ຊາວເຜົ່າ ເກີ່ລາວ ມາອາໄສຕົ້ນຕໍຢູ່ເຂດພູດອຍທາງພາກເໜືອ ຫວຽດນາມ ຢູ່ເຂດພູຫີນສູງ ຕາຍແມ່ວ ແລະ ຕາມປົກກະຕິແລ້ວແມ່ນ ດຳລົງຊີວິດເປັນແຕ່ລະໝູ່ບ້ານ ປະມານ 15 – 20 ຫຼັງຄາເຮືອນ ຢູ່ເຂດພູເມືອງ ຮວ່າງຊູຟີ່ ຫຼື ເຂດພູຫີນສູງ ຕາຍແມ່ວ ຢູ່ເມືອງ ດົ່ງວັນ (ຮ່າຢາງ). ຊາວເຜົ່າ ເກີ່ລາວ ເຮັດໄຮ່ເຮັດສວນ, ປູກຝັງຕາມຫວ່າງຫີນເປັນຕົ້ນຕໍ. ສາລີແມ່ນສະບຽງອາຫານຕົ້ນຕໍ. ຢູ່ໄຮ່ ເຂົາເຈົ້າຍັງປູກໝາກຖົ່ວແຂ້ວມ້າ, ເຂົ້າບາເລ, ໝາກຖົ່ວແປບ, ໝາກຊູ…ຊາວເຜົ່າ ເກີ່ລາວ ທີ່ຢູ່ເຂດດິນແດນພູສູງແມ່ນດຳລົງຊີວິດດ້ວຍອາຊີບເຮັດນາຂັ້ນໄດ, ເຂົ້າແມ່ນສະບຽງອາຫານຕົ້ນຕໍ. ອາຊີບຫັດຖະກຳທີ່ເປັນມູນເຊື້ອແມ່ນຈັກສານ ແລະ ເຮັດເຟີນີເຈີໄມ້. ຫຼາຍໝູ່ບ້ານມີຊ່າງຫຼໍ່ຫຼອມສ້ອມແປງອຸປະກອນການກະເສດ. ຈຸດທີ່ຮັບຮູ້ໄດ້ງ່າຍວ່າແມ່ນຊາວເຜົ່າ ເກີ່ລາວ ນັ້ນກໍ່ແມ່ນກໍຄືຊຸດເຄື່ອງນຸ່ງຂອງແມ່ຍິງ. ແມ່ຍິງເກີ່ລາວ ນຸ່ງເສື້ອຍາວເຖິງຫົວເຂົ່າ, ເທິງໜ້າເອິກ ແລະ ແຂນເສື້ອມີແພສີຕ່າງໆຫຍິບຕື່ມໃສ່ອີກ. ປັດຈຸບັນ ເສື້ອດ້ານໃນທີ່ມີແຂນເສື້ອຍາວ ແລະ ເສື້ອດ້ານນອກທີ່ມີແຂນເສື້ອສັ້ນນັ້ນ ຍັງໄດ້ນຳໃຊ້ຢູ່່. ທ່ານ ຫງວຽນຮຶ໊ວເຊີນ ຮອງປະທານສະມາຄົມສິລະປະພື້ນເມືອງ ຫວຽດນາມ ໃຫ້ຮູ້ວ່າ:
“ຊີວິດການເປັນຢູ່ຂອງ ຊາວເຜົ່າ ເກີ່ລາວ ໃນຊຸມປີມໍ່ໆມານີ້ ມີການປ່ຽນແປງຫຼາຍຢ່າງ, ພິເສດ ເມື່ອເປີດປະຕູຊາຍແດນ, ພາສາດັ້ງເດີມ ແລະ ພາສາ ກວານຮ໋ວາ ກໍໄດ້ນຳໃຊ້ສະຫຼັບກັນ. ຊຸດເຄື່ອງນຸ່ງກໍມີການປ່ຽນແປງຫຼາຍຢ່າງ, ກ່ອນໜ້ານີ້ ຊາວເຜົ່າ ເກີ່ລາວ ໃຊ້ແພທີ່ຕ່ຳດ້ວຍມື ແລະ ຍ້ອມດ້ວຍສີທຳມະຊາດເພື່ອຕັດຫຍິບຊຸດເຄື່ອງນຸ່ງເສື້ອຜ້າອາພອນ, ແຕ່ປັດຈຸບັນ ເຂົາເຈົ້າໃຊ້ແພ ແລະ ຍ້ອມສີແບບສຳເລັດຮູບ. ແຕ່ເຖິງຢ່າງໃດກໍຕາມ, ບັນດາຊຸດເຄື່ອງນຸ່ງເຫຼ່ົານັ້ນ ກໍຍັງຮັກສາລັກສະນະສີສັນສະເພາະຂອງຊາວເຜົ່າ ເກີ່ລາວ, ພິເສດແມ່ນບັນດາລວດລາຍ ແລະ ຮູບແບບໃນການຕັດຫຍິບ ກໍຍັງຄົງຮັກສາຈຸດທີ່ເປັນມູນເຊື້ອໄວ້ໄດ້”.
ແຕ່ລະໝູ່ບ້ານຂອງຊາວເຜົ່າ ເກີ່ລາວ ມີປະມານ 15 – 20 ຫຼັງຄາເຮືອນ, ປົກກະຕິ ແມ່ນບັນດາຄອບຄົວຢູ່ໃນຕະກຸນດຽວກັນ ດຳລົງຊີວິດຢູ່ໃກ້ກັນ. ເຮືອນຂອງຊາວເຜົ່າ ເກີ່ລາວ ມີ 3 ຫ້ອງໃຫຍ່ ແລະ 2 ຫ້ອງນ້ອຍ, ຫຼັງຄາມຸງດ້ວຍຫຍ້າ ຫຼື ໄມ້ຊາງລໍ, ໄມ້ເຮ້ຍຜ່າເຄິ່ງແລ້ວທຸບໃຫ້ພຽງ. ຊາວເຜົ່າ ເກີ່ລາວແດງ ເຮັດເຮືອນຝາດິນຄືແບບເຮືອນຂອງຊາວເຜົ່າ ປູແປ໊ວ, ມີຝາທີ່ເຮັດດ້ວຍດິນດາກຕຳມຸ່ນດີ. ທຸກໆມື້ ຊາວເຜົ່າ ເກີ່ລາວ ຕ້ອງຫາບນ້ຳເມືອເຮືອນ; ຢູ່ເຂດດິນແດນພູສູງ, ເຂົາເຈົ້າໃຊ້ຮາງເພື່ອຕໍ່ເອົານໍ້າໄປຮອດເຮືອນເລີຍ.ຊາວເຜົ່າ ເກີ່ລາວ ບູຊາບັນພະບູລຸດ 3 – 4 ເຊັ່ນຄົນ, ສະເພາະຊາວເຜົ່າ ເກີ່ລາວ ຕາມປົກກະຕິແລ້ວ ແມ່ນຖະຫວາຍຂຶ້ນຮ້ານບູຊາມີກະດູກຄາງໝູ ດ້ວຍຄວາມໝາຍທີ່ວ່າ ປີໃດກໍມີໝູບູຊາ ເພື່ອໃຫ້ບັນພະບຸລຸດດົນບັນດານໃຫ້ປີຕໍ່ໄປທຳການລ້ຽງສັດໄດ້ຮັບຜົນດີ, ຄອບຄົວພົບແຕ່ສິ່ງທີ່ດີງາມ.
ຊຸດອາພອນຂອງຊາວເຜົ່າເກີ່ລາວ (ພາບ:VOV) |
ໃນການດຳລົງຊີວິດດ້ານຈິດວິນຍານຂອງຊາວເຜົ່າ ເກີ່ລາວ ແມ່ນມີຫຼາຍພິທີກຳຄື: ພິທີຕັ້ງຊື່, ພິທີຄົບກະສຽນເຕີບໃຫຍ່, ພິທີແຕ່ງດອງ, ງານສົບ… ໃນນັ້ນພິທີຄົບກະສຽນເຕີບໃຫຍ່ສຳລັບໄວໝຸ່ມຂອງຊົນເຜົ່າເກີ່ລາວ ແມ່ນມີຄວາມໝາຍທີ່ສຸດ. ຊົນເຜົ່າ ເກີ່ລາວ ມີຄວາມສຳນຶກວ່າ ພິທີຕັ້ງຊື່ໃຫ້ຄົນທີ່ຄົບກະສຽນເຕີບໃຫຍ່ແມ່ນຂີດໝາຍທີ່ສຳຄັນ. ຄຽງຄູ່ກັບພິທີກຳຕ່າງໆນີ້, ບັນດາແຂກທີ່ຖືກເຊີນເຂົ້າຮ່ວມງານຍັງໄດ້ຮ້ອງລຳທຳເພງພື້ນເມືອງເພື່ອສະແດງດີໃຈ ແລະ ມ່ວນຊື່ນ. ໃນການດຳລົງຊີວິດ, ຊາວເຜົ່າ ເກີ່ລາວ ເຮັດການກະສິກອນເປັນຕົ້ນຕໍ. ວຽກງານຂອງຊາວກະເສດຢູ່ເທິງພູສູງ, ເຮັດນາຢູ່ດິນຄ້ອຍຊັນ, ສະນັ້ນ ມີຄວາມຫຍຸ້ງຍາກລຳບາກທີ່ສຸດ, ຍ້ອນແນວນັ້ນ ເລື່ອງຜູ້ຊາຍໃນຄອບຄົວໄດ້ຮັບການຮັບຮອງວ່າໄດ້ເຖິງກະສຽນເຕີບໃຫຍ່ ແມ່ນຄວາມເອກອ້າງທະນົງໃຈຂອງຄອບຄົວ ແລະ ຂອງທັງຕະກຸນ. ທ່ານ ລຶວເຊິ໋ມວ້ານ, ນັກຄົ້ນຄວ້າກ່ຽວກັບຊົນເຜົ່າຂອງແຂວງ ຮ່າຢາງ ໃຫ້ຮູ້ວ່າ:
“ພິທີຄົບກະສຽນເຕີບໃຫຍ່ຂອງຊາວເຜົ່າ ເກີ່ລາວ ແມ່ນສະຫງວນໃຫ້ບັນດາຄອບຄົວທີ່ມີລູກເຖິງກະສຽນເຕີບໃຫຍ່, ສະແດງເຖິງຄົນຜູ້ນັ້ນ ໄດ້ເຕີບໃຫຍ່ເປັນຄົນຮູ້ຜູ້ດີ, ໄດ້ຮັບການຮັບຮອງຈາກປະຊາຄົມ, ຈາກນັ້ນ ຄົນຜູ້ນັ້ນກໍສາມາດເຂົ້າຮ່ວມບັນດາການເຄື່ອນໄຫວຂອງປະຊາຄົມ”.
ຫຼາຍສະຕະວັດຜ່ານມາ, ຊີວິດການເປັນຢູ່ໄດ້ມີການປ່ຽນແປງຫຼາຍຢ່າງ, ນັບມື້ນັບທັນສະໄໝ, ແຕ່ຊາວເຜົ່າ ເກີ່ລາວ ກໍຍັງຄົງຮັກສາຈຸດວັດທະນະທຳທີ່ເປັນມູນເຊື້ອ, ສະຖາປັດຕະຍະກຳເຮືອນຢູ່ອາໄສທີ່ເປັນເອກະລັກສະເພາະໄວ້ໄດ້ຫຼາຍຢ່າງ. ຄຽງຄູ່ກັນນັ້ນ, ເຖິງວ່າຊຸດເຄື່ອງນຸ່ງເສື້ອຜ້າອາພອນຖືກຈາງຫາຍໄປສ່ວນໃດສ່ວນໜຶ່ງກໍຕາມ, ແຕ່ແມ່ຍິງ ເກີ່ລາວ ຍັງຄົງຖືຊຸດ ອາພອນປະຈຳເຜົ່າຕົນເປັນສຳຄັນ. ພິເສດແມ່ນພໍ່ແມ່ປະຊາຊົນ ເກີ່ລາວ ຍັງຄົງຮັກສາຮີດຄອງປະເພນີວັດທະນະທຳອັນດີງາມຂອງຊົນເຜົ່າຕົນໄວ້ໄດ້.