ຮອງນາຍົກລັດຖະມົນຕີຫງວຽນຊວນຟຸ໋ກຕ້ອນຮັບຄະນະຜູ້ແທນກະຊວງແຜນການແລະການລົງທຶນລາວ

Chia sẻ

(vovworld) – ​​​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ​້ນກ່ວາ​ອີກ ​ເພື່ອ​ນຳ​ໃຊ້​ແຫຼ່ງທຶນ ODA ບັນລຸ​ໄດ້​ປະສິດທິ​ຜົນ​ສູງ, ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ - ສັງ​ຄົມ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸ໋ກຕ້ອນຮັບຄະນະຜູ້ແທນກະຊວງແຜນການແລະການລົງທຶນລາວ - ảnh 1

ທ່າ​ນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຫງວຽນ​ຊວນ​ຟຸ໋ກ ຕ້ອນຮັບ​ ​ທ່ານ​ລັດຖະມົນຕີ
ກະຊວງ​ແຜນການ ​ແລະ ການ​ລົງທຶນ ລາວ ​ສົມ​ດີ ດວງ​ດີ
(ພາບ: phuonghoa/TTXVN)

(vovworld) – ​​​    ຕອນ​ບ່າຍ​ວັນ​ທີ 10/9, ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ແຫ່ງ ສປປ ລາວ ​ໂດຍ​ທ່ານ​ລັດຖະມົນຕີ ສົມ​ດີ ດວງ​ດີ ນຳ​ໜ້າ ພວມ​ຢ້ຽ​ມຢາມ ​ແລະ ​ເຮັດ​ວຽກຢູ່ ຫວຽດນາມ, ທ່າ​ນຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸ໋ກ ຕີ​ລາຄາ​ສູງ​ໝາກຜົນ​ການ​ເຮັດ​ວຽກ​ລະຫວ່າງ​ກະຊວງ​ແຜນການ ​ແລະ ການ​ລົງທຶນ 2 ປະ​ເທດ, ພິ​ເສດ​ແມ່ນ​ການ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ການ​ດຶງ​ດູດ, ຄຸ້ມ​ຄອງ​ແຫຼ່ງທຶນ​ໜູນ​ຊ່ວຍ​ພັດທະນາ​ທາງ​ການ (ODA) ​ແລະ ບັນຫາປະສານ​ສົມທົບຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ - ສັງຄົມ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ຕາມ​ທິດ​ໝັ້ນຄົງ​ໃນ​ເງື່ອນ​ໄຂ​ພິ​ເສດສະ​ເພາະ​ຂອງ​ແຕ່ລະ​ປະ​ເທດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸ໋ກ ປາດ​ຖະໜາ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ​້ນກ່ວາ​ອີກ ​ເພື່ອ​ນຳ​ໃຊ້​ແຫຼ່ງທຶນ ODA ບັນລຸ​ໄດ້​ປະສິດທິ​ຜົນ​ສູງ, ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ - ສັງ​ຄົມ.​

        ສ່ວນ​ທ່ານ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ສົມ​ດີ ດວງ​ດີ ຢືນຢັນ​ວ່າ: ​ໃນ​ໄລຍະ​ຜ່ານ​ມາ, ກະຊວງ​ແຜນການ ​ແລະ ການ​ລົງທຶນ 2 ປະ​ເທດ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ຊຸກຍູ້, ​ເພີ່ມ​ທະວີ​ກາ​ນຮ່ວມ​ມື​ເປັນ​ປະຈຳ, ຮອບດ້ານ, ມີ​ປະສິດທິ​ຜົນ​ໃນ​ຂົງ​ເຂດ​ນຳ​ໃຊ້​ແຫຼ່ງທຶນ​ຊ່ວຍ​ເຫຼືອ​ຂອງ​ລັດຖະບານ ຫວຽດນາມ ທີ່​ສະຫງວນ​ໃຫ້​ລັດຖະບານ ລາວ ​ໃນ​ແຕ່ລະປີ ​ແລະ ບັນດາ​ໂຄງການ​ການ​ລົງທຶນ​ໂດຍ​ກົງ​ຂອງ ຫວຽດນາມ ​ເຂົ້າ ລາວ.