ຫວຽດນາມ ໄດ້ເລື່ອນຂັ້ນໃນດັດຊະນີກ່ຽວກັບສິດອໍານາດ ຢູ່ ອາຊີ

Chia sẻ
(VOVWORLD) -ອາເມລິກາ ແມ່ນປະເທດທີ່ມີສິດອໍານາດທີ່ສຸດໃນພາກພື້ນອາຊີ.

Lowy ເປັນໜຶ່ງໃນບັນດາສະຖາບັນຄົ້ນຄວ້າຍຸດທະສາດແຖວໜ້າຂອງ ອົດສະຕາລີ ໄດ້ປະກາດດັດຊະນີສິດອໍານາດ ຢູ່ ອາຊີ, ໃນນັ້ນ, ຫວຽດນາມ ໄດ້ຮັບການຕີລາຄາວ່າ ເລື່ອນ 1 ຂັ້ນ ເມື່ອທຽບໃສ່ປີ 2018, ຢຶນອັນດັບທີ 13 ໃນຈໍານວນ 25 ປະເທດ ແລະ ເຂດແຄວ້ນໄດ້ຮັບການຕີລາຄາ. ຕາມການຕີລາຄາຂອງສະຖາບັນ Lowy ແລ້ວ, ຫວຽດນາມ ໄດ້ຮັບການເລື່ອນຂັ້ນ ຍ້ອນ ຫວຽດນາມ ບັນລຸໄດ້ຄວາມກ້າວໜ້າຫຼາຍພໍສົມຄວນໃນບັນດາແຜນການທີ່ມີລັກສະນະຍຸດທະສາດ ແລະ ເສດຖະກິດ. ໃນຕາຕະລາງຕີລາຄາດັດຊະນີສິດອໍານາດ ຢູ່ ອາຊີ ເຊິ່ງສະຖານບັນ Lowy ປະກາດໃນວັນທີ 28 ພຶດສະພາ, ອາເມລິກາ ແມ່ນປະເທດທີ່ມີສິດອໍານາດທີ່ສຸດໃນພາກພື້ນນີ້, ຖັດມາແມ່ນ ຈີນ, ຍີ່ປຸ່ນ, ອິນເດຍ, ລັດເຊຍ.

ຫວຽດງາ - ນັກຂ່າວ VOV ປະຈໍາ ອົດສະຕາລີ

ຕອບກັບ