ສານ​ອວຍພອນ​ວັນຊາດ ສາທາລະນະ​ລັດ ກາ​ຊັກ​ສະຖານ

Chia sẻ
(VOVWORLD) -ສະເຫຼີມສະຫຼອງວັນສະຖາປະນາປະເທດ ສາທາລະນະລັດ ກາຊັກສະຖານ ຄົບຮອບ 28 ປີ. 

        ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາປະເທດ ສາທາລະນະລັດ ກາຊັກສະຖານ ຄົບຮອບ 28 ປີ (ວັນທີ 16 ທັນວາ 1991 – 16 ທັນວາ 2019), ວັນທີ 16 ທັນວາ 2019, ທ່ານເລຂາທິການໃຫຍ່່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງສານອວຍພອນເຖິງທ່ານປະທານາທິບໍດີ ກາຊັກສະຖານ Kassymt Tokayev. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກໍໄດ້ສົ່ງສານອວຍພອນເຖິງທ່ານນາຍົກລັດຖະມົນຕີ ກາຊັກສະຖານ  Aska Mamin.

        ແລະ ກໍໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ກໍໄດ້ສົ່ງສານອວຍພອນເຖິງທ່ານລັດຖະມົນຕີກະຊວງການຕ່າງປະເທດ ກາຊັກສະຖານ Mukhta Tileuberdi ເຊັ່ນດຽວກັນ.      

ຕອບກັບ