ຮອງ​ປະ​ທານ​ປະ​ເທດ ຫວໍ​ທິ​ແອັງ​ຊວັນ ​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ ສະ​ຫະ​ລັດ ອາ​ຣັບ ເອມ​ມີ​ເລດ

Chia sẻ
(VOVWORLD) -ວັນທີ 3 ພຶດສະພາ, ໃນຂອບເຂດການເຄື່ອນໄຫວຢູ່ສະຫະລັດ ອາຣັບ ເອມມີເລດ (UAE), ພາຍຫຼັງພິທີຕ້ອນຮັບຢູ່ທຳນຽບປະທານາທິບໍດີ, ຢູ່ນະຄອນຫຼວງ Abu Dhadi, ທ່ານນາງ ຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ໄດ້ພົບປະກັບທ່ານປະທານາທິບໍດີ UAE, Sheikh Mohamed bin Zayed Al Nahyan.
ຮອງ​ປະ​ທານ​ປະ​ເທດ ຫວໍ​ທິ​ແອັງ​ຊວັນ ​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ ສະ​ຫະ​ລັດ ອາ​ຣັບ ເອມ​ມີ​ເລດ - ảnh 1ທ່ານຮອງປະທານປະເທດ ຫວໍທິແອັງຊວັນ ເຂົ້າຢ້ຽມຂ່ຳນັບທ່ານປະທານາທິບໍດີ ສະຫະລັດ ອາຣັບ ເອມມີເລດ Sheikh Mohamed bin Zayed Al Nahyan (ພາບ: TTXVN)

ນະທີ່ນີ້, ທ່ານປະທານາທິບໍດີ UAE ຢັ້ງຢືນວ່າ UAE ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນໃນພາກພື້ນ ອາຊີ  - ປາຊີຟິກ, ພ້ອມທັງມີຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນທຸກຂົງເຂດ. ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ຢາກເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືໃນຫຼາຍດ້ານກັບ UAE.

        ສອງຝ່າຍເນັ້ນໜັກວ່າ ຕ້ອງໃຫ້ບຸລິມະສິດໃນການຊຸກຍູ້ການພົບປະແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ; ຕັ້ງໜ້າສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນບົນເວທີປາໄສຕ່າງໆ, ອົງການຈັດຕັ້ງສາກົນ ແລະ ພາກພື້ນ; ພ້ອມທັງເພີ່ມທະວີການຈັດກິດຈະກຳພົບປະແລກປ່ຽນປະຊົນ ແລະ ການສະແດງສິລະປະ, ວັດທະນະທຳ, ພິເສດແມ່ນໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - UAE ຄົບຮອບ 50 ປີ (1993 – 2023) ເພື່ອແນໃສ່ຮັດແໜ້ນໄມຕີຈິດມິດຕະພາບ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ. ພ້ອມດຽວກັນນັ້ນ, ສອງຝ່າຍກໍສູ້ຊົນບັນລຸວົງເງິນການຄ້າສອງສົ້ນໃຫ້ໄດ້ 10 ຕື້ USD ໃນອະນາຄົດໃກ້ໆນີ້ ແລະ ສູງກວ່າອີກໃນຊຸມປີຕໍ່ໄປ.


ຕອບກັບ