ແຂວງ ຢາລາຍ ປະດິດຄິດສ້າງເພື່ອອະນຸລັກອາຊີບຕ່ຳແຜ່ນແພພື້ນເມືອງ

Vinh Phong
Chia sẻ
(VOVWORLD) -ແຜ່ນແພພື້ນເມືອງ ແມ່ນໜຶ່ງໃນບັນດາຜະລິດຕະພັນວັດທະນະທຳທີ່ເປັນເອກະລັກຂອງບັນດາເຜົ່າສ່ວນໜ້ອຍໃນແຂວງ ຢາລາຍ. ເພື່ອອະນຸລັກ ແລະ ພັດທະນາອາຊີບຫັດຖະກຳນິີ້ ແຂວງ ຢາລາຍ ໄດ້ມີບັນດາວິທີປະຕິບັດຢ່າງປະດິດຄິດສ້າງເພື່ອນຳແຜ່ນແພພື້ນເມືອງກາຍເປັນຜະລິດຕະພັນຫຼາຍຮູບຫຼາຍແບບ ແທດເໜາະກັບການນຸ່ງຖືຂອງຍຸກສະໄໝ ຮັບໃຊ້ຄວາມຕ້ອງການຂອງລູກຄ້າຢູ່ພາຍໃນປະເທດ ແລະ ສາກົນ
ແຂວງ ຢາລາຍ ປະດິດຄິດສ້າງເພື່ອອະນຸລັກອາຊີບຕ່ຳແຜ່ນແພພື້ນເມືອງ - ảnh 1ໂຮງຕັດຫຍິບຂອງນາງ ເຮີຕວຽດ ເຜົ່າເອເດ ຢູ່ເມືອງ ຝູທ້ຽນ

     ບັນຊີເຟດບຸກ “ເຮີຕວຽດ ແຜ່ນແພພື້ນເມືອງ ຢາລາຍ”  ກໍ່ແມ່ນຊ່ອງຂ່າວໂຄສະນາຊ່ວຍນາງ ເຮີຕວຽດ ເຜົ່າເອເດ ຢູ່ເມືອງ ຝູທ້ຽນ ແຂວງ ຢາລາຍ ມີຜູ້ເຂົ້າຕິດຕາມນັບພັນເທື່ອຄົນ. ແຕ່ລະວັນຮ້ານຄ້າມີໃບສັ່ງຊື້ສິນຄ້າແຕ່ 70 ຫາ 100 ໃບ. ລາຍໄດ້ຂອງຮ້ານຄ້າບັນລຸນັບ 10 ລ້ານດົ່ງຕໍ່ເດືອນ. ແຜ່ນແພພື້ນເມືອງ ຢາລາຍ ໂດຍນາງ ຕວຽດ ໄດ້ຕັດຫຍິບກາຍເປັນບັນດາຜະລິດຕະພັນເສື້ອຍາວ, ເສື້ອເພື່ອເຂົ້າຮ່ວມງານດອງ, ເສື້ອກິນເລຂອງເພດຊາຍ ຫຼື ເຄື່ອງນຸ່ງໃຫ້ແກ່ເດັກຕາມຄວາມຕ້ອງການຂອງລູກຄ້າ. ຍ້ອນແນວນັ້ນ ນາງໄດ້ສ້າງວຽກເຮັດງານທຳໃຫ້ແກ່ຊ່າງຕັດຫຍິບ 4 ຄົນດ້ວຍລະດັບເງິນເດືອນ 6.000.000 ດົ່ງຕໍ່ເດືອນ. ນາງ ເຮີຕວຽດ ໃຫ້ຮູ້ວ່າ:

      “ຂ້າພະເຈົ້າໄດ້ຖ່າຍຮູບ ແລະ ຖ່າຍທຳວີດີໂອ ເພື່ອແນະນຳຜ່ານເຟດບຸກ, ຊາໂລ ຈາກນັ້ນລູກຄ້າຫຼາຍຄົນໄດ້ຮູ້ຈັກ ແລະ ໂທມາຫາຂ້າພະເຈົ້າ. ກໍ່ຍ້ອນມີສື່ສັງຄົມ ຂ້າພະເຈົ້າສາມາດຮຽນຮູ້ຕື່ມອີກ ເພື່ອຍົກສູງສີມືການຊ່າງຕັດຫຍິບເຄື່ອງດ້ວຍແຜ່ນແພພື້ນເມືອງ. ແລະກໍ່ຍ້ອນມີສື່ສັງຄົມ ດັ່ງນັ້ນຈຶ່ງມີແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດຫຼາຍຄົນໄດ້ຮູ້ຈັກ ແລະ ສັ່ງຊື້ສິນຄ້າ”.

     ເພື່ອໂຄສະນາຄວາມງາມຂອງແຜ່ນແພພື້ນເມືອງ, ທ້າຍເດືອນ ຕຸລາ ທີ່ຜ່ານມາໃນລາຍການສິລະປະ “ຢາລາຍເອີຍ” ໂດຍຄະນະກຳມະການປະຊາຊົນແຂວງຢາລາຍ ຈັດຂຶ້ນ ເປັນຄັ້ງທຳອິດ ແຜ່ນແພພື້ນເມືອງຂອງຊາວເຜົ່າ ຢາລາຍ, ບານາ ໄດ້ຖືກນັກອອກແບບ ມິງແຮັ້ງ ຜູ້ອຳນວຍການປະດິດຄິດສ້າງ ຫວຽດໂໝດ ໄດ້ປະດິດຄິດສ້າງກາຍເປັນບັນດາຜະລິດຕະພັນທີ່ເປັນເອກະລັກ. ນັກອອກແບບແຟຊັນ ມິງແຮັ້ງ ໃຫ້ຮູ້ວ່າ ຈະຊ່ວຍແຜ່ນແພພື້ນເມືອງຂອງບັນດາເຜົ່າສ່ວນໜ້ອຍໃນແຂວງ ຢາລາຍ ອອກສູ່ທ້ອງຕະຫຼາດ ຈາກນັ້ນກໍ່ປຸກລຸກບັນດາໝູ່ບ້ານອາຊີບຫັດຖະກຳໃນແຂວງ. ນັກອອກແບບແຟຊັນ ມິງແຮັ້ງ ໃຫ້ຮູ້ວ່າ:

     “ເຂົາເຈົ້າຕ່ຳແຜ່ນແພຢ່າງລະອຽດທີ່ສຸດ, ລວດລາຍຂອງເຂົາເຈົ້າກໍ່ມີຄວາມໝາຍໃນການດຳລົງຊີວິດ  ແລະ ເປັນໜ້າຈັບໃຈທີ່ສຸດ. ບັນຫາທຳອິດຂອງພວກຂ້າພະເຈົ້າແມ່ນມີຄວາມຫວັງຢາກນຳຄຸນຄ່າແຜ່ນແພພື້ນເມືອງເພີ່ມທະວີສູງ. ສິ່ງນີ້ສຳລັບພວກຂ້າພະເຈົ້າແລ້ວ ກໍ່ສາມາດປະຕິບັດໄດ້ຢ່າງສະບາຍ”.

     ປັດຈຸບັນແຂວງ ຢາລາຍ ພວມຜັນຂະຫຍາຍບັນດາກິດຈະກຳແນໃສ່ຟື້ນຟູອະນຸລັກ ແລະ ເຊີດຊູບັນດາຄຸນຄ່າວັດທະນະທຳອັນເປັນປະເພນີ ປະກອບສ່ວນເຮັດໃຫ້ພື້ນຖານວັດທະນະທຳບັນດາເຜົ່າໃນເຂດ ເຕິຍງວຽນ ເພີ່ມຄວາມອຸດົມສົມບູນຂຶ້ນຕື່ມ. ທ່ານ ນາງ ຫງວຽນທິແທັງລິກ  ຮອງປະທານຄະນະກຳມະການປະຊາຊົນແຂວງ ຢາລາຍ ໃຫ້ຮູ້ວ່າ:

     “ພວກຂ້າພະເຈົ້າມີຄວາມຫວັງຢາກເຊີດຊູບັນດານັກສິລະປະການ ເພື່ອສ້າງແຫຼ່ງບັນດານໃຈໃຫ້ແກ່ບັນດາເພື່ອນໜຸ່ມ ເພື່ອຮັກສາອາຊີບຫັດຖະກຳ ຕິດພັນກັບການປະດິດຄິດສ້າງ ພັດທະນາອາຊີບແຜ່ນແພພື້ນເມືອງ. ພວກຂ້າເຈົ້າເພີ່ມທະວີການໂຄສະນາ ເພື່ອໃຫ້ບັນດານັກຄົ້ນຄວ້າວັດທະນະທຳ, ບັນດາຜູ້ປະດິດຄິດສ້າງ, ນັກອອກແບບແຟຊັນຫັນແຜ່ນແພພື້ນເມືອງກາຍເປັນສິນຄ້າທີ່ມີມູນຄ່າທາງເສດຖະກິດສູງ ທັງປະກອບສ່ວນພັດທະນາເສດຖະກິດໃຫ້ແກ່ພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍແຂວງ ຢາລາຍ”.

      ປັດຈຸບັນແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ສາກົນໄດ້ມາທ່ຽວແຂວງ ຢາລາຍ ນັບມື້ນັບຫຼາຍຂຶ້ນ. ນີ້ກໍ່ແມ່ນໂອກາດທີ່ດີ ເພື່ອໃຫ້ທ້ອງຖິ່ນພັດທະນາບັນດາຂະແໜງການ ອາຊີບຫັດຖະກຳ ໃນນັ້ນມີອາຊີບຕ່ຳແຜ່ນແພພື້ນເມືອງ ຕິດພັນກັບການທ່ອງທ່ຽວ ແລະ ພໍ່ແມ່ພີ່ນ້ອງບັນດາເຜົ່າໃນແຂວງ ຢາລາຍ ໄດ້ ແລະ ພວມອະນຸລັກ ແລະ ພັດທະນາອາຊີບຫັດຖະກຳທີ່ມີມາແຕ່ດົນນານເປັນຢ່າງດີ ພ້ອມທັງເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳຂອງເຜົ່າຕົນ. 

ຕອບກັບ