ຮັກສາສີສັນຊາດຜ່ານການເຄື່ອນໄຫວສອນແລະຮຽນພາສາຫວຽດ ໃຫ້ແກ່ຊາວຫວຽດນາມອາໄສຢູ່ຕ່າງປະເທດ

Anh Huyen
Chia sẻ
(VOVWORLD) -ພ້ອມກັບວຽກງານອະນຸລັກເສີມຂະຫຍາຍສີສັນວັດທະນະທຳແຫ່ງຊາດ, ການສອນແລະຮຽນພາສາຫວຽດຍາມໃດກໍ່ໄດ້ເອົາໃຈໃສ່ຈາກພັກແລະລັດຫວຽດນາມ ເຊິ່ງໄດ້ຮັບການຢັ້ງຢືນເປັນແຜນນະໂຍບາຍຢ່າງສະເໝີຕົ້ນສະເໝີປາຍ ດ້ວຍບັນດາລະບຽບການຢ່າງລະອຽດ ໃນນັ້ນການຜັນຂະຫຍາຍປະຕິບັດແຜນຮ່າງວັນເຊີດຊູພາສາຫວຽດໃນວົງຄະນາຍາດຊາວຫວຽດນາມອາໄສຢູ່ຕ່າງປະເທດໄດ້ເລີ່ມຕົ້ນນັບແຕ່ປີນີ້ເປັນຕົ້ນໄປ. ກ່ອນໜ້ານັ້ນການສອນແລະຮຽນພາສາຫວຽດການຖ່າຍທອດບັນດາຄຸນຄ່າວັດທະນະທຳພື້ນເມືອງຂອງຊາດໂດຍຜ່ານພາສາຫວຽດໄດ້ຮັບຄວາມເອົາໃຈໃສ່ປະຕິບັດຈາກຊາວຫວຽດນາມລູ້ນຕ່າງໆທີ່ອາໄສຢູ່ຕ່າງປະເທດ.
ຮັກສາສີສັນຊາດຜ່ານການເຄື່ອນໄຫວສອນແລະຮຽນພາສາຫວຽດ ໃຫ້ແກ່ຊາວຫວຽດນາມອາໄສຢູ່ຕ່າງປະເທດ - ảnh 1ຊຸດຮຽນພາສາຫວຽດຂອງນັກຮຽນຊາວຫວຽດນາມອາໄສຢູ່ເຊັກໂກ

     ປີນີ້ແມ່ນປີທຳອິດທີ່ວັນເຊີດຊູພາສາຫວຽດຄືວັນທີ 8 ກັນຍາໄດ້ຮັບການຜັນຂະຫຍາຍດ້ວຍບັນດາກິດຈະກຳເຊີດຊູພາສາຫວຽດທີ່ມີຂອບຂະໜາດກວ້າງຂວາງໃນທົ່ວປະເທດແລະຢູ່ຕ່າງປະເທດ. ບັນດາກິດຈະກຳລວມມີການສ້າງຕູ້ປຶ້ມພາສາຫວຽດຮັບໃຊ້ຊຸມຊົນຢູ່ ໂອຕາລິດ, ສະໂລວາເກຍ, ຮຸງກາຣີ, ຍີ່ປຸ່ນ; ການເດີນທາງຊອກຫາແລະມອບນາມມະຍົດທູດພາສາຫວຽດຢູ່ຕ່າງປະເທດປີ 2023; ລາຍການສະແດງສິລະປະພາສາຫວຽດທີ່ຮັກແພງ; ກອງປະຊຸມສຳມະນາວັນເຊີດຊູພາສາຫວຽດ; ຊຸດອົບຮົມສອນພາສາຫວຽດໃຫ້ແກ່ຄູອາຈານຊາວຫວຽດນາມອາໄສຢູ່ຕ່າງປະເທດ. ທ່ານຫງວຽນຢຸຍຍຽນ ປະທານສະມາຄົມຊາວຫຽດນາມ ອາໄສຢູ່ ເຊັກໂກໃຫ້ຮູ້ວ່າ ການຮັກສາພາສາຫວຽດແມ່ນໄດ້ຮັບຖືວ່າແມ່ນໜ້າທີ່ສຳຄັນຢູ່ ເຊັກໂກ ເພື່ອແນ່ໃສ່ອະນຸລັກຮັກສາແລະແຜ່ກະຈາຍບັນດາຄຸນຄ່າວັດທະນະທຳອັນດີງາມຂອງຊາດຫວຽດນາມ. ທ່ານກ່າວວ່າ:

      “ວົງຄະນາຍາດຊາວຫວຽດນາມອາໄສຢູ່ເຊັກໂກ ຍາມໃດກໍ່ໄດ້ກຳນົດໜ້າທີ່ສຳຄັນແມ່ນອະນຸລັກ ແລະ ຮັກສາວັດທະນະທຳຫວຽດນາມ, ພາສາຫວຽດນາມ ຍ້ອນວ່າພຽງແຕ່ການຮັກສາພາສາຈຶ່ງສາມາດຮັກສາວົງຄະນາຍາດພັດທະນາແບບຍືນຍົງໄດ້. ຢູ່ທຸກແຫ່ງຫົນ, ວົງຄະນາຍາດພວກຂ້າພະເຈົ້າຍາມໃດກໍ່ຜັນຂະຫຍາຍປະຕິບັດດ້ວຍຫຼາຍຮູບການຄື: ຕັ້ງຄ້າຍພັກແລ້ງພາສາຫວຽດ, ຄ້າຍພັກແລ້ງກັບຄືນສູ່ກົກເຄົ້າເຫງົ້າກໍຫຼືການປະກວດເພື່ອໃຫ້ພວກນ້ອງສະແດງອອກຜ່ານພາສາຫວຽດຫຼືຜ່ານການເຄື່ອໄຫວຈັດບຸນເຕັດ, ບຸນໄຫວ້ພະຈັນ”.

     ສ່ວນຢູ່ປະເທດໄທ ວົງຄະນາຍາດຊາວຫວຽດນາມອາໄສຢູ່ປະເທດນີ້ມີປະມານ 200.000 ຄົນ ເຖິງວ່າໄດ້ຜ່ານບັນດາໄລຍະປະຫວັດສາດກໍ່ຕາມ ແຕ່ບໍ່ວ່າຢູ່ໃນສະພາບການໃດຊາວຫວຽດນາມຍາມໃດກໍ່ມີຄວາມສຳນຶກທີ່ວ່າ ມີພາສາຫວຽດກໍ່ມີຄົນຫວຽດ. ອ້າຍຄູຟ້າມວັນຕ໊ວນ ປີນີ້ອາຍຸ 103 ປີແລ້ວ ໃຫ້ຮູ້ວ່າ:

     “ພາຍຫຼັງບັ້ນເດີນທາງກັບຄືນເມືອປະເທດຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດເມື່ອປີ 1962, ຫຼາຍຄົນໄດ້ລະດົມກຳລັງໃຈແກ່ຂ້າພະເຈົ້າໃຫ້ໄປສອນໜັງສືໃຫ້ແກ່ເດັກແລະ ຂ້າພະເຈົ້າໄດ້ພະຍາຍາມຮຽນໂດຍຕົນເອງເພື່ອສອນເດັກ. ພວກຂ້າພະເຈົ້າກໍ່ບໍ່ເຊື່ອວ່າ ການຈັດຕັ້ງສອນໜັງສືໃຫ້ແກ່ຊາວຫວຽດນາມທີ່ອາໄສຢູ່ຕ່າງປະເທດ ພັດນັບມື້ນັບເຕີບໃຫຍ່ເຂັ້ມແຂງຄືໃນປັດຈຸບັນ. ຊາວຫວຽດນາມ ອາໄສຢູ່ຕ່າງປະເທດກໍ່ມີຄວາມເຕັມໃຈສະໜອງທັງບ່ອນຢູ່ບ່ອນກິນໂຕະຕັ່ງ ອຸປະກອນການຮຽນໃຫ້ແກ່ລູກຫຼານຂອງຕົນ”.

      ເຖິງວ່າຍັງບໍ່ທັນໄດ້ຜ່ານການບຳລຸງກໍ່ສ້າງດ້ວຍລະບົບໃດກໍ່ຕາມ ແຕ່ດ້ວຍຄວາມຫວັງຢາກໃຫ້ຊາວຫວຽດນາມລຸ້ນຕ່າງໆທີ່ຍັງອາໄສຢູ່ຕ່າງປະເທດຍັງສາມາດຮັກສາພາສາຫວຽດໄດ້, ບັນດາຜູ້ຄົນຄືທ່ານຟ້າມວັນຕ໊ວນ ຍາມໃດກໍ່ແມ່ນແກ່ນສານທີ່ດີເພື່ອຮັກສາພາສາຫວຽດ ຮັກສາມູນເຊື້ອວັດທະນະທຳແຫ່ງຊາດຢູ່ຕ່າງປະເທດ. ພາສາຫວຽດແມ່ນຊັບສົມບັດອັນລ້ຳຄ່າຂອງຊາດຫວຽດນາມ, ການຮັກສາເສີມຂະຫຍາຍພາສາຫວຽດໃນວົງຄະນາຍາດຊາວຫວຽດນາມອາໄສຢູ່ຕ່າງປະເທດແມ່ນມີຄາມໝາຍສຳຄັນທີ່ສຸດເພາະວ່ານີ້ທັງແມ່ນຂົວເຊື່ອມຕໍ່ ທັງແມ່ນພາຫະນະປະກອບສ່ວນແຜ່ກະຈາຍໂຄສະນາ        ພາສາ ວັດທະນະທຳແຫ່ງຊາດກໍ່ຄືສະແດງໃຫ້ເຫັນຄວາມຮັກຊາດຂອງບັນດາຜູ້ຄົນຢູ່ແດນໄກ. ດ້ວຍສະຕິຄວາມຮັບຮູ້ທີ່ຍາມໃດກໍ່ອວ່າຍໜ້າເມືອຫາກົກເຄົ້າເຫງົ້າກໍພ້ອມກັບຄວາມເອົາໃຈໃສ່ຂອງພັກແລະລັດນັ້ນ, ຂະບວນການສອນແລະຮຽນພາສາຫວຽດຢູ່ຕ່າງປະເທດນັບມື້ນັບເປີດກວ້າງປະກອບສ່ວນສ້າງຄວາມຜູກມັດລະຫວ່າງບັນດາລຸ້ນຄົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດກັບບ້ານເກີດເມືອງນອນປະເທດຊາດກໍ່ຄືຮັກສາ ເຊີດຊູແລະ ແຜ່ກະຈາຍສີສັນວັດທະນະທຳແຫ່ງຊາດຫວຽດນາມຢູ່ຕ່າງປະເທດ.

ຕອບກັບ