ແຂວງເຊີນລາອະນຸລັກ ເສີມຂະຫຍາຍສີສັນວັດທະນະທຳ ບັນດາເຜົ່າສ່ວນໜ້ອຍ

Le phuong
Chia sẻ
(VOVWORLD) -ແຂວງເຊີນລາມີ 12 ຊົນເຜົ່າດຳລົງຊີວິດຢູ່ຮ່ວມກັນ ດ້ວຍບັນດາຈຸດວັດທະນະທຳ ຮີດຄອງປະເພນີຫຼາຍຮູບຫຼາຍສີ ອຸດົມສົມບຸນ. ດ້ວຍເປົ້າໝາຍຮັກສາຟື້ນຟູບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນດາເຜົ່າ, ແຂວງເຊີນລາຍາມໃດກໍເອົາໃຈໃສ່ອະນຸລັກເສີມຂະຫຍາຍ ມໍລະດົກວັດທະນະທຳບັນດາເຜົ່າໃນບໍລິເວນ
ແຂວງເຊີນລາອະນຸລັກ ເສີມຂະຫຍາຍສີສັນວັດທະນະທຳ ບັນດາເຜົ່າສ່ວນໜ້ອຍ - ảnh 1
ບັນດາພິທີກຳໃນງານບຸນສົມມະນາຄຸນ ເທວະດາຟ້າແຖນ
  ເມືອງເວີນໂຮ່ ແມ່ນບໍລິເວນດຳລົງຊີວິດຂອງ 5 ເຜົ່າ, ແຕ່ລະເຜົ່າມີຈຸດວັດທະນະທຳພື້ນເມືອງ ມີສີສັນສະເພາະ ອັນໄດ້ສ້າງເປັນຮູບພາບຫຼາກຫຼາຍສີສັນ. ໃນຊຸມວັນງານບຸນ, ເວີນໂຮ່ ຍາມໃດກຟົດຟື້ນມ່ວນຊື່ນດ້ວຍສຽງຄ້ອງສຽງກອງ, ສຽງຂັບລຳທຳເພງພື້ນເມືອງ, ຟ້ອນແຊ ຂອງພວກນາງສາວບັນດາເຜົ່າ. ໃນໄລຍະທີ່ຜ່ານມາ, ທາງເມືອງກໍເອົາໃຈໃສ່ວຽກງານອະນຸລັກຮັກສາ, ອະນຸລັກປະຕິສັງຂອນບັນດາປູຊະນີຍະສະຖານ, ພ້ອມກັນນັ້ນ ກໍຈັດຕັ້ງການເຄື່ອນໄຫວງານບຸນຕິດພັນກັບບັນດາສະຖານທີ່ປະຫວັດສາດວັດທະນະທຳ.  ທ່ານນາງ ຫງວຽນທິລື ຫົວໜ້າຂະແໜງວັດທະນະທຳຖະແຫຼງຂ່າວເມືອງ ເວີນໂຮ່ໃຫ້ຮູ້ວ່າ  :

  “ເມືອງເວີນໂຮ່ພວມໜູນຊ່ວຍເພື່ອຟື້ນຟູບັນດາສະໂທສອນ, ບັນດາກອງສິລະປະກອນພື້ນເມືອງ ທັງອະນຸລັກຮັກສາວັດທະນະທຳ ທັງຟື້ນຟູພັດທະນາການທ່ອງທ່ຽວ, ພ້ອມທັງຟື້ນຟູບັນດາໝູ່ບ້ານອາຊີບຫັດຖະກຳຂອງທ້ອງຖິ່ນ”

    ທີ່ເມືອງ ໂມກເຈົາ, ການອະນຸລັກຮັກສາ ເສີມຂະຫຍາຍຄຸນຄ່າວັດທະນະທຳບັນດາເຜົ່າ ໄດ້ຕິດພັນກັບການພັດທະນາເສດຖະກິດທ່ອງທ່ຽວ. ແຕ່ລະປີ ທາງເມືອງໄດ້ຈັດຕັ້ງການຟື້ນຟູ ວາດພາບເຖິງບາງງຸນບຸນປະເພນີຄື ງານບຸນສົມມະນາຄຸນ ເທວະດາຟ້າແຖນ, ງານບຸນສົມມະນາຄຸນຜູ້ໃຫ້ກຳເນີດ, ງານບຸນສົມມະນາຄຸນສາມັກຄີຊຸມຊົນຢູ່ຕາແສງ ດົງຊາງ, ງານບຸນພາວະນາໃຫ້ຟ້າຝົນດີຢູ່ຕາແສງ ເມືອງຊາງ. ທ່ານນາງ ຫງວຽນທິຮວາ ຮອງປະທານຄະນະກຳມະການປະຊາຊົນເມືອງໂມກເຈົາ ແຂວງເຊີນລາ ໃຫ້ຮູ້ວ່າ :

   “ງານບຸນສົມມະນາຄຸນເທວະດາຟ້າແຖນຢູ່ຕາແສງດົງຊາງ ໄດ້ຮັບການຢັ້ງຢືນແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດເມືອງໂມກເຈົາ ຊຶ່ງໄດ້ກຳນົດວ່າ ນີ້ແມ່ນຈຸດວັດທະນະທຳອັນດີງານຂອງເຜົ່າໄທຂາວ, ຕາແສງດົງຊາງ. ຍ້ອນເຫດນີ້ເອງ ພວກຂ້າພະເຈົ້າ ຈຶ່ງຮັກສາການຈັດຕັ້ງໃນແຕ່ລະປີ ເພື່ອໃຫ້ປະຊາຊົນຍາມໃດກໍມີຄວາມເອກອ້າງທະນົງໃຈຕໍ່ວັດທະນະທຳ, ນີ້ກໍແມ່ນວິທີເພື່ອອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳເຜົ່າໄທຂາວ”

      ນະຄອນເຊີນລາມີ 12 ຊົນເຜົ່າດຳລົງຊີວິດຢູ່ຮ່ວມກັນ ໃນນັ້ນມີຊາວເຜົ່າຜູ້ໄທຫຼາຍກ່ວາໝູ່ ດ້ວຍບັນດາຈຸດວັດທະນະທຳທີ່ເປັນເອະລັກ. ແຕ່ລະປີທາງນະຄອນກໍໄດ້ຈັດບັນດາງານບຸນຄື ງານບຸນດອກບານ, ງານບຸນແຫ່ງຄວາມຮັກ, ງານບຸນສະແດງສິລະປະມະຫາຊົນ ແນໃສ່ເສີມຂະຫຍາຍ ອະນຸລັກຮັກສາບັນດາມໍລະດົກວັດທະນທຳບໍ່ເປັນວັດຖຸ ແລະ ເປັນວັດຖຸ, ຂຸດຄົ້ນຄວາມສາມາດບົມຊ້ອນ ຮັບໃຊ້ການພັດທະນາການທ່ອງທ່ຽວ. ນະຄອນເຊີນລາວາງເປົ້າໝາຍສ່າງຕັ້ງ 11 ສະໂທສອນວັດທະນະທຳ ເຜົ່າຜູ້ໄທ, ຍູ້ແຮງການໂຄສະນາ ແລະ ເຜົຍແຜ່ບັນດາວາດຟ້ອນແຊບູຮານຂອງເຜົ່າຜູ້ໄທ, ພ້ອມກັນນັ້ນ ກໍຟື້ນຟູບັນດາໝູ່ບ້ານອາຊີບຫັດຖະກຳ. ທ່ານເຈີນກົງຈີ້ງ ຮອງປະທານຄະນະກຳມະການປະຊາຊົນນະຄອນເຊີນລາ ໃຫ້ຮູ້ວ່າ :

      “ ທາງນະຄອນກໍໄດ້ສ້າງແຜນສະເພາະກ່ຽວກັບຂົງເຂດວັດທະນະທຳ ແລະ ວາງ 10 ໜ້າທີ່ພື້ນຖານ, ໃນນັ້ນ ພົ້ນເດັ່ນຂຶ້ນການຟື້ນຟູການເຄື່ອນໄຫວວັດທະນະທຳພື້ນເມືອງ, ອະນຸລັກຮັກສາທາງດ້ານພາສາ ແລະ ຕົວໜັງສືດ້ວຍການລະດົມການເຂົ້າຮ່ວມຂອງບັນດານັກສິລະປະການ ຜູ້ທີ່ມີຄວາມກະຕືລືລົ້ນຕໍ່ການອະນຸລັກວັດທະນະທຳເຜົ່າຜູ້ໄທ”

    ນັບແຕ່ປີ 2021 ມາຮອດປະຈຸບັນ, ແຂວງເຊີນລາໄດ້ຈັດບັນດາການເຄື່ອນໄຫວສະແດງສິລະປະ ເປົາແຄນຂອງເຜົ່າມົ້ງຢູ່ເມືອງໂມກເຈົາ, ພິມ ແລະ ຈຳໜ໋າຍໃບພັບ 4000 ໃບ ແນະນຳ 2 ມໍລະດົກວັດທະນທຳບໍ່ເປັນວັດຖຸ ແລະ ສິລະປະຟ້ອນແຊເຜົ່າຜູ້ໄທ ແລະ ພິທີປາງອາ ຂອງຊາວເຜົ່າລາຮາ. ທາງແຂວງກໍໄດ້ເປີດ 2 ຊຸດອົບຮົມກ່ຽວກັບ ມໍລະດົກວັດທະນທຳບໍ່ເປັນວັດຖຸ ສິລະປະເປົາແຄນເຜົ່າມົ້ງແກ່ນັກຮຽນຊາວເຜົ່າມົ້ງຢູ່ເມືອງໂມກເຈົາ. ທ່ານເຈີນຊວນຫວຽດ ຮອງຫົວໜ້າພະແນກ ວັດທະນະທຳກິລາ ແລະ ທ່ອງທ່ຽວແຂວງເຊີນລາໃຫ້ຮູ້ວ່າ :

    “ ທາງຂະແໜງວັດທະນະທຳໄດ້ເປັນເສນາທິການໃຫ້ແກ່ແຂວງ, ການນຳ, ຊີ້ນຳບັນດາຄະນະ ຂະແໜງການທີ່ກ່ຽວຂ້ອງເພື່ອພັດທະນາວັດທະນະທຳຕິດພັນກັບການພັດທະນາການທ່ອງທ່ຽວ, ໜູນຊ່ວຍກັນເພື່ອພັດທະນາ. ພິເສດແມ່ນເສີມຂະຫຍາຍຄຸນຄ່າວັດທະນະນຳບໍ່ເປັນວັດຖຸ ແລະ ຄຸນຄ່າວັດທະນະນຳເປັນວັດຖຸ. ສຳລັບຄຸນຄ່າວັດທະນະນຳເປັນວັດຖຸ ກໍເລັ່ງໃສ່ບູລະນະປະຕິສັງຂອນ ອະນຸລັກ, ພັດທະນາຄຸນຄ່າບັນດາສະຖານທີ່ປະຫວັດສາດວັດທະນະທຳ, ທິວທັດທຳມະຊາດເພື່ອສ້າງເປັນສະຖານທີ່ທ່ອງທ່ຽວ. ສຳລັບຄຸນຄ່າວັດທະນະນຳບໍ່ເປັນວັດຖຸ ກໍຈັດຕັ້ງບັນດາງານບຸນປະເພນີ, ບັນດາການເຄື່ອນໄຫວວັດທະນະທຳສະແດງສິລະປະ, ພັດທະນາບັນດາກອງສິລະປະກອນພື້ນເມືອງ ທັງຮັກສາອະນຸລັກ ເສີມຂະຫຍາຍ ທັງຟື້ນຟູວຽກງານພັດທະນາການທ່ອງທ່ຽວຫຼືພັດທະນາການທ່ອງທ່ຽວຊຸມຊົນ ຕິດພັນກັບການ ຮັກສາອະນຸລັກ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳພື້ນເມືອງຂອງບັນດາເຜົ່າ”

      ປະຈຸບັນ ພະແນກ ວັດທະນະທຳກິລາ ແລະ ທ່ອງທ່ຽວແຂວງເຊີນລາ ພວມຕັ້ງໜ໊າຜັນຂະຫຍາຍຜັນຂະຫຍາຍວຽກງານບຳລຸງກໍ່ສ້າງຄວາມສາມາດໃຫ້ແກ່ຖັນແຖວພະນັກງານຂັ້ນຕາແສງ, ບັນດານັກສິລະປະການ ຜູ້ທີ່ມີອິດທິພົນຊື່ສຽງ ແນໃສ່ຍົກສູງຄວາມສາມາດໂຄສະນາເຜີຍແຜ່ ຮັກສາອະນຸລັກ ເສີມຂະຫຍາຍຄຸນຄ່າສິລະປະພື້ນເມືອງຂອງບັນດາເຜົ່າສ່ວນໜ້ອຍໃນບໍລິເວນແຂວງ. ທາງແຂວງກໍຍົກສູງຄຸນນະພາບການເຄື່ອນໄຫວ ສະແດງສິລະປະວັດທະນະທຳ ມຸ່ງໄປສູ່ການກໍ່ສ້າງເປັນຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກ ສ້າງຮູບພາບວັດທະນະທຳແຂວງເຊີນລາທີ່ເຕັ້ມໄປດ້ວຍຄວາມດູດດື່ມສຳລັບແຂກທ່ອງທ່ຽວ.

ຕອບກັບ