ຫວຽດນາມ - ຝລັ່ງ ພ້ອມກັນມຸ່ງໄປເຖິງການການຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ

Chia sẻ
(VOVWORLD) - ເມື່ອເນັ້ນໜັກເຖິງສານຂອງລັດຖະບານ ຝລັ່ງ ແມ່ນສ້າງການພົວພັນອະນາຄົດໃໝ່ກັບ ຫວຽດນາມ, ທ່ານນາງ Patricia Miralles ຖືວ່າ: ຄວາມຊົງຈຳລວມແມ່ນພື້ນຖານເພື່ອໃຫ້ລຸ້ນໜຸ່ມສອງປະເທດພ້ອມກັນຮັບມືກັບບັນດາສິ່ງທ້າທາຍທົ່ວໂລກພວມນັບມື້ນັບຮີບດ່ວນສຳລັບທຸກໆປະເທດ.
ຫວຽດນາມ - ຝລັ່ງ ພ້ອມກັນມຸ່ງໄປເຖິງການການຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ - ảnh 1ບັນດາຜູ້ແທນເຂົ້າຮ່ວມເຫດການ
(ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 7/5/2024), ເປັນຄັ້ງທຳອິດ ເຈົ້າໜ້າທີ່ຂັ້ນສູງສອງທ່ານຂອງກອງທັບ ຝລັ່ງ, ນັ້ນແມ່ນທ່ານ Sebastien Lecornu, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ທ່ານນາງ Patricia Miralles, ລັດຖະມົນຕີກິດຈະການການຕ່າງປະເທດຮັບຜິດຊອບບັນຫາອະດິດນັກຮົບ ແລະ ຄວາມຊົງຈຳ ເຂົ້າຮ່ວມພິທີສະເຫຼີມສະຫຼອງຢູ່ນະຄອນ ດ້ຽນບຽນຝູ.

        ຕາມທ່ານນາງລັດຖະມົນຕີ Patricia Miralles ແລ້ວ, ເຫດການນີ້ແມ່ນສານຢ່າງແຮງກ່ຽວກັບການເຕີບໃຫຍ່ຂອງການພົວພັນ ຫວຽດນາມ - ຝລັ່ງ, ເມື່ອສອງປະເທດອາດສາມາດພ້ອມກັນຫວນຄືນອະດິດຕະການ:

        “ພວກເຮົາຮ່ວມມື, ພ້ອມກັນເຮັດວຽກໃນຄວາມຊົງຈຳລວມຂອງສອງປະເທດ. ຄວາມຊົງຈຳນັ້ນກໍ່ແມ່ນພາລະໜ້າທີ່ຂອງພວກເຮົາຕໍ່ອະນາຄົດ, ແມ່ນພາລະໜ້າທີ່ສຳລັບລຸ້ນໜຸ່ມ ຫວຽດນາມ ແລະ ຝລັ່ງ”.

        ເມື່ອເນັ້ນໜັກເຖິງສານຂອງລັດຖະບານ ຝລັ່ງ ແມ່ນສ້າງການພົວພັນອະນາຄົດໃໝ່ກັບ ຫວຽດນາມ, ທ່ານນາງ Patricia Miralles ຖືວ່າ: ຄວາມຊົງຈຳລວມແມ່ນພື້ນຖານເພື່ອໃຫ້ລຸ້ນໜຸ່ມສອງປະເທດພ້ອມກັນຮັບມືກັບບັນດາສິ່ງທ້າທາຍທົ່ວໂລກພວມນັບມື້ນັບຮີບດ່ວນສຳລັບທຸກໆປະເທດ.

ຕອບກັບ