ເກາະ, ໝູ່ເກາະ 10 ແຫ່ງຢູ່ ຫວຽດນາມ ໄດ້ຮັບການສຳຫຼວດ ດ້ານຊັບພະຍາກອນ ສິ່ງແວດລ້ອມ

Chia sẻ

ເກາະ, ໝູ່ເກາະ 10 ​ແຫ່ງ​ຢູ່ ຫວຽດນາມ ​ໄດ້​ຮັບ​ການ​ສຳ​ຫຼວດ ດ້ານ​ຊັບພະຍາກອນ ​ສິ່ງ​ແວດ​ລ້ອມ​ ໃນ​ຂັ້ນພື້ນຖານ

ເກາະ, ໝູ່ເກາະ 10 ແຫ່ງຢູ່ ຫວຽດນາມ ໄດ້ຮັບການສຳຫຼວດ ດ້ານຊັບພະຍາກອນ ສິ່ງແວດລ້ອມ  - ảnh 1
ພາບປະກອບ

( vovworld ) –ວັນ​ທີ 21/2, ຢູ່​ຮ່າ​ໂນ້ຍ, ກົມ​ໃຫ່ຍທະ​ເລ ​ແລະ ໝູ່​ເກາະ ຫວຽດນາມ ສັງກັດ​ກະຊວງ​ຊັບພະຍາກອນ ​ແລະ​ ສິ່ງ​ແວດ​ລ້ອມ ​ໄດ້​ຈັດການ​ປະຊຸມ​ກວດກາ​ໂຄງການ “ສຳ​ຫຼວດດ້ານ​ຊັບພະຍາກອນ​ສິ່ງ​ແວດ​ລ້ອມ​ໃນ​ຂັ້ນພື້ນຖານຢູ່ບາງ​ເຂດ​ເກາະ, ​ໝູ່ເກາະ​ໃຫ່ຍ, ສຳຄັນ ເພື່ອຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ທະ​ເລ ​ແລະ​ ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ“. ຈຸດໝາຍ​ຂອງ​ໂຄງການ​ແມ່ນ​ສຸມ​ໃສ່​ສຳ​ຫຼວດສັງ​ລວມກ່ຽວ​ກັບ​ເງື່ອນ​ໄຂ​ທຳ​ມະ​ຊາດ, ຊັບພະຍາກອນ​ທຳ​ມະ​ຊາດ; ສິ່ງ​ແວດ​ລ້ອມ ​ແລະ​ ເສ​ດຖະກິດ-ສັງຄົມ​ຂອງ​ເກາະ, ​ໝູ່​ເກາະສຳຄັນບາງປຫ່ງ ​ເພື່ອ​ແນ​ໃສ່​ສ້າງ​ພື້ນຖານ​ວິທະຍາສາດ​ໃຫ້​ແກ່​ການ​ສ້າງ​ກົນ​ໄກ, ນະ​ໂຍບາຍ​ໃນ​ການ​ນຳ​ໃຊ້, ຂຸດ​ຄົ້ນຊັບພະຍາກອນ​ທຳ​ມະ​ຊາດ​ຢ່າງ​ເໝາະ​ສົມ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ພັດທະນາ​ເສດຖະກິດ​ທະ​ເລ​ແບບ​ຍືນ​ຍົງ ​ແລະ​ ປົກ​ປັກ​ຮັກສາ​ອະທິປະ​ໄຕ​ແຫ່ງ​ຊາດ​ບົນ​ທະ​ເລ ​ແລະ​ ເຂດໝູ່​ເກາະ. ​ເກາະ ​ແລະ ໝູ່​ເກາະ 10 ​ແຫ່ງ​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ເພື່ອ​ປະຕິບັດ​ການ​ສຳ​ຫຼວດ​ດ່ັງກ່າວ ​ແມ່ນ​ບັນດາ​ຂົງ​ເຂດ​ສຳຄັນ​ໃນ​ການວາງ​ແຜນ​ຂຸດ​ຄົ້ນ, ນຳ​ໃຊ້​ຊັບພະຍາກອນ​ທຳ​ມະ​ຊາດຢ່າງ​ເໝາະ​ສົມ ​ແລະ ຮັກສາ​ສິ່ງ​ແວດ​ລ້ອມ ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ທະ​ເລ ​ແລະ ​ຮັກສາ​ອະທິປະ​ໄຕ​ແຫ່ງ​ຊາດ​ບົນ​ທະ​ເລ ​ແລະ ​ເຂດ​ໝູ່​ເກາະ.