ນໍ້າ​ໃຈ​ການ​ປະຕິວັດ​ເດືອນ​ສິງຫາ ​ໃນພາ​ລະ​ກິດ​​ແຫ່ງ​ການປ່ຽນ​ແປງ​ໃໝ່

Hong Van
Chia sẻ
(VOVWORLD) -   ວັນທີ 19 ສິງຫາ ນີ້, ຫວຽດນາມ ສະເຫຼີມສະຫຼອງວັນແຫ່ງໄຊຊະນະຂອງການປະຕິວັດເດືອນສິງຫາ ປີ 1945 ຄົບຮອບ 74 ປີ. ບົດບາດ, ຜົນສະທ້ອນອັນໃຫຍ່ຫຼວງກໍຄືບົດຮຽນທີ່ມີຄວາມໝາຍຂອງການປະຕິວັດດັ່ງກ່າວ ໄດ້ສ້າງຂີດໝາຍໃນຫຼາຍໄລຍະແຫ່ງການພັດທະນາຂອງການປະຕິວັດຫວຽດນາມ, ບໍ່ພຽງແຕ່ໃນພາລະກິດແຫ່ງການທ້ອນໂຮມປະເທດຊາດໃຫ້ເປັນເອກະພາບເທົ່ານັ້ນ ຫາກຍັງໃນໄລຍະຂອງການປະຕິບັດພາລະກິດແຫ່ງການປ່ຽນແປງໃໝ່ ແລະ ຍົກສູງທີ່ຕັ້ງບົດບາດຂອງຫວຽດນາມໃນເວທີສາກົນອີກດ້ວຍ.

        ໄຊຊະນະຂອງການປະຕິວັດເດືອນສິງຫາ ໄດ້ເປີດບາດລ້ຽວອັນຍິ່ງໃຫຍ່ຂອງປະຫວັດສາດຫວຽດນາມ. ປະຊາຊົນຫວຽດນາມ ໄດ້ທັບມ້າງແອກປົກຄອງລະບອບຂ້າທາດຂອງຈັກກະພັດຝລັ່ງ, ໂຄ່ນລົ້ນລະບອບຈັກກະພັດສັກດິນາ ທີ່ແກ່ຍາວມາເປັນເວລາກວ່າ 80 ປີ ແລ້ວສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ.

ບົດຮຽນອັນລໍ້າຄ່າ

        ໄຊຊະນະຂອງການປະຕິວັດເດືອນສິງຫາ 1945 ໄດ້ມີບົດຮຽນທີ່ລໍ້າຄ່າຫຼາຍຢ່າງໃຫ້ການປະຕິວັດຫວຽດນາມ. ນັ້ນແມ່ນບົດຮຽນກ່ຽວກັບການລຸກຮື້ຂ້ຶນຕໍ່ສູ້ ແລະ ເສີມຂະຫຍາຍກໍາລັງແຮງຂອງລັດທິຮັກຊາດ, ບົນພື້ນຖານນັ້ນ ກໍ່ໄດ້ສ້າງແນວໂຮມປະເທດຊາດເປັນເອກະລາດ, ສາມັກຄີໃນໝູ່ປະຊາຊົນທຸກຊັ້ນວັນນະ ເພື່ອປົດປ່ອຍປະເທດຊາດ, ຍາດເອົາເອກະລາດ, ເສລີພາບໃຫ້ແກ່ປະເທດຊາດ.

         ນໍ້າ​ໃຈ​ການ​ປະຕິວັດ​ເດືອນ​ສິງຫາ ​ໃນພາ​ລະ​ກິດ​​ແຫ່ງ​ການປ່ຽນ​ແປງ​ໃໝ່ - ảnh 1(ພາບເອກະສານ: TTXVN)

        ບົດຮຽນກ່ຽວກັບການກໍ່ສ້າງກໍາລັງການປະຕິວັດ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງ, ໜ້າທີ່ປະຕິວັດຜ່ານແຕ່ລະໄລຍະ, ຕັ້ງໜ້າກະກຽມທຸກດ້ານໃຫ້ກຽມພ້ອມເພື່ອການລຸກຮື້ຂຶ້ນຕໍ່່ສູ້ຄັ້ງໃຫຍ່.

        ບົດຮຽນກ່ຽວກັບການກໍາແໜ້ນທຸກສະພາບການທີ່ຜັນແປ, ບົນພື້ນຖານນັ້ນ ກໍ່ຊອກໄດ້ກາລະໂອກາດຢ່າງທັນການໃນການປຸກລະດົມການລຸກຮື້ຂຶ້ນຄັ້ງໃຫຍ່ ເພື່ອຍາດເອົາໄຊຊະນະ. ບົດຮຽນກ່ຽວກັບການເສີມຂະຫຍາຍຫົວຄິດປະດິດສ້າງ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນໝູ່ມະຫາຊົນ ແລະ ໝູ່ພະນັກງານ, ສະມາຊິກພັກ. ໃນທຸກສະພາບການ, ຕ້ອງຢຶດໝັ້ນເປົ້າໝາຍເອກະລາດແຫ່ງຊາດ ແລະ ລັດທິສັງຄົມນິຍົມ, ເສີມຂະຫຍາຍກໍາລັງແຮງລວມຂອງຊາດ ສົມທົບກັບກໍາລັງແຮງຂອງຍຸກສະໄໝ ເພື່ອນໍາປະເທດຊາດກ້າວຂຶ້ນ, ປ່ຽນແປງໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນ. ນີ້ແມ່ນທ່າອ່ຽງພັດທະນາຂອງຍຸກສະໄໝ, ຕັດສິນໃຈປ່ຽນແປງໃໝ່, ປ່ຽນແປງໃໝ່ດ້ານຈິນຕະນາການຢ່າງທັນການ ແລະ ປ່ຽນແປ່ງໃໝ່ເສດຖະກິດຢ່າງເຂັ້ມແຂງ.

ເສີມຂະຫຍາຍນໍ້າໃຈການປະຕິວັດເດືອນສິງຫາໃນພາລະກິດແຫ່ງການປ່ຽນແປງໃໝ່

        ອາດເວົ້າໄດ້ວ່າ, ບັນດາຜົນງານທີ່ບັນລຸໄດ້ໃນຕະຫຼອດ 74 ປີຜ່ານມາ, ໂດຍສະເພາະ ແມ່ນໃນໄລຍະກວ່າ 30 ປີແຫ່ງການປ່ຽນແປງໃໝ່ນີ້, ລ້ວນແຕ່ເລີ່ມຕົ້ນຈາກພື້ນຖານທໍາອິດ ແມ່ນໄຊຊະນະອັນຍ່ິງໃຫຍ່ຂອງການປະຕິວັດເດືອນສິງຫາ ແລະ ສະຖາປະນາປະເທດຫວຽດນາມ ປະຊາທິປະໄຕ ສາທາລະນະລັດ, ແມ່ນການນໍາໃຊ້ບັນດາບົດຮຽນຈາກປະຫວັດສາດ. ຍ້ອນແນວນັ້ນ, ປະເທດຊາດຈຶ່ງໄດ້ບືນຕົວຂຶ້ນ.

        ກວ່າ 30 ປີທີ່ປະເທດຊາດດໍາເນີນພາລະກິດແຫ່ງການປ່ຽນແປງໃໝ່ນັ້ນ, ນໍ້າໃຈເອກອ້າງທະນົງໃຈຂອງການປະຕິວັດເດືອນສິງຫາ ຍາມໃດກໍແມ່ນກໍາລັງໜູນຫຼໍ່ຫຼອມຄວາມຕັດສິນໃຈ, ຄວາມມານະພະຍາຍາມສູ້ຊົນຂອງປະຊາຊົນຫວຽດນາມ. ຈາກພື້ນຖານເສດຖະກິດກະສິກໍາທີ່ຫຼ້າຫຼັງ ໂດຍມີປະຊາກອນຈໍານວນ 90% ແມ່ນເຮັດກະສິກໍາ, ຫວຽດນາມ ໄດ້ກໍ່ສ້າງພື້ນຖານດ້ານວັດຖຸ-ເຕັກນິກ, ພື້ນຖານໂຄງລ່າງເສດຖະກິດ-ສັງຄົມ ສາມາດຕອບສະໜອງພາລະກິດຫັນປະເທດເປັນອຸດສາຫະກໍາ ແລະ ທັນສະໄໝເທື່ອລະກ້າວ, ສ້າງສະພາບແວດລ້ອມດຶງດູດແຫຼ່ງກໍາລັງສັງຄົມເພື່ອພັດທະນາ.

        ໂຄງປະກອບເສດຖະກິດສືບຕໍ່ມີການຜັນປ່ຽນຕາມທິດເສີມຂະຫຍາຍຄວາມສາມາດບົ່່ມຊ້ອນຂອງບັນດາພາກສ່ວນເສດຖະກິດ ແລະ ປະສົມປະສານດ້ວຍຫຼາຍຮູບແບບກໍາມະສິດ. ສ້າງຕັ້ງໄດ້ບັນດາເຂດເສດຖະກິດຈຸດສຸມ, ອັນໄດ້ເປັນກໍາລັງໜູນໃຫ້ແກ່ການພັດທະນາເສດຖະກິດເຂດ, ພາກ ແລະ ຂອງທັງປະເທດ.

        ເສີມຂະຫຍາຍຈິດໃຈສາມັກຄີ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍທຸກປະການ ເພື່ອສ້າງສາປະເທດຊາດໃຫ້ນັບມື້ນັບຮຸ່ງເຮືອງສີວິໄລກວ່າເກົ່າ. ລັດຖະບານຫວຽດນາມ ຕັດສິນໃຈສ້າງສໍາເລັດເປົ້າໝາຍ ແລະ ໜ້າທີ່ທີ່ໄດ້ວາງອອກຢ່າງມີໄຊ. ໃນກອງປະຊຸມລັດຖະບານຄັ້ງຕ່າງໆ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ:

        “ຢຶດໝັ້ນບໍ່ທໍ້ຖອຍຕໍ່ຄວາມຫຍຸ້ງຍາກ; ເປັນເຈົ້າການຮັບມືກັບສະພາບການຢ່າງມີໄຫວພິບ. ສໍາລັບຄວາມສ່ຽງຢູ່ພາຍນອກ, ຕ້ອງຕິດຕາມບັນດາການກະທົບຈາກສົງຄາມການຄ້າ, ເຕັກໂນໂລຢີຢ່າງຄົບຖ້ວນ ເພື່ອຍົກອອກມາດຕະການແກ້ໄຂໃຫ້ທັນການ. ຕິດຕາມ, ຕີລາຄາ, ຄາດຄະເນຜົນກະທົບຈາກຕະຫຼາດການເງິນເງິນຕາສາກົນ ເພື່ອມີມາດຕະການຮັບມື, ຫຼີກລ້ຽງຄວາມສ່ຽງຈາກພາຍນອກ. ພ້ອມກັນນັ້ນ ຫວຽດນາມຕ້ອງ ດຶງດູດບັນດາວິສາຫະກິດທີ່ເຄື່ອນໄຫວກ່ຽວກັບເຕັກໂນໂລຢີ, ບັນດາວິສາຫະກິດທີ່ເຂົ້າຮ່ວມລະບົບມູນຄ່າທົ່ວໂລກ ເຂົ້າມາລົງທຶນຢູ່ຫວຽດນາມ”.

        ໃນຜົນງານຂອງປະເທດຊາດຕ້ອງເນັ້ນໜັກເຖິງ “ຜົນງານ” ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ ຂອງ ຫວຽດນາມ ທີ່ໄດ້ຮັບການຕີລາຄາສູງຈາກໂລກ. ຜົນງານດັ່ງກ່າວໄດ້ສ້າງຄວາມປະທັບໃຈຢ່າງແຮງເມື່ອອັດຕາຜູ້ປະສົບຄວາມທຸກຍາກກວ່າ 80% ຈຳນວນພົນລະເມືອງ, ພາຍຫຼັງ 30 ປີ, ຫຼຸດລົງຍັງເຫຼືອປະມານ 6%. ມີປະຊາຊົນກວ່າ 60 ລ້ານຄົນຫຼຸດພົ້ນອອກຈາກຄວາມທຸກຍາກ.

        ການພົວພັນຕ່າງປະເທດນັບມື້ນັບໄດ້ເປີດກ້ວາງ, ອິດທິພົນຊື່ສຽງ, ທີ່ຕັ້ງຂອງ ຫວຽດນາມບົນເວທີສາກົນໄດ້ຮັບການຍົກສູງຢ່າງບໍ່ຢຸດຢັ້ງ. ກຳລັງແຮງສັງລວມຂອງປະເທດຊາດໄດ້ເພີ່ມຂຶ້ນ, ສ້າງທ່ວງທ່າ ແລະ ກຳລັງໃໝ່ໃຫ້ແກ່ປະເທດຊາດໃນການສືບຕໍ່ພັດທະນາດ້ວຍບັນດາແງ່ຫວັງທີ່ດີ. ກ່າວຄຳເຫັນທີ່ກອງປະຊຸມຜັນຂະຫຍາຍໜ້າທີ່ວຽກງານ ປີ 2019 ຂອງ ຄະນະພົວພັນການຕ່າງປະເທດສູນກາງ, ທ່ານ ເຈິ່ນກວກເວຶອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກໄດ້ເນັ້ນໜັ້ກວ່າ:

        ສືບຕໍ່ຊາບຊຶມບັນດາແນວທາງການຕ່າງປະເທດຂອງພັກ ແລະ ລັດໃຫ້ເລິກເຊິ່ງກວ່າອີກ, ນຳໃຊ້ເຂົ້າແຕ່ລະກໍລະນີຢ່າງລະອຽດ. ເປົ້າໝາຍຮັກສາສັນຕິພາບ, ສະຖຽນລະພາບຂອງປະເທດຊາດ, ບົດບາດເປັນການນຳຂອງພັກຕ້ອງໄດ້ຮັກສາໄວ້ຢ່າງໝັ້ນຄົງ. ຊຸກຍູ້ແນວທາງການຕ່າງປະເທດເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທດຈິງ, ໃນນັ້ນສະຫງວນການບຸລິມະສິດສູງໃຫ້ແກ່ບັນດາພັກກຳອຳນາດ, ບັນດາພັກທີ່ມີທີ່ຕັ້ງ ແລະ ບົດບາດສຳຄັນໃນເວທີການເມືອງ, ພິເສດແມ່ນບັນດາປະເທດບ້ານໃກ້ເຮືອນຄຽງ, ບັນດາປະເທດອາຊຽນ ແລະ ຄູ່ຮ່ວມມືສຳຄັນ, ຖືນີ້ແມ່ນຊ່ອງທາງທີ່ສຳຄັນພິເສດເພື່ອຮັກສາບົດບາດເປັນຂົວເຊື່ອມຕໍ່ສ້າງພື້ນຖານການເມືອງທີ່ມີຄວາມໄວ້ເນື້ອເຊື່ອໃຈໃນການແກ້ໄຂຂໍ້ຫຍຸ້ງຍາກ, ຂໍ້ຄົງຄ້າງກໍ່ຄືຊຸກຍູ້ເພີ່ມທະວີການພົວພັນລະຫວ່າງປະເທດ ຫວຽດນາມ ກັບບັນດາປະເທດອື່ນໆ.

        ໃນພາລະກິດແຫ່ງການກໍ່ສ້າງແລະ ປົກປັກຮັກສາປະເທດຊາດ, ຫວຽດນາມໄດ້, ກຳລັງ ແລະ ຈະຍົກສູງຈິດໃຈສະຕິລະວັງຕົວ, ກຽມພ້ອມທັບມ້າງທຸກກົນອຸບາຍ ແລະ ການກະທຳມ້າງເພທໍາລາຍຂອງບັນດາອິດທິກຳລັງທີ່ເປັນປໍລະປັກ, ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ ແລະ  ຜືນແຜ່ນດິນອັນຄົບຖ້ວນຢ່າງໝັ້ນຄົງ.

        ອາດເວົ້າໄດ້ວ່າ, ຈິດໃຈການປະຕິວັດເດືອນ ສິງຫາ 1954 ແມ່ນແຫຼ່ງກຳລັງອັນຍິ່ງໃຫຍ່ຂອງຊາດ ຫວຽດນາມໃນຍຸກສະໄໝໃໝ່, ຊ່ວຍໃຫ້ ຫວຽດນາມຕັດສິນໃຈປົກປັກຮັກສາຜົນງານຂອງພາລະກິດແຫ່ງການປ່ຽນແປງໃໝ່ຢ່າງໝັ້ນຄົງ, ຢຶດໝັ້ນກັບເປົ້າໝາຍສັງຄົມນິຍົມ, ກໍ່ສ້າງປະເທດຊາດໃຫ້ນັບມື້ນັບພັດທະນາຮັ່ງມີ, ສວຍງາມ.

 

ຕອບກັບ