ໂທລະເລກສະແດງຄວາມເສົ້າສະຫຼົດໃຈຕໍ່ເຫດແຜ່ນດິນໄຫວຢູ່ Morocco

Chia sẻ
(VOVWORLD) - ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈ ເຖິງເຈົ້າຊີວິດ Morocco Mohamed VI

ໂດຍໄດ້ຮັບຂ່າວກ່ຽວກັບເຫດແຜ່ນດິນໄຫວເກີດຂຶ້ນໃນວັນທີ 8 ກັນຍາ ຢູ່ Ighil, ລາຊະອາ ນາຈັກ Morocco ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ຮັບບາດເຈັບ, ວັນທີ 9 ກັນຍາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈ ເຖິງເຈົ້າຊີວິດ Morocco Mohamed VI; ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈເຖິງ ທ່ານນາຍົກລັດຖະມົນຕີ Aziz Akhannouch; ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈເຖິງທ່ານ ປະທານສະພາສູງ Naam Miyara ແລະ ທ່ານປະທານສະພາຕຳ່ Rachid Talbi Alami.

          ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈເຖິງທ່ານ ລັດຖະມົນຕີການຕ່າງປະເທດ, ການຮ່ວມມື ທະວີບອາບຟຣີກາ ແລະ ຊາວ Morocco ອາໄສຢູ່ຕ່າງປະເທດ Nasser Bourita ເຊັ່ນດຽວກັນ.

ຕອບກັບ