ອົດ​ສະຕາລີ ​ແລະ ຍີ່​ປຸ່ນ ຄັດຄ້ານ​ການ​ກະທໍາ​ແບບບັງຄັບ​ເຮັດ​ໃຫ້​ປ່ຽນສະພາບ​ການ​ປັດຈຸບັນ ​ແລະ ​ກໍ່​ຄວາມ​ເຄັ່ງ​ຕຶງ​ຢູ່ ທະ​ເລ​ຕາ​ເວັນ​ອອກ

Chia sẻ
(VOVWORLD) -     ຕອນຄໍ່າວັນທີ 09 ກໍລະກົດ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ແລະ ຄູ່ຕໍາແໜ່ງ ຍີ່ປຸ່ນ Abe Shinzo ໄດ້ມີການເຈລະຈາທາງອອນລາຍ.
ອົດ​ສະຕາລີ ​ແລະ ຍີ່​ປຸ່ນ ຄັດຄ້ານ​ການ​ກະທໍາ​ແບບບັງຄັບ​ເຮັດ​ໃຫ້​ປ່ຽນສະພາບ​ການ​ປັດຈຸບັນ ​ແລະ ​ກໍ່​ຄວາມ​ເຄັ່ງ​ຕຶງ​ຢູ່ ທະ​ເລ​ຕາ​ເວັນ​ອອກ - ảnh 1ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ແລະ ຄູ່ຕໍາແໜ່ງ ຍີ່ປຸ່ນ Abe Shinzo  (ພາບປະກອບ: AFP/TTXVN)

    ນະທີ່ນີ້, ການນໍາສອງທ່ານ ໄດ້ຢັ້ງຢືນວ່າຈະໃຫ້ການໜູນຊ່ວຍບັນດາປະເທດບ້ານໃກ້ເຮືອນຄຽງຢູ່ ປາຊີຟິກ ແລະ ອາຊີຕາເວັນອອກສ່ຽງໃຕ້ ຄວບຄຸມບັນດາຜົນກະທົບຈາກ ໂລກລະບາດໂຄວິດ - 19, ຮັບປະກັນຄວາມໝັ້ນຄົງດ້ານສາທາລະນະສຸກ, ຊຸກຍູ້ວິວັດການຟື້ນຟູເສດຖະກິດ ແລະ ພັດທະນາແບບຍືນຍົງ. ສອງຝ່າຍກໍຢັ້ງຢືນວ່າ ຈະລົງນາມສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃນປີນີ້ ແລະ ໃຫ້ຮູ້ວ່າ ນັບທັງ ອົດສະຕາລີ ແລະ ຍີ່ປຸ່ນ ຕ່າງກໍກໍາລັງມານະພະຍາຍາມຊຸກຍູ້ການພົວພັນກັບ ອາຊຽນ.     

        ກ່ຽວກັບບັນຫາທະເລຕາເວັນອອກ, ການນໍາ ອົດສະຕາລີ ແລະ ຍີ່ປຸ່ນ ໄດ້ຢ້ັງຢືນຄືນໃໝ່ ຕໍ່ການຄັດຄ້ານຢ່າງແຮງບໍ່ວ່າການກະທໍາແບບບັງຄັບ ແລະ ພຽງລໍາພັງຝ່າຍດຽວໃດ ທີ່ເຮັດໃຫ້ປ່ຽນສະພາບການໃນປັດຈຸບັນ ຫຼື ເຮັດໃຫ້ສະພາບຢູ່ທະເລຕາເວັນອອກ ແລະ ທະເລຮວາຕູງ ເຄັ່ງຕຶງຂຶ້ນຕື່ມ. ທ່ານນາຍົກລັດຖະມົນຕີ ອົດສະຕາລີ ແລະ ຍີ່ປຸ່ນ ກໍສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ການພັດທະນາທາງລົບຫວ່າງມໍ່ໆມານີ້ຢູ່ທະເລຕາເວັນອອກ.

ຫວຽດງາ - ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ປະຈໍາ ອົດສະຕາລີ.

ຕອບກັບ