ບຸນເຕັດເມື່ອກ່ອນນີ້ ຜ່ານວາດແຕ້ມ ຂອງຈິດຕະກອນທີ່ສົນໃຈກັບອະດີດຕະການ

Vinh Phong
Chia sẻ
(VOVWORLD) -ງານວາງສະແດງ “ຄວາມຊົງຈຳບໍ່ຈືດຈາງ” ຫາກໍ່ຖືກດຳເນີນຢູ່ ຮ່າໂນ້ຍເຊິ່ງແມ່ນເຫດການທີ່ເຂັ້ມຂົ້ນໄປດ້ວຍສີສັນລະດູບານໃໝ່. ວາດແຕ້ມຂອງຈິດຕະກອນ ຂົ໋ງໂດ໊ຢຸຍ ໄດ້ສະແດງອອກຜ່ານພາບແຕ້ມພອ້ມກັບວັດຖຸພັນວາງສະແດງ ໄດ້ເຮັດໃຫ້ຜູ້ຊົມມີຄວາມຮູ້ສຶກໄດ້ເຊື່ອມຕົວເຂົ້າກັບບັນຍາກາດລະດູບານໃໝ່ ໃນຊຸມປີກ່ອນນີ້
ບຸນເຕັດເມື່ອກ່ອນນີ້ ຜ່ານວາດແຕ້ມ ຂອງຈິດຕະກອນທີ່ສົນໃຈກັບອະດີດຕະການ - ảnh 1ຈິດຕະກອນ ຂົ໋ງໂດ໊ຢຸຍ ກັບ ພາບແຕ້ມຂອງຕົນ

     ພາບແຕ້ມແຕ່ລະແຜ່ນໃນງານວາງສະແດງ“ຄວາມຊົງຈຳບໍ່ຈືດຈາງ”ຂອງຈິດຕະກອນ ຂົ໋ງໂດ໊ຢຸຍ ກໍ່ລ້ວນແຕ່ຕິດພັນກັບເລື່ອງລາວກ່ຽວກັບຄວາມຊົງຈຳເມື່ອກ່ອນນີ້ ແຕ່ຖືກປະສົມກັບລັກສະນະທັນສະໄໝເລັກນ້ອຍ. ບັນດາພາບແຕ້ມຂອງຈິດຕະກອນ ຂົ໋ງໂດ໊ຢຸບ ແມ່ນມີຫຼາຍຮູບຫຼາຍສີ, ບາງເທື່ອກໍ່ແມ່ນພາບແຕ້ມກ່ຽວກັບຮ້ານບູຊາພະພຸດທະເຈົ້ົ້າທີ່ມີພາໝາກໄມ້ 5 ຊະນິດ, ເຂົ້າໜົມ, ທູບທຽນ ແລະ ງ່າດອກຄາຍ… ເຊິ່ງແມ່ນເຄື່ອງຂອງທີ່ຂາດບໍ່ໄດ້ໃນຊຸມວັນບຸນເຕັດຫຼືມີພາບແຕ້ມພຽງແຕ່ແມ່ນຕູ້ໃສ່ຖ້ວຍຈານຖືກຕັ້ງຢູ່ຂ້າງໝໍ້ດິນ, ກະບຽນສາລີທີ່ຫາກໍ່ເກັບກູ້ ພ້ອມກັບກະຕິກນ້ຳເຊິ່ງໄດ້ຕິດພັນກັບອະນຸສອນແຫ່ງຄວາມຊົງຈຳ. ຈິດຕະກອນຂົ໋ງໂດ໊ຢຸຍເປີດເຜີຍວ່າ:

    “ບາງຄັ້ງຂ້າພະເຈົ້າຄຳນຶງເຖິງຄີເຄື່ອງດົນຕີ, ເຄື່ອງຣາດີໂອເກົ່າຫຼື ຊົມຊອບຈັກຕັດຫຍິບເກົ່າ. ທັງໝົດເຫຼົ່ານັ້ນກໍ່ປຽບເໝືອນຂອງຂວັນອັນດີງາມໂດຍການດຳລົງຊີວິດໄດ້ດົນບັນດານໃຫ້”.

     ບໍ່ພຽງແຕ່ຢຸດຢູ່ໃນການວາດພາບແບບລຽບງ່າຍເທົ່ານັ້ນ, ພາບແຕ້ມບາງແຜ່ນຂອງ ຂົ໋ງໂດ໊ຢຸຍ ຍັງມີການປະສົມປະສານລະຫວ່າງລັກສະນະອັນເປັນປະເພນີຂອງຊາວອາຊີຕາເວັນອອກກັບລັກສະນະບາງຢ່າງທີ່ທັນສະໄໝຂອງຝ່າຍຕາເວັນຕົກອີກດ້ວຍ. ຍົກຕົວຢ່າງຄືພາບແຕ້ມກ່ຽວກັບຊຸດໂຕະຕັ່ງເກົ່າຂອງປັນຍາຊົນຄົນໜຶ່ງເມື່ອກ່ອນນີ້ ຖືກວາງຢູ່ຂ້າງເຄື່ອງດົນຕີປຽນໂນ. ການປະສົມປະສານນີ້ຍິ່ງເຮັດໃຫ້ຊີວິດການເປັນຢູ່ຂອງແຕ່ລະລຸ້ນຄົນໃນຄອບຄົວເພີ່ມຄວາມອຸດົມສົມບູນຂຶ້ນຕື່ມ.

       ໂດຍໄດ້ກຳເນີດຈາກເຂດບ້ານນາທີ່ສະຫງົບສຸກຂຶ້ນກັບຕາແສງກາວຟອງເມືອງຊົງໂລແຂວງຫວິງຟຸກ, ບາດໃຫຍ່ມາໄປສ້າງອາຊີບຢູ່ແດນໄກ, ເມື່ອກັບຄືນຢ້ຽມຢາມບ້ານເກີດແຕ່ລະຄັ້ງ ໄດ້ເຫັນຈຸດທີ່ເກົ່າແກ່ຄ່ອຍໆຖືກຈືດຈາງໄປຕາມວັນເວລາ ໄດ້ເປັນການກະຕຸກຊຸກຍູ້ ຂົ໋ງໂດ໊ຢຸຍ ຕ້ອງເຮັດຫຍັງແດ່ເພື່ອບັນທຶກແລະວາດພາບຄວາມງາມໃນຄວາມຊົງຈຳເຫຼົ່ານັ້ນ.  ນີ້ກໍ່ແມ່ນຄວາມເປັນຫ່ວງຖືກສະແດງອອກຜ່ານແຕ່ລະວາດແຕ້ມຂອງລາວ, ຂົ໋ງໂດ໊ຢຸຍແບ່ງປັນວ່າ:

     “ເມື່ອກ່ອນນີ້ ຂ້າພະເຈົ້າເຄີຍແຕ້ມແບບເຄິ່ງນາມມະທຳຫຼືແຕ້ມຕາມປະກົດການ. ແຕ່ໃນສາມປີມໍ່ໆມານີ້ ຂ້າພະເຈົ້າໄດ້ຫັນໄປສູ່ການແຕ້ມແບບປະກົດການແຕ່ມີລັກສະນະວາດພາບເປັນສ່ວນຫຼາຍ”.

      ພ້ອມກັນນັ້ນ ຄວາມຊົງຈຳກ່ຽວກັບອະດີດຕະການທີ່ໄດ້ຜ່ານພົ້ນໄປຂອງຈິດຕະກອນຍັງຖືກສະແດງອອກຜ່ານບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາຢູ່ໝູ່ບ້ານອາຊີບ ເຮືອງແກັງ ທີ່ລຶຊື່ໃນແຂວງຫວິງຟຸກ. ສິ່ງນີ້ກໍ່ໄດ້ເຮັດໃຫ້ງານວາງສະແດງຂອງລາວມີຄວາມແປກປະຫຼາດຫຼາຍກວ່າ ຂະນະທີ່ຜະລິດຕະພັນເຄື່ອງປັ້ນດິນເຜົາ 10 ຢ່າງຖືກວາງສະຫຼັບກັນໃນທ່າມກາງພາບແຕ້ມສີຄັດມັນຫຼາຍກວ່າ 40 ແຜ່ນ. ແບ່ງປັນກ່ຽວກັບງານວາງສະແດງ“ຄວາມຊົງຈຳບໍ່ຈືດຈາງ” ຈິດຕະກອນເລເຖແອັງໃຫ້ຂໍ້ສັງເກດວ່າ ວາດແຕ້ມ ແລະບັນດາຜະລິດຕະພັນຂອງ ຂົ໋ງໂດ໊ຢຸຍໄດ້ເວົ້າເຖິງບັນດາເລື່ອງລາວກ່ຽວກັບຊີວິດມະນຸດ ກ່ຽວກັບຮີດຄອງປະເພນີ, ປະຫວັດສາດວັດທະນະທຳ ກ່ຽວກັບຄຸນລັກສະນະຂອງອາຊີຕາເວັນອອກ. ຈິດຕະກອນເລເຖແອັງເວົ້າວ່າ:

     “ພາບແຕ້ມຂອງຢຸຍກໍ່ມີຈຸດພິເສດສະເພາະດ້ວຍສີທີ່ເຂັ້ມຂົ້ນໄດ້ດ້ວຍວິນຍານຂອງຊາດ ວິທີແຕ້ມກໍ່ລຽບງ່າຍແລະ ມີລັກສະນະນາມມະທຳເລັກນ້ອຍ. ອັນທີ່ດີຂອງຢຸຍ ແມ່ນນ້ຳໃຈຄວາມຮັກແພງຖືກສະແດງອອກຜ່ານພາບແຕ້ມແຕ່ລະແຜ່ນ. ຂ້າພະເຈົ້າຊົມຊອບສີພາບແຕ້ມຂອງຢຸຍເຊິ່ງໄດ້ວາດພາບເຖິງຄວາມຊົງຈຳເມື່ອກ່ອນນີ້”. 

     ຜ່ານບັນດາພາບແຕ້ມຂອງຕົນ,ຈີດຕະກອນ ຂົ໋ງໂດ໊ຢຸຍໄດ້ສົ່ງສານແລະ ວາດພາບເຖິງຄວາມຊົງຈຳຂອງຜູ້ໜຶ່ງທີ່ຍາມໃດກໍ່ມີຄວາມສຸກ. ເບິ່ງຄືວ່າ ຄວາມຊົງຈຳເຫຼົ່ານັ້ນແມ່ນອຸດົມສົມບູນຫຼາຍຮູບຫຼາຍສີແລະຊົດຊື່ນ. ສຳລັບຢຸຍແລ້ວ ຄວາມສຸກທີ່ສຸດແມ່ນໄດ້ວາດພາບເຖິງອະດີດຕະການທີ່ດີງາມດ້ວຍສີສັນຂອງເຂດບ້ານນາທີ່ສະຫງົບສຸກຢ່າງສົມບູນເຊິ່ງໄດ້ແນະນຳຕໍ່ມວນຊົນແລະໄດ້ຮັບການຕອບສະໜອງຄືໃນວັນນີ້.

ຕອບກັບ