ອາຊີບເຮັດເຂົ້າເໝົ້າຢູ່ໜູ່ບ້ານ ເມ໊ຈີ່ - ມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ

Ngoc Anh
Chia sẻ
(VOVWORLD) -ອາຊີບເຮັດເຂົ້າເໝົ້າຢູ່ໜູ່ບ້ານ ເມ໊ຈີ່ ທີ່ເມືອງ ນາມຕື່ລຽມ ຮ່າໂນ້ຍ ຈັດເຂົ້າໃນບັນຊີລາຍຊື່ 17 ມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸລະດັບຊາດ ຕາມຂໍ້ຕົກລົງເມື່ອບໍ່ດົນມານີ້ ຂອງກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ
ອາຊີບເຮັດເຂົ້າເໝົ້າຢູ່ໜູ່ບ້ານ ເມ໊ຈີ່ - ມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ - ảnh 1 ເມື່ອແຂກມາຊື້, ເຂົ້າເໝົ້າກໍ່ຖືກຫໍ່ດ້ວຍໃບບົວ ແລ້ວກໍ່ມັດດ້ວຍເຟືອງທີ່ຍັງຂຽວ

ອາຊີບເຮັດເຂົ້າເໝົ້າຢູ່ໜູ່ບ້ານ ເມ໊ຈີ່ ມາຮອດປັດຈຸບັນໄດ້ມີໄລຍະປະຫວັດສາດມາເປັນເວລາກວ່າໜຶ່ງສະຕະວັດ. ໃນໝູ່ບ້ານ ເມ໊ຈີ່ ຖືກຈັດເປັນສອງບ້ານຄື ບ້ານ ເທື້ອງ ແລະ ບ້ານ ຮະ ເຊິ່ງລ້ວນແຕ່ມີຫຼາຍຄອບຄົວ ປະກອບອາຊີບເຮັດເຂົ້າເໝົ້າ. ວັດຖຸດິບເຮັດເຂົ້າເໝົ້າກໍ່ແມ່ນເຂົ້າໜຽວ. ເຂົ້າໜຽວຈະນຳໄປຂົ້ວໃຫ້ສຸກແລ້ວຕຳ ແລະ ຝັດຫຼາຍເທື່ອ. ທ່ານ ເຈິ່ນວັນແທັ່ງ ເຈົ້າຂອງຮາກຖານຜະລິດເຂົ້າເໝົ້າທູເຫ້ວ ໃນບ້ານ ເມ໊ຈີ່ເທື້ອງ ໃຫ້ຮູ້ວ່າ:

   “ເພື່ອເຮັດເຂົ້າເໝົ້າທີ່ແຊບ, ໜຽວ ແລະ ຫອມນັ້ນ, ເຂົ້າເປືອກທີ່ເປັນວັດຖຸດິບກໍ່ຕ້ອງເລືອກເອົາແນວເຂົ້າອ່ອນ ນັ້ນແມ່ນເຂົ້າໜຽວເມັດໃຫຍ່. ເຮົາຕ້ອງຂົ້ວແນວໃດເພື່ອໃຫ້ເຂົ້າເປືອກມີລະດັບໜຽວ. ເມື່ອຂົ້ວຕ້ອງໃຊ້ເຕົາຖ່ານຟືນ ແລະ ເຮັດໄຟພໍດີເພື່ອໃຫ້ເມັດເຂົ້າເປືອກທັງງາມ, ທັງສຸກ ແລະ ບໍ່ຖືກແຕກ. ຂົ້ວເຂົ້າເປືອກເທື່ອໜຶ່ງແຕ່ 17 ຫາ 18 ກິໂລກາມ ໂດຍໃຊ້ເວລາປະມານ 1 ຊົ່ວໂມງ 45 ນາທີ. ຮອດຂັ້ນຕອນຕຳກໍ່ຕ້ອງຕຳແນວໃດ ເພື່ອໃຫ້ເຂົ້າເໝົ້າທັງບາງ, ທັງແຊບ ແລະ ເມັດເຂົ້າເໝົ້າຖືກຮັກສາເໝືອນເດີມ, ບໍ່ຖືກແຕກ. ອັດຕາເຮົາຂົ້ວເຂົ້າເໝົ້າ 10 ກິໂລກາມ ກໍ່ໄດ້ເຂົ້າເໝົ້າແຕ່ 1,6  ຫາ 1,7 ກິໂລກາມ”.

  ມາຮອດປັດຈຸບັນ, ພາຍຫຼັງບັນດາໄລຍະເວລາແຫ່ງປະຫວັດສາດ, ອາຊີບເຮັດເຂົ້າເໝົ້າຢູ່ໜູ່ບ້ານ ເມ໊ຈີ່ ໄດ້ມີການປ່ຽນແປງຫຼາຍຢ່າງ. ເມື່ອກ່ອນນີ້ໃນແຕ່ລະປີ,ຊາວບ້ານເຮັດເຂົ້າເໝົ້າພຽງແຕ່ເຮັດໃນລະດູການ, ໝາຍເຖິງລະດູໃບໄມ້ຫຼົ່ນເທົ່ານັ້ນ, ແຕ່ມາຮອດປັດຈຸບັນເຂົາເຈົ້າໄດ້ເຮັດເຂົ້າເໝົ້າຕະຫຼອດປີ. ຜະລິດຕະພັນຈາກເຂົ້າເໝົ້າກໍມີຫຼາຍຮູບ ຫຼາຍແບບ ແລະ ອຸດົມສົມບູນຕາມຄວາມນິຍົມບໍລິໂພກ ຂອງຜູ້ບໍລິໂພກ. ແທນທີ່ເຮັດເຂົ້າດ້ວຍມືຄືເມື່ອກ່ອນນີ້, ປັດຈຸບັນບັນດາຄອບຄົວໃນໝູ່ບ້ານ ກໍ່ໄດ້ນຳໃຊ້ເຄື່ອງຈັກເຂົ້າໃນການເຮັດເຂົ້າເໝົ້າ ອັນໄດ້ຊ່ວຍປະຢັດເວລາ ຫຼຸດຜ່ອນຄ່າໃຊ້ຈ່າຍໃນການຜະລິດ ແຕ່ກໍ່ຍັງຄົງສາມາດຮັບປະກັນຄຸນນະພາບຂອງເຂົ້າເໝົ້າໄດ້. ລຸງ ຫງວຽນຫິວເກິ໋ນ ຢູ່ບ້ານ ເມ໊ຈີ່ຮະ ເລົ່າສູ່ຟັງວ່າ:

“ເມື່ອກ່ອນນີ້ອາຊີບເຮັດເຂົ້າເໝົ້າແມ່ນລຳບາກທີ່ສຸດ ຕ້ອງເຮັດດ້ວຍມື ແລະ ຜ່ານຫຼາຍຂັ້ນຕອນ ແລະ ຕ້ອງການແຮງງານຫຼາຍຄົນ. ປັດຈຸບັນຊາວບ້ານໄດ້ນຳເຄື່ອງຈັກທີ່ທັນສະໄໝ ເຂົ້າໃນການເຮັດເຂົ້າເໝົ້າເຊັ່ນ ຈັກຂົ້ວ, ຈັກສີເຂົ້າ, ຈັກຕຳ ແລະ ຈັກເຊິເຂົ້າ. ປັດຈຸບັນຜະລິດຕະພັນຈາກເຂົ້າເໝົ້າກໍ່ມີຫຼາຍເຍື່ອງເຊັ່ນ ຢໍ່ເຂົ້າເໝົ້າ, ເຂົ້າໜົມເຂົ້າເໝົ້າ… ເຂົ້າເໝົ້າ ເມ໊ຈີ່ ກໍ່ຍັງຖືກຂາຍອອກສູ່ຕ່າງປະເທດອີດ້ວຍ”.

  ເຂົ້າເໝົ້າ ເມ໊ຈີ່ ມີຄວາມແຕກຕ່າງກັບແຫ່ງອື່ນໆຢູ່ບ່ອນວ່າ ເຂົ້າເໝົ້າ
ເມ໊ຈີ່ ແມ່ນຖືກເຮັດແບບທຳມະຊາດ ບໍ່ໃຊ້ສີ, ເວລາກິນກໍ່ຮູ້ສຶກມີລົດຫອມ, ໜຽວ ແລະ ແຊບ. ເມື່ອແຂກມາຊື້, ເຂົ້າເໝົ້າກໍ່ຖືກຫໍ່ດ້ວຍໃບບົວ ແລ້ວກໍ່ມັດດ້ວຍເຟືອງທີ່ຍັງຂຽວ ເບິ່ງກໍ່ງາມຕາທີ່ສຸດ. ໃບບົວກໍ່ເປັນສັນຍາລັກໃຫ້ແກ່ຄວາມບໍລິສຸດຜຸດຜ່ອງ ແລະ ກິ່ນຫອມຂອງໃບບົວປະສານກັບລົດຫອມຂອງເຂົ້າເໝົ້າ, ອັນໄດ້ສ້າງເປັນລົດຊາດພິເສດໃຫ້ແກ່ອາຫານເຍື່ອງນີ້. ຊາວບ້ານ ເມ໊ຈີ່ ກໍ່ມີຄວາມເອກອ້າງທະນົງໃຈ ເມື່ອປະທານາທິບໍດີ ອາເມລິກາ ບາຣັກ ໂອບາມາ ໄດ້ແວ່ຢາມເມື່ອເດືອນ ພຶດສະພາ ປີ 2016, ກ່ອນທີ່ເດີນທາງອອກຈາກ ຮ່າໂນ້ຍ ກັບຄືນເມືອປະເທດ. ອ້າຍ ໂດ໊ຮຸຍຮຸ່ງ ຫົວໜ້າສະໂມສອນ ໝູ່ບ້ານອາຊີບເຮັດເຂົ້າເໝົ້າ ເມ໊ຈີ່ ໃຫ້ຮູ້ວ່າ:

“ຫວ່າງແລ້ວນີ້ກໍ່ໄດ້ຈັດກອງປະຊຸມສຸດຍອດອາເມລີກາ - ສປປ ເກົາຫຼີ, ພວກຂ້າພະເຂົ້າກໍ່ໄດ້ໂຄສະນາຜະລິດຕະພັນເຂົ້າເໝົ້າຄື:ຢໍ່ເຂົ້າເໝົ້າ, ເຂົ້າໜົມເຂົ້າເໝົ້າ… ເຖິງບັນດາບໍລິເວນຕ່າງໆເຊັ່ນ ຫໍປະຊຸມແຫ່ງຊາດ, ສູນສື່ມວນຊົນ ເພື່ອໃຫ້ແຂກທ່ອງທ່ຽວຕ່າງປະເທດໄດ້ຊີມລົດຊາດຂອງເຂົ້າເໝົ້າ. ປີ 2012 ທາງໝູ່ບ້ານກໍ່ໄດ້ຈັດຕັ້ງວັນບຸນວັດທະນະທຳເຂົ້າເໝົ້າ ອັນໄດ້ສ້າງຊື່ສຽງຮຽງນາມໃຫ້ແກ່ໝູ່ບ້ານເຮັດເຂົ້າເໝົາ ເມ໊ຈີ່. ປີ 2018 ພວກຂ້າພະເຈົ້າກໍ່ໄດ້ເຂົ້າຮ່ວມງານມະໂຫລານ ອາຫານການກິນນະຄອນ ຮ່າໂນ້ຍ. ໃນໝູ່ບ້ານພວກຂ້າພະເຈົ້າກໍ່ມີ 85 ຄອບຄົວພວມເຮັດເຂົ້າເໝົ້າ. ແຂກທ່ອງທ່ຽວເມື່ອມາຢາມໝູ່ບ້ານກໍ່ສາມາດລົງເຫັນ ກ່ຽວກັບການເຮັດເຂົ້າເໝົ້າຕົວຈິງ”.

   ເຂົ້າເໝົ້າ ເມ໊ຈີ່ ກໍ່ແມ່ນອາຫານພິເສດ ບໍ່ສະເພາະຂອງໝູ່ບ້ານ ເມ໊ຈີ່ເທົ່ານັ້ນ ຫາກຍັງເປັນອາຫານພິເສດຂອງດິນແດນ ຮ່າໂນ້ຍ ອີກດ້ວຍ. ດ້ວຍມູນເຊື້ອມາແຕ່ດົນນານ, ອາຊີບເຮັດເຂົ້າເໝົາ ເມ໊ຈີ່ ໃນວັນນີ້ ກໍ່ຍັງຄົງຮັກສາເຄັດລັບເຮັດເຂົ້າເໝົ້າດັ້ງເດີມ ເຊິ່ງບໍ່ມີຢູ່ແຫ່ງໃດຈະມີໄດ້. ເຂົ້າເໝົ້າ ເມ໊ຈີ ໃນປັດຈຸບັນ ສາມາດຢັ້ງຢືນ ແລະ ປະກອບສ່ວນເຂົ້າໃນບບັນຊີລາຍຊື່ ເຍື່ອງອາຫານທີ່ຂາດບໍ່ໄດ້ ຂອງວັດທະນະທຳອາຫານການກິນຂອງ ຫວຽດນາມ, ກາຍເປັນອາຫານທີ່ໂດ່ງດັງ ສຳລັບຜູ້ບໍລິໂພກທັງຢູ່ໃກ້ ແລະ ໄກ.

ຕອບກັບ