ໂຄງການໜັງສືຜ່ານແດນ logistics ໂລກເປີດຫຼາຍກາລະໂອກາດໃຫ້ແກ່ວິສາຫະກິດສົ່ງອອກ - ນຳເຂົ້າ ຫວຽດນາມ

Chia sẻ
(VOVWORLD) - ບັນດາຜູ້ແທນມາຈາກ UAE ແລະ ໂຄງການຂໍ້ລິ້ເລີ່ມໜັງສືຜ່ານແດນ logistics (WLP) ໄດ້ມີຄຳຕອບໃຫ້ແກ່ບັນດາຂໍ້ຄົງຄ້າງຂອງບັນດາວິສາຫະກິດ logistics ຫວຽດນາມ, ປະກອບສ່ວນເຂົ້າໃນການຊຸກຍູ້ການແລກປ່ຽນການຄ້າລະຫວ່າງ ຫວຽດນາມ ກັບ UAE ແລະ ກັບພາກພື້ນ ຕາເວັນອອກກາງ, ກໍ່ຄືບັນດາພາກພື້ນອື່ນໆໃນໂລກ.
ໂຄງການໜັງສືຜ່ານແດນ logistics ໂລກເປີດຫຼາຍກາລະໂອກາດໃຫ້ແກ່ວິສາຫະກິດສົ່ງອອກ - ນຳເຂົ້າ ຫວຽດນາມ - ảnh 1ບັນດາຜູ້ແທນເປັນຊັກຂີພິຍານພີທີລົງນາມ WLP
(ພາບ:Cấn Dũng/congthuong.vn)

ວັນທີ 14 ສິງຫາ, ກະຊວງອຸດສາຫະກຳ, ການຄ້າ ແລະ ສະຖານທູດສະຫະລັດ ອາຣັບ ເອມີເລັດ (UAE) ຢູ່ ຫວຽດນາມ ໄດ້ຈັດເວທີປາໄສຂໍ້ລິເລີ່ມໜັງສືຜ່ານແດນ logistics ໂລກ ແລະ ຂຸດຄົ້ນຄວາມສາມາດບົ່ມຊ້ອນຮ່ວມມືກ່ຽວກັບ logistics ລະຫວ່າງ ຫວຽດນາມ - UAE.

        ທີ່ເວທີປາໄສ, ບັນດາຜູ້ແທນມາຈາກ UAE ແລະ ໂຄງການຂໍ້ລິ້ເລີ່ມໜັງສືຜ່ານແດນ logistics (WLP) ໄດ້ມີຄຳຕອບໃຫ້ແກ່ບັນດາຂໍ້ຄົງຄ້າງຂອງບັນດາວິສາຫະກິດ logistics ຫວຽດນາມ, ປະກອບສ່ວນເຂົ້າໃນການຊຸກຍູ້ການແລກປ່ຽນການຄ້າລະຫວ່າງ ຫວຽດນາມ ກັບ UAE ແລະ ກັບພາກພື້ນ ຕາເວັນອອກກາງ, ກໍ່ຄືບັນດາພາກພື້ນອື່ນໆໃນໂລກ. ປະຈຸບັນ, UAE ແມ່ນປະເທດນຳເຂົ້າສິນຄ້າຂອງ ຫວຽດນາມ ຫຼາຍທີ່ສຸດໃນພາກພື້ນ ຕາເວັນອອກກາງ ແລະ ຫວຽດນາມ ກໍ່ນອນໃນທອັບ 10 ຄູ່ຮ່ວມມືນຳເຂົ້າໃຫຍ່ທີ່ສຸດຂອງ UAE ໃນໄລຍະ 2018 – 2022. ຍອດການແລກປ່ຽນການຄ້າລະຫວ່າງສອງປະເທດໄດ້ຮັບການຮັກສາເປັນປົກກະຕິຢູ່ໃນລະດັບ 5 ຕື້ໂດລາສະຫະລັດ/ປີ, ກວມເອົາ 25% ຍອດວົງເງິນການສົ່ງອອກ - ນຳເຂົ້າຂອງ ຫວຽດນາມ ກັບບັນດາປະເທດ ຕາເວັນອອກກາງ.

        ເນື່ອງໃນໂອກາດນີ້, ກໍ່ໄດ້ຈັດພິທີລົງນາມຂໍ້ຕົກລົງຮ່ວມມືລະຫວ່າງ WLP ແລະ 9 ຄູ່ຮ່ວມມືວິສາຫະກິດຂອງ ຫວຽດນາມ. ທ່ານ ໂງຄັກເຫຼ້, ຮອງເລຂາທິການ ສະມາຄົມວິສາຫະກິດການບໍລິການ logistics ຫວຽດນາມ, ໃຫ້ຮູ້ວ່າ:

        “ຂ້າພະເຈົ້າຖືວ່າ, ໂຄງການນີ້ມີຜົນປະໂຫຍດຫຼາຍ, ຍ້ອນວ່າຈະສ້າງບັນດາເງື່ອນໄຂສະດວກທີ່ສຸດໃຫ້ແກ່ການສັນຈອນສິນຄ້າ. ນອກຈາກນັ້ນ, ກໍ່ຍັງສ້າງຄວາມສະດວກ ກ່ຽວກັບບັນດາລະບຽບການ, ຈາກການຫລຸດເວລາກໍ່ຈະຫລຸດຜ່ອນຄ່າໃຊ້ຈ່າຍ. ຈຸດປະສົງສຸດທ້າຍ, ຖ້າພວກເຮົາເຂົ້າຮ່ວມການສັນຈອນສິນຄ້າເປັນຢ່າງດີກໍ່ຈະພັດທະນາ ແລະ ວົງເງິນສົ່ງອອກສິນຄ້າຂອງພວກເຮົາກໍ່ຈະເພີ່ມຂຶ້ນ”.

ຕອບກັບ