ອົດສະຕາລີ ໃຫ້ຄຳໝັ້ນສັນຍາຫນູນຊ່ວຍກວ່າ 320 ລ້ານ USD ໃຫ້ແກ່ກອງທຶນພັດທະນາອາຊີ

Chia sẻ

(VOVWORLD) -ກອງທຶນໂດຍທະນາຄານພັດທະນາ ອາຊີ (ADB) ຄຸ້ມຄອງ ແລະ ສະຫນອງບັນດາບ້ວງເງິນອຸປະຖຳໃຫ້ແກ່ບັນດາປະເທດພວມພັດທະນາທີ່ມີລາຍຮັບຕ່ຳກວ່າ ເພື່ອປະຕິບັດບັນດາຂໍ້ລິເລີ່ມ ເພື່ອແນໃສ່ຫລຸດຜ່ອນຄວາມທຸກຍາກ ແລະ ປັບປຸງຄຸນນະພາບຂອງຊີວິດ.

ອົດສະຕາລີ ໃຫ້ຄຳໝັ້ນສັນຍາຫນູນຊ່ວຍກວ່າ 320 ລ້ານ USD ໃຫ້ແກ່ກອງທຶນພັດທະນາອາຊີ - ảnh 1ສຳນັກງານ ທະນາຄານພັດທະນາ ອາຊີ. ພາບ: Reuters

ວັນທີ 3 ພຶດສະພາ ຕາມແຈ້ງການສື່ມວນຊົນຈາກຫ້ອງການລັດຖະມົນຕີການຕ່າງປະເທດ ອົດສະຕາລີ ໃຫ້ຮູ້ວ່າ: ເພື່ອຕອບສະຫນອງຄວາມຕ້ອງການຂອງພາກພື້ນ ແລະ ປະຕິບັດບັນດາໂຄງການພັດທະນາທີ່ມີລັກສະນະຫັນປ່ຽນຢູ່ທົ່ວ ມະຫາສະຫມຸດອິນເດຍ - ປາຊີຟິກ, ອົດສະຕາລີ ໃຫ້ຄຳໝັ້ນສັນຍາຫນູນຊ່ວຍຈຳນວນເງິນປະມານ 323 ລ້ານ USD ໃຫ້ແກ່ກອງທຶນພັດທະນາ ອາຊີ ໄລຍະ 2025-2028 (ADF14). ກອງທຶນໂດຍທະນາຄານພັດທະນາ ອາຊີ (ADB) ຄຸ້ມຄອງ ແລະ ສະຫນອງບັນດາບ້ວງເງິນອຸປະຖຳໃຫ້ແກ່ບັນດາປະເທດພວມພັດທະນາທີ່ມີລາຍຮັບຕ່ຳກວ່າ ເພື່ອປະຕິບັດບັນດາຂໍ້ລິເລີ່ມ ເພື່ອແນໃສ່ຫລຸດຜ່ອນຄວາມທຸກຍາກ ແລະ ປັບປຸງຄຸນນະພາບຂອງຊີວິດ.

ແຈ້ງການດັ່ງກ່າວກໍ່ໃຫ້ຮູ້ວ່າ: ອົດສະຕາລີ ຮ່ວມມືຢ່າງແຫນ້ນແຟ້ນກັບກອງທຶນພັດທະນາ ອາຊີ ແລະ ADB ເພື່ອຮັບປະກັນການນຳມາເຊິ່ງຜົນປະໂຫຍດໃຫ້ແກ່ພາກພື້ນ ແລະ ແກ້ໄຂບັນດາບຸລິມະສິດຂອງ ປາຊີຟິກ ໃນນັ້ນ ມີການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ