ແຈ້ງການຂອງຫ້ອງການການຂ່າວຂອງເລຂາທິການໃຫຍ່ສະຫະປະຊາຊາດໃຫ້ຮູ້ວ່າ: ທ່ານ Mark Carney ມີໜ້າທີ່ປະຕິບັດໂຄງການດຳເນີນງານກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງເປົ້າໝາຍຂອງສັນຍາ ປາຣີ ແນໃສ່ຈຳກັດການເພີ່ມຂຶ້ນຂອງອຸນຫະພູມທົ່ວໂລກໃຫ້ຕ່ຳກ່ວາ 1,5 ອົງສາ C.