ຫວຽດ​ນາມ - ສິງ​ປະ​ໂປ ຮ່ວມ​ມື​ກັນ​ຍູ້​ແຮງ​ການ​ສົ່ງ​ອອກ​ໄປ​ຍັງ ເອີ​ລົບ

Chia sẻ
(VOVWORLD) -ທີ່ກອງປະຊຸມສຳມະນາ, ທ່ານ ຫວູບ໊າຝຸ, ຫົວໜ້າກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ແລະ ການຄ້າ) ໃຫ້ຮູ້ວ່າ: ຫວຽດນາມ ແລະ ສິງກະໂປ ແມ່ນສອງປະເທດ ອາຊຽນ ມີການຮ່ວມມືໃນຫຼາຍຂົງເຂດ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ.
ຫວຽດ​ນາມ - ສິງ​ປະ​ໂປ ຮ່ວມ​ມື​ກັນ​ຍູ້​ແຮງ​ການ​ສົ່ງ​ອອກ​ໄປ​ຍັງ ເອີ​ລົບ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາທາງໄກ (ພາບ:  TTXVN)

ວັນທີ 28 ສິງຫາ, ກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ແລະ ການຄ້າ), ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ແລະ ສະຫະພັນບັນດານັກຜະລິດສິງກະໂປ ໄດ້ສົມທົບກັບບັນດາອົງການທີ່ກ່ຽວຂ້ອງ ຈັດຕັ້ງກອງປະຊຸມສຳມະນາທາງໄກ ເພື່ອຊອກຮູ້ບັນດາສັນຍາການຄ້າເສລີ (FTA) ເພື່ອແຊກຊືມເຂົ້າຕະຫຼາດສະຫະພາບເອີລົບ(EU) ແລະ ລາຊະອານາຈັກ ອັງກິດ ຢ່າງມີປະສິດທິຜົນ. ກອງປະຊຸມສຳມະນາ ແມ່ນການເຄື່ອນໄຫວຂອງກອງປະຊຸມທາງໄກ ແລກປ່ຽນຄ້າຂາຍຜະລິດຕະພັນ Halal ແລະ ບັນດາຜະລິດຕະພັນປຸງແຕ່ງ ຫວຽດນາມ ສິງກະໂປ 2021 ຂຶ້ນກັບໂຄງການລະດັບຊາດກ່ຽວກັບການສົ່ງເສີມການຄ້າ 2021.

ທີ່ກອງປະຊຸມສຳມະນາ, ທ່ານ ຫວູບ໊າຝຸ, ຫົວໜ້າກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ແລະ ການຄ້າ) ໃຫ້ຮູ້ວ່າ: ຫວຽດນາມ ແລະ ສິງກະໂປ ແມ່ນສອງປະເທດ ອາຊຽນ ມີການຮ່ວມມືໃນຫຼາຍຂົງເຂດ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ. ມາຮອດປັດຈຸບັນ, ຫວຽດນາມໄດ້ລົງນາມ ສັນຍາ FTA 15 ສະບັບ, ໃນນັ້ນມີ 9 ສະບັບມີການເຂົ້າຮ່ວມຂອງທັງສອງປະເທດ ຫວຽດນາມ ແລະ ສິງກະໂປ ລວມມີ FTA ກັບ EU ແລະ ລາຊະອານາຈັກ ອັງກິດ.

ຕອບກັບ