ຫວຽດນາມ ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວເຊິ່ງຊາວ ສ.ເກົາຫຼີ ນິຍົມໃນລະດູຮ້ອນປີ 2024

Chia sẻ
(VOVWORLD) - ໄລ່ຮອດທ້າຍເດືອນ ເມສາ, ຟີລິບປິນ ແລະ ຫວຽດນາມ ແມ່ນ 2 ປະເທດນຳໜ້າກ່ຽວກັບຈຳນວນຜູ້ຈອງຫ້ອງພັກຢູ່ຕ່າງປະເທດຂອງຊາວ ສ.ເກົາຫຼີ
ຫວຽດນາມ ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວເຊິ່ງຊາວ ສ.ເກົາຫຼີ ນິຍົມໃນລະດູຮ້ອນປີ 2024 - ảnh 1ແຂກທ່ອງທ່ຽວ ສ.ເກົາຫຼີ ຢູ່ສະໜາມບິນສາກົນ ດ່ານັ້ງ
(ພາບ: TTXVN)

        ການສະຖິຕິຂອງເວັບໄຊ Yeogi Eottae (ສ.ເກົາຫຼີ) ທີ່ປະກາດໃນວັນທີ 02 ພຶດສະພາ, ຊີ້ໃຫ້ເຫັນວ່າ, ໄລ່ຮອດທ້າຍເດືອນ ເມສາ, ຟີລິບປິນ ແລະ ຫວຽດນາມ ແມ່ນ 2 ປະເທດນຳໜ້າກ່ຽວກັບຈຳນວນຜູ້ຈອງຫ້ອງພັກຢູ່ຕ່າງປະເທດຂອງຊາວ ສ.ເກົາຫຼີ ແຕ່ເດືອນ ມິຖຸນາ ຫາເດືອນ ສິງຫາ, ໄລຍະຈຸດສຸມຂອງລະດູຮ້ອນ.

        ໃນຂະນະນັ້ນ, ເວັບໄຊ Rankify Korea ກໍ່ໄດ້ຍົກອອກການຈັດອັນດັບດັດຊະນີທ່າອ່ຽງບັນດາສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຂອງ ຫວຽດນາມ ໄລ່ຮອດທ້າຍເດືອນ ເມສາ. ຕາມນັ້ນແລ້ວ, ນະຄອນຫຼວງ ຮ່າໂນ້ຍ ຢືນອັນດັບທີໜຶ່ງ, ຖັດຈາກນັ້ນແມ່ນບັນດາສະຖານທີ່, ຄື: ດ່າລາດ, ອ່າວຮະລອງ. ປະຈຸບັນ, ຊາວ ສ.ເກົາຫຼີ ພວມຊອກຫາ ສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຂອງ ຫວຽດນາມ ຫຼາຍທີ່ສຸດ.

ຕອບກັບ