ຫວຽດນາມ ແລະ ອິນເດຍ ຍູ້ແຮງຊຸກຍູ້ການລົງທຶນການຄ້າສອງຝ່າຍ

Chia sẻ
(VOVWORLD) -ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ອິນເດຍ, ໃນວັນທີ 25 ກຸມພາ ທ່ານ ຫງວຽນຈີ໊ຢູ໋ງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ  ມີການພົບປະກັບ ທ່ານ Shri V.Muraleedharan ລັດຖະມົນຕີກະຊວງການຕ່າງປະເທດອິນເດຍ.
ຫວຽດນາມ ແລະ ອິນເດຍ ຍູ້ແຮງຊຸກຍູ້ການລົງທຶນການຄ້າສອງຝ່າຍ - ảnh 1 ທ່ານ ຫງວຽນຈີ໊ຢູ໋ງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ  ພົບປະກັບ ທ່ານ Shri V.Muraleedharan ລັດຖະມົນຕີກະຊວງການຕ່າງປະເທດອິນເດຍ (ພາບ: TTXVN)

ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໃຫ້ຮູ້ວ່າ ອິນເດຍ ແມ່ນຄູ່ຮ່ວມມືການຄ້າ ແລະ ການລົງທຶນໃຫຍ່ຂອງ ຫວຽດນາມ, ສະແດງຄວາມຫວັງວ່າສອງຝ່າຍຈະມານະພະຍາຍາມກວ່າອີກ ເພື່ອບັນລຸເປົ້າໝາຍການຄ້າສອງຝ່າຍ 15 ຕື້ USD ຄືດັ່ງການນຳສອງປະເທດໄດ້ວາງອອກ. ຕີລາຄາ ອິນເດຍ ແມ່ນປະເທດມີກຳລັງບົ່ມຊ້ອນດ້ານການເງິນ ແລະ ວິທະຍາສາດ-ເຕັກໂນໂລຢີ, ດ້ວຍຫຼາຍກຸ່ມບໍລິສັດໄດ້ເຄື່ອນໄຫວໃນທົ່ວໂລກ, ທ່ານ ຫງວຽນຈີ໊ຢູ໋ງ ຖືວ່າ ການລົງທຶນຂອງ ອິນເດຍ ເຂົ້າ ຫວຽດນາມ ປັດຈຸບັນຍັງຈຳກັດຢູ່, ທ່ານສະແດງຄວາມຫວັງວ່ານັບມື້ນັບມີນັກລົງທຶນ ອິນເດຍ ຫຼາຍຄົນມາຊອກຫາລົງທຶນຢູ່ ຫວຽດນາມ.

ສ່ວນ ທ່ານ Shri V.Muraleedharan ລັດຖະມົນຕີກະຊວງການຕ່າງປະເທດ ອິນເດຍສະແດງຄວາມຊົມເຊີຍຕໍ່ເລຶ່ອງຫວຽດນາມດຳລົງຕຳແໜ່ງເປັນປະທານ ອາຊຽນ ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ, ເນັ້ນໜັກວ່າ ອິນເດຍຈະສົມທົບຢ່າງແໜ້ນແຟ້ນ ແລະ ຊ່ວຍເຫຼືອ ຫວຽດນາມ ປະຕິບັດສຳເລັດບົດບາດນີ້. ທ່ານ Shri V.Muraleedharan ລັດຖະມົນຕີກະຊວງການຕ່າງປະເທດ ອິນເດຍຢັ້ງຢືນວ່າ ຫວຽດນາມ ສວມບົດບາດຫຼັກແຫຼ່ງໃນນະໂຍບາຍການກະທຳມຸ່ງທິດຕາເວັນອອກຂອງ ອິນເດຍ, ແມ່ນຄູ່ຮ່ວມມືສຳຄັນຂອງ ອິນເດຍ ຢູ່ ອາຊຽນ.

ຕອບກັບ