ລັດ​ເຊຍ ປະ​ຕິ​ເສດ​ຮ່າງ​ມະ​ຕິ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ກ່ຽວ​ກັບ​ເລື່ອງ​ບໍ່​ແຜ່​ຂະ​ຫຍາຍ​ອາ​ວຸດ​ໃນ​ອາ​ວະ​ກາດ

Chia sẻ
(VOVWORLD) - ວັນທີ 24 ເມສາ, ລັດເຊຍ ໄດ້ປະຕິເສດຮ່າງມະຕິ ໂດຍ ອາເມລິກາ ແລະ ຍີ່ປຸ່ນ ສະເໜີຕໍ່ສະພາຄວາມໝັ້ນຄົງ ສປຊ ກ່ຽວກັບເລື່ອງບໍ່ແຜ່ຂະຫຍາຍອາວຸດໃນອາວະກາດ. 
ລັດ​ເຊຍ ປະ​ຕິ​ເສດ​ຮ່າງ​ມະ​ຕິ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ກ່ຽວ​ກັບ​ເລື່ອງ​ບໍ່​ແຜ່​ຂະ​ຫຍາຍ​ອາ​ວຸດ​ໃນ​ອາ​ວະ​ກາດ - ảnh 1ບັນດາຜູ້ແທນເຂົ້າຮ່ວມການປ່ອນບັດ ໃນວັນທີ  24/4/2024. (ພາບ: THX/TTXVN)

ຮ່າງມະຕິສະບັບດັ່ງກ່າວ ໄດ້ຮັບບັດສະໜັບສະໜູນ 13 ບັດ, ໃນນັ້ນ ລັດເຊຍ ປ່ອນບັດປະຕິເສດ ແລະ ຈີນ ປ່ອນບັດຂາວ.  ຮ່າງມະຕິສະບັບດັ່ງກ່າວ ຮຽກຮ້ອງໃຫ້ “ທຸກສະມາຊິກ ສປຊ, ພິເສດແມ່ນບັນດາປະເທດທີ່ມີກຳລັງຄວາມສາມາດໃຫຍ່ຫຼວງໃນຂົງເຂດອາວະກາດ, ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນເປົ້າໝາຍນຳໃຊ້ສັນຕິພາບອາວະກາດຈັກກະວານ, ສະກັດກັ້ນການຊ່ວງເສັງອາວຸດໃນອາວະກາດຈັກກະວານ, ພ້ອມທັງຮັບປະກັນສັນຕິພາບ, ຄວາມໝັ້ນຄົງ ແລະ ຊຸກຍູ້ການຮ່ວມມືສາກົນຕາມບັນດາສົນທິສັນຍາທີ່ພວມປະຕິບັດໃນປັດຈຸບັນ.

        ກ່ອນໜ້ານັ້ນ, ບັນດາ ສະມາຊິກ ສະພາຄວາມໝັ້ນຄົງ ສປຊ ກໍໄດ້ປະຕິເສດບາງມາດຕາເພີ່ມເຕີມໂດຍຝ່າຍ ລັດເຊຍ ແລະ ຈີນ ສະເໜີ.

 

ຕອບກັບ