ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ແຫ່ງ​ຊາດ​ພິ​ເສດ - ວິ​ຫານ​ເດົ້າ​ອານ

Le Hoa
Chia sẻ
(VOVWORLD) -ວິຫານອານສາແມ່ນກິດຈະກຳສະຖາປັດຕະຍະກຳທີ່ດີເດັ່ນເປັນເອກະລັກຫາຍາກແລະມີຂອບຂະໜາດໃຫຍ່ທີ່ສຸດໃນຂົງເຂດວັດທະນະທຳສາສະໜາທີ່ຍັງເຫຼືອໃນແຂວງຮຶງອຽນເວົ້າສະເພາະແລະທົ່ວປະເທດເວົ້າລວມ. ວິຫານແຫ່ງນີ້ມີຄຸນຄ່າທາງດ້ານປະຫວັດສາດວັດທະນະທຳອັນໃຫຍ່ຫຼວງເປັນຫຼັກຖານໃຫ້ແກ່ຂີດໝາຍຂອງພື້ນຖານວັດທະນະທຳສາສະໜາຂັ້ນຕົ້ນຢູ່ດິນແດນແຫ່ງນີ້. ວິຫານນີ້ໄດ້ຖືກຢັ້ງຢືນແມ່ນປູຊະນີຍະສະຖານລະດັບຊາດພິເສດ.
 
ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ແຫ່ງ​ຊາດ​ພິ​ເສດ - ວິ​ຫານ​ເດົ້າ​ອານ - ảnh 1
  ທາດດິນເຜົາວິຫານອານສາ
 

ວິຫານອານສາຕັ້ງຢູ່ບ້ານອານສາຕາແສງອານວຽນເມືອງຕຽນຫຼື ແຂວງຮຶງອຽນ ເຊິ່ງແມ່ນບ່ອນບູຊາງອກຮວ່າງເທື້ອງເດ້, ທຽນຕຽນ, ເດັຍຕຽນແລະຫງູຫຼາວຕຽນອົງ ເຊິ່ງແມ່ນບັນດາເທວະດາວັດທະນະທຳສາສະໜາທັງແມ່ນບັນດາຜູ້ມີຄຸນງາມຄວາມດີໃນການບຸກເບີກຢູ່ເຂດໜອງບຶງທີ່ຮົກເຮື້ອ ປາບສັດຮ້າຍ, ສອນປະຊາຊົນເຮັດໄຮ່ໄຖນາ ສ້າງບ້ານແປງເມືອງ ພາວະນາໃຫ້ດິນຟ້າອາກາດອຳນວຍຄວາມສະດວກ ລະດູການຜະລິດໄດ້ຮັບຜົນດີ. ທ່ານເຈິ່ນຖວ້າຍ ສັງກັດຄະນະຄຸ້ມຄອງປູຊະນີຍະສະຖານວິຫານອານສາໃຫ້ຮູ້ວ່າ:

      “ເມື່ອກ່ອນນີ້ວິຫານພຽງແຕ່ແມ່ນຫໍບູຊາເຮັດດ້ວຍໄມ້ໄຜ່ໄມ້ເຮ້ຍຫຼັງຄາຖືກມຸງຫຍ້າ. ຜ່ານບັນດາສະໄໝລາດຊະວົງ ດິງ, ຫຼີ, ເຈິ່ນ, ເລ ວິຫານໄດ້ຮັບການບູລະນະປະຕິສັງຂອນມາເຖິງປັດຈຸບັນ”.     ສິ່ງທີ່ເປັນເອກະລັກສະເພາະທີ່ສຸດຢູ່ວິຫານອານສາເມື່ອທຽບໃສ່ກິດຈະກຳສະຖາປັດຕະຍະກຳອື່ນໆແມ່ນສອງຫໍບູຊາອົງໝວງແລະເຮົ້າກຸງເຊິ່ງລ້ວນແຕ່ຖືກເຮັດດ້ວຍຫີນມີລວດລາຍປະດັບປະດາຢ່າງລະອຽດອ່ອນ. ທ່ານເຈິ່ນຖວ້າຍໃຫ້ຮູ້ຕື່ມອີກວ່າ:

       “ຢູ່ຫໍບູຊາທາງນອກກໍ່ເຮັດດ້ວຍໄມ້ແດງແຕ່ຫໍບູຊາຢູ່ທາງໃນຕົ້ນຕໍແມ່ນເຮັດດ້ວຍຫີນ. ລະບົບເສົາ ແລະ ຄານກໍ່ລ້ວນແຕ່ເຮັດດ້ວຍຫີນ. ແລະ ຖືກແກະຄວັດສະຫຼັກຮູບສິງໂຕຮູບມັງກອນທີ່ງົດງາມ. ຢູ່ຫໍບູຊາໃຫຍ່ກໍ່ມີປະຕູຢູ່ສອງເບື້ອງ. ຄວາມແຕກຕ່າງເມື່ອທຽບໃສ່ວິຫານອື່ນໆກໍ່ລ້ວນແຕ່ຖືກເປີດປະຕູເຂົ້າອອກແຕ່ຢູ່ວິຫານແຫ່ງນີ້ແມ່ນບໍ່ເປີດປະຕູ”.

 ຄຸນຄ່າທາງດ້ານສິລະປະຂອງວິຫານອານສາຍັງສະແດງອອກຜ່ານວັດຖຸເຄື່ອງຂອງບູຮານ, ໃນນັ້ນພົ້ນເດັ່ນຂຶ້ນແມ່ນຂອງປະເສີດແຫ່ງຊາດສອງຢ່າງນັ້ນແມ່ນຮ້ານບູຊາເຮັດດ້ວຍດິນເຜົາຄືໃນສະຕະວັດທີ XVI ແລະທາດດິນເຜົາວິຫານອານສາ(ສະຕະວັດ XVI  - XVII).  ສາດສະດາຈານ ເຈິ່ນເລິມບ່ຽນ ໃຫ້ຮູ້ວ່າ:     “ຢູ່ວິຫານແຫ່ງນີ້ທາດດິນເຜົາຍັງຮັກສາບັນດາລວດລາຍປະດັບປະດາເຊິ່ງບໍ່ພຽງແຕ່ເຮັດໃຫ້ທາດມີຄວາມງາມເທົ່ານັ້ນຫາກຍັງເວົ້າເຖິງຈິດວິນຍານຂອງຊາວຫວຽດນາມ ຄວາມມຸ່ງຫວັງຂອງມະນຸດຢາກຝາກຝັງຜ່ານດິນເຜົານີ້ເຖິງເທວະດາຟ້າແຖນຈົ່ງຊ່ວຍເຫຼືອມະນຸດ�9%D.

ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ແຫ່ງ​ຊາດ​ພິ​ເສດ - ວິ​ຫານ​ເດົ້າ​ອານ - ảnh 2ວິຫານເດົ້າອານ

    ດ້ວຍຄຸນຄ່າພິເສດດັ່ງກ່າວປູຊະນີຍະສະຖານສະຖາປັດຕະຍະກຳສິລະປະວິຫານອານສາໄດ້ຮັບໃບຢັ້ງຢືນບູຊະນີຍະສະຖານລະດັບຊາດພິເສດເມື່ອປີ 2020 ຈາກນາຍົກລັດຖະມົນຕີ; ທາດດິນເຜົາວິຫານ ອານສາ ໄດ້ຮັບການຢັ້ງຢືນແມ່ນຂອງປະເສີດແຫ່ງຊາດປີ 2021. ຮ້ານບູຊາດິນເຜົາວິຫານອານສາ ໄດ້ຮັບການຢັ້ງຢືນແມ່ນຂອງປະເສີດແຫ່ງຊາດເມື່ອປີ 2022.  ທ່ານເຈິ່ນກວັກວັນ ປະທານຄະນະກຳມະການປະຊາຊົນແຂວງຮຶງອຽນໃຫ້ຮູ້ວ່າ:     “ບັນດາຂະແໜງການທີ່ມີໜ້າທີ່ຮັບຜິດຊອບໃນໄລຍະທີ່ຈະມາເຖິງຄວນປະຕິບັດຢ່າງມີປະສິດທິຜົນຖືກກັບຄວາມຄືບໜ້າບັນດາເປົ້າໝາຍໜ້າທີ່ໃນໂຄງການອະນຸລັກເສີມຂະຫຍາຍຄຸນຄ່າວັດທະນະທຳຂອງສະຖານທີ່ປະຫວັດສາດວັດທະນະທທຳຕິດພັນກັບການພັດທະນາການທ່ອງທ່ຽວໄລຍະ 2020 – 2025 ວິໄສທັດເຖິງປີ 2030 ເຊິ່ງຈຸດສຸມແມ່ນກໍ່ສ້າງລະບົບປູຊະນີຍະສະຖານໃນບໍລະເວນເມືອງກ່ອນອື່ນໝົດແມ່ນສຳລັບປູຊະນີຍະສະຖານລະດັບຊາດພິເສດວິຫານອານສາ. ກໍ່ສ້າງວິຫານອານສາແມ່ນສະຖານທີ່ທ່ອງທ່ຽວຂັ້ນແຂວງເທື່ອລະກ້າວ”.

    ວິຫານອານສາພ້ອມກັບວັດຖຸເຄື່ອງຂອງບູຮານໄດ້ກາຍເປັນຮ່ອງຮອຍສະຖານອັນລ້ຳຄ່າຂອງປະຫວັດສາດຮຶງອຽນ.  ບັນດາຮ່ອງຮອຍສະຖານຂອງວິຫານແຫ່ງນີ້ມີຄວາມໝາຍຊີວິດມະນຸດແລະການເຫຼື້ອມໃສທີ່ເປັນເອກະລັກສະແດງໃຫ້ເຫັນການປະສົມປະສານທາງດ້ານວັດທະນະທຳແລະໄດ້ຖືກສືບທອດໃຫ້ຄົນລຸ້ນຫຼັງ. 

ຕອບກັບ