ມຸ່ງໄປສູ່ກົກເຄົ້າເຫງົ້າກໍ - ຊຸດສະສົມເສື້ອຍາວ ເຊີດຊູມໍລະດົກວັດທະນະທຳແຫ່ງຊາດ

Vinh Phong
Chia sẻ
(VOVWORLD) -  ດ້ວຍແຫຼ່ງບັນດານໃຈຈາກງານບຸນວິຫານ ຮຸ່ງ ແລະ ວັດຖຸພັນຈາກສະໄໝລາດຊະວົງ ຮຸ່ງ (ແຕ່ສະຕະວັດທີ VII ຫາສະຕະວັດທີ II) ກ່ອນ ຄສ, ນັກອອກແບບ ທວາເຈິ່ນ ໄດ້ໃຫ້ເປີດໂຕຊຸດສະສົມເສື້ອຍາວ “ມຸ່ງໄປສູ່ກົກເຄົ້າເຫງົ້າກໍ”. ບໍ່ພຽງແຕ່ແມ່ນຊຸດສະສົມແຟຊັນເທົ່ານັ້ນ, ຊຸດສະສົມມຸ່ງໄປສູ່ກົກເຄົ້າເຫງົ້າກໍ ຍັງສະແດງໃຫ້ເຫັນຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ທີ່ມີຕໍ່ຄຸນງາມຄວາມດີຂອງບັນດາເຈົ້າຊີວິດໃນການກໍ່ຕັ້ງປະເທດຊາດ ແລະ ຮັກສາສີສັນວັດທະນະທຳຫວຽດນາມ
ມຸ່ງໄປສູ່ກົກເຄົ້າເຫງົ້າກໍ - ຊຸດສະສົມເສື້ອຍາວ ເຊີດຊູມໍລະດົກວັດທະນະທຳແຫ່ງຊາດ - ảnh 1ຊຸດສະສົມເສື້ອຍາວ “ມຸ່ງໄປສູ່ກົກເຄົ້າເຫງົ້າກໍ”

     ແນວຄວາມຄິດ“ມຸ່ງໄປສູ່ກົກເຄົ້າເຫງົ້າກໍ” ໂດຍນັກອອກແບບ ທວາເຈິ່ນ ໄດ້ຝັກໄຝ່ເປັນເວລາໜຶ່ງປີ ເຊິ່ງໄດ້ປະຕິບັດໃນເວລາ 2 ເດືອນ ດ້ວຍເສື້ອຍາວສິລະປະ 20 ຊຸດ. ເສື້ອຍາວແຕ່ລະຊຸດໃນຊຸດສະສົມກໍ່ລ້ວນແຕ່ເປັນເລື່ອງລາວ ແລະ ເປັນສ່ວນໜຶ່ງຂອງປະຫວັດສາດແຫ່ງຊາດ. ບັນດາລວດລາຍອັນເປັນປະເພນີ, ສີສັນທີ່ເປັນສັນຍາລັກໃຫ້ແກ່ປະເທດຊາດ ຕະຫຼອດຮອດຮູບແບບ ກໍ່ລ້ວນແຕ່ເຂັ້ມຂົ້ນໄປດ້ວຍຂີດໝາຍວັດທະນະທຳ. ລາຍລະອຽດແຕ່ລະຢ່າງໃນຊຸດເສື້ອຍາວ ແມ່ນການປະສານສົມທົບຢ່າງລະອຽດອ່ອນລະຫວ່າງປະຫວັດສາດ ແລະ ຄວາມປານີດ ເຊິ່ງແມ່ນພາບຈິດຕະກຳກ່ຽວກັບວິຫານຮຸ່ງ ຕາມນັກອອກແບບ ທວາເຈິ່ນ ແລ້ວ ເສື້ອຍາວແຕ່ລະຊຸດຖືກອອກແບບບໍ່ພຽງແຕ່ແມ່ນການສົມທົບລະຫວ່າງພື້ນເມືອງ ແລະ ທັນສະໄໝເທົ່ານັ້ນ ຫາກຍັງແມ່ນວິທີເພື່ອແນະນຳ ແລະ ແຜ່ກະຈາຍຄວາມເອກອ້າງທະນົງໃຈກ່ຽວກັບກົກເຄົ້າເຫງົ້າກໍ ແລະ ມໍລະດົກວັດທະນະທຳຂອງຊາດ. ຜ່ານນັ້ນກາຍເປັນວິທີສະແດງຢ່າງເລິກເຊິ່ງ ເພື່ອເຊື່ອມຕໍ່ໄວໜຸ່ມກັບອະດີດຕະການ ແລະ ຮັກສາບັນດາຄຸນຄ່າວັດທະນະທຳພື້ນເມືອງນັບແຕ່ສະໄໝບູຮານ ມາເຖິງປັດຈຸບັນ. ນັກອອກແບບ  ທວາເຈິ່ນ ເວົ້າວ່າ:

      “ແຕ່ລະປີຮອດວັນບູຊາເຈົ້າຊີວິດ ຮຸ່ງ, ຂ້າພະເຈົ້າຍາມໃດກໍ່ສະເໜີໂຕຊຸດສະສົມເສື້ອຍາວທີ່ກ່ຽວຂ້ອງເຖິງ ສະໄໝລາດຊະວົງ ຮຸ່ງ ແລະ ເລື່ອງລາວເລົ່າຂານປາກຕໍ່ປາກ ກ່ຽວກັບລູກມັງກອນຫຼານເທວະດາ. ປີນີ້ຂ້າພະເຈົ້າໄດ້ອອກແບບຊຸດເສື້ອຍາວ ໂດຍເລີ່ມຈາກແຫຼ່ງບັນດານໃຈຂອງຮູບພາບສັງລວມກ່ຽວກັບວິຫານຮຸ່ງ, ຂ້າພະເຈົ້າຢາກໂຄສະນາຄວາມງາມທີ່ໃຫຍ່ໂຕມະໂຫຖານຂອງບ້ານເກີດເມືອງນອນ ກໍ່ຄືຂອງກົກເຄົ້າເຫງົ້າກໍ. ຂ້າພະເຈົ້າຢາກສົ່ງສານເຖິງຊາວຫຽວດນາມທຸກໆຄົນທີ່ພວມດຳລົງຊີວິດຢູ່ທຸກແຖບຖິ່ນຂອງປະເທດຊາດ ກໍ່ຄືຊາວ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດຈົ່ງພ້ອມກັນອວ່າຍໜ້າເມືອຫາກົກເຄົ້າເຫງົ້າກໍ ມຸ່ງໄປສູ່ວັນບູຊາເຈົ້າຊີວິດ ຮຸ່ງ, ຮ່ວມແຮງຮ່ວມໃຈອະນຸລັກມໍລະດົກວັດທະນະທຳ ຫວຽດນາມ”.

      ບັນດາຊຸດເສື້ອຍາວຖືກອອກແບບມີລັກສະນະນຳໃຊ້ສູງ ແມ່ນການສົມທົບຢ່າງສົມບູນ ລະຫວ່າງພື້ນເມືອງ ແລະ ທັນສະໄໝອັນໄດ້ສ້າງເປັນຊຸດເສື້ອຍາວແຟຊັນທີ່ມີຄວາມໝາຍ. ສິ່ງນີ້ປະກອບສ່ວນຢັ້ງຢືນວ່າ ຜ່ານການເວລາຊຸດເສື້ອຍາວຍັງຍືນຍົງຄົງຕົວ ສາມາດຮັກສາທີ່ຕັ້ງຄືດັ່ງຄວາມເອກອ້າງທະນົງໃຈຂອງຊາດແມ່ນສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກວັດທະນະທຳ ຫວຽດນາມ ໄດ້. ນັກຄົ້ນຄວ້າປະຫວັດສາດ ເລວັນລານ ຮອງປະທານສະພາວິທະຍາສາດ ເຂດປູຊະນີຍະສະຖານປະຫວັດສາດວິຫານ ຮຸ່ງ ຖືວ່າ:

     “ພວກເຮົາພວມມີຊຸດສະສົມເສື້ອຍາວ ທີ່ສະແດງໃຫ້ເຫັນຢ່າງເຕັມສ່ວນກ່ຽວກັບທັດຊະນີຍະພາບທີ່ພົ້ນເດັ່ນ ໃນກົກເຄົ້າເຫງົ້າກໍຂອງປະເທດຊາດເຊັ່ນນີ້. ກ່ອນອື່ນໝົດຊຸດເສື້ອຍາວສາມາດເປີດກວ້າງເຂດສະແດງ. ເສື້ອຍາວເລືອກເອົາສີເຫຼືອງ ແມ່ນສີຫຼັກເຊິ່ງໄດ້ສະແດງໃຫ້ເຫັນ ນີ້ແມ່ນສູນກາງ ແມ່ນດິດແດນບັນພະບູລຸດກົກເຄົ້າເຫງົ້າກໍອັນໄດ້ສ້າງເປັນເຂດປູຊະນີຍະສະຖານລະດັບຊາດພິເສດວິຫານຮຸ່ງ ໄດ້ຖືກວາດພາບຄືນ”.

      ຊຸດສະສົມເສື້ອຍາວ “ມຸ່ງໄປສູ່ກົກເຄົ້າເຫງົ້າກໍ” ໂດຍນັກອອກແບບ ທວາເຈິ່ນ ແນະນຳຕໍ່ມວນຊົນໃນຂອບເຂດວັນບູຊາເຈົ້າຊີວິດຮຸ່ງ - ງານບຸນວິຫານຮຸ່ງ ແລະ ສັບປະດາວັດທະນະທຳທ່ອງທ່ຽວດິນແດນບັນພະບູລຸດປີ 2024 ທີ່ຈະມາເຖິງນີ້ຢູ່ແຂວງ ຝູເຖາະ. ຊຸດສະສົມເສື້ອຍາວໝັ້ນໝາຍບໍ່ພຽງແຕ່ແມ່ນຫຼັກໝາຍໃໝ່ໃນຂົງເຂດແຟຊັນເທົ່ານັ້ນ ຫາກຍັງແມ່ນເຫດການທີ່ເປັນໜ້າຈົດຈຳ ເປັນຂີດໝາຍໃນຈິດໃຈຂອງຊາວ ຫວຽດນາມ ກ່ຽວກັບຄວາມເອກອ້າງທະນົງໃຈຂອງຊາດ ກ່ຽວກັບການຜູກມັດ ລະຫວ່າງອະດີດຕະການ ແລະ ປັດຈຸບັນ ລະຫວ່າງພື້ນເມືອງ ແລະ ທັນສະໄໝ. 

ຕອບກັບ