຕົກມາແຕ່ດົນນານ, ຍັງຄົງມີຜົນປະໂຫຍດລວມຫຼາຍຢ່າງ ກ່ຽວກັບຍຸດທະສາດ ແລະ ເສດຖະກິດ ອັນໄດ້ສວມບົດບາດເປັນແກ່ນສານ ໃຫ້ແກ່ຄວາມວັດທະນາຖາວອນຂອງສອງປະເທດ. ດັ່ງນັ້ນ, ເຖິງວ່າຢາກຫຼືບໍ່ຢາກກໍຕາມ, ທັງອັງກິດ ແລະ ອາເມລິກາ ລ້ວນແຕ່ຕ້ອງເພິ່ງພາກັນ ແລະ ຕ້ອງປັບປຸງຄືນ “ການພົວພັນອັນສະເໝີຕ້ົນສະເໝີປາຍ ແລະ ພິເສດ ລະຫວ່າງ ອັງກິດ - ອາເມລິກາ”, ເຊິ່ງເປັນການພົວພັນທີ່ຖືກຜົນສະທ້ອນຫຼາຍຢ່າງນັບແຕ່ເມື່ອທ່ານປະທານາທິບໍດີ ອາເມລິກາ Donald Trump ຂຶ້ນກໍາອໍານາດ./.

ຕອບກັບ