ສະ​ພາ​ເອີ​ຣົບ ຮັບ​ຮອງ​ເອົາ​ສັນ​ຍາ​ທົ່ວ​ໂລກ​ສະ​ບັບ​ທຳ​ອິດ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ປັນ​ຍາ​ປະ​ດິດ (AI)

Chia sẻ
(VOVWORLD) - ສົນທິສັນຍາແມ່ກ່ຽວກັບ AI ໄດ້ວາງອອກກອບນິຕິກຳສຳລັບທຸກໄລຍະໃນວິວັດການພັດທະນາ ແລະ ນຳໃຊ້ບັນດາລະບົບ AI, ພ້ອມທັງແກ້ໄຂບັນດາຄວາມສ່ຽງຊ້ອນແຝງຂອງ AI ແລະ ຊຸກຍູ້ການປ່ຽນໃໝ່ເຕັກໂນໂລຢີຢ່າງມີຄວາມຮັບຜິດຊອບ. 
ສະ​ພາ​ເອີ​ຣົບ ຮັບ​ຮອງ​ເອົາ​ສັນ​ຍາ​ທົ່ວ​ໂລກ​ສະ​ບັບ​ທຳ​ອິດ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ປັນ​ຍາ​ປະ​ດິດ (AI) - ảnh 1(ພາບປະກອບ: ຄະນະກຳມະການເອີຣົບ)

ວັນທີ 17 ພຶດສະພາ, ສະພາເອີຣົບ (EC) ໄດ້ຈັດການພົບປະເຕົ້າໂຮມ 46 ປະເທດສະມາຊິກ ຢູ່ເອີຣົບ, ໃນນັ້ນ ມີຫຼາຍປະເທດບໍ່ເປັນສະມາຊິກຂອງ ສະຫະພາບເອີຣົບ (EU) ໄດ້ຮັບຮອງເອົາສົນທິສັນຍາທົ່ວໂລກສະບັບທຳອິດທີ່ມີລັກສະນະຜູກມັດສຳລັບດ້ານນິຕິກຳ ທີ່ກ່ຽວຂ້ອງເຖິງຂໍ້ກຳນົດຕ່າງໆໃນການຄຸ້ມຄອງການນຳໃຊ້ປັນຍາປະດິດ (AI).

ໃນຖະແຫຼງການສະບັບ 1, EC ໃຫ້ຮູ້ວ່າ ສົນທິສັນຍາແມ່ກ່ຽວກັບ AI ໄດ້ວາງອອກກອບນິຕິກຳສຳລັບທຸກໄລຍະໃນວິວັດການພັດທະນາ ແລະ ນຳໃຊ້ບັນດາລະບົບ AI, ພ້ອມທັງແກ້ໄຂບັນດາຄວາມສ່ຽງຊ້ອນແຝງຂອງ AI ແລະ ຊຸກຍູ້ການປ່ຽນໃໝ່ເຕັກໂນໂລຢີຢ່າງມີຄວາມຮັບຜິດຊອບ. ໂດຍຕ່າງກັບກົດໝາຍວ່າດ້ວຍປັນຍາປະດິດຂອງ ສະຫະພາບເອີຣົບ (EU), ບັນດາປະເທດທີ່ບໍ່ນອນໃນທະວີບເອີຣົບ ກໍສາມາດເຂົ້າຮ່ວມສົນທິສັນຍາສະບັບດັ່ງກ່າວຂອງສະພາເອີຣົບ ໄດ້. ສົນທິສັນຍາສະບັບດັ່ງກ່າວ ໄດ້ຮັບການຮັບຮອງເອົາໃນກອງປະຊຸມປະຈຳປີຂອງ ຄະນະກຳມະການລັດຖະມົນຕີ EC, ດ້ວຍການເຂົ້າຮ່ວມຂອງບັນດາລັດຖະມົນຕີການຕ່າງປະເທດຂອງ 46 ປະເທດສະມາຊິກ.


ຕອບກັບ