ລຸງລາວັນຮວ໊າ - ຜູ້ອາຍຸສູງຊາວເຜົ່າຜູ້ໄທ ໃນແຂວງ ເງະອານ ຂໍເຂົ້າເປັນສະມາຊິກພັກ

Ngoc Anh
Chia sẻ
(VOVWORLD) -ລຸງລາວັນຮວ໊າ ຊາວເຜົ່າຜູ້ໄທ ຢູ່ບ້ານ ຮັນ ເມືອງ ເກວ໊ຟອງ ແຂວງ ເງະອານ ແມ່ນຜູ້ນຳໜ້າໃນການສ້າງເສດຖະກິດ. ໃນເກນອາຍຸເກືອບ 60 ປີ ລຸງມີຄວາມພາກພູມໃຈ ເມື່ອໄດ້ຢືນຢູ່ຖັນແຖວຂອງພັກຄອມມູນິດ ຫວຽດນາມ. ສຳລັບລຸງແລ້ວການສູ້ຊົນເຂົ້າເປັນສະມາຊິກພັກ ແມ່ນເພື່ອມີເງື່ອນໄຂສະດວກວ່າ ໃນການໂຄສະນາໃຫ້ຊາວບ້ານສ້າງສາບ້ານເກີດເມືອງນອນ ແລະ ມີຊີວິດທີ່ອີ່ມໜຳສຳລານ ເສດຖະກິດສັງຄົມພັດທະນາ
ລຸງລາວັນຮວ໊າ - ຜູ້ອາຍຸສູງຊາວເຜົ່າຜູ້ໄທ ໃນແຂວງ ເງະອານ ຂໍເຂົ້າເປັນສະມາຊິກພັກ - ảnh 1ລຸງຮ໊ວາ(ເບື້ອງຂວາ)ໃນມື້ຖືກຮັບເຂົ້າເປັນສະມາຊິກພັກ

    ຄາວເຍົາໄວຍ້ອນສະພາບຄອບຄົວທຸກຍາກ, ລາວັນຮວ໊າ ພຽງແຕ່ຮຽນຈົບ ມ2 ແລ້ວກໍ່ຕ້ອງພັກຮຽນ ເພື່ອຊ່ວຍພໍ່ແມ່ເຮັດກະສິກຳ. ໃຫຍ່ມາ ລາວັນຮວ໊າ ໄດ້ເຂົ້າຮ່ວມຄະນະຊາວໜຸ່ມຕາແສງ ແບກຫາບເປັນໜ້າທີ່ເປັນເລຂາຄະນະຊາວໜຸ່ມຕາແສງ. ປີ 2014 ລຸງ ລາວັນຮວ໊າ  ເຮັດວຽກຢູ່ສະມາຄົມຊາວກະສິກອນຕາແສງ ແລະ ຮອດປີ 2016 ໄດ້ຮັບການແຕ່ງຕັ້ງເປັນຜູ້ທີ່ມີອິດທິພົນ. ລຸງ ລາວັນຮວ໊າ ຫວນຄືນວ່າ:

 “ທຳອິດຂ້າພະເຈົ້າປູກຫຍ້າ ເພື່ອລ້ຽງສັດ ລ້ຽງຄວາຍ ລ້ຽງງົວ ນັບແຕ່ປີ 2014 ຂ້າພະເຈົ້າໄດ້ປະສົບຜົນສຳເລັດ. ແລ້ວກໍ່ເຮັດຮູບແບບສວນ-ສະ-ຄອກ, ປູກອ້ອຍ,ປູກຕົ້ນອາເຄເຊຍ, ມີຫຼາຍຄົນໃນບ້ານກໍ່ໄດ້ຮຽນຕາມວິທີຂອງຂ້າພະເຈົ້າ”.

ດ້ວຍສອງຝາມືຂອງລຸງ ຮວ໊າ, ດິນປ່ານັບຮ້ອຍເຮັກຕາ ໄດ້ກາຍເປັນແຫຼ່ງລ້ຽງຊີບແບບຍືນຍົງ. ລຸງກໍ່ແມ່ນຜູ້ນຳໜ້າປຸກລະດົມຂະບວນການເຮັດທາງຊົນນະບົດໃນບ້ານ. ລຸງເປີດເຜີຍວ່າ:

“ຂ້າພະເຈົ້າໄດ້ໂຄສະນາໃຫ້ປະຊາຊົນຕ້ອງກໍ່ສ້າງທາງ. ປີ 2017 ຄອບຄົວຂອງພະເຈົ້າກໍ່ໄດ້ລົງທຶນຊ່ວຍປະຊາຊົນເຮັດທາງ. ຂ້າພະເຈົ້າກໍ່ໄດ້ຂົນຂວາຍຊາວບ້ານປະກອບສ່ວນກໍ່ສ້າງຂົວທາງ ຄອບຄົວລະ 200.000 ດົ່ງ ເພື່ອເຮັດທາງ  ອັນໄດ້ຊ່ວຍປະຊາຊົນມີຄວາມສະດວກໃນການຜະລິດ ແລະ ປູກພືດພັນ,ຂົນສົ່ງສິນຄ້າ”.

ເກືອບ 10 ປີ ທີ່ໄດ້ລ່ວງເລີຍໄປ ຊາວບ້ານ ຮັນ ໃນຄາວນັ້ນ ມາຮອດປັດຈຸບັນ ໄດ້ມີການດຳລົງຊີວິດອີ່ມໜຳສຳລານກວ່າເກົ່າ ໃຜໆກໍ່ຄິດວ່າສ່ວນໜຶ່ງແມ່ນຍ້ອນມີການປະກອບສ່ວນຂອງລຸງ ຮວ໊າ. ລຸງ ວີວັນບຽດ ຢູ່ບ້ານໃກ້ຄຽງກັບລຸງ ຮວ໊າ ເປີດເຜີຍວ່າ:

“ລູງ ຮວ໊າ ມີຫຼາຍຮູບແບບສ້າງເສດຖະກິດ, ມີຫຼາຍຄຳຄິດເຫັນປະກອບສ່ວນຂົນຂວາຍປະຊາຊົນສ້າງເສດຖະກິດກະສີກຳ. ຍົກຕົວຢ່າງຄື ປູກອ້ອຍ, ລ້ຽງສັດ. ສຳລັບດິນປ່າກໍ່ປປູກຕົ້ນ ອາເຄເຊຍ ທີ່ໃຫ້ສະມັດຕະພາບໄວ ແລະ ນຳມາເຊິ່ງລາຍຮັບສູງ”.

ວັນທີ 8 ກັນຍາ ປີ 2023 ກໍ່ແມ່ນມື້ທີ່ສຳຄັນຍິ່ງສຳລັບລຸງ ລາວັນຮວ໊າ  ຂະນະທີ່ລຸງມີຄວາມເປັນກຽດໄດ້ຮັບເຂົ້າເປັນສະມາຊິກພັກ ເມື່ອມີອາຍຸ 58 ປີ. ທ່ານ ລໍ່ວັນແທັ່ງ ເລຂາໜ່ວຍພັກເຂດ ຮົ່ງຟອງ ຫວນຄືນວ່າ:

“ໜ່ວຍພັກເຫັນວ່າ ລຸງ ຮວ໊າ ມີຄວາມຫວັງຂໍເຂົ້າເປັນສະມາຊິກພັກ, ໜ່ວຍພັກໄດ້ພິຈາລະນາສະເໜີຜູ້ປະຈຳການຄະນະພັກໃຫ້ລຸງ ຮວ໊າ ປະກອບເອກະສານ ແລະ ໄດ້ຮັບເຂົ້າເປັນສະມາຊິກພັກ. ຄະນະພັກມີສະມາຊິກພັກຜູ້ອາຍຸສູງຕື່ມອີກກໍ່ແມ່ນຄວາມເປັນກຽດສຳລັບໜ່ວຍພັກຂອງຂ້າພະເຈົ້າ”.

ດ້ວຍຄວາມພະຍາຍາມ ແລະ ປະກອບສ່ວນຂອງຕົນ, ລຸງ ລາວັນຮວ໊າ ຍັງໄດ້ຮັບການຍ້ອງຍໍຊົມເຊີຍຈາກເມືອງ ເກວ໊ຟອງ ແມ່ນຊາວກະສິກອນຜະລິດດຳເນີນທຸລະກິດເກັ່ງ ເປັນຕົວແບບໃນການຮ່ຳຮຽນ ແລະ ເຮັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈີມິນ ເປັນຕົວແບບໃນການຂົວຂວາຍປະຊາຊົນທີ່ດີເດັ່ນ. ລຸງ ລາວັນຮວ໊າ ເປີດເຜີຍວ່າ:

 “ເຂົ້າເປັນສະມາຊິກພັກ ເພື່ອເປັນແບບຢ່າງໃຫ້ແກ່ລູກຫຼານ. ຕາມຂ້າພະເຈາແລ້ວ ການເຂົ້າເປັນສະມາຊິກພັກ ເພື່ອຊ່ວຍປະຊາຊົນ ຊ່ວຍບ້ານເມືອງແກ້ໄຂວຽກງານໃນໝູ່ບ້ານ ທຸກສິ່ງທີ່ຍັງເປັນຫວ່ງເປັນໄຍ”.

 ເມື່ອຮັບຂ່າວພໍ່ຂອງຕົນໄດ້ເຂົ້າເປັນສະມາຊິກພັກ, ລູກສາວຂອງລຸງ ຮວ໊າ ກໍ່ມີຄວາມເອກອ້າງທະນົງໃຈຕໍ່ພໍ່ຂອງຕົນ.

“ນັບແຕ່ຄາວພໍ່ຂອງຫຼານປະກອບເອກະສານຂໍເຂົ້່າເປັນສະມາຊິກພັກ, ຫຼານກໍ່ສະໜັບສະໜູນພໍ່ ແລະ ຫວັງວ່າພໍ່ນັບມື້ນັບຂະຫຍັນຂັນເຄື່ອນ ເພື່ອໃຫ້ພວກລູກຫຼານເຮັດຕາມ ແລະ ເປັນແບບຢ່າງເພື່ອໃຫ້ລູກເຕົ້າສູ້ຊົນ. ທັງນີ້ກໍ່ແມ່ນຄວາມເອກອ້າງທະນົງໃຈຂອງຄອບຄົວ”.

ກໍລະນີຜູ້ອາຍຸສູງເຂົ້າເປັນສະມາຊິກພັກຄື ລຸງ ລາວັນຮວ໊າ ໄດ້ເປັນຫຼັກຖານຢັ້ງຢືນວ່າ ເລື່ອງເຂົ້າເປັນສະມາຊິກພັກແມ່ນບໍ່ຊ້າ ສຳລັບຜູ້ອາຍຸສູງທີ່ມີຄວາມຄາດຫວັງຢາກອຸທິດສ່ວນ.

ຕອບກັບ