ຮ້ອຍເອກ ເລເຖວັນ - ແບບຢ່າງໜຸ່ມ ຫວຽດນາມ ທີ່ດີເດັ່ນໃນປີ 2023

Ngoc Anh
Chia sẻ
(VOVWORLD) -ຮ້ອຍເອກ ເລເຖວັນ ປີນີ້ອາຍຸ 34 ປີ, ປັດຈຸບັນເຮັດວຽກຢູ່ພະແນກ 3 ກົມປ້ອງກັນຄວາມປອດໄພທາງເຄືອຂ່າຍອິນເຕີເນັດ ແລະ ປ້ອງກັນຕ້ານອາດສະຍາກຳນຳໃຊ້ເຕັກໂນໂລຊີສູງ ກະຊວງຕຳຫຼວດ. ລາວແມ່ນໜຶ່ງໃນຈຳນວນ 10 ແບບຢ່າງໜຸ່ມ ຫວຽດນາມ ທີ່ດີເດັ່ນໃນປີ 2023
ຮ້ອຍເອກ ເລເຖວັນ - ແບບຢ່າງໜຸ່ມ ຫວຽດນາມ ທີ່ດີເດັ່ນໃນປີ 2023 - ảnh 1ຮ້ອຍເອກ ເລເຖວັນ

     ພາຍຫຼັງທີ່ຮຽນຈົບ ໂຮງຮຽນມັດທະຍົມຕອນປາຍ, ຍ້ອນຄວາມຊົມຊອບຂະແໜງເຕັກໂນໂລຊີຂໍ້ມູນຂ່າວສານ, ເລເຖວັນ ໄດ້ເຂົ້າຮຽນຢູ່ມາຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ. ຮຽນຈົບຂັ້ນປະລິນຍາຕີ ກໍ່ກົງກັບຈຸດເວລາທີ່ກະຊວງຕຳຫຼວດຫວຽດນາມ ພວມຄັດເລືອກຮັບສະໝັກພະນັກງານຂະແໜງປ້ອງກັນຄວາມປອດໄພທາງເຄືອຂ່າຍອີນເຕີເນັດ, ເລເຖວັນໄດ້ປະກອບເອກະສານເຂົ້າຮ່ວມການເສັງຄັດເລືອກ. ໂດຍເສັງໄດ້ຄະແນນ, ໄດ້ຮັບການຄັດເລືອກ ແລະ ກາຍເປັນນັກຮົບປ້ອງກັນຄວາມປອດໄພທາງອິນເຕີເນັດ ແລະ ປ້ອງກັນຕ້ານອາດສະຍາກຳ ນຳໃຊ້ເຕັກໂນໂລຊີສູງ. ຢູ່ກົມກອງ ຮ້ອຍເອກ ເລເຖວັນ ໄດ້ເຂົ້າຮ່ວມວຽກງານກຳແໜ້ນສະພາບການທຳລາຍຢູ່ພາຍໃນ ການກະທຳກະຕຸ້ນເດີນຂະບວນປະທ້ວງທຳລາຍຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ ແລະ ລະເມີດກົດໝາຍທາງເຄືອຂ່າຍອິນເຕີເນັດ. ຮ້ອຍເອກ ເລເຖວັນ ເປີດເຜີຍວ່າ:

    “ເປົ້າໝາຍທາງເຄືອຂ່າຍອິນເຕີເນັດເກືອບທັງໝົດ ແມ່ນມີລັກສະນະຫຼາຍຮູບຫຼາຍແບບ, ບັນດາເປົ້າໝາຍເຄີຍສ້າງບັນຊີເໝືອນຈິງ ເສກສັນປັ້ນແຕ່ງກ່ຽວກັບນະໂຍບາຍຂອງລັດ, ສິ່ງນີ້ໄດ້ພາໃຫ້ປະຊາຊົນມີຄວາມກະວົນກະວາຍ ສົ່ງຜົນສະທ້ອນຕໍ່ຜົນປະໂຫຍດແຫ່ງຊາດ.  ເພື່ອແກ້ໄຂບັນດາກໍລະນີໄດ້ເປັນຢ່າງດີກໍ່ຕ້ອງໃຊ້ເວລາຫຼາຍ. ທາງດ້ານເຕັກໂນໂລຊີກໍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ມັນໄດ້ຮຽກຮ້ອງໃຫ້ຂ້າພະເຈົ້າກໍ່ຕ້ອງຮຽນຮູ້ສິ່ງທີ່ໃໝ່ອ່ຽມຝຶກຝົນຫຼໍ່ຫຼອມເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນປັດຈຸບັນ”.

   ໂດຍເຮັດວຽກຢູ່ ກົມປ້ອງກັນຄວາມປອດໄພທາງເຄືອຂ່າຍອິນເຕີເນັດ ແລະ ປ້ອງກັນຕ້ານອາດສະຍາກຳນຳໃຊ້ເຕັກໂນໂລຊີສູງ ເປັນເວລາກວ່າ 12 ປີ, ຮ້ອຍເອກ ເລເຖວັນ ໄດ້ເຂົ້າຮ່ວມການຕໍ່ສູ້ໃນບາງຄະດີຈຸດສຸມ. ຮ້ອຍເອກ ຫງວຽນກົງຕ໊ວນ ເຮັດວຽກຮ່ວມພະແນກດຽວກັນກັບຮ້ອຍເອກ ເລເຖວັນໃຫ້ຮູ້ວ່າ:

   “ວັນ ແມ່ນຜູ້ມີລະດັບຄວາມຮູ້ທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ. ຂ້າພະເຈົ້າຈື່ດີວ່າ ເມື່ອເຂົ້າຮ່ວມຄະດີຕໍ່ສູ້ຕ້ານກຸ່ມເປົ້າໝາຍຄ້າຂາຍຂໍ້ມູນສ່ວນຕົວ, ຂ້າພະເຈົ້າພ້ອມກັບວັນໄດ້ສົມທົບກັນຢ່າງເປັນປະຈຳເພື່ອຮ່ວມແຮງຮ່ວມໃຈຕໍ່ສູ້ໃນລະດັບສູງສຸດ”.

   ຈາກການຮຽນຮູ້ ຊອກຮູ້ກ່ຽວກັບວິທີການຕໍ່ສູ້ຕ້ານອາດສະຍາກຳທາງເຄືອຂ່າຍອິນເນັດ, ຮ້ອຍເອກ ເລເຖວັນ ໄດ້ໝູນໃຊ້ທາງດ້ານເຕັກໂນໂລຊີເຂົ້າໃນວຽກງານຕົວຈິງຄືການຄົ້ນຄວ້າ ພັດທະນາລະບົບຂໍ້ມູນຜູ້ຊົມໃຊ້ລະບົບສັງຄົມໂດຍໃຊ້ພາສາ ຫວຽດ ຮັບໃຊ້ ແລະ ຮັບປະກັນການປ້ອງກັນຄວາມສະຫງົບແຫ່ງຊາດ. ພັນຕີ ຫງວຽນຕ໊ຽນເກື່ອງ ຮອງຫົວໜ້າຂະແໜງ 3 ກົມປ້ອງກັນຄວາມປອດໄພທາງເຄືອຂ່າຍອິນເຕີເນັດ ແລະ ປ້ອງກັນຕ້ານອາດສະຍາກຳນຳໃຊ້ເຕັກໂນໂລຊີສູງ ຕີລາຄາວ່າ:

   “ກົມປ້ອງກັນຄວາມປອດໄພທາງເຄືອຂ່າຍອິນເຕີເນັດ ແລະ ປ້ອງກັນຕ້ານອາດສະຍາກຳນຳໃຊ້ເຕັກໂນໂລຊີສູງ ແມ່ນໜຶ່ງໃນຈຳນວນກົມກອງປະຕິບັດວຽກງານຕໍ່ສູ້ໃນຂົງເຂດເຕັກໂນໂລຊີສູງ, ປ້ອງກັນຄວາມປອດໄພທາງເຄືອຂ່າຍອິນເຕີເນັດ. ດັ່ງນັ້ນກໍ່ນຳໃຊ້ວິທະຍາສາດເຕັກໂນໂລຊີໃນລະດັບສູງ. ໃນໄລຍະປະຕິບັດ, ສະພາບຕົວຈິງໃນການຕໍ່ສູ້ກໍ່ເກີດມີຄວາມຮຽກຮ້ອງຕ້ອງການຫຼາຍຢ່າງທີ່ຕ້ອງຄົ້ນຄວ້າທາງດ້ານວິທະຍາສາດ. ອ້າຍ ວັນ ດ້ວຍຫົວຄິດປະດິດສ້າງ ແລະ ມີຄວາມເປັນເຈົ້າການໃນວຽກງານ ໄດ້ນຳສະເໜີຫຼາຍວິທີໃນການແກ້ໄຂ ແລະ ຈັດຕັ້ງປະຕິບັດເປັນຢ່າງດີ ແລະ ໄດ້ຮັບຫຼາຍຜົນງານວິລະກຳທີ່ດີເດັ່ນ ປະກອບສ່ວນປ້ອງກັນຄວາມສະຫງົບແຫ່ງຊາດ ແລະ ຄວາມເປັນລະບຽບຮຽບຮ້ອບ ຄວາມປອດໄພໃນສັງຄົມ”.

 ການປ້ອງກັນຄວາມປອດໄພທາງເຄືອຂ່າຍອິນເຕີເນັດ ກໍ່ແມ່ນຂົງເຂດມີຈຸດພິເສດສະເພາະ ແລະ ສັບສົນ ຮຽກຮ້ອງຕ້ອງມີຄຸນນະທາດ ແລະ ມີການປະກອບເຫື່ອແຮງຂອງບັນດານັກຮົບ. ຮ້ອຍເອກ ເລເຖວັນ ເປີດເຜີຍວ່າ:

    “ໃນໄລຍະເຕັກໂນໂລຊີຂະຫຍາຍຕົວຄືໃນປັດຈຸບັນ, ຂ້າພະເຈົ້າແມ່ນພະນັກງານໜຸ່ມມີທ່າໄດ້ປຽບຫຼາຍຢ່າງ ໄດ້ເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານໃໝ່ ແລະ ໄດ້ສືບທອດບົດຮຽນຈາກຄົນລຸ້ນກ່ອນໆ. ຂ້າພະເຈົ້າເຫັນວ່າ ຕົນເອງຕ້ອງມານະພະຍາຍາມສູ້ຊົນ ປະຈັນບານຫຼາຍກວ່າອີກໃນໜ້າທີ່ວຽກງານ ເພື່ອຮັບປະກັນການດຳລົງຊີວິດທີ່ສະຫງົບສຸກໃຫ້ແກ່ປະຊາຊົນ ແລະ ຮັບປະກັນຄວາມສະຫງົບແຫ່ງຊາດ”.

    ດ້ວຍການປະກອບສ່ວນຂອງຕົນ ປີ 2023 ເລເຖວັນ ມີຄວາມເປັນກຽດໄດ້ຮັບໃບຍ້ອງຍໍຈາກນາຍົກລັດຖະມົນຕີ ກ່ຽວກັບຜົນງານໃນການຕໍ່ສູ້ ແລະ ຮັບໃຊ້ການຕໍ່ສູ້ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ໃນສອງປີຢ່າງລຽນຕິດຄື 2022 ແລະ 2023  ເລເຖວັນ ໄດ້ຮັບໃບຍ້ອງຍໍ 4 ໃບຈາກລັດຖະມົນຕີກະຊວງຕຳຫຼວດກ່ຽວກັບຜົນງານດີເດັ່ນໃນການປ້ອງກັນຕ້ານອາດສະຍະກຳນຳໃຊ້ເຕັກໂນໂລຊີສູງ. ປີ 2023 ວັນ ແມ່ນໜຶ່ງໃນຈຳນວນ 10 ສ່ວນບຸກຄົນໄດ້ຮັບການເຊີດຊູເປັນແບບຢ່າງໜຸ່ມ ຫວຽດນາມ ທີ່ດີເດັ່ນຈາກສູນກາງຄະນະຊາວໜຸ່ມຄອມມູນິດ ໂຮ່ຈີມິນ. 

ຕອບກັບ