ອາເມລິກາ ສືບຕໍ່ມານະພະຍາຍາມຊອກຫາຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ

Chia sẻ
(VOVWORLD) - ການນຳ 3 ທ່ານໄດ້ປຶກສາຫາລືກ່ຽວກັບການປ່ອຍຕົວປະກັນ ແລະ ຢຸດຍິງຢູ່ເຂດ ກາຊາ ໃນທັນທີ.
ອາເມລິກາ ສືບຕໍ່ມານະພະຍາຍາມຊອກຫາຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ - ảnh 1(ພາບປະກອບ: AP)

        ວັນທີ 29 ເມສາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ອີຢິບ Abdel Fattah el-Sisi, ແລະ ພະບາດສົມເດັດພະເຈົ້າມະຫາຊີວິດ ກາຕາ Sheikh Tamim bin Hamad al-Thani, ເພື່ອປຶກສາຫາລືກ່ຽວກັບບັນດາການເຈລະຈາໃຫ້ແກ່ຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ. ການນຳ 3 ທ່ານໄດ້ປຶກສາຫາລືກ່ຽວກັບການປ່ອຍຕົວປະກັນ ແລະ ຢຸດຍິງຢູ່ເຂດ ກາຊາ ໃນທັນທີ. ທ່ານປະທານາທິບໍດີ Biden ຢືນຢັນວ່າ, ອາເມລິກາ ຈະສົມທົບກັບ ອີຢິບ ແລະ ກາຕາ ເພື່ອຮັບປະກັນໃຫ້ທຸກຂໍ້ມາດຕາຂອງຂໍ້ຕົກລົງນີ້ຈະໄດ້ຮັບການປະຕິບັດ. ທ່ານກໍ່ຮຽກຮ້ອງໃຫ້ປະທານາທິບໍດີ ອີຢິບ ແລະ ພະບາດສົມເດັດພະເຈົ້າມະຫາຊີວິດ ກາຕາ ມານະພະຍາຍາມເພື່ອໃຫ້ບັນດາຕົວປະກັນທີ່ ຮາມາດ ພວມກັກຕົວໄດ້ຮັບການປ່ອຍຕົວເປັນອິດສະຫຼະ ແລະ ຖືນີ້ແມ່ນສິ່ງກີດຂວາງພຽງຢ່າງດຽວໃຫ້ແກ່ຂໍ້ຕົກລົງຢຸດຍິງໃນທັນທີຢູ່ເຂດ ກາຊາ. ບັນດາຝ່າຍກໍ່ປຶກສາຫາລືຄວາມສ່ຽງເປັນອັນຕະລາຍຂອງສະພາບເຄັ່ງຕຶງດ້ານການທະຫານຢູ່ Rafah ທີ່ເພີ່ມຂຶ້ນສຳລັບວິກິດການມະນຸດສະທຳຢູ່ເຂດ ກາຊາ ກໍຄືຄວາມສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ.

ຕອບກັບ