ຫວຽດ​ນາມ ມີ​ຄວາມ​ຫວັງ​ຢາກ ພ້ອມ​ກັບ ESCAP ພ້ອມ​ກັນ​ຜັນ​ຂະ​ຫຍາຍບັນ​ດາ​ຂໍ້​ລິ​ເລີ່ມ

Chia sẻ

(VOVWORLD) -ຕອນບ່າຍວັນທີ 13 ສິງຫາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ມີການເຈລະຈາທາງໄກ ກັບທ່ານນາງ Arminda Salsiah Alisjahban, ຮອງເລຂາທິການໃຫຍ່ ສປຊ ທັງເປັນເລຂານຸການບໍລິຫານຄະນະກຳມະການເສດຖະກິດ ສັງຄົມ ພາກພື້ນອາຊີ - ປາຊີຟິກ ຂອງ ສປຊ (ESCAP).



ຫວຽດ​ນາມ ມີ​ຄວາມ​ຫວັງ​ຢາກ ພ້ອມ​ກັບ ESCAP ພ້ອມ​ກັນ​ຜັນ​ຂະ​ຫຍາຍບັນ​ດາ​ຂໍ້​ລິ​ເລີ່ມ - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ເຈລະຈາທາງໄກ ກັບທ່ານນາງ Arminda Salsiah Alisjahban, ຮອງເລຂາທິການໃຫຍ່ ສປຊ

ທີ່ການເຈລະຈາ, ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ຢັ້ງຢືນວ່າ ຫວຽດນາມ ຖືການພົວພັນຮ່ວມມືອັນດີງາມກັບ ESCAP ເປັນສຳຄັນ. ທ່ານບຸຍແທັງເຊີນ ໃຫ້ຮູ້ວ່າ, ປີ 2022 ໄດ້ສ້າງຂີດໝາຍ 75 ປີແຫ່ງວັນສ້າງຕັ້ງ ESCAP ກໍ່ກົງກັບການສະເຫຼີມສະຫຼອງ 45 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກ ສປຊ. ນີ້ແມ່ນໂອກາດທີ່ດີເພື່ອໃຫ້ ຫວຽດນາມ ແລະ ESCAP ພ້ອມກັນຜັນຂະຫຍາຍບັນດາຂໍ້ລິເລີ່ມ ເພື່ອແນໃສ່ເຮັດໃຫ້ການພົວພັນຮ່ວມມືລະຫວ່າງສອງຝ່າຍເລິກເຊິ່ງກ່ວາອີກ ແລະ ການເພີ່ມທະວີການເຂົ້າຮ່ວມ, ປະກອບສ່ວນຂອງ ຫວຽດນາມ ຢູ່ ESCAP, ເໝາະສົມກັບແຜນນະໂຍບາຍຂອງ ຫວຽດນາມ ກ່ຽວກັບການຍົກລະດັບ ແລະ ຍູ້ແຮງການທູດຫຼາຍຝ່າຍ.

ສ່ວນທ່ານນາງ Arminda Salsiah Alisjahban ໄດ້ເນັ້ນໜັ້ກວ່າ ESCAP ຈະສືບຕໍ່ໜູນຊ່ວຍບັນດາປະເທດໃນພາກພື້ນ, ໃນນັ້ນມີ ຫວຽດນາມ, ໃນການຟື້ນຟູ ແລະ ພັດທະນາເສດຖະກິດ ສັງຄົມຕາມທິດຂຽວ, ຢືນຢົງ ແລະ ກວມລວມກ່ວາອີກ, ຍູ້ໄວຄວາມຄືບໜ້າໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ.

ຕອບກັບ