ໄທກຽມພ້ອມການຈັດຕັ້ງກອງປະຊຸມສຸດຍອດອາຊຽນ 34

Chia sẻ
(VOVWORLD) -ໃນລະຫວ່າງວັນທີ 20 – 23 ມິຖຸນາ, ກອງປະຊຸມສຸດຍອດອາຊຽນ 34 ຈະດຳເນີນຢູ່ນະຄອນຫຼວງບາງກອກ, ປະເທດໄທ.

ກ່ອນທີ່ດຳເນີນກອງປະຊຸມສຳຄັນນີ້, ທ່ານລັດຖະມົນຕີການຕ່າງປະເທດໄທ ດອນ ປຣະມັດວິໄນ ໄດ້ມີບັນດາຄຳກ່າວປາໄສກ່ຽວກັບການກະກຽມໃຫ້ແກ່ໂຄງການດຳເນີນງານຈະມາເຖິງ. ດ້ວຍຈຸດປະສົງຊຸກຍູ້ການຮ່ວມມື, ສ້າງຄວາມເຫັນດີເຫັນພ້ອມ, ກອງປະຊຸມປີນີ້ດ້ວຍຫົວຂໍ້ວ່າ “ຊຸກຍູ້ການພົວພັນຄູ່ຮ່ວມມືເພື່ອການພັດທະນາແບບຍືນຍົງ”.

        ຕາມທ່ານລັດຖະມົນຕີການຕ່າງປະເທດໄທ ດອນ ປຣະມັດວິໄນ ແລ້ວ, ອາຊຽນ ຄວນຮ່ວມມືກັນຢ່າງແໜ້ນແຟ້ນຢູ່ພາຍໃນກຸ່ມ ກໍຄືບັນດາຄູ່ຮ່ວມມື. ການຮ່ວມມືດັ່ງກ່າວໂດຍອີງໃສ່ຜົນປະໂຫຍດລວມໃຫ້ແກ່ອະນາຄົດອັນສົດໄສກວ່າ ແລະ ໝັ້ນຄົງກວ່າ ດ້ວຍເລື່ອງຖືປະຊາຊົນເປັນໃຈກາງ. ໜຶ່ງໃນບັນດາບັນຫາສຳຄັນເຊິ່ງກອງປະຊຸມສຸດຍອດອາຊຽນ ຄັ້ງນີ້ແມ່ນເລື່ອງ ອາຊຽນ ຈະຮັບຮອງເອົາແຜນຮ່າງສະບັບທຳອິດກ່ຽວກັບກົດແຫ່ງການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC) ແລະ ວາງຄາດໝາຍສຳເລັດແຜນຮ່າງດັ່ງກ່າວໃນຮອບເວລາ 3 ປີ.

ຕອບກັບ