ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າປະຫວັດສາດ “ປ່າພົນເອກ ຫວໍງວຽນຢາບ”

Vinh Phong
Chia sẻ
(VOVWORLD) -ປ່າພົນເອກ ຫວໍງວຽນຢາບ ນອນຢູ່ບ້ານ ຍອດ ຕາແສງ  ຢາຝູ່ ເມືອງ ຝູ໋ອຽນ ແຂວງ ເຊີນລາ. ນີ້ບໍ່ພຽງແຕ່ແມ່ນສະຖານທີ່ປະຫວັດສາດທີ່ມີຄວາມໝາຍສຳຄັນເທົ່ານັ້ນ ຫາກຍັງແມ່ນແຫ່ງຈົດຈຳອາລົມຈິດຄວາມຮັກແພງຂອງປະຊາຊົນບັນດາເຜົ່າໃນແຂວງ ເຊີນລາ ແລະ ເຂດ ເຕິຍບັກ ທີ່ມີຕໍ່ທ່ານພົນເອກ ຫວໍງວຽນຢາບ ແລະ ກອງທັບ ຫວຽດນາມ ໃນບັ້ນຮົບ ດ້ຽນບຽນຝູ໋ ກ່ອນນີ້ 70 ປີ
ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າປະຫວັດສາດ “ປ່າພົນເອກ ຫວໍງວຽນຢາບ” - ảnh 1ວິຫານບູຊາທ່ານພົນເອກ ຫວໍງວຽນຢາບໃນເຂດປ່າບ້ານຍອດ

    ເຂດປ່າຢູ່ບ້ານ ຍອດ ນອນຢູ່ແຄມທາງຫຼວງ 37 ມີເນື້ອທີ່ເກືອບ 200 ເຮັກຕາ ນອນຢູ່ເຄິງກາງສອງສາຍພູ. ປີ 1954 ໃນການເຄື່ອນທັບຈາກ ເຫງຍໂລະ ໃນແຂວງ ອຽນບ໊າຍ ໄປຍັງ ດ້ຽນບຽນ ເຂົ້າຮ່ວມບັ້ນຮົບ ດ້ຽນບຽນຝູ໋, ທ່ານພົນເອກ ຫວໍງວຽນຢາບ ແລະ ກອງກຳລັງທະຫານປົດປ່ອຍ ໄດ້ຢຸດແວ່ຕັ້ງທັບຢູ່ແຫ່ງນີ້. ຈາກນັ້ນເຂດປ່າຖືກຊາວທ້ອງຖິ່ນເອີ້ນດ້ວຍຄວາມຮັກແພງວ່າ “ປ່າພົນເອກ ຫວໍງວຽນຢາບ”. ມາຮອດປັດຈຸບັນ ເຂດປ່ານີ້ຍັງເໝືອນເດີມ ດ້ວຍບັນດາຕົ້ນໄມ້ໃຫຍ່ສູງ. ທ່ານ ລໍ່ວັນລິງ ນາຍບ້ານ ຫົວໜ້າຄຸ້ມຄອງປົກປັກຮັກສາປ່າບ້ານ ຍອດ ຕາແສງ ຢາຝູ່ ແບ່ງປັນວ່າ:

  “ຂ້າພະເຈົ້າມີຄວາມເປັນກຽດຢ່າງຍິ່ງ ໄດ້ເຂົ້າຮ່ວມໜ່ວຍຄຸ້ມຄອງປົກປັກຮັກສາປ່າພົນເອກ ຫວໍງວຽນຢາບ. ພວກຂ້າພະເຈົ້າໂຄສະນາຢ່າງເປັນປະຈຳ ເພື່ອໃຫ້ຄົນລຸ້ນຫຼັງສືບຕໍ່ຄຸ້ມຄອງ ແລະ ຮັກສາປ່າໃຫ້ຄົງຕົວຕະຫຼອດໄປ. ທາງຝ່າຍພວກພະເຈົ້າ ແຕ່ລະອາທິດກໍ່ໄປລາດຕະເວນປ່າສາມຄັ້ງ ເພື່ອປົກປັກຮັກສາປ່າໃຫ້ເປັນຢ່າງດີກວ່າ.”

   ປີ 2008 ຄະນະກຳມະການປະຊາຊົນແຂວງ ເຊີນລາ ໄດ້ຮັບຮອງເຂດປ່າພົນເອກ ຫວໍງວຽນຢາຍ ແມ່ນສະຖານທີ່ປະຫວັດສາດລະດັບແຂວງ. ຮອດປີ 2020 ແຂວງ ເຊີນລາ ໄດ້ມອບໝາຍໃຫ້ເມືອງ ຝູ່ອຽນ ປະຕິບັດໂຄງການບູລະນະປະຕິສັງຂອນ ແລະ ເສີມຂະຫຍາຍຄຸນຄ່າສະຖານທີ່ປະຫວັດສາດຕໍ່ຕ້ານ ຕ້ານຝຣັ່ງ ເຂດປ່າບ້ານ ຍອດ ຕິດພັນກັບການພັດທະນາການທ່ອງທ່ຽວຂອງແຂວງ ເຊີນລາ ເວົ້າລວມ ແລະ ເມືອງ ຝູ່ອຽນ ເວົ້າສະເພາະ, ສ້າງສະຖານທີ່ທ່ອງທ່ຽວໃນບັນດາລາຍການທ່ອງທ່ຽວມຸ່ງໄປສູ່ກົກເຄົ້າເຫງົ້າກໍ. ທ້າຍປີ 2021 ເມືອງ ຝູ່ອຽນ ໄດ້ສຳເລັດໂຄງການລວມມີເຮືອນ ອາໄລຫາພົນເອກ ຫວໍງວຽນຢາບ, ເດີ່ນວິຫານບູຊາ, ເດີ່ນທຳພິທີກຳ, ປະຕູໂຂງ…  ທ່ານ ດິງກົງເຊີນ ຢູ່ຕາແສງ ຢາຝູ່ ຜູ້ຄຸ້ມຄ້ອງວິຫານບູຊາພົນເອກ ຫວໍງວຽນຢາບ ໃຫ້ຮູ້ວ່າ:

  “ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ສຸດ ແລະ ຍາມໃດກໍ່ໂຄສະນາໃຫ້ໄວໜຸ່ມເປັນຕົ້ນແມ່ນນັກຮຽນຢູ່ໂຮງຮຽນຕ່າງໆ, ສະມາຊິກຊາວໜຸ່ມ ໄວໜຸ່ມເມື່ອມາວິຫານບູຊາ. ຂ້າພະເຈົ້າຍັງແນະນຳໃຫ້ພວກລູກຫຼານ ແລະ ໂຄສະນາກ່ຽວກັບປະຫວັດສາດທີ່ສະຫງ່າລາສີ ເຊິ່ງປູ່ຍ່າຕາຍາຍໄດ້ປະໄວ້ໃຫ້”.

 ໃນທຸກວັນນີ້ ເມື່ອມາແຫ່ງນີ້ ແຂກທ່ອງທຽວທັງຫຼາຍບໍ່ພຽງແຕ່ໄດ້ຫວນຄືນບັນຍາກາດທີ່ສະຫງ່າອົງອາດຂອງກອງກຳລັງທະຫານປົດປ່ອຍ ບຸກເຂົ້າ ດ້ຽນບຽນ ເຂົ້າຮ່ວມບັ້ນ ດ້ຽນບຽນຝູ໋ ເມື່ອກ່ອນເທົ່ານັ້ນ ຫາກຍັງໄດ້ເຊື່ອມຕົວເຂົ້າກັບບັນຍາກາດທີ່ສັກສິດ ປອດໂປ່ງ ຂອງເຂດປູຊະນີຍະສະຖານວິຫານປູຊາພົນເອກ ຫວໍງວຽນຢາບ. ນາງ ຫງວຽນທີຮົ່ງແຮັ້ງ ຢູ່ເມືອງ ຝູ່ອຽນ ແບ່ງປັນວ່າ:

 “ໂດຍແມ່ນລຸ້ນໄວໜຸ່ມທີ່ໄດ້ກຳເນີດຂຶ້ນໃນສະໄໝສັນຕິພາບ, ຂ້າພະເຈົ້າເອງກໍ່ມີຄວາມເປັນກຽດ ແລະ ເອກອ້າງທະນົງໃຈທີ່ສຸດ. ຂ້າພະເຈົ້າຮູ້ສຶກວ່າ ຕົນເອງຕ້ອງກາຍເປັນນັກໂຄສະນາທີ່ດີກວ່າອີກ ເພື່ອແຜ່ກະຈາຍບັນດາຄຸນຄ່າປະຫວັດສາດຂອງສະຖານທີ່ທ່ອງທ່ຽວແຫ່ງນີ້ ໃຫ້ແກ່ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງເມືອງ”.

ສະຖານທີ່ປະຫວັດສາດຕໍ່ຕ້ານຕ້ານຝຣັ່ງ ເຂດປ່າບ້ານຍອດ ແລະ ວິຫານບູຊາທ່ານພົນເອກ ຫວໍງວຽນຢາບ ມີຄຸນຄ່າທາງດ້ານຈິດໃຈອັນລ້ຳຄ່າ ແລະ ຈະຍືນຍົງຄົງຕົວຕາມການເວລາພ້ອມກັບບັນດາວິລະກຳທີ່ລືຊາຜາກົດ ໂດຍທ່ານພົນເອກ ຫວໍງວຽນຢາບ ແລະ ກອງກຳລັງທະຫານຂອງເພິ່ນໄດ້ຍາດມາໄດ້ ໃນຈຸດເວລາກ່ອນນີ້ 70 ປີ.

ຕອບກັບ